LXML Sepon Enhances Underground Operations with Advanced Mining Equipment

June 13, 2025

LXML Sepon has modernized its underground fleet with the addition of a high-performance Sandvik DL432i long-hole production drill and a high-capacity Caterpillar 2900 underground bogger. The Sandvik DL432i boosts drilling precision and efficiency through automated operations, ensuring accurate and consistent production drilling.

Complementing the drill, the powerful Cat 2900 bogger accelerates productivity by swiftly loading and hauling blasted material from the mining face. Its high-capacity design and efficient engine optimize the mining cycle while enhancing the underground work environment.

Together, these advanced machines streamline operations, driving greater efficiency and output. This strategic investment in cutting-edge technology reflects LXML Sepon’s commitment to achieving production targets through the safest, most effective methods—securing a sustainable and productive future for the mine.

Author: Jackie Bock, Superintendent - Underground.

Group photo of LXML Sepon Underground team members positioned with the Sandvik DL432i production drill in front of the Underground Entrance.

 

ບໍ່ຄໍາ-ທອງ ເຊໂປນ ຍົກລະດັບການດໍາເນີນງານບໍ່ແຮ່ໃຕ້ດິນດ້ວຍອຸປະກອນຂຸດຄົ້ນແຮ່ທີ່ທັນສະໄໝ

ບໍ່ຄໍາ-ທອງ ເຊໂປນ ຍົກລະດັບເຄື່ອງຈັກຂອງບໍ່ແຮ່ໃຕ້ດິນໃຫ້ທັນສະໄໝຂຶ້ນ ດ້ວຍການນໍາໃຊ້ເຄື່ອງຈັກຂຸດເຈາະບໍ່ແຮ່ທີ່ມີຄວາມຍາວຍີ່ຫໍ້ Sandvik DL432i ໃນການດໍາເນິນງານທີ່ມີປະສິດທິພາບສູງ ແລະ ລົດຕັກ ບໍ່ໃຕ້ດິນຍີ່ຫໍ້ Caterpillar 2900 ທີ່ມີພະລະກໍາລັງສູງ. ເຄື່ອງເຈາະ Sandvik DL432i ຊ່ວຍເພີ່ມຄວາມແມ່ນຍໍາ ແລະ ເພີ່ມປະສິດທິພາບໃນການເຈາະ ໂດຍຜ່ານການດໍາເນີນງານແບບອັດຕະໂນມັດ, ຮັບປະກັນການເຈາະເພື່ອການຜະລິດທີ່ຖືກຕ້ອງ ແລະ ສອດຄ່ອງ.  

ສໍາລັບລົດຕັກ Cat 2900 ທີ່ມີພະລະກໍາລັງສູງແມ່ນເປັນສ່ວນປະກອບໃຫ້ກັບເຄື່ອງເຈາະ ເພື່ອຊ່ວຍເພີ່ມຄວາມວ່ອງໄວໃນການຜະລິດ ໂດຍການຕັກ ແລະ ຂົນສົ່ງວັດສະດຸທີ່ຖືກລະເບີດອອກຈາກໜ້າບໍ່ໄດ້ຢ່າງວ່ອງໄວ. ດ້ວຍການການອອກແບບຂອງເຄື່ອງຈັກທີ່ມີພະລະກໍາລັງ ແລະ ມີປະສິດທິພາບສູງ ຊ່ວຍເພີ່ມປະສິດທິພາບຂະບວນການຂຸດຄົ້ນແຮ່ ພ້ອມທັງປັບປຸງສະພາບແວດລ້ອມການເຮັດວຽກໃນບໍ່ໃຕ້ດິນ.

ອຸປະກອນທີ່ທັນສະໄໝເຫຼົ່ານີ້ ສາມາດເຮັດວຽກຮ່ວມກັນ ເພື່ອປັບປຸງການດໍາເນີນງານໃຫ້ມີຄວາມຄ່ອງຕົວ, ເພີ່ມປະສິດທິພາບ ແລະ ຜົນຜະລິດທີ່ດີຍິ່ງຂຶ້ນ. ການລົງທຶນເຊິ່ງຍຸດທະສາດດ້ານເຕັກໂນໂລຊີທີ່ທັນສະໄໝນີ້ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ LXML ເຊໂປນ ໃນການບັນລຸເປົ້າໝາຍການຜະລິດ ໂດຍນໍາໃຊ້ວິທີ ທີ່ມີຄວາມປອດໄພ ແລະ ມີປະສິດທິພາບສູງສຸດ ເຊິ່ງເປັນການຮັບປະກັນອະນາຄົດທີ່ຍືນຍົງ ແລະ ຄວາມມີປະສິດທິພາບໃນການດໍາເນີນວຽກງານດ້ານບໍ່ແຮ່.