About Sepon

Sepon is an open-pit and underground Gold and Copper mine in Savannakhet Province, Lao PDR. Lane Xang Minerals Limited Company (LXML) is the registered name of the company which owns and operates Sepon. Chifeng Jilong Gold Mining Co., Ltd owns 90 per cent of LXML and 10 per cent owns by Lao Government.

Since operations commenced in 2003, LXML Sepon has produced over 1.1 million tonnes of copper cathode and over 1.7 million ounces of gold. In 2024, Sepon produced 6,014 tonnes of copper and 5,427 Kg of gold. In 2025, our planned production forecast is over 5,703 Kg of gold and 10,010 tonnes of copper, LXML has contributed over US$1.7 billion in direct revenue to the Lao Government through taxes, royalties and dividends. Indirect benefits through employment, training, community, and local business development programs have also contributed significantly to social and economic development in the Lao PDR.

News

LXML Donates 40 Livestock Worth LAK 229 Million to Underprivileged Families Across Six Villages in Sepon District to Promote Sustainable Livelihoods
LXML Donates 40 Livestock Worth LAK 229 Million to Underprivileged Families Across Six Villages in Sepon District to Promote Sustainable Livelihoods

LXML ມອບສັດລ້ຽງ 40 ໂຕ ມູນຄ່າ 229 ລ້ານກີບ ໃຫ້ຄອບຄົວດ້ອຍໂອກາດ 6 ບ້ານ ເມືອງເຊໂປນ ເພື່ອສົ່ງເສີມອາຊີບ ແລະ ສ້າງລາຍຮັບແບບຍືນຍົງ

ທີ່ ເມືອງເຊໂປນ, ແຂວງສະຫວັນນະເຂດ — ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ສືບຕໍ່ສະໜັບສະໜູນການພັດທະນາຊີວິດການເປັນຢູ່ຂອງຊຸມຊົນອ້ອມຂ້າງໂຄງການ ດ້ວຍການຈັດພິທີ ມອບ-ຮັບ ສັດລ້ຽງ (ຄັ້ງທີ 1) ຈຳນວນ 40 ໂຕ ໃຫ້ແກ່ 6 ຄອບຄົວດ້ອຍໂອກາດ ໃນເມືອງເຊໂປນ, ແຂວງສະຫວັນນະເຂດ ໃນວັນທີ 11 ພະຈິກ 2026 ທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການເມືອງເຊໂປນ.

ຕາງໜ້າໃຫ້ບໍລິສັດ LXML ມອບໂດຍ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ແລະ ຮັບໂດຍ ທ່ານ ປອ. ຈັນທະລາ ພາມີສິດ, ກຳມະການພັກແຂວງ, ເລຂາພັກເມືອງເຊໂປນ ໂດຍມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ ແລະ ຄະນະຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍແຂກຜູ້ມີກຽດເຂົ້າຮ່ວມເປັນສັກຂີພິຍານຢ່າງພ້ອມພຽງ.

ສຳລັບໂຄງການມອບສັດລ້ຽງໃນຄັ້ງນີ້ ມີມູນຄ່າລວມທັງໝົດ 229,000,000 ກີບ (ຫຼື ປະມານ 10,120 ໂດລາສະຫະລັດ) ໂດຍມີສັດລ້ຽງຈຳນວນ 40 ໂຕ ໃຫ້ແກ່ 6 ຄອບຄົວດ້ອຍໂອກາດ ໃນ 6 ບ້ານເປົ້າໝາຍອ້ອມຂ້າງໂຄງການ ຄື: ບ້ານນ້ຳໂທນ, ບ້ານນາໂທນ, ບ້ານໃໝ່ທ່າແດງ, ບ້ານລະງີ (ບູ່), ບ້ານລາດຫໍ້ ແລະ ບ້ານຕະເປືອ. ຈຸດປະສົງຫຼັກ ແມ່ນເພື່ອສົ່ງເສີມການລ້ຽງສັດໃຫ້ກາຍເປັນເຄື່ອງມືທຳມາຫາກິນ ແລະ ເປັນທຶນຮອນສ້າງລາຍຮັບໃຫ້ແກ່ຄອບຄົວ, ຊ່ວຍແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງຍືນຍົງດ້ວຍຕົນເອງ.

ການສະໜັບສະໜູນໂຄງການດັ່ງກ່າວ ສະທ້ອນໃຫ້ເຫັນຢ່າງຈະແຈ້ງເຖິງຄວາມມຸ່ງໝັ້ນອັນໜັກແໜ້ນຂອງ LXML ໃນການຮ່ວມມືກັບພາກລັດ ແລະ ຊຸມຊົນ ເພື່ອຂັບເຄື່ອນການພັດທະນາເສດຖະກິດຄອບຄົວ ແລະ ສົ່ງເສີມອາຊີບການລ້ຽງສັດ ເຊິ່ງເປັນໜຶ່ງໃນເສົາຄ້ຳຍຸດທະສາດຫຼັກຂອງບໍລິສັດ ໃນການສ້າງຄວາມເຂັ້ມແຂງ ແລະ ຄວາມຍືນຍົງໃຫ້ແກ່ຊຸມຊົນອ້ອມຂ້າງໂຄງການ ບໍ່ຄຳ-ທອງ ເຊໂປນ ຕະຫຼອດໄປ.

---------------------------------

Sepon District, Savannakhet Province — Lane Xang Minerals Limited Company (LXML) Sepon continues to advance community livelihood development around its operations through the official handover of 40 livestock (Batch 1) to six underprivileged families in Sepon District, Savannakhet Province. The ceremony took place on November 11, 2026, at the Sepon District Administration Office.

Representing LXML, Mr. Saman Aneka, Managing Director of LXML, formally presented the livestock to Dr. Chanthala Phamisith, Provincial Party Committee Member and Secretary of the Sepon District Party Committee. The event was witnessed by members of the District Party Standing Committee, heads of district offices, and invited guests.

The livestock program, valued at LAK 229,000,000 (approximately USD 10,120), distributed 40 animals to six underprivileged households across six target villages neighboring the Sepon operation: Nam Thone, Na Thone, Mai Thadaeng, Langee (Bou), Lathhor, and Tapeua. The primary objective of this initiative is to equip local families with sustainable income-generating assets, empowering them to alleviate poverty, improve household living standards, and achieve long-term economic self-reliance.

This contribution underscores LXML’s steadfast commitment to partnering with local authorities to strengthen household economies and promote livestock farming—one of the company’s core community development pillars dedicated to building resilient, thriving communities around the Sepon Gold-Copper Operation.

 

 

November 13, 2026
Read More
LXML Shares Sepon’s Geohazard Management Experience at International Forum in Japan
LXML Shares Sepon’s Geohazard Management Experience at International Forum in Japan

LXML ແບ່ງປັນປະສົບການການຄຸ້ມຄອງໄພອັນຕະລາຍທາງທໍລະນີສາດຂອງບໍ່ແຮ່ເຊໂປນ ທີ່ເວທີປາໄສສາກົນ ໃນປະເທດຍີ່ປຸ່ນ

ທີ່ ເມືອງສຶກຸບະ, ປະເທດຍີ່ປຸ່ນ, 28 ຕຸລາ 2026 – ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (LXML) ເຊິ່ງນຳໂດຍ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມ CCOP ຫົວຂໍ້ສະເພາະວິຊາການ ປະຈຳປີ 2026 (CCOP 2026 Thematic Session) ທີ່ສູນປະຊຸມນານາຊາດ ສຶກຸບະ. LXML ໄດ້ເຂົ້າຮ່ວມຕາມການເຊື້ອເຊີນຂອງລັດຖະບານລາວ, ໂດຍຜ່ານກົມທໍລະນີສາດ ແລະ ບໍ່ແຮ່, ກະຊວງອຸດສາຫະກຳ ແລະ ການຄ້າ, ນໍາໂດຍ ທ່ານ ລາວຈູ ໂຊຕູ້ກີ, ຮອງຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່ ພ້ອມຄະນະ ເພື່ອເຂົ້າຮ່ວມ ແລະ ປະກອບສ່ວນແບ່ງປັນປະສົບການພາກປະຕິບັດດ້ານວຽກງານບໍ່ແຮ່ ເຂົ້າໃນການສົນທະນາລະດັບສາກົນ ກ່ຽວກັບວຽກງານທໍລະນີສາດ ແລະ ການສ້າງຄວາມເຂັ້ມແຂງເພື່ອຮັບມືກັບໄພພິບັດ.

ຄະນະກຳມະການປະສານງານໂຄງການທໍລະນີສາດ ພາກພື້ນອາຊີຕາເວັນອອກ ແລະ ອາຊີຕາເວັນອອກສຽງໃຕ້ (CCOP) ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານ ທີ່ສົ່ງເສີມການຮ່ວມມືໃນການນຳໃຊ້ວິທະຍາສາດໂລກ ເຂົ້າໃນການພັດທະນາແບບຍືນຍົງ. ສ້າງຕັ້ງຂຶ້ນໃນປີ 1966 ພາຍໃຕ້ຂອບວຽກລະດັບພາກພື້ນຂອງອົງການສະຫະປະຊາຊາດ, CCOP ໃຫ້ການສະໜັບສະໜູນການແລກປ່ຽນຄວາມຮູ້, ການຮ່ວມມືດ້ານເຕັກນິກ ແລະ ການສ້າງຂີດຄວາມສາມາດ. ວຽກງານຂອງອົງການດັ່ງກ່າວ ຊ່ວຍໃຫ້ບັນດາປະເທດເຂົ້າໃຈຊັບພະຍາກອນທາງທໍລະນີສາດໄດ້ດີຂຶ້ນ, ສາມາດຄຸ້ມຄອງສິ່ງທ້າທາຍດ້ານສິ່ງແວດລ້ອມ ແລະ ຮັບມືກັບໄພອັນຕະລາຍທາງທໍລະນີສາດ. ກອງປະຊຸມປະຈໍາປີ 2026 ທີ່ເມືອງສຶກຸບະ ແມ່ນສ່ວນໜຶ່ງຂອງກອງປະຊຸມປະຈຳປີ ຄັ້ງທີ 62 ຂອງອົງການ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາປະເທດອາຊຽນ ແລະ ບັນດາປະເທດອື່ນໆໃນອາຊີ ເພື່ອແລກປ່ຽນປະສົບການດ້ານຊັບພະຍາກອນທໍລະນີສາດ, ການຄຸ້ມຄອງສິ່ງແວດລ້ອມ ແລະ ການສ້າງຄວາມເຂັ້ມແຂງໃນການຮັບມື.

ໃນນາມຕາງໜ້າ LXML, ທ່ານ ສະໝານ ອະເນກາ ໄດ້ຂຶ້ນນຳສະເໜີບົດ ໃນຫົວຂໍ້ “ການສ້າງຄວາມເຂົ້າໃຈໃນທຸກຂັ້ນຕອນຈາກໄພອັນຕະລາຍ ໄປສູ່ຄວາມສ່ຽງ ໂດຍການນຳໃຊ້ຂໍ້ມູນບັນທຶກທາງທໍລະນີສາດ ຢູ່ບໍ່ຄຳ-ທອງ ເຊໂປນ, ສປປ ລາວ” ຊຶ່ງບົດນຳສະເໜີຂອງທ່ານ ໄດ້ຮັບຄວາມສົນໃຈຫຼາຍຈາກບັນດາຜູ້ເຂົ້າຮ່ວມລະດັບສາກົນ, ນັກວິຊາການ ແລະ ນັກວິທະຍາສາດ ດ້ວຍການເຊື່ອມໂຍງຄວາມຮູ້ທາງທໍລະນີສາດ ເຂົ້າກັບສິ່ງທ້າທາຍພາກປະຕິບັດຕົວຈິງໃນການດຳເນີນງານ ບໍ່ຄຳ-ທອງ ເຊໂປນ ຢູ່ພາກກາງຂອງ ສປປ ລາວ, ໂດຍ ທ່ານ ໄດ້ອະທິບາຍເຖິງວິທີທີ່ຂໍ້ມູນບັນທຶກທາງທໍລະນີສາດໃນອະດີດ, ການສຳຫຼວດທໍລະນີເຕັກນິກ, ຂໍ້ມູນປະລິມານນ້ຳຝົນ ແລະ ການຕິດຕາມກວດກາຢ່າງຕໍ່ເນື່ອງ ສາມາດເປັນຂໍ້ມູນສະໜັບສະໜູນການຕັດສິນໃຈ ເພື່ອປົກປ້ອງມະນຸດ, ພື້ນຖານໂຄງລ່າງ ແລະ ຊຸມຊົນອ້ອມຂ້າງ. ທ່ານໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການເຂົ້າໃຈເຖິງປະຕິກິລິຍາລວມ ລະຫວ່າງ ສະພາບທາງທໍລະນີສາດ, ການເຄື່ອນທີ່ຂອງນ້ຳ ແລະ ກິດຈະກຳຂອງມະນຸດ, ລວມທັງໄພອັນຕະລາຍ ທີ່ອາດກາຍເປັນຄວາມສ່ຽງ ເມື່ອມະນຸດ ແລະ ອຸປະກອນເຂົ້າໄປພົວພັນ.

ໂດຍປະສົບການຂອງ ບໍ່ຄໍາ-ທອງ ເຊໂປນ, ບົດນຳສະເໜີ ໄດ້ລົງເລິກກ່ຽວກັບ ຄວາມໝັ້ນຄົງຂອງຝາບໍ່, ການຍຸບຕົວຂອງດິນໃນເຂດຫີນປູນ, ການໄຫຼເຂົ້າຂອງນ້ຳບາດານ ແລະ ການຄຸ້ມຄອງອ່າງນໍ້າຫາງແຮ່ ໃນສະພາບແວດລ້ອມແບບມໍລະສຸມເຂດຮ້ອນ. ນອກຈາກນີ້, ທ່ານຍັງໄດ້ຊີ້ແຈງເຖິງວິທີທີ່ການຕິດຕາມກວດກາ, ການກຳນົດເກນການຕອບສະໜອງທີ່ຊັດເຈນ ແລະ ການວາງແຜນຮັບມືກັບເຫດສຸກເສີນ ວິທີທີ່ຈະຊ່ວຍຫັນປ່ຽນຂໍ້ມູນທາງດ້ານເຕັກນິກ ໃຫ້ກາຍເປັນມາດຕະການປ້ອງກັນເຊິ່ງພາກປະຕິບັດ.

ສິ່ງສຳຄັນຫຼັກທີ່ທ່ານໄດ້ເນັ້ນໜັກກໍຄື ຂໍ້ມູນບັນທຶກທາງທໍລະນີສາດ ຄວນຈະເປັນເຄື່ອງມືທີ່ນຳໃຊ້ໄດ້ຈິງ ສຳລັບການຕັດສິນໃຈ. ຜົນການຕິດຕາມກວດກາໃໝ່ໆ, ການສຳຫຼວດ ແລະ ບົດຮຽນທີ່ຖອດຖອນໄດ້ ສາມາດເສີມສ້າງຄວາມເຂົ້າໃຈກ່ຽວກັບໄພອັນຕະລາຍ ແລະ ປັບປຸງການວາງແຜນໃນອະນາຄົດໃຫ້ດີຂຶ້ນ. ທ່ານ ຍັງໄດ້ຍົກໃຫ້ເຫັນເຖິງໂອກາດໃນການຫັນປ່ຽນຂໍ້ມູນບັນທຶກທາງທໍລະນີສາດເປັນລະບົບດິຈິຕອນ, ການປັບປຸງການແບ່ງປັນຂໍ້ມູນຂ່າວສານ ແລະ ການເຊື່ອມໂຍງລະຫວ່າງການຕິດຕາມກວດກາທາງດ້ານເຕັກນິກ ເຂົ້າກັບການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນ.

LXML ຮູ້ສຶກເປັນກຽດ ແລະ ພາກພູມໃຈຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມກອງປະຊຸມກັບຄະນະລັດຖະບານລາວ ໃນເວທີການແລກປ່ຽນລະດັບສາກົນຄັ້ງນີ້. ການເຂົ້າຮ່ວມຂອງຄະນະຜູ້ແທນໃນຄັ້ງນີ້ ຖືເປັນໂອກາດໃນການແບ່ງປັນບົດຮຽນຈາກ ບໍ່ຄໍາ-ທອງ ເຊໂປນ, ຮຽນຮູ້ຈາກຊ່ຽວຊານໃນພາກພື້ນ ແລະ ປະກອບສ່ວນເຂົ້າໃນການສົນທະນາກ່ຽວກັບການຄຸ້ມຄອງຄວາມສ່ຽງ ແລະ ການສ້າງຄວາມເຂັ້ມແຂງໃນການຮັບມື. ພ້ອມກັນນີ້ ກໍຍັງເປັນການສະໜັບສະໜູນຄວາມມຸ້ງໝັ້ນຂອງລັດຖະບານລາວ ໃນການນຳສະເໜີປະສົບການດ້ານທໍລະນີສາດຂອງປະເທດ ໃນເວທີສາກົນ, ເຊິ່ງສະແດງໃຫ້ເຫັນວ່າ ການຮ່ວມມືລະຫວ່າງລັດຖະບານ, ພາກອຸດສາຫະກຳ ແລະ ສັງຄົມວິທະຍາສາດ ສາມາດສະໜັບສະໜູນການຂຸດຄົ້ນບໍ່ແຮ່ທີ່ປອດໄພກວ່າເກົ່າ ແລະ ການພັດທະນາແຮ່ທາດຢ່າງມີຄວາມຮັບຜິດຊອບ ໄດ້ຢ່າງເປັນຮູບປະທຳ.

--------------------------------

Tsukuba, Ibaraki, Japan, 28 October 2026 – Lane Xang Minerals Limited Company (LXML), led by Managing Director Mr. Saman Aneka and his delegation, participated in the CCOP 2026 Thematic Session at the Tsukuba International Congress Center. LXML attended at the invitation of the Lao government, through the Department of Geology and Mines of the Ministry of Industry and Commerce, led by Mr. Laochu Sotouky, Deputy Director of Department of Geology and Mines, contributing practical mining experience to international discussions on geoscience and resilience.

The Coordinating Committee for Geoscience Programmes in East and Southeast Asia (CCOP) is an intergovernmental organisation that promotes cooperation in applying earth science to sustainable development. Established in 1966 under the United Nations regional framework, CCOP supports knowledge exchange, technical cooperation and capacity building. Its work helps countries better understand geological resources, manage environmental challenges and address geological hazards. The 2026 gathering in Tsukuba forms part of its 62nd Annual Session and brought together participants from ASEAN and other Asian countries to share experience in geological resources, environmental management and resilience.

Representing LXML, Mr. Saman delivered a presentation entitled “Understanding the Full Chain from Hazard to Risk Using Geological Archives at Sepon Gold and Copper Mines, Lao PDR.” His presentation attracted interest from international participants, academics and scientists by connecting geological knowledge with the practical challenges of operating the Sepon Gold and Copper Mine in central Lao PDR.

Mr. Saman explained how historical geological records, geotechnical investigations, rainfall data and ongoing monitoring can inform decisions to protect people, infrastructure and surrounding communities. He highlighted the importance of understanding how geological conditions, water movement and human activities interact, and how a potential hazard becomes a risk when people and assets are exposed.

Drawing on Sepon’s experience, the presentation explored pit-wall stability, karst sinkholes, groundwater inflows and tailings management in a tropical monsoon environment. It also outlined how monitoring, clearly defined response thresholds and emergency planning help translate technical information into practical preventive measures.

A central message was that geological archives should remain active tools for decision-making. New monitoring results, investigations and lessons learned can strengthen the understanding of hazards and improve future planning. The presentation also highlighted opportunities to digitise geological records, improve information sharing and connect technical monitoring with community awareness.

LXML is honoured and proud to have participated alongside Lao government representatives in this international exchange. The delegation’s attendance provided an opportunity to share lessons from Sepon, learn from regional expertise and contribute to discussions on risk management and resilience. It also supported the Lao government’s efforts to present the country’s geoscience experience on the international stage, demonstrating how cooperation between government, industry and the scientific community can support safer mining and responsible mineral development.

November 06, 2026
Read More
LXML Supports Flood-Affected Communities in Northern Lao PDR
LXML Supports Flood-Affected Communities in Northern Lao PDR

LXML ມອບເງິນຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ຢູ່ບັນດາແຂວງພາກເໜືອ

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (LXML) ພູມໃຈທີ່ໄດ້ປະກອບສ່ວນທຶນຊ່ວຍເຫຼືອມູນຄ່າ 10.000 ໂດລາສະຫະລັດ (ຫຼື ທຽບເທົ່າ 221,520,000 ກີບ) ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໜັກ ຢູ່ບັນດາແຂວງພາກເໜືອ ຂອງ ສປປ ລາວ. ໄພນ້ຳຖ້ວມດັ່ງກ່າວ ໄດ້ສ້າງຄວາມສູນເສຍຕໍ່ຊີວິດ ແລະ ຈິດໃຈຂອງຊຸມຊົນ, ພ້ອມທັງສ້າງຄວາມເສຍຫາຍຕໍ່ບ້ານເຮືອນ, ຊັບສິນ ແລະ ພື້ນຖານໂຄງລ່າງສາທາລະນະ, ເຊິ່ງສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນໃນທ້ອງຖິ່ນ.

ການປະກອບສ່ວນໃນຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ LXML ໃນການມີສ່ວນຮ່ວມຢ່າງມີຄວາມຮັບຜິດຊອບ ແລະ ການຢືນຄຽງຂ້າງຊ່ວຍເຫຼືອຊຸມຊົນໃນຍາມທີ່ພົບກັບຄວາມຫຍຸ້ງຍາກລຳບາກ. LXML ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບບັນດາພາກສ່ວນລັດຖະບານທີ່ກ່ຽວຂ້ອງ, ຊຸມຊົນທ້ອງຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອສະໜັບສະໜູນການພັດທະນາແບບຍືນຍົງ ແລະ ເປັນຮູບປະທຳ ໃຫ້ແກ່ຊຸມຊົນໃນເຂດ ບໍ່ຄໍາ-ທອງ ໂປນ ແລະ ພື້ນທີ່ອ້ອມຂ້າງ.

LXML is pleased to have contributed USD 10,000 (approximately LAK 221,520,000) in support of people affected by severe flooding in the northern provinces of Lao PDR. The flooding caused loss of life and injuries, and damaged homes, property and public infrastructure, affecting local livelihoods.

This contribution reflects LXML’s commitment to responsible engagement and to supporting communities in times of hardship. LXML will continue working closely with relevant government authorities, local communities and stakeholders to support practical, sustainable development in and around the Sepon area.

November 05, 2026
Read More
LXML Hands Over LAK 1 Billion Health Centre Staff Dormitory to Strengthen Community Healthcare in Vilabouly District
LXML Hands Over LAK 1 Billion Health Centre Staff Dormitory to Strengthen Community Healthcare in Vilabouly District

LXML ມອບຫໍພັກແພດໝໍສຸກສາລານາຊຽງແລ ມູນຄ່າກວ່າ 1 ຕື້ກີບ ເພື່ອຍົກລະດັບການບໍລິການ ຊຸມຊົນຕະຫຼອດ 24 ຊົ່ວໂມງ

ເມືອງວິລະບູລີ, ແຂວງສະຫວັນນະເຂດ — ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ສືບຕໍ່ໃຫ້ການສະໜັບສະໜູນວຽກງານສາທາລະນະສຸກທ້ອງຖິ່ນ ມອບອາຄານຫໍພັກພະນັກງານແພດໝໍ ຢູ່ທີ່ສຸກສາລານາຊຽງແລ, ບ້ານນາຊຽງແລ, ເມືອງວິລະບູລີ, ແຂວງສະຫວັນນະເຂດ ໃນວັນທີ 30 ຕຸລາ 2026 ທີ່ຜ່ານມານີ້ ເພື່ອອຳນວຍຄວາມສະດວກ ແລະ ສ້າງຄວາມພ້ອມໃນການໃຫ້ບໍລິການປິ່ນປົວສຸຂະພາບແກ່ປະຊາຊົນໃນທ້ອງຖິ່ນ.

ພິທີມອບ-ຮັບໃນຄັ້ງນີ້ ໄດ້ຮັບກຽດຮ່ວມເປັນປະທານ ແລະ ເປັນສັກຂີພິຍານໂດຍ ທ່ານ ໄພມະນີ ວົງໄຊຄຳ, ຮອງປະທານຄະນະກຳມະການປົກຄອງເມືອງວິລະບູລີ; ທ່ານ ດຣ. ບຸນແສງ ອິນທະກອນ, ຫົວໜ້າຫ້ອງການສາທາລະນະສຸກເມືອງ; ແລະ ທ່ານ ຜູ້ຕາງໜ້າຈາກບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ພ້ອມດ້ວຍຄະນະຕາແສງນ້ຳປະເຄນ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ອາຄານຫໍພັກສຸກສາລານາຊຽງແລ ເປັນອາຄານ 1 ຫຼັງ ທີ່ມີຂະໜາດຄວາມຍາວ 17 ແມັດ ແລະ ກວ້າງ 6 ແມັດ ຊຶ່ງເປັນທຶນສະໜັບສະໜູນການກໍ່ສ້າງທັງໝົດຂອງ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ໃນມູນຄ່າ 1,047,893,740 ກີບ ແລະ ໄດ້ມອບໝາຍໃຫ້ ບໍລິສັດ ທີເຄຈະເລີນ ຈຳກັດ ເປັນຜູ້ຮັບເໝົາດຳເນີນການກໍ່ສ້າງ. ການກໍ່ສ້າງອາຄານດັ່ງກ່າວ ແມ່ນເພື່ອເປັນບ່ອນພັກເຊົາທີ່ສະດວກສະບາຍ ແລະ ປອດໄພໃຫ້ແກ່ພະນັກງານແພດໝໍທີ່ມາປະຈຳການ ເຊິ່ງຈະຊ່ວຍໃຫ້ບຸກຄະລາກອນການແພດສາມາດປະຕິບັດໜ້າທີ່ເບິ່ງແຍງດູແລ ແລະ ໃຫ້ບໍລິການປິ່ນປົວສຸກເສີນແກ່ຄົນເຈັບຢ່າງມີປະສິດທິພາບໄດ້ຕະຫຼອດ 24 ຊົ່ວໂມງ.

ການມອບຫໍພັກແພດໝໍໃນຄັ້ງນີ້ ຖືເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງ LXML ໃນການຮ່ວມມືກັບພາກລັດ ເພື່ອພັດທະນາລະບົບສາທາລະນະສຸກ ເຊິ່ງເປັນໜຶ່ງໃນເສົາຄ້ຳຍຸດທະສາດຫຼັກຂອງບໍລິສັດ ໃນການຍົກລະດັບຄຸນນະພາບຊີວິດ, ສ້າງຄວາມອຸ່ນໃຈ ແລະ ດູແລສຸຂະພາບຂອງພໍ່ແມ່ປະຊາຊົນໃນເຂດອ້ອມຂ້າງໂຄງການ ບໍ່ຄຳ-ທອງ ເຊໂປນ ໃຫ້ເຕີບໂຕໄປພ້ອມກັນຢ່າງຍືນຍົງ.

-------------------------------

Vilabouly District, Savannakhet Province, 30 October 2026 – Lane Xang Minerals Limited Company (LXML) has handed over a newly constructed staff dormitory at Na Xieng Lae Health Centre in Vilabouly District, Savannakhet Province. The new staff dormitory strengthens local healthcare infrastructure and supports improved access to essential medical services for communities surrounding the Sepon Gold and Copper Mine.

The handover ceremony was attended by Mr. Phaimany Vongxaykham, Vice Chairman of the Vilabouly District Administrative Committee; Dr. Bounseng Inthakone, Head of the District Health Office; and representative technical employees from LXML. Representatives from Nam Paken Sub-district, village authorities, healthcare personnel, and local community also attended.

Valued at LAK 1,047,893,740, the project was fully funded by LXML and constructed by TK Chaleun Co., Ltd. The new dormitory, measuring 17 metres long and 6 metres wide, provides dedicated accommodation for doctors and healthcare staff, enabling them to reside on-site and improve their availability to respond to medical emergencies and provide essential patient care, including outside regular working hours.

The handover reflects LXML’s continued commitment to strengthening public healthcare infrastructure and improving the wellbeing of communities around the Sepon Gold and Copper Mine. Through close cooperation with local authorities and healthcare providers, LXML continues to support practical, sustainable initiatives that improve access to essential health services and contribute to long-term community development in Vilabouly District.

November 04, 2026
Read More

SUSTAINABILITY

We work hard to leave a lasting, positive legacy everywhere we work.

Careers

JOIN OUR DIVERSE POOL OF EXPERTS

Discover more about life at Sepon.