ຊຸມຊົນ
ຊຸມຊົນ
ເຊໂປນໄດ້ປະກອບສ່ວນລາຍຮັບໂດຍກົງໃຫ້ແກ່ລັດຖະບານລາວຫຼາຍກວ່າ 1,6 ຕື້ໂດລາສະຫະລັດ ໂດຍຜ່ານພາສີ, ຄ່າພາກຫຼວງ ແລະ ເງິນປັນຜົນ ນັບຕັ້ງແຕ່ໄດ້ເລີ່ມດໍາເນີນງານໃນປີ 2003. ຜົນປະໂຫຍດທາງອ້ອມໂດຍຜ່ານການຈ້າງງານ, ການຝຶກອົບຮົມ, ຊຸມຊົນ ແລະ ການພັດທະນາທຸລະກິດທ້ອງຖິ່ນຍັງໄດ້ປະກອບສ່ວນຫຼາຍຮ້ອຍລ້ານໂດລາໃຫ້ແກ່ສັງຄົມ ແລະ ສັງຄົມ. ການພັດທະນາເສດຖະກິດໃນ ສປປ ລາວ.
ກອງທຶນຄວາມໄວ້ວາງໃຈຊຸມຊົນ (TF)
ປະຊາຊົນ 40,000 ກວ່າຄົນໃນ 72 ບ້ານອ້ອມຂ້າງບໍ່ແຮ່ມີຊີວິດການເປັນຢູ່ດີຂຶ້ນໂດຍຜ່ານການເຂົ້າເຖິງການບໍລິການຂັ້ນພື້ນຖານທີ່ດີຂຶ້ນ ໂດຍໄດ້ຮັບການມອບສິດໃນການກໍານົດ ແລະ ບັນລຸບຸລິມະສິດການພັດທະນາຂອງຕົນເອງໂດຍຜ່ານກອງທຶນພັດທະນາຊຸມຊົນ ແລະ ກອງທຶນຊ່ວຍເຫຼືອກຸ່ມຜູ້ດ້ອຍໂອກາດ. ທຶນສົມທົບຫຼາຍກວ່າ 13 ລ້ານໂດລາສະຫະລັດ ໄດ້ຮັບການສະໜັບສະໜູນຫຼາຍກວ່າ 583 ໂຄງການ, ລວມທັງການລົງທຶນໃນໂຮງຮຽນ, ໂຮງໝໍ, ຫ້ອງກວດພະຍາດ, ການສະໜອງການແພດ, ສຸຂາພິບານ ແລະ ນ້ຳປະປາ, ເສັ້ນທາງ, ຫ້ອງນ້ຳ, ກະສິກຳ ຜ່ານລະບົບຊົນລະປະທານ ແລະ ໂຄງການອື່ນໆ.
ກອງທຶນຊ່ວຍເຫຼືອກຸ່ມຄົນດ້ອຍໂອກາດ (FADG)
ກອງທຶນຊ່ວຍເຫຼືອກຸ່ມຄົນດ້ອຍໂອກາດ (FADG)
ການພັດທະນາທຸລະກິດທ້ອງຖິ່ນ
ໂຄງການພັດທະນາທຸລະກິດຂອງ LXML ມີຈຸດປະສົງເພື່ອຫຼາກຫຼາຍໂອກາດຂອງລາຍໄດ້, ສ້າງສະພາບອາກາດສໍາລັບທຸລະກິດໃຫມ່ໃຫ້ຈະເລີນຮຸ່ງເຮືອງ, ແລະຊ່ວຍສ້າງຊີວິດການເປັນຢູ່ແບບຍືນຍົງສໍາລັບຊຸມຊົນທ້ອງຖິ່ນນອກເຫນືອຈາກການປິດຂຸດຄົ້ນບໍ່ແຮ່. LXML ຊື້ 6 ລ້ານໂດລາສະຫະລັດ (75% ຂອງຫມາກໄມ້, ຜັກ, ແລະຜະລິດຕະພັນທ້ອງຖິ່ນ) ຜ່ານທຸລະກິດທ້ອງຖິ່ນ 48 ແຫ່ງ, ສ້າງລາຍຮັບລວມກັນຫຼາຍກວ່າ 47 ລ້ານໂດລາສະຫະລັດ, ສ້າງວຽກເຮັດງານທໍາໃຫ້ປະຊາຊົນຫຼາຍກວ່າ 500 ຄົນ.
ເຄົາລົບມໍລະດົກວັດທະນະທໍາ
LXML ສະໜັບສະໜູນປະຫວັດສາດ ແລະ ມໍລະດົກຂອງລາວ 3,000 ປີ ໂດຍຜ່ານການຮ່ວມມືແບບພິເສດກັບກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລ James Cook ຂອງປະເທດອົດສະຕາລີ. ທີມງານຄົ້ນພົບວັດຖຸບູຮານ ແລະ ສະຖານທີ່ມໍລະດົກໃນ ແລະ ອ້ອມຮອບບໍ່ຄຳເຊໂປນ. ການຄົ້ນພົບຫຼ້າສຸດທີ່ລົງວັນທີຫຼາຍກວ່າ 3,000 ປີກ່ອນຫນ້ານີ້ໄດ້ສະແດງໃຫ້ເຫັນພວກເຮົາວິທີການຂຸດຄົ້ນບໍ່ແຮ່ວັດຖຸບູຮານໄດ້ຖືກປະຕິບັດຢູ່ໃນພື້ນທີ່ນີ້.
ນັບແຕ່ປີ 2003 ເປັນຕົ້ນມາ, LXML ໄດ້ລົງທຶນຫຼາຍກວ່າ 1.5 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນການຄົ້ນຄວ້າໂບຮານຄະດີ ແລະ ການອະນຸລັກມໍລະດົກວັດທະນະທຳໃຫ້ແກ່ຄົນລຸ້ນຫຼັງໃນ ສປປ ລາວ.
ໃນເດືອນມີນາ 2018, ນັກໂບຮານຄະດີໄດ້ຄົ້ນພົບຫຼັກຖານຂອງການຂຸດຄົ້ນບໍ່ແຮ່ຫຼາຍກວ່າ 100 ໂບຮານ. ການຄົ້ນພົບທີ່ຜ່ານມາອື່ນໆລວມມີເຄື່ອງມືທີ່ໃຊ້ໃນການຂຸດຄົ້ນບໍ່ແຮ່ໃນຕົ້ນໆທີ່ມີຄາບອນທີ່ມີອາຍຸປະມານ 3,000 ປີກ່ອນ. ເມືອງວິລະບູລີ ເປັນໜຶ່ງໃນສະຖານທີ່ຂຸດຄົ້ນບໍ່ແຮ່ ແລະ ໂລຫະແຫ່ງທຳອິດໃນອາຊີຕາເວັນອອກສ່ຽງໃຕ້. ວັນເວລາເຫຼົ່ານີ້ໄດ້ຮັບການຢືນຢັນຈາກການກວດສອບ mating ໄມ້ໄຜ່ທີ່ພົບເຫັນຢູ່ໃນໂຄງສ້າງສະຫນັບສະຫນູນ shaft ຂຸດຄົ້ນບໍ່ແຮ່ວັດຖຸບູຮານເກັບຮັກສາໄວ້ໃນດິນເຜົາຊຸ່ມຢູ່ລຸ່ມຫນ້າດິນ (10 ຫາ 40 ແມັດເລິກ).
ທ່ານ Saman Aneka ຮອງຜູ້ຈັດການທົ່ວໄປຂອງ LXML ກ່າວວ່າ "ການຂຸດຄົ້ນໄດ້ຄົ້ນພົບປະຫວັດສາດອັນອຸດົມສົມບູນຂອງການຂຸດຄົ້ນແລະການຕັ້ງຖິ່ນຖານທີ່ສະແດງໃຫ້ເຫັນເຖິງວິທີການທີ່ຊຸມຊົນປັບປຸງແລະແລກປ່ຽນແຮ່ທາດແລະໂລຫະເປັນເວລາຫລາຍພັນປີ".
ໃນຂະບວນການຂຸດຄົ້ນ, ໄດ້ພົບເຫັນອຸປະກອນການຂຸດຄົ້ນບໍ່ແຮ່ເຊັ່ນ: ຂັ້ນໄດໄມ້, ຮູລີດ, ເຄື່ອງປັ້ນດິນເຜົາ, ກະຕ່າໄມ້ໄຜ່ທີ່ທາສີ, ແລະ ເຊືອກທີ່ເຮັດຈາກລີອານ, ເປັນອາວຸດ, ເຄື່ອງປະດັບແລະເຄື່ອງປັ້ນດິນເຜົາບູຮານ. ມີຫຼາຍລາຍການທີ່ວາງສະແດງຢູ່ຫໍວັດທະນະທໍາວິລະບູລີ. ຮ່ອງຮອຍມໍລະດົກທີ່ສຳຄັນອື່ນໆ ລວມມີກອງກອງສີທອງຂະໜາດໃຫຍ່ “ດົງເຊີນ” ທີ່ວາງສະແດງຢູ່ຫໍພິພິທະພັນແຫ່ງຊາດ ນະຄອນຫຼວງວຽງຈັນ.
ການເກັບກູ້ລະເບີດບໍ່ທັນແຕກ
ມີຄວາມທ້າທາຍທາງປະຫວັດສາດທີ່ກ່ຽວຂ້ອງກັບການດໍາເນີນງານໃນສິ່ງທີ່ເຄີຍເປັນສະຫນາມຮົບ. ເຊໂປນຕັ້ງຢູ່ຈຸດຕັດກັນຂອງອັນທີ່ເອີ້ນວ່າ ‘ເສັ້ນທາງໂຮ່ຈີມິນ’ ແລະ ເມືອງວິລະບູລີ ເປັນໜຶ່ງໃນພື້ນທີ່ທີ່ຖືກລະເບີດໜັກທີ່ສຸດໃນປະເທດ. ດັ່ງນັ້ນ ການເກັບກູ້ UXO ຈຶ່ງເປັນສ່ວນໜຶ່ງທີ່ສຳຄັນຂອງຂະບວນການຂຸດຄົ້ນບໍ່ຄຳເຊໂປນ.
LXML ປະສົມປະສານການເກັບກູ້ UXO ເປັນກິດຈະກໍາທີ່ສໍາຄັນໃນຮອບການຂຸດຄົ້ນບໍ່ແຮ່ຂອງພວກເຮົາ. LXML ດໍາເນີນການປະຕິບັດງານ UXO ໂດຍຮ່ວມມືກັບລັດຖະບານລາວ ເພື່ອເພີ່ມຄວາມສາມາດທາງດ້ານເຕັກນິກ ແລະ ປັບປຸງການປະຕິບັດການເກັບກູ້ UXO ເພື່ອປັບປຸງຄວາມປອດໄພ ແລະ ຄວາມປອດໄພໃຫ້ແກ່ຄົນຮຸ່ນຫຼັງ ແລະ ສົ່ງຄືນທີ່ດິນທີ່ມີໃຫ້ແກ່ການຜະລິດກະສິກໍາ.
54 ລ້ານໂດລາໄດ້ລົງທຶນໃນການເກັບກູ້ UXO
ເນື້ອທີ່ນາກວ່າ 5,700 ເຮັກຕາ
ລະເບີດບໍ່ທັນແຕກ 58,500 ກວ່າລາຍການ
ພັດທະນາການຝຶກຊ້ອມການເກັບກູ້ລະເບີດອາວຸໂສ (EOD) ທີ່ໄດ້ຮັບການຮັບຮອງຈາກສາກົນເປັນຄັ້ງທຳອິດລະຫວ່າງພາກເອກະຊົນ, ກອງທັບລາວ, ແລະ ອົງການມະນຸດສະທຳ.
22 ກັນຍາ 2022 – ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (LXML) ໄດ້ຮ່ວມກັບຫ້ອງການສຶກສາ ເມືອງວິລະບູລີ ຈັດພິທີ ມອບ-ຮັບ 3 ຫ້ອງຮຽນ ແລະ 2 ຫ້ອງນ້ຳ ມູນຄ່າ US$36.950 ໃຫ້ແກ່ ໂຮງຮຽນ ມ.ສ ພູຄຳ, ບ້ານ ບຸ່ງຄຳ, ເມືອງ ວິລະບູລີ, ແຂວງສະຫວັນນະເຂດ ເຊິ່ງເປັນທີ່ຕັ້ງຂອງ ໂຄງການຂຸດຄົ້ນ-ຜະລິດຄຳ-ທອງ ເຊໂປນ. ໃຫ້ກຽດເປັນປະທານພິທີ ໂດຍ ທ່ານ ຮອງເຈົ້າເມືອງວິລະບູລີ, ທ່ານ ບຸນເນືອງ ຈັນຫອມ, ຜູ້ຕາງໜ້າ LXML, ບັນດາແຂກຖືກເຊີນ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໃນວັນດຽວກັນນີ້, ຫ້ອງການຖະແຫຼ່ງຂ່າວ ແລະ ວັດທະນະທຳເມືອງວິລະບູລີ ແລະ LXML ກໍໄດ້ຈັດພິທີປິດ ໂຄງການສົ່ງເສີມນັກຮຽນຝຶກອົບຮົມສິນລະປະດົນຕີພື້ນເມືອງ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ຂອງ ທ່ານ ເຈົ້າເມືອງວິລະບູລີ ທ່ານ ວາລີຍະ ສີຈັນທອງທິບ. LXML ໄດ້ສະໜັບສະໜູນທຶນ ແລະ ເຄື່ອງດົນຕີໃຫ້ແກ່ນັກຮຽນຢູ່ເມືອງວິລະຍູລີ ໄດ້ຮຽນສິນລະປະດົນຕີພື້ນເມືອງ ເພື່ອອະນຸລັກມໍລະດົກວັດທະນະທຳອັນລ້ຳຄ່ານີ້ໄວ້. ມາຮອດປັດຈຸບັນ, LXML ໄດ້ສະໜັບສະໜູນທຶນ US$10.000 ເຂົ້າໃສ່ ໂຄງການນີ້, ເຊິ່ງໄດ້ສ້າງໂອກາດໃຫ້ແກ່ນັກດົນຕີໜຸ່ມນ້ອຍຄົນລາວ 30 ນ້ອງນັກຮຽນ.
ກອງທຶນພັດທະນາຊຸມຊົນຂອງ LXML ໄດ້ສະໜອງທຶນ US$750,000 ຕໍ່ປີ ເພື່ອສະໜັບສະໜູນຊຸມຊົນ ອ້ອມຂ້າງ ບໍ່ຄຳ-ທອງ ເຊໂປນ ໂດຍສຸມໃສ່ 3 ເສົ່າຫຼັກທີ່ສຳຄັນຄື: ການຮັບປະກັນດ້ານສະບຽງອາຫານ ແລະ ການຜະລິດກະສິກຳເປັນສິນຄ້າ (30% ຂອງກອງທຶນ); ການສຶກສາ, ທຶນການສືກສາໃຫ້ແກ່ນັກຮຽນເກັ່ງ ແລະ ນະໂຍບາຍຕໍ່ນັກຮຽນດ້ອຍໂອກາດ (25%); ແລະ ການສົ່ງເສີມສຸກຂະພາບພື້ນຖານໃຫ້ແກ່ຊຸມຊົນ (20%). ສ່ວນທຶນທີ່ເຫຼືອແມ່ນຈະຖືກຈັດສັນເຂົ້າໃສ່ໂຄງການພັດທະນາອື່ນໆ ໂດຍອີງຕາມການປຶກສາຫາລືກັບ ຊຸມຊົນທ້ອງຖິ່ນ ລວມໄປເຖິງກອງທຶນບັນເທົາໄພພິບັດ ຈຳນວນ US$25.000 ຕໍ່ປີ ເຊິ່ງ ຜ່ານມາແມ່ນໄດ້ນຳໃຊ້ໃນໄລຍະເກີດ ການແຜ່ລະບາດພະຍາດໂຄວິດ-19 ແລະ ໄພນ້ຳຖ້ວມຕ່າງໆ.
ມາຮອດປັດຈຸບັນ, LXML ໄດ້ລົງທຶນ US$11 ລ້ານ ໃນເມືອງວິລະບູລີຜ່ານກອງທຶນພັດທະນາຊຸມຊົນ ແລະ ໂຄງການພັດທະນາຊຸມຊົນອື່ນໆ ອັນໄດ້ສ້າງຜົນປະໂຫຍດໃຫ້ແກ່ຊຸມຊົນ ແລະ ຄອບຄົວຂອງເຂົາເຈົ້າ ກວ່າ 40 000 ຄົນ ຜ່ານການກໍ່ສ້າງໂຄງລ່າງພື້ນຖານສຳຄັນ ກໍຄືການສະໜັບສະໜູນ ແລະ ການບໍລິການຕ່າງໆ. ຫຼາຍທົດສະວັດກ່ອນນ້ານີ້, ເມືອງວິລະບູລີ ຖືກຈັດເປັນເມືອງທີ່ “ທຸກຍາກທີ່ສຸດ”, ແຕ່ຍ້ອນການມີວຽກເຮັດງານທຳ, ການຄ້າ, ແລະ ການພັດທະນາຊຸມຊົນ, ເມືອງດັ່ງກ່າວກໍໄດ້ກາຍເປັນເມືອງທີ່ຟົດຟຶ້ນ ແລະ ມີການຂະຫຍາຍໂຕ
15 ສິງຫາ 2022 – ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ລຊມລ) ໄດ້ມອບຝາຍນາກະຊິນ ແລະ ລະບົບຊົນລະປະທານທີ່ໄດ້ຮັບການຍົກລະດັບ ແລະ ສ້ອມແປງ ເພື່ອສົ່ງເສີມການຜະລິດກະສິກຳ ແລະ ການຮັບປະກັນສະບຽງອາຫານໃຫ້ແກ່ປະຊາຊົນບ້ານນາກະຊິນ ແລະ ບ້ານເມືອງຫຼວງ ມູນຄ່າກວ່າ USD$73,230.
ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ບໍລິສັດ ລຊມລ ໄດ້ມອບໂຄງການດັ່ງກ່າວໃຫ້ແກ່ອຳນາດການປົກຄອງບ້ານນາກະຊິນ ແລະ ບ້ານເມືອງຫຼວງ ໂດຍການເປັນສັກຂີພິຍານຂອງທ່ານ ວາລິຍະ ສີຈັນທອງທິບ, ເຈົ້າເມືອງວິລະບູລີຜູ້ໃໝ່.
ໃນເບື້ອງຕົ້ນ, ຝາຍນາກະຊິນໄດ້ຮັບການກໍ່ສ້າງ ແລະ ມອບໃຫ້ຊຸມຊົນນຳໃຊ້ ໃນວັນທີ 12 ສິງຫາ 2020 ໂດຍໄດ້ຮັບການສະໜອງທຶນຈາກກອງທຶນພັດທະນາທ້ອງຖິ່ນຂອງບໍລິສັດ ລຊມລ ມູນຄ່າ $US95,249. ເນື່ອງຈາກສະພາບຝົນຕົກໜັກ ເຮັດໃຫ້ຄັນຄູເກີດເຊາະເຈື່ອນ ແລະ ເສຍຫາຍ ຈຶ່ງເຫັນໄດ້ເຖິງຄວາມຈຳເປັນໃນການປັບປຸງ ເພື່ອສະໜັບສະໜູນການຜະລິດກະສິກຳໃນເຂດດັ່ງກ່າວ. ສະນັ້ນໃນວັນທີ 7 ມີນາ 2022 ຈຶ່ງໄດ້ເລີ່ມລົງມືສ້ອມແປງ ແລະ ຍົກລະດັບຝາຍດັ່ງກ່າວ.
ກອງທຶນພັດທະນາທ້ອງຖິ່ນມີຈຸດປະສົງໃນການປັບປຸງຊີວິດການເປັນຢູ່ຂອງຊຸມຊົນ ໂດຍການເຂົ້າເຖິງ ການບໍລິການພື້ນຖານ ແລະ ໃຫ້ສິດອຳນາດແກ່ປະຊາຊົນ ແລະ ເມືອງໃນການຈັດຕັ້ງ ແລະ ບັນລຸບູລິມະສິດການພັດທະນາຂອງຕົນເອງ ດ້ວຍການມີສ່ວນຮ່ວມ ແລະ ນຳພາຈາກຊຸມຊົນ. ໂຄງການສ້ອມແປງຝາຍນາກະຊິນ ແມ່ນໂຄງການຕົວແບບໃນການມີສ່ວນຮ່ວມຈາກຊຸມຊົນທ້ອງຖິ່ນ, ອຳນາດການປົກຄອງທ້ອງຖິ່ນ ດ້ວຍການປະກອບສ່ວນຢ່າງຫ້າວຫັນດ້ານແຮງງານ ແລະ ການປະກອບສ່ວນຫີນຈຳນວນ 1000 ແມັດກ້ອນ ຈາກບໍລິສັດທ້ອງຖິ່ນກໍ່ຄື ຫອມມະລາ.
ໃນງານຍັງໄດ້ມີການປ່ອຍປາກວ່າ 10,000 ໂຕ ລົງໃນເຂດວັງສະຫງວນ.
ທ່ານ ສະໝານ ອະເນກາ ກ່າວວ່າ: “ຂ້າພະເຈົ້າຫວັງວ່າ ອຳນາດການປົກຄອງເມືອງ, ອົງການຈັດຕັ້ງບ້ານ, ປະຊາຊົນ ແລະ ຜູ້ມີສ່ວນຮ່ວມທັງໝົດຈະຊ່ວຍກັນປົກປັກຮັກສາໂຄງການ, ອ່າງນ້ຳ, ຝາຍ, ແລະ ວັງສະຫງວນ. ການເປັນເຈົ້າຂອງໂຄງການເຫຼົ່ານີ້ຂອງຊຸມຊົນ ຈະຍືດອາຍຸການນຳໃຊ້ ແລະ ໃຫ້ປະໂຫຍດສູງສຸດ ແລະ ຍືນຍົງ ດ້ວຍການເພີ່ມຜົນຜະລິດດ້ານກະສິກຳ ແລະ ການຮັບປະກັນສະບຽງອາຫານ”.
ການສະໜັບສະໜູນຂອງກອງທຶນພັດທະນາທ້ອງຖິ່ນ ແມ່ນບົນພື້ນຖານຂອງ 3 ເສົາຄ້ຳຫຼັກ – ການປັບປຸງການຮັບປະກັນສະບຽງອາຫານ, ສຸຂະພາບ ແລະ ການສຶກສາ ສຳລັບຄົນຮຸ່ນໃໝ່. ມາຮອດປະຈຸບັນ ກອງທຶນໄດ້ປະກອບສ່ວນກວ່າ $US11 ລ້ານ ເຂົ້າໃນການສ້າງໂຮງຮຽນ, ຖະໜົນຫົນທາງ, ຫ້ອງນ້ຳ, ໜອງປາ, ນ້ຳສະອາດ, ຕາໜ່າງໄຟຟ້າ ແລະ ໂຄງລ່າງພື້ນຖານການພັດທະນາອື່ນໆ ຊຶ່ງສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນໃນເມືອງວິລະບູລີ ຫຼາຍກວ່າ 40,000 ຄົນ.
10 ກຸມພາ 2022
ມື້ນີ້, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງເຊໂປນ ໄດ້ມອບວັດຖຸບູຮານ 1320 ລາຍການ ທີ່ຄົ້ນພົບໃນເຂດບໍ່ຄຳ-ທອງເຊໂປນ ໂດຍທີມງານນັກບູຮານວິທະຍາທີ່ທຸ້ມເທ ໃຫ້ແກ່ລັດຖະບານລາວ. ວັດຖຸບູຮານເຫຼົ່ານີ້ປະກອບ ດ້ວຍເຄື່ອງທີ່ເຮັດຈາກ ຫີນ, ທອງ, ເຫຼັກ, ເຄື່ອງປັ້ນດິນເຜົາ, ເບົ້າຫຼອມ ແລະ ແກ້ວ.
ນັບຕັ້ງແຕ່ປີ 2008, ລຊມລ ໄດ້ລົງທຶນກວ່າ US$1,6 ລ້ານ ເຂົ້າໃສ່ໃນການສະໜັບສະໜູນໃຫ້ແກ່ການອະນຸລັກມໍລະດົກທາງປະຫວັດສາດ ແລະ ວັດທະນະທຳລາວ ທີ່ມີດົນກວ່າ 3.000 ປີ ໂດຍຜ່ານການຮ່ວມມືກັບ ກົມມໍລະດົກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລ ເຈມສ໌ຄຸກ ຂອງປະເທດອົດສະຕຣາລີ. ການຮ່ວມມືດັ່ງກ່າວ ໄດ້ສະໜັບສະໜູນວຽກງານພາກສະໜາມ ທີ່ມີລັກສະນະພິເສດໃນລະດັບຊຸມຊົນທ້ອງຖິ່ນ, ລະດັບປະເທດ ແລະ ສາກົນ ເຊິ່ງໄດ້ມີອາສາສະໝັກທີ່ເປັນນັກສຶກສາຈາກນະຄອນຫຼວງວຽງຈັນ, ຊຸມຊົນທ້ອງຖິ່ນ, ປະເທດອົດສະຕຣາລີ, ນັກບູຮານວິທະຍາ, ແລະ ເຈົ້າໜ້າທີ່ຈາກກົມມໍລະດົກປະຈຳຢູ່ບໍ່ຄຳ-ທອງ ເຊໂປນ ໄດ້ຮ່ວມມືກັນຢ່າງໃກ້ຊິດ ໃນວຽກງານສຶກສາ-ຄົ້ນຄວ້າບູຮານວິທະຍາ ແລະ ເຜີຍແຜ່ຜົນການຄົ້ນຄວ້າສູ່ເວທີສາກົນ.
ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ເຈົ້າໜ້າທີ່ ຈາກແຂວງສະຫວັນນະເຂດ ແລະ ເມືອງວິລະບູລີ ກໍ່ໄດ້ເຂົ້າຮ່ວມພິທີມອບຮັບໃນຄັ້ງນີ້ ທີ່ນະຄອນຫຼວງວຽງຈັນ ໂດຍໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍບໍລິສັດ ໃນການສະໜັບສະໜູນ ທີ່ມີມາຢ່າງຍາວນານໃນການປົກປັກຮັກສາມໍລະດົກວັດທະນະທຳ ແລະ ເຫັນໄດ້ຄວາມສຳຄັນໃນການສືບຕໍ່ປົກປັກຮັກສາສະຖານທີ່ວັດທະນະທຳເພື່ອສົ່ງເສີມການທ່ອງທ່ຽວຢູ່ໃນ ສປປ ລາວ.
ທ່ານ ສະໝານ ອະເນກາ – ຜູ້ອຳນວຍການໃຫຍ່ ບໍລິສັດ ລຊມລ ໄດ້ມອບວັດຖຸບູຮານດັ່ງກ່າວ ຈຳນວນ 1320 ລາຍການໃຫ້ແກ່ ທ່ານພະຂັນໄຊ ສີຄັນໄຊ ຫົວໜ້າກົມມໍລະດົກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
ວັດຖຸບູຮານເຫຼົ່ານີ້ຈະໄດ້ນຳໄປຈັດວາງສະແດງເພື່ອການຮຽນຮູ້ຢູ່ທີ່ ຫໍພິພິດທະພັນແຫ່ງຊາດ, ຫໍພິພິດທະພັນແຂວງສະຫວັນນະເຂດ, ຫໍວັດທະນະທຳເມືອງວິລະບູລີ ແລະ ກົມມໍລະດົກ. ບໍລິສັດ ລຊມລ ໄດ້ມອບວັດຖຸບູຮານຫຼາຍກວ່າ 7881 ລາຍການໃນປີ 2019, ແລະ 208 ລາຍການໃນເດືອນກຸມພາ 2022 ໃຫ້ແກ່ລັດຖະບານລາວ ແລະ ສະໜອງຕູ້ວາງສະແດງວັດຖຸບູຮານມູນຄ່າກວ່າ 144 ລ້ານກີບ ໃຫ້ແກ່ຫໍພິພິດຕະພັນແຫ່ງຊາດລາວ.
ທັງສອງຝ່າຍໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອເສີມຂະຫຍາຍບັນດາຫຼັກການຮ່ວມມືໃນການປົກປັກຮັກສາມໍລະດົກວັດທະນະທຳໃນອະນາຄົດ.
ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ບໍລິສັດ ລຊມລ ໄດ້ກ່າວວ່າ: “ມື້ນີ້ ເປັນນິມິດໝາຍອັນດີຂອງການຮ່ວມຫຼາຍກວ່າໜຶ່ງທົດສະວັດ ກັບກະຊວງຖະແຫຼງຂ່າວ, ວັດຖະນະທຳ ແລະ ທ່ອງທ່ຽວ. ນີ້ເປັນຂີດໝາຍທີ່ສຳຄັນໃນການເປັນຄູ່ຮ່ວມງານຂອງ ລຊມລ. ບໍລິສດ ລຊມລ ມຸ່ງໝັ້ນໃນການເຮັດວຽກຢ່າງໃກ້ຊິດ ກັບຄູ່ຮ່ວມງານຂອງກະຊວງ ອີກຢ່າງໜ້ອຍສິບປີ ຈົນກວ່າຈະສິ້ນສຸດອາຍຸການບໍ່ແຮ່ ເພື່ອປົກປັກຮັກສາມໍລະດົກວັດທະນະທຳລາວ.
ການຄົ້ນພົບວັດຖຸບູຮານ ແລະ ແຫຼ່ງບູຮານວິທະຍາທີ່ສຳຄັນເຫຼົ່ານີ້ ໃນຂົງເຂດອ້ອມຂ້າງບໍ່ຄຳ-ທອງເຊໂປນ ໄດ້ເປີດປະຕູສູ່ຄວາມສີວິໄລຂອງອາລິຍະທຳບູຮານທີ່ໜ້າຕື່ນເຕັ້ນ ທີ່ສະແດງໃຫ້ພວກເຮົາເຫັນວ່າ ບັນພະບູລຸດຂອງພວກເຮົາໄດ້ມີຊີວິດຢູ່ແນວໃດໃນຫຼາຍພັນປີກ່ອນໜ້ານີ້. ໃນເດືອນ ມີນາ 2018, ຄະນະບູຮານວິທະຍາ ໄດ້ຄົ້ນພົບໄມ້ຄຳ-ກັນພັງຢູ່ໃນຂຸມສ້າງບໍ່ແຮ່ທອງໃນສະໄໝບູຮານຫຼາຍກວ່າ 200 ຂຸມບໍ່ ທີ່ມີອາຍຸຫຼາຍກວ່າ 3000 ປີກ່ອນໜ້ານີ້ ແລະ ບາງລາຍການກໍ່ມີອາຍຸຫຼາຍກວ່າສິບພັນປີ.
ການຂຸດຄົ້ນບໍ່ແຮ່ມີຄວາມສຳຄັນຕະຫຼອດໄລຍະປະຫວັດສາດການພັດທະນາຂອງມະນຸດ. ເມືອງວິລະບູລີ ຖືກຮັບຮູ້ໃນລະດັບສາກົນວ່າ ເປັນໜຶ່ງໃນເຂດທຳອິດທີ່ມີການຂຸດຄົ້ນບໍ່ແຮ່ ແລະ ສະຖານທີ່ໂລຫະກິດ ຢູ່ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ການຂຸດຄົ້ນ-ປຸງແຕ່ງແຮ່ທາດໃນສະໄໝບູຮານຢູ່ໃນຂົງເຂດນີ້ ແມ່ນໄດ້ສືບຕໍ່ປະຕິບັດກັນມາຈົນເຖິງປະມານ 1300 ປີກ່ອນ (ຄສ 700) ເຊິ່ງ ເປັນໄລຍະທີ່ ຜູ້ຄົນໄດ້ຂຸດຄົ້ນ-ຫຼໍ່ຫຼອມແຮ່ທອງທີ່ອຸດົມສົມບູນຢູ່ໃນຈຸດ ‘ເປີ້ນເບົ້າຫຼໍ່’ ແລະ ຢູ່ທີ່ ‘ທົ່ງນາເງືອກ’.
ວັດຖຸບູຮານອື່ນໆທີ່ຄົ້ນຄົບໃນບໍລິເວນນີ້ ແມ່ນລວມມີອຸປະກອນນຳໃຊ້ໃນການຂຸດຄົ້ນແຮ່ ເຊັ່ນ: ຂັ້ນໄດໄມ້ກົມ ແລະ ລູກໝາກລໍ້-ລ໋ອກ, ໄມ້ຄ້ຳ, ກະຕ່າໄມ້ໄຜ່ ແລະ ເຊືອກຫວາຍ; ຄ້ອງບ້າງທອງສຳລິດ (ທອງເຫຼືອງ) ຈາກຍຸກທອງເຫຼືອງ ເຊິ່ງວາງສະແດງໄວ້ຢູ່ທີ່ຫໍພິພິດທະພັນແຫ່ງຊາດໃນປັດຈຸບັນ; ກ້ອນທອງ, ເຄື່ອງປັ້ນດິນເຜົາ, ກະດິງທອງສຳລິດ, ເຄື່ອງປະດັບ, ເຄື່ອງໃຊ້ໃນພິທີກຳເສັ່ນໄຫວ້ ແລະ ວັດຖຸບູຮານອື່ນໆ ເຊິ່ງຊີ້ໃຫ້ເຫັນວ່າ ປະເທດລາວໃນອະດີດ ເປັນສະຖານທີ່ປະຫວັດສາດທີ່ສຳຄັນຍິ່ງໃນ ພາກພື້ນແຫ່ງນີ້.
ໃນວັນທີ 4 ພຶດສະພາ 2022, ຄະນະບ້ານ ແລະ ຕາງໜ້າອຳນາດການປົກຄອງທ້ອງຖິ່ນ 4 ທ່ານ ຈາກບ້ານເມືອງຫຼວງ ແລະ ເມືອງວິລະບູລີ ໄດ້ໃຫ້ກຽດມາຢ້ຽມຢາມການສຳຫຼວດບໍ່ແຮ່ໃຕ້ດິນ ຂອງໂຄງການຂຸດຄົ້ນບໍ່ຄຳ-ທອງ ເຊໂປນ ເພື່ອຕິດຕາມກວດກາ ແລະ ຮັບຮູ້ວິທີການດຳເນີນການສຳຫຼວດບໍ່ໃຕ້ດິນ ແລະ ຜົນກະທົບທີ່ອາດເກີດຂຶ້ນ. ບ້ານເມືອງຫຼວງ ຕັ້ງຢູ່ຫ່າງຈາກເໝືອງຂຸດຄົ້ນບໍ່ດິສໂກເວີຣີ ຂອງບໍ່ຄຳ-ທອງເຊໂປນທີ່ເປັນບ່ອນເຈາະທາງເຂົ້າອຸບໂມງສຳຫຼວດບໍ່ແຮ່ ປະມານ 2 ກິໂລແມັດ. ຄະນະຢ້ຽມຢາມໃນຄັ້ງນີ້ ໄດ້ມີໂອກາດໄດ້ຮູ້-ເຫັນຂັ້ນຕອນລະເບີດຫີນ ເພື່ອເຂົ້າໄປໃນບໍ່ແຮ່ໃຕ້ດິນ ພາຍຫຼັງໄດ້ມີການກວດທາງເຂົ້າໄປສູ່ອຸບໂມງ.
ທ່ານ ພອນໄຊ ວອນວິມານ, ນາຍບ້ານໆເມືອງຫຼວງ ໄດ້ກ່າວວ່າ: “ໃນປັດຈຸບັນ, ເຫັນວ່າ: ສຽງ ແລະ ການສັນສະເທືອນ ແມ່ນແຄ່ໄດ້ຍິນໄປເຖິງບ້ານຂອງພວກຂ້າພະເຈົ້າ ໃນລະດັບທີ່ເບົາບາງຫຼາຍ. ຈາກການໄດ້ເຫັນເອງກັບຕາ ຂະບວນການລະເບີດຫີນ ແລະ ການເຂົ້າໄປໃນອຸບໂມງ, ຂ້າພະເຈົ້າກໍມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຂະບວນການຂຸດຄົ້ນບໍ່ແຮ່ໃຕ້ດິນ ແລະ ຈະຊ່ວຍອະທິບາຍ ພ້ອມທັງຈະແກ້ໄຂຂໍ້ຂ້ອງໃຈທີ່ຊຸມຊົນ ທີ່ອາດຍົກຂຶ້ນ ຢ່າງສ້າງສັນ. ໃນໄລຍະຕໍ່ໄປພວກຂ້າພະເຈົ້າຈະມາຢ້ຽມຢາມອີກຄັ້ງ ເມື່ອການກໍ່ສ້າງອຸບໂມງ ມີຄວາມຄືບໜ້າ”
ໃຫ້ກຽດເປັນເຈົ້າພາບຂອງການຢ້ຽມຢາມໃນຄັ້ງນີ້ມີ ປະທານບໍລິສັດ ຊືເຟິງ ລຊມລ ທ່ານ ຝູ ເຊຍເຊິນ, ຜູ້ຈັດການດ້ານການຂຸດຄົ້ນບໍ່ແຮ່ໃຕ້ດິນ ທ່ານ ເຈສັນ ຄາຍລີ້.
ທ່ານ ເຈສັນ ໄດ້ກ່າວວ່າ: “ພວກເຮົາຈັດຕັ້ງປະຕິບັດ ວິທີການ ກໍຄື ຫຼັກການພາກປະຕິບັດທີ່ດີທີ່ສຸດ ເພື່ອຫລຸດຜ່ອນຜົນກະທົບຕໍ່ຊຸມຊົນ ໂດຍໃຫ້ມີໜ້ອຍທີ່ສຸດ. ພວກເຮົາສືບຕໍ່ເຮັດວຽກຢ່າງໃກ້ຊິດກັບຊຸມຊົນເຈົ້າພາບ ແລະ ເຈົ້າໜ້າທີ່ເມືອງ ເພື່ອແກ້ໄຂຂໍ້ຂ້ອງໃຈ, ປູກຈິດສຳນຶກ-ເຜີຍແຜ່ຂໍ້ມູນຂ່າວສານ ແລະ ຮັບປະກັນໃຫ້ກິດກະການຂຸດຄົ້ນບໍ່ແຮ່ ໄດ້ມີການແບ່ງປັນຜົນປະໂຫຍດຮ່ວມກັນຢ່າງທົ່ວເຖິງ”
ການສຳຫຼວດບໍ່ແຮ່ໃຕ້ດິນ ຈະສະໜັບສະໜູນອະນາຄົດຂອງບໍ່ຄຳ-ທອງ ເຊໂປນ ແລະ ປະກອບສ່ວນຕໍ່ກັບການເຕີບໂຕທາງດ້ານເສດຖະກິດ-ສັງຄົມຂອງ ສປປ ລາວ ສູ່ປີ 2033 ເປັນຢ່າງຕ່ຳ. ບໍລິສັດ ຊືເຟິງ ລຊມລ ມີແຜນຂຸດຄົ້ນບໍ່ແຮ່ໃຕ້ດິນທີ່ທັນສະໄໝແຫ່ງທຳອິດ ໃນ ສປປ ລາວ ໂດຍຈະຖ່າຍທອດຄວາມຊຳນິຊຳນານງານ ແລະ ເຕັກນິກສະເພາະໃຫ້ແກ່ບຸກຄະລາກອນວິຊາການ ທີ່ເປັນຄົນລາວ ກໍຄື ສປປ ລາວ.
ທີ່ຫ້ອງອາຫານ ລາວເດີມ, ໃນວັນທີ 5 ເມສາ 2022 ນີ້ ອຳນາດການປົກຄອງແຂວງສະຫວັນນະເຂດ ແລະ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງ ເຊໂປນ ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອຍົກລະດັບເສັ້ນທາງຂອງລັດ ເລກທີ 28A ໂດຍການປູຢາງສອງຊັ້ນ ມີຄວາມຍາວ 41,56 ກິໂລແມັດ ແຕ່ບ້ານນາບໍ່ ຫາ ເມືອງວິລະບູລີ ເຊິ່ງເປັນທີ່ຕັ້ງຂອງ ບໍ່ຄຳ-ທອງ ເຊໂປນ.
ໂຄງການຍົກລະດັບເສັ້ນທາງດັ່ງກ່າວນີ້ ຈະສະໜອງການເຂົ້າເຖິງເສັ້ນທາງໃຫ້ແກ່ ຄົນທ້ອງຖິ່ນຈາກເມືອງວິລະບູລີ ຫຼາຍກວ່າ 40 000 ຄົນ.
ໃນຜ່ານມາ ເສັ້ນທາງ 28A ດັ່ງກ່າວ ເປັນເສັ້ນທາງປູຢາງ ທີ່ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ໄດ້ສ້າງຂຶ້ນ ມາແຕ່ປີ 2005 ເພື່ອເຊື່ອມຕໍ່ກັບເສັ້ນທາງ ເລກທີ 9 ຈາກບ້ານນາບໍ່, ເມືອງເຊໂປນ ຫາ ເມືອງວິລະບູລີ ແລະ ເປັນແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ທີ່ສຳຄັນໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການພັດທະນາ ໂດຍເຊື່ອມຕໍ່ ສປປ ລາວ ກັບປະເທດຫວຽດນາມ ແລະ ໄທ ກໍຄື ເປີດທາງສູ່ເຂດຊົນນະບົດ ໃຫ້ມີການຜະລິດກະສິກຳ ແລະ ເສດຖະກິດອື່ນໆ ໃຫ້ໄດ້ດີ.
ປະຈຸບັນ ເສັ້ນນທາງດັ່ງກ່າວ ແມ່ນໄດ້ເປ່ເພເສຍຫາຍຫຼາຍບ່ອນ ຍ້ອນມີການໃຊ້ງານມາຍາວນານກວ່າ 10 ປີ ເຮັດໃຫ້ການ ສັນຈອນ, ຂົນສົ່ງສິນຄ້າ ເພື່ອຮັບໃຊ້ໃນການຜະລິດ ແລະ ການດຳລົງຊີວິດຂອງປະຊາຊົນ ໃນເຂດດັ່ງກ່າວ ໄດ້ພົບຄວາມ ຫຍຸ້ງຍາກ ໂດຍສະເພາະແມ່ນໃນຊ່ວງລະດູຝົນ
ໂຄງການຍົກລະດັບເສັ້ນທາງຂອງລັດ ເລກທີ 28 ນີ້ ຈະໄດ້ນຳໃຊ້ເງິນຈາກກອງທຶນຟື້ນຟູໂຄງການບໍ່ຄຳ-ທອງເຊໂປນ ຈຳນວນ US$ 5 ລ້ານ ເຊິ່ງເປັນເງິນສະສົມ ທີ່ບໍລິສັດ ລ້ານຊ້າງ ມີເນໂຣນ ລິມິເຕັດ ເປັນຜູ້ຮັກສາໄວ້ ເພື່ອນຳໃຊັໃນການຟື້ນຟຸສະພາບແວດລ້ອມ ແລະ ສັງຄົມພາຍຫຼັງການປິດບໍ່ ໃນອະນາຄົດ.
ກ່ອນປີ 2000 ເມືອງວິລະບູລີ ຍັງຖືວ່າເປັນເຂດຊົນນະບົດຫ່າງໄກສອກຫຼີກ ເສັ້ນທາງດິນດັ້ງເດີມ ແມ່ນຄັບແຄບ ແລະ ມີນ້ຳຖ້ວມໃນລະດູຝົນ ເຮັດໃຫ້ທາງເລືອກໃນການຂົນສົ່ງມີຄວາມຈຳກັດ. ເສັ້ນທາງກໍເປັນບວກເປັນຕົມ ທີ່ຫຍຸ້ງຍາກລຳບາກທີ່ສຸດ ການເດີນທາງດ້ວຍລົດ ຈາກບ້ານ ນາບໍ່ ຫາ ເມືອງວິລະບູລີ ແມ່ນໃຊ້ເວລາຢ່າງຕ່ຳ ເປັນ 2 ມື້ ຈຶ່ງຮອດ. ນອກຈາກນັ້ນ, ເມືອງວິລະບູລີ ກໍເປັນເຂດທີ່ໄດ້ມີການຖິ້ມລະບີດຢ່າງຫຼວງຫຼາຍ ແລະ ຜົນກະທົບທີ່ຕາມມາຈາກລະເບີດຝັງດິນທີ່ບໍ່ທັນແຕກ ກໍເປັນອັນຕະລາຍຢ່າງມະຫາສານ.
ທ່ານ ວຽງທະວີສອນ ເທບພະຈັນ, ຮອງເຈົ້າແຂວງສະຫວັນນະເຂດ ໄດ້ກ່າວວ່າ: “ໂດຍຕາງໜ້າໃຫ້ປະຊາຊົນເມືອງວິລະບູລີ ແລະ ແຂວງສະຫວັນນະເຂດ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ມາຍັງ LXML ທີ່ໄດ້ປະກອບສ່ວນຕໍ່ການພັດທະນາໃນ ສປປ ລາວ ແລະ ໃຫ້ການຮ່ວມໄມ້ ຮ່ວມມືອັນດີ ໃນການຮ່ວມກັນຍົກລະດັບເສັ້ນທາງ 28A ໃນຄັ້ງນີ້.”
ເປັນກຽດລົງນາມໃນ MoU ຄັ້ງນີ້ມີ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ແລະ ທ່ານ ວາລີຍະ ສີຈັນທອງທິບ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສະຫວັນນະເຂດ ໂດຍການເປັນສັກຂີພະຍານຂອງ ທ່ານ ວຽງທະວີສອນ ເທບພະຈັນ, ຮອງເຈົ້າແຂວງສະຫວັນະເຂດ, ພະແນກການອ້ອມຂ້າງ ແຂວງ, ພ້ອມດ້ວຍອະດີດການນຳຂອງແຂວງ, ຫົວໜ້າຜະແນກໂຍທາທິການແຂວງ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ, ອຳນາດການປົກຄອງເມືອງວິລະບູລີ, ທີ່ປຶກສາ ແລະ ພະນັກງານບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML)
ທ່ານ ສະໝານ ອະເນກາ ໄດ້ກ່າວວ່າ: “ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ ໂຄງການນີ້ ແລະ ການຮ່ວມມືທີ່ດີສະເໝີມາ ກັບແຂວງສະຫວັນນະເຂດ ຈະຮັບປະກັນໃຫ້ປະຊາຊົນໄດ້ສາມາດເດີນທາງຢ່າງປອດໄພ ແລະ ສາມາດນຳເອົາສິນຄ້າຕົນເຂົ້າເຖິງຕະຫຼາດ. ການລົງທຶນໃໝ່ນີ້ຈະຮັບປະກັນຊີວິດການເປັນຢູ່ທີ່ດີຂຶ້ນສຳລັບຄົນທ້ອງຖິ່ນ ຈາກ ກິດຈະກຳດ້ານກະສິກຳ, ການທ່ອງທ່ຽວ ແລະ ເສດຖະກິດທີ່ຍືນຍົງພາຍຫຼັງທີ່ບໍ່ຄຳ–ທອງ ເຊໂປນ ປິດລົງໃນອະນາຄົດ.”
ມາຮອດປັດຈຸບັນ, ທຸກໆບ້ານຢູ່ໃນເມືອງວິລະບູລີ ແມ່ນມີເສັ້ນທາງເຂົ້າເຖິງ. ນັບຕັ້ງແຕ່ເລີ່ມການດຳເນີນການຂຸດຄົ້ນ–ຜະລິດຄຳ–ທອງ ໃນປີ 2003 ເປັນຕົ້ນມາ, LXML ໄດ້ລົງທຶນປະມານ US$20 ລ້ານ ເພື່ອກໍ່ສ້າງ ແລະ ບຳລຸງຮັກສາເສັ້ນທາງທ້ອງຖິ່ນ ພາຍໃນເມືອງ ລວມທັງເສັ້ນທາງ 28A. ນອກຈາກນັ້ນ, LXML ຍັງສະໜອງທຶນຈາກ ກອງທຶນພັດທະນາຊຸມຊົນນັບເປັນມູນຄ່າ US$750 000 ຕໍ່ປີ ໃຫ້ແກ່ເມືອງວິລະບູລີ ເຊິ່ງສ່ວນ ໜຶ່ງຂອງທຶນກໍຖືກແບ່ງເຂົ້າໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງທ້ອງຖິ່ນ ບວກກັບ ໂຄງການບໍລິການດ້ານສາທາລະນະສຸກພື້ນຖານ, ການສຶກສາ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ.
ນອກຈາກນີ້, ບໍລິສັດຍັງໄດ້ ລົງທຶນປະມານ US$34 ລ້ານ ໃນການກໍ່ສ້າງ ແລະ ບຳລຸງຮັກສາຕາໜ່າງໄຟຟ້າແຫ່ງຊາດ ຈາກ ເມືອງທ່າແຂກ ເຖິງ ມະຫາໄຊ ດ້ວຍການຮ່ວມມືກັບລັດວິສາຫະກິດໄຟຟ້າ ລາວ.
ນັບຕັ້ງແຕ່ເລີ່ມການດຳເນີນການຂຸດຄົ້ນບໍ່ແຮ່ເປັນຕົ້ນມາ ບໍລິສັດ ລຊມລ ໄດ້ສະໜອງລາຍຮັບໂດຍກົງ ຫຼາຍກວ່າ US$1.6 ຕື້ ໃຫ້ແກ່ລັດຖະບານລາວ ຜ່ານການຈ່າຍຄ່າພາສີຊັບພະຍາກອນແຮ່ທາດ, ເງິນປັນຜົນ ແລະ ພາສີ–ອາກອນຕ່າງໆ. ສ່ວນຜົນປະໂຫຍດທາງອ້ອມ ເປັນຕົ້ນ ການສ້າງວຽກເຮັດງານທຳ, ການຝຶກອົບຮົມ ແລະ ການສະໜັບສະໜູນທຸລະກິດທ້ອງຖິ່ນ ນັ້ນ ໄດ້ຫັນປ່ຽນ ເມືອງວິລະບູລີ ຈາກ ສະຖານະ ໜຶ່ງໃນເມືອງທີ່ທຸກຍາກທີ່ສຸດຂອງ ສປປ ລາວ ສູ່ ເມືອງທີ່ມີເສດຖະກິດຊົນນະບົດທີ່ຂະຫຍາຍໂຕຢ່າງວ່ອງໄວ.
ນັບຕັ້ງແຕ່ເດືອນມັງກອນ 2022 ເປັນຕົ້ນມາ, ທີມງານພົວພັນຊຸມຊົນຂອງພວກເຮົາ ໄດ້ລົງຂົນຂວາຍສະມາຊິກຊຸມຊົນກ່ຽວກັບ ຄວາມສ່ຽງຂອງການເຂົ້າໄປໃນພື້ນທີ່ບໍ່ແຮ່ແບບບໍ່ໄດ້ຮັບອະນຸຍາດ ແລະ ບັນຫາດ້ານຄວາມປອດໄພທີ່ກ່ຽວຂ້ອງ. ການສືບຕໍ່ເຮັດວຽກຢ່າງໃກ້ຊິດ ກັບຫົວໜ້າແນວໂຮມທ້ອງຖິ່ນແມ່ນມີຄວາມສຳຄັນ ໃນການ ເຜີຍແຜ່ ແລະ ກະຈາຍຂໍ້ຄວາມກ່ຽວກັບ ຄວາມອັນຕະລາຍຕໍ່ຄວາມປອດໄພ ແລະ ການເຂົ້າເຖິງ ພື້ນທີ່ຂຸດຄົ້ນບໍ່ແຮ່.
ມາຮອດປັດຈຸບັນ, ທີມງານຂອງພວກເຮົາໄດ້ເຂົ້າເຖິງ 61 ຄົນ ໃນ 5 ບ້ານ, ໂດຍໄດ້ປູກຈິດສຳນຶກກ່ຽວກັບ ຄວາມອັນຕະລາຍຂອງການເຂົ້າພື້ນທີ່ຂຸດຄົ້ນບໍ່ແຮ່ແບບບໍ່ໄດ້ຮັບອະນຸຍາດ ລວມທັງ ຄວາມປອດໄພຕາມເສັ້ນທາງລົດແກ່ແຮ່ ແລະ ຄວາມອັນຕະລາຍອື່ນໆ.
ອີງຕາມມາດຕະການປ້ອງກັນ COVID-19 ຈຶ່ງໄດ້ຈຳກັດຈຳນວນຜູ້ເຂົ້າຮ່ວມ ສະເພາະຄະນະຫ້ອງການບ້ານ ແລະ ເຈົ້າໜ້າທີ່ທ້ອງຖິ່ນ ຜູ້ທີ່ຈະປະກາດເນື້ອໃນຂໍ້ຄວາມຕໍ່ ທາງ ໂທລະໂຄ່ງ ແລະ ປາກຕໍ່ປາກ.
ນອກຈາກຊ່ອງທາງນີ້ແລ້ວ, ທີມງານພົວພັນຊຸມຊົນກໍຍັງຂົນຂວາຍສະມາຊິກຊຸມຊົນກ່ຽວກັບ ປະເດັນສຳຄັນທີ່ຕິດພັນກັບ ການພັດທະນາຊຸມຊົນ ແລະ ໂຄງການຄຳ-ທອງເຊໂປນ.
ທີມງານຂົນຂວາຍຊຸມຊົນຍັງຈະລົງຢ້ຽມຢາມອີກ 5 ບ້ານ ອ້ອມຂ້າງ ບໍ່ຄຳ-ທອງ ເຊໂປນ ໃນອາທິດຕໍ່ໜ້າ ເພື່ອສືບຕໍ່ ເຜີຍແຜ່ຂໍ້ຄວາມກ່ຽວກັບ ຄວາມປອດໄພໃກ້ພື້ນທີ່ຂຸດຄົ້ນບໍ່ແຮ່.
ເອົາປາໃຫ້ຄົນ, ລາວຈະກິນກຸ້ມມື້ໜຶ່ງ. ສອນຄົນໃຫ້ຮູ້ຕຶກເບັດ, ລາວຈະລ້ຽງກຸ້ມຕົນເອງ ຕະຫຼອດຊີວິດ.” ຄຳສຸພາສິດນີ້ມີອາຍຸໄດ້ຢ່າງໜ້ອຍ 120 ປີ ໃນຫຼາຍພາສາ ແລະ ວັດທະນະທຳ. ຄຳສຸພາສິດ ບອກໃຫ້ເຮົາຮູ້ວ່າ ຈະເປັນການດີກວ່າ ຖ້າຈະສອນຄົນໃຫ້ຮູ້ເຮັດ ດີກວ່າສໍາເລັດແລ້ວ ຫຼື ມອບຜົນໃຫ້ເຂົາເຈົ້າ.
ຄຳສຸພາສິດນີ້ ສະທ້ອນອອກໃນ ວຽກງານພັດທະນາຊຸມຊົນຂອງພວກເຮົາແນວໃດ?
ໃນປີ 2020, LXML ໄດ້ຊື້ເຄື່ອງເອັກສ໌ເຣ ໃຫ້ແກ່ ໂຮງໝໍເມືອງວິລະບູລີ ຜ່ານ ກອງທຶນພັດທະນາຊຸມຊົນມູນຄ່າປະມານ US$85.000.
ໂດຍສືບສານຕໍ່ຈາກ ການສະໜັບສະໜູນດັ່ງກ່າວ, ພວກເຮົາໄດ້ສະໜອງທຶນ US$5.000 ເຂົ້າໃສ່ການຝຶກອົບຮົມໝໍ ແລະ ເຈົ້າໜ້າທີ່ຂອງໂຮງໝໍເມືອງວິລະບູລີ ກ່ຽວກັບ ການນຳໃຊ້ເຄື່ອງດັ່ງກ່າວ ລວມທັງວິທີການອ່ານ-ວິເຄາະຜົນ ກໍຄື ການບຳລຸງຮັກສາເຄື່ອງ.
ເຄື່ອງເອກສ໌ເຣ ຈະຍົກລະດັບຄວາມອາດສາມາດ ແລະ ຄຸນນະພາບການບໍລິການດ້ານສຸຂະພາບ ຢູ່ ໂຮງໝໍ ແລະ ເມືອງ ຜ່ານການກວດ ແລະ ວິເຄາະທີ່ທັນການ, ຖືກຕ້ອງ ແລະ ຊັດເຈນ ເຊິ່ງ ຖ້າສົມທຽບໃນເມື່ອກ່ອນແມ່ນຕ້ອງໄດ້ສົ່ງຄົນເຈັບໜັກ ໄປຮອດ ນະຄອນໄກສອນ ພົມວິຫານ ເພື່ອ ເອັກສ໌ເຣ. ໃນປັດຈຸບັນນີ້ ແມ່ນສາມາດກວດໄດ້ຢ່າງວ່ອງໄວ ຢູ່ ກັບເມືອງວິລະບູລີ.
ມາຮອດປັດຈຸບັນ, ໂຮງໝໍເມືອງວິລະບູລີ ໄດ້ເອກສ໌ເຣ ໃຫ້ແກ່ຄົນເຈັບເກືອບ 2.000 ຄົນ ແລະ ຈຳນວນຄົນເຈັບທີ່ໄດ້ຖືກນຳສົ່ງໄປໂຮງໝໍຢູ່ເມືອງ ແລະ ແຂວງອື່ນກໍເຫັນວ່າຫລຸດລົງ.
ຈາກ ການສະໜັບສະໜູນຂອງ LXML ຜ່ານກອງທຶນພັດທະນາຊຸມຊົນໃນຄັ້ງນີ້, ໂຮງໝໍເມືອງວິລະບູລີ ຈະສືບຕໍ່ບຳລຸງຮັກສາເຄື່ອງເອັກສ໌ເຣ, ຖ່າຍທອດຄວາມຮູ້ ໃຫ້ແກ່ແພດໝໍອື່ນໆ ແລະ ຮຸ່ນຫຼັງ ເພື່ອໃຫ້ສາມາດສະໜອງການບໍລິການດ້ານການແພດສຳຄັນໃຫ້ແກ່ ສະມາຊິກຊຸມຊົນໃນ ເມືອງວິລະບູລີ 45.000 ກວ່າຄົນ.
ຕັ້ງແຕ່ປີ 2003, ກອງທຶນພັດທະນາຊຸມຊົນໄດ້ລົງທຶນເກືອບ US$910.000 ເຂົ້າໃສ່ ໂຄງການສາທາລະນະສຸກ ເຊິ່ງໃນນັ້ນ 35% ແມ່ນໄດ້ຈັດສັນເຂົ້າໃສ່ ໂຮງໝໍເມືອງວິລະບູລີ (US$317,000). ການສະໜັບສະໜູນດັ່ງກ່າວລວມມີ ພື້ນຖານໂຄງລ່າງສາທາລະນະສຸກ, ລົດໂຮງໝໍ, ອຸປະກອນການແພດ ແລະ ການສ້າງຂີດຄວາມອາດສາມາດໃຫ້ແກ່ແພດໝໍ.
ໃນວັນທີ 4 ກຸມພາ 2022, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງເຊໂປນ ໄດ້ມອບວັດຖຸບູຮານ 281 ລາຍການໃຫ້ແກ່ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ພິທີມອບ-ຮັບດັ່ງກ່າວ ເປັນການສະເຫຼີມສະຫຼອງ ຜົນງານອັນພົ້ນເດັ່ນຂອງ ລຊມລ ໃນການສະໜັບສະໜູນ ການຄົ້ນຄວ້າບູຮານວິທະຍາ ແລະ ການປົກປັກຮັກສາມໍລະດົກວັດທະນະທຳຂອງ ສປປ ລາວ. ວັດຖຸທີ່ຄົ້ນພົບໃນເຂດບໍ່ຄຳ-ທອງເຊໂປນ ແລະ ຖືກມອບໃນຄັ້ງນີ້ປະກອບ ດ້ວຍ: ຫີນ, ທອງ, ເຫຼັກ, ເຄື່ອງປັ້ນດິນເຜົາ, ເບົ້າຫຼອມ ແລະ ແກ້ວ.
ນັບຕັ້ງແຕ່ປີ 2008, ລຊມລ ໄດ້ລົງທຶນກວ່າ US$1,6 ລ້ານ ເຂົ້າໃສ່ໃນການສະໜັບສະໜູນໃຫ້ແກ່ການອະນຸລັກມໍລະດົກທາງປະຫວັດສາດ ແລະ ວັດທະນະທຳລາວ ທີ່ມີດົນກວ່າ 3.000 ປີ ໂດຍຜ່ານການຮ່ວມມືກັບ ກົມມໍລະດົກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລ ເຈມສ໌ຄຸກ ຂອງປະເທດອົດສະຕຣາລີ. ການຮ່ວມມືດັ່ງກ່າວ ໄດ້ສະໜັບສະໜູນວຽກງານພາກສະໜາມ ທີ່ມີລັກສະນະພິເສດໃນລະດັບຊຸມຊົນທ້ອງຖິ່ນ, ລະດັບປະເທດ ແລະ ສາກົນ ເຊິ່ງໄດ້ມີອາສາສະໝັກທີ່ເປັນນັກສຶກສາຈາກນະຄອນຫຼວງວຽງຈັນ, ຊຸມຊົນທ້ອງຖິ່ນ, ປະເທດອົດສະຕຣາລີ, ນັກບູຮານຄະດີ, ແລະ ເຈົ້າໜ້າທີ່ຈາກກົມມໍລະດົກປະຈຳຢູ່ບໍ່ຄຳ-ທອງ ເຊໂປນ ໄດ້ຮ່ວມມືກັນຢ່າງໃກ້ຊິດ ໃນວຽກງານສຶກສາ-ຄົ້ນຄວ້າບູຮານວິທະຍາ ແລະ ເຜີຍແຜ່ຜົນການຄົ້ນຄວ້າສູ່ເວທີສາກົນ.
ທ່ານນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ທ່ານນາງ ຫຼິງທອງ ແສງຕາວັນ, ຮອງເຈົ້າແຂວງສະຫວັນນະເຂດ ໄດ້ໃຫ້ກຽດເຂົ້າຮ່ວມພິທີມອບ-ຮັບວັດຖຸບູຮານອັນສຳຄັນຄັ້ງນີ້ ທີ່ເມືອງວິລະບູລີ, ແຂວງສະຫວັນນະເຂດ ໂດຍໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍບໍລິສັດ ໃນການສະໜັບສະໜູນ ທີ່ມີມາຢ່າງຍາວນານໃນການປົກປັກຮັກສາມໍລະດົກວັດທະນະທຳ ແລະ ເຫັນໄດ້ຄວາມສຳຄັນໃນການສືບຕໍ່ປົກປັກຮັກສາສະຖານທີ່ວັດທະນະທຳເພື່ອສົ່ງເສີມການທ່ອງທ່ຽວຢູ່ໃນ ສປປ ລາວ.
ທ່ານ ສະໝານ ອະເນກາ – ຜູ້ອຳນວຍການໃຫຍ່ ໄດ້ມອບວັດຖຸບູຮານດັ່ງກ່າວ ໃຫ້ແກ່ ທ່ານນາງ ວັນເພັງ ແກ້ວປັນຍາ – ຜູ້ອຳນວຍການຫໍພິພິດທະພັນແຫ່ງຊາດ; ທ່ານ ນາລາທິເວດ ອຳມະລາທິທາດາ – ຜູ້ອຳນວຍການຫໍພິພິດທະພັນແຂວງສະຫວັນນະເຂດ; ແລະ ທ່ານນາງ ກັນຫາ ໄຊຍະສານ – ຫົວໜ້າຫໍວັດທະນະທຳເມືອງວິລະບູລີ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜຸຍ ສີບຸນເຮືອງ, ເຈົ້າເມືອງວິລະບູລີ ແລະ ທ່ານ ພໍ ແຮຣິສ໌, ຜູ້ຈັດການໃຫຍ່ ລຊມລ.
ວັດຖຸບູຮານ ທີ່ໄດ້ມອບ-ຮັບໃນຄັ້ງນີ້ ຈະໄດ້ນຳໄປວາງສະແດງຢູ່ທີ່ ຫໍພິພິດທະພັນແຫ່ງຊາດ (ຈຳນວນ 130 ລາຍການ), ຫໍພິພິດທະພັນແຂວງສະຫວັນນະເຂດ (ຈຳນວນ 68 ລາຍການ) ແລະ ຫໍວັດທະນະທຳເມືອງວິລະບູລີ (83 ລາຍການ) ເພື່ອເປັນຮ່ອງຮອຍສຳຄັນໃນການສຶກສາຄົ້ນຄ້ວາ ແລະ ຮັບຊົມສຳລັບລູກຫຼານ, ປະຊາກອນ ແລະ ນັກທ່ອງທ່ຽວຕ່າງປະເທດ. ລຊມລ ໄດ້ມອບ ວັດຖຸບູຮານທັງໝົດ 7.881 ລາຍການ ໃຫ້ແກ່ລັດຖະບານລາວເກັບຮັກສາ ໃນປີ 2019.
ທ່ານນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: “ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ ລຊມລ ຍັງສືບຕໍ່ສະໜັບສະໜູນ ການຄົ້ນຄວ້າບູຮານວິທະຍາ ແລະ ການປົກປັກຮັກສາມໍລະດົກວັດທະນະທຳຂອງ ສປປ ລາວ. ວັດຖຸບູຮານທີ່ມອບໃນມື້ນີ້ ຈະຖືກນຳໄປວາງສະແດງເພື່ອໃຫ້ທຸກຄົນຊື່ນຊົມ ກໍຄື ເພື່ອສົ່ງເສີມການສຶກສາຄົ້ນຄວ້າ ແລະ ຄວາມຮູ້ດ້ານປະຫວັດສາດ.”
ທ່ານ ພໍ ແຮຣິສ໌, ຜູ້ຈັດການໃຫຍ່ ລຊມລ ໄດ້ກ່າວວ່າ: “ລຊມລ ມີຄວາມພາກພູມໃຈໃນການສະໜັບສະໜູນກົມມໍລະດົກ. ວັດຖຸບູຮານ ໄດ້ເປີດຮ່ອງຮອຍສູ່ຄວາມສີວິໄລໃນຍຸກສະໄໝບູຮານເພື່ອສະແດງໃຫ້ພວກເຮົາເຫັນວ່າ ບັນພະບູລຸດຂອງພວກເຮົາໄດ້ມີຊີວິດຢູ່ແນວໃດໃນຫຼາຍພັນປີກ່ອນໜ້ານີ້. ຫໍວັດທະນະທຳເມືອງວິລະບູລີ ເປັນອີກທາງເລືອກໜຶ່ງສຳລັບນັກທ່ອງທ່ຽວທີ່ຈະເດີນທາງມາທ່ອງທ່ຽວພາຍໃນ ສປປ ລາວ.”
ຜ່ານມາໄດ້ມີການຄົ້ນພົບວັດຖຸບູຮານ ແລະ ສະຖານທີ່ມໍລະກົດທີ່ສຳຄັນ ຢູ່ໃນຂົງເຂດອ້ອມຂ້າງບໍ່ຄຳ-ທອງເຊໂປນຄື ໃນເດືອນ ມີນາ 2018, ຄະນະບູຮານວິທະຍາ ໄດ້ຄົ້ນພົບໄມ້ຄຳ-ກັນພັງຢູ່ໃນຂຸມສ້າງບໍ່ແຮ່ທອງໃນສະໄໝບູຮານຫຼາຍກວ່າ 200 ຂຸມບໍ່ ທີ່ມີອາຍຸຫຼາຍກວ່າ 3 000 ປີກ່ອນໜ້ານີ້.
ເມືອງວິລະບູລີ ຖືກຮັບຮູ້ໃນລະດັບສາກົນວ່າ ເປັນໜຶ່ງໃນເຂດທຳອິດທີ່ມີການຂຸດຄົ້ນບໍ່ແຮ່ ແລະ ສະຖານທີ່ໂລຫະກິດ ຢູ່ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ການຂຸດຄົ້ນ-ປຸງແຕ່ງແຮ່ທາດໃນສະໄໝບູຮານຢູ່ໃນຂົງເຂດນີ້ ແມ່ນໄດ້ສືບຕໍ່ປະຕິບັດກັນມາຈົນເຖິງປະມານ 1 300 ປີກ່ອນ (ຄສ 700) ເຊິ່ງ ເປັນໄລຍະທີ່ ຜູ້ຄົນໄດ້ຂຸດຄົ້ນ-ຫຼໍ່ຫຼອມແຮ່ທອງທີ່ອຸດົມສົມບູນຢູ່ໃນຈຸດ ‘ເປີ້ນເບົ້າຫຼໍ່’ ແລະ ຢູ່ທີ່ ‘ທົ່ງນາເງືອກ’ ແລ້ວບຸກຄົນໄດ້ນຳໄປແລກປ່ຽນ-ຊື້ຂາຍກັນຕໍ່ໄປ ເຊິ່ງ ອັນນີ້ສະແດງໃຫ້ເຫັນ ແລວທາງການຄ້າຂາຍພາກພື້ນທີ່ມັ່ງຄັ່ງຮັ່ງມີ ໃນຫຼາຍສັດຕະວັດກ່ອນ.
ວັດຖຸບູຮານອື່ນໆທີ່ຄົ້ນຄົບໃນບໍລິເວນນີ້ ແມ່ນລວມມີອຸປະກອນນຳໃຊ້ໃນການຂຸດຄົ້ນແຮ່ ເຊັ່ນ: ຂັ້ນໄດໄມ້ກົມ ແລະ ລູກໝາກລໍ້-ລ໋ອກ, ໄມ້ຄ້ຳ, ກະຕ່າໄມ້ໄຜ່ ແລະ ເຊືອກຫວາຍ; ຄ້ອງບ້າງທອງສຳລິດ (ທອງເຫຼືອງ) ຈາກຍຸກທອງເຫຼືອງ ເຊິ່ງວາງສະແດງໄວ້ຢູ່ທີ່ຫໍພິພິດທະພັນແຫ່ງຊາດໃນປັດຈຸບັນ; ກ້ອນທອງ, ເຄື່ອງປັ້ນດິນເຜົາ, ກະດິງທອງສຳລິດ, ເຄື່ອງປະດັບ, ເຄື່ອງໃຊ້ໃນພິທີກຳເສັ່ນໄຫວ້ ແລະ ວັດຖຸບູຮານອື່ນໆ ເຊິ່ງຊີ້ໃຫ້ເຫັນວ່າ ປະເທດລາວໃນອະດີດ ເປັນສະຖານທີ່ປະຫວັດສາດທີ່ສຳຄັນຍິ່ງໃນ ພາກພື້ນແຫ່ງນີ້.
ບໍ່ແຮ່ໄດ້ເປັນປັດໃຈອັນສຳຄັນ ໃນການພັດທະນາຊຸມຊົນ ແລະ ສັງຄົມ ມາແຕ່ປະຫວັດສາດ. ການຂຸດຄົ້ນແມ່ນຍັງຈະດຳເນີນຕໍ່ໄປ ແລະ ພວກເຮົາຫວັງວ່າ ຈະໄດ້ເຜີຍແຜ່ການຄົ້ນພົບ ທີ່ໜ້າຕື່ນເຕັ້ນກວ່າເກົ່າ ທາງດ້ານມໍລະດົກວັດທະນະທຳ ແລະ ປະຫວັດສາດລາວ ໃນອະນາຄົດຕໍ່ໆໄປ.
ບົດຄວາມປະກອບສ່ວນໂດຍ: ປາລີວັດ ອິນທະວົງ, ຫົວໜ້າສາຍງານ – ປະຕິບັດ ແລະ ບໍລິການໂຄງການ
ໃນຂະນະທີ່ເຫດການເສຍຊີວິດຈາກ ອຸປະຕິເຫດທາງທ້ອງຖະໜົນ, ການສູບຢາ, ມະເຮັງ ແລະ ພະຍາດ COVID-19 ສືບຕໍ່ເປັນຂ່າວໃນສື່ຕ່າງໆ, ການເສຍຊີວິດ ແລະ ການບາດເຈັບຈາກ ອຸປະຕິເຫດລະເບີດບໍ່ທັນແຕກ (UXO) ກໍຍັງສືບຕໍ່ກະທົບຕໍ່ຊຸມຊົນ ໃນ ສປປ ລາວ.
ໃນປີ 2021, ສປປ ລາວ ລາຍງານອຸປະຕິເຫດ UXO 31 ຄັ້ງ ໂດຍມີ ການບາດເຈັບ 44 ຄົນ ແລະ ເສຍຊີວິດ 11 ຄົນ.
ວຽກງານເກັບກູ້ລະເບີດບໍ່ທັນແຕກ ໃນ ສປປ ລາວ ກໍໄດ້ມີຄວາມຫຼ້າຊ້າ ຍ້ອນການລະບາດຂອງພະຍາດ COVID-19 ອັນໄດ້ເຮັດໃຫ້ມີຕົວເລກການບາດເຈັບສູງຂຶ້ນສົມທຽບໃສ່ປີກ່ອນ.
ໂດຍລວມ, ສປປ ລາວ ເປັນປະເທດທີ່ມີການຖິ້ມລະເບີດຕໍ່ຫົວຄົນທີ່ໜັກໜ່ວຍທີ່ສຸດໃນໂລກ. ໃນລະຫວ່າງປີ 1964 ຫາ 1973 ແມ່ນມີການຖິ້ມລະເບີດຫຼາຍກວ່າ 2 ລ້ານໂຕນ ເທົ່າກັບປະມານ ບົມບີ້ຫຼາຍກວ່າ 270 ລ້ານໜ່ວຍ ທີ່ໄດ້ຖືກຖິ້ມລົງໃສ່ ສປປ ລາວ. ໃນນັ້ນ ມີປະມານ 30% ແມ່ນຍັງບໍ່ທັນແຕກເທື່ອ ແລະ ມີພຽງ 1% ທີ່ໄດ້ຖືກເກັບກູ້ ຫຼື ທຳລາຍຕັ້ງແຕ່ປີ 1996 ເປັນຕົ້ນມາ.
ບໍ່ຄຳ-ທອງເຊໂປນຕັ້ງຢູ່ເມືອງໜຶ່ງ ທີ່ຖືກຖິ້ມລະເບີດລົງໃສ່ຫຼາຍທີ່ສຸດໃນປະເທດ. ຍ້ອນແນວນັ້ນ, ລຊມລ ຈຶ່ງໄດ້ນຳເອົາວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ເຂົ້າມາເປັນວຽກໜຶ່ງທີ່ສຳຄັນໃນວົງຈອນການຂຸດຄົ້ນ-ປຸງແຕ່ງ-ຜະລິດບໍ່ແຮ່ເພື່ອຮັບປະກັນໃຫ້ພະນັກງານ, ຊຸມຊົນ ແລະ ການດຳເນີນງານຂອງພວກເຮົາປອດໄພຈາກ ອຸປະຕິເຫດ UXO.
ນັບຕັ້ງແຕ່ປີ 1996, LXML ໄດ້ລົງທຶນ 52 ລ້ານໂດລາສະຫະລັດ ເຂົ້າໃນການເກັບກູລະເບີດທີ່ບໍ່ທັນແຕກ ແລະ ທໍາລາຍລະເບີດກວ່າ 60,000 ຫນ່ວຍ ເຊິ່ງ 90 ສ່ວນຮ້ອຍຂອງລະເບີດຈໍານວນນີ້ ແມ່ນພ້ອມທີ່ຈະລະເບີດຖ້າຫາກໄດ້ຮັບການກະທົບ.
ຕະຫຼອດທົດສະວັດຜ່ານມາ, ກົດເຫຼັກຂອງທີມງານເກັບກູ້ລະເບີດແມ່ນ ຫ້າມມີການມ້າງລູກລະເບີດ ຫຼື ເຄື່ອນຍ້າຍລູກລະເບີດໂດຍບໍ່ຈຳເປັນ. ທຸກຄັ້ງທີ່ກວດພົບແມ່ນຈະຕ້ອງມີການທຳລາຍລູກລະເບີດກັບທີ່.
ທ່ານ ປາລິວັດ ອິນທະວົງ, ຫົວໜ້າສາຍງານ ປະຕິບັດ ແລະ ບໍລິການໂຄງການ ໄດ້ກ່າວວ່າ: “ທຸກຄົນພາຍໃນທີມເຂົ້າໃຈດີ ເຖິງຄວາມສ່ຽງສູງທີ່ຕິດພັນກັບວຽກງານຂອງພວກເຮົາ. ອຸປະຕິເຫດກໍເກີດຂຶ້ນໃດ້ທຸກເວລາ ຖ້າພວກເຮົາບໍ່ປະຕິບັດຕາມມາດຕະຖານເຕັກນິກສະເພາະທີ່ຖືກວາງອອກ. ຄວມຜິດພາດໃດໆ ອາດໝາຍເຖິງການສູນເສຍຊີວິດ ແລະ ບໍ່ມີໂອກາດເປັນຄັ້ງທີສອງເພື່ອກັບໄປແກ້ໄຂ. ສະນັ້ນ ພວກເຮົາຕ້ອງເອົາໃຈໃສ່ ຝຶກຝົນຢ່າງດີ ແລະ ມີປະສົບການໃນການດຳເນີນງານທີ່ອັນຕະລາຍນີ້.”
ທີມງານເກັບກູ້ລະເບີດຂອງ LXML ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ຊຸມຊົນທ້ອງຖິ່ນ ແລະ ເຈົ້າໜ້າທີ່ພາກລັດເພື່ອ ກວດຄົ້ນ ແລະ ທຳລາຍລະເບີດທີ່ບໍ່ທັນແຕກ ຢູ່ ອ້ອມຂ້າງບໍ່ຄຳ-ທອງເຊໂປນ ເພື່ອໃຫ້ທຸກຄົນປອດໄພຂຶ້ນ.
ທີມງານບັນລຸການເຮັດວຽກເກັບກູ້ລະເບີດທີ່ປັດສະຈາກການບາດເຈັບມາໄດ້ 5 ປີຕິດຕໍ່ກັນ.
ໃນໄລຍະສອງເດືອນຜ່ານມາ, ທີມງານມໍລະດົກວັດທະນະທຳຂອງ LXML ໄດ້ຄົ້ນພົບວັດຖຸບູຮານຈຳນວນໜຶ່ງທີ່ມີອາຍຸຕັ້ງແຕ່ສັດຕະວັດທີ 18 ຫຼື ຍຸກລ້ານຊ້າງ. ການຄົ້ນພົບເຫຼົ່ານີ້ ເປັນການຢັ້ງຢືນອີກຄັ້ງ ວ່າ ບໍ່ຄຳ-ທອງເຊໂປນ ຕັ້ງຢູ່ສະຖານໜຶ່ງທີ່ມີຄວາມໝາຍຄວາມສຳຄັນດ້ານປະຫວັດສານການຂຸດຄົ້ນບໍ່ແຮ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ໝໍ້ທອງ, ກ້ອນທອງ ແລະ ແຜ່ນທອງ ຄືບາງວັດຖຸບູຮານທີ່ຄົ້ນພົບໃນຫວ່າງບໍ່ດົນມານີ້. ລັກສະນະການຝັງນັ້ນເປັນການແບບເຊື່ອງຊ້ອນໄວ້ເພື່ອເອົາມານຳໃຊ້ນຳຫຼັງ ແຕ່ບໍ່ແມ່ນການຝັງເພື່ອອຸທິດໃຫ້ແກ່ດວງວິນຍານ ຫຼື ພິທິກຳທາງສາດສະໜາອື່ນໆ.
ມີ ໝໍ້ທອງ 4 ໜ່ວຍທີ່ຄົ້ນພົບຢູ່ ບໍ່ດິສໂກເວີຣີ ແລະ ບໍ່ໄມ້ແດງ ເຊິ່ງ ມີອາຍຸລະຫວ່າງ 300 ຫາ 2000 ປີ ກໍຄື ຍຸກລ້ານຊ້າງ. ວັດຖຸເຫຼົ່ານີ້ ແມ່ນນຳໃຊ້ເຂົ້າໃນຊີວິດປະຈຳວັນ.
ມີແຜ່ນທອງອີກ 17 ແຜ່ນທີ່ຄົ້ນພົບຫ່າງຈາກ ປ່າຊ້າຜາວັດໄປທາງຕາເວັນຕົກປະມານ 500 ແມັດ ມີອາຍຸລະຫວ່າງ 2464-1309 ກ່ອນ. ແຜ່ນທອງເຫຼົ່ານີ້ຜະລິດຂຶ້ນເພື່ອເປັນວັດຖຸດິບໃນການແລກປ່ຽນຊື້-ຂາຍສິນຄ້າຂອງຄົນສະໄໝນັ້ນ ຫຼື ໃຊ້ເພື່ອແທນເງິນ ດັ່ງເງິນທີ່ພວກເຮົາທຸກຄົນໃຊ້ໃນປັດຈຸບັນ. ໃນຂະນະທີ່ຄຳ ແລະ ໂລຫະເງິນນັ້ນອາດເປັນສິ່ງທີ່ຜູ້ຮັ່ງມີ ແລະ ມີອຳນາດເທົ່ານັ້ນທີ່ເຂົ້າຫາໄດ້ ແລະ ມີຢ່າງຫຼວງຫຼາຍໃນຍຸກບູຮານ, ແຕ່ວ່າ ທອງ ເປັນ ໂລຫະສົດທີ່ຄົນທົ່ວໆໄປສາມາດຫາ-ໃຊ້ໄດ້ງ່າຍ.
ນັບແຕ່ປີ 2008 ເປັນຕົ້ນມາ, ບໍລິສັດ ລຊມລ ໄດ້ລົງທຶນກວ່າ US$1,3 ລ້ານ ເຂົ້າໃສ່ໃນການສະໜັບສະໜູນໃຫ້ແກ່ການອະນຸລັກມໍລະດົກທາງປະຫວັດສາດ ແລະ ວັດທະນະທຳ ທີ່ມີມາດົນກວ່າ 3.000 ປີ ໂດຍຜ່ານການຮ່ວມມື ກັບກົມມໍລະດົກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ; ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລ ເຈມສ໌ຄຸກ ຂອງປະເທດອົດສະຕຣາລີ. ການຮ່ວມມືດັ່ງກ່າວ ໄດ້ສະໜັບສະໜູນວຽກງານພາກສະໜາມ ທີ່ມີລັກສະນະພິເສດໃນລະດັບຊຸມຊົນທ້ອງຖິ່ນ, ລະດັບປະເທດ ແລະ ສາກົນ ຊຶ່ງໄດ້ມີອາສາສະໝັກທີ່ເປັນນັກສຶກສາຈາກນະຄອນຫຼວງວຽງຈັນ, ຊຸມຊົນທ້ອງຖິ່ນ, ປະເທດອົດສະຕຣາລີ, ນັກບູຮານຄະດີ, ແລະ ເຈົ້າໜ້າທີ່ຈາກກົມມໍລະດົກປະຈຳຢູ່ບໍ່ຄຳ-ທອງ ເຊໂປນ ໄດ້ຮ່ວມມືກັນຢ່າງໃກ້ຊິດ ໃນວຽກງານສຶກສາ-ຄົ້ນຄວ້າກ່ຽວກັບ ຄວາມສີວິໄລໃນສະໄໝບູຮານ. ວຽກງານນີ້ຊ່ວຍໃຫ້ພວກເຮົາເຂົ້າໃຈກ່ຽວກັບວິຖີຊີວິດຂອງຄົນໃນອະດີດ ແລະ ຄວາມໝາຍຄວາມສຳຄັນຕໍ່ອະນາຄົດຂອງພວກເຮົາ.
ການຂຸດຄົ້ນບໍ່ແຮ່ໄດ້ເປັນປັດໃຈອັນສຳຄັນ ໃນການພັດທະນາຊຸມຊົນ ແລະ ສັງຄົມ ມາແຕ່ປະຫວັດສາດ. ໃນຄະນະທີ່ການຂຸດຄົ້ນວັດຖຸບູຮານ ຍັງຈະດຳເນີນຕໍ່ໄປ, ພວກເຮົາຫວັງວ່າ ຈະໄດ້ມີການເຜີຍແຜ່ການຄົ້ນພົບ ທີ່ໜ້າຕື່ນເຕັ້ນກວ່າເກົ່າ ທາງດ້ານມໍລະດົກວັດທະນະທຳ ແລະ ປະຫວັດສາດລາວ ໄດ້ຕື່ມໄປອີກຕໍ່ໆໄປ.
ໃນອາທິດຜ່ານມາ, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງເຊໂປນ ໄດ້ຄົ້ນພົບວັດຖຸບູຮານຈຳນວນໜຶ່ງທີ່ມີອາຍຸເກົ່າແກ່ 2,000 ປີພາຍໃນຂົງເຂດຂອງບໍ່ຄຳ-ທອງເຊໂປນ. ວັດຖຸບູຮານທີ່ຄົ້ນພົບລວມມີ ຂວານເຫຼັກ ແລະ ໄຫຂະໜາດໃຫຍ່ທີ່ໃຊ້ເຂົ້າໃນພິທີກຳການຝັງສົບຄັ້ງທີ 2 ໃນໄລຍະທ້າຍຍຸກທອງຕົ້ນຍຸກເຫຼັກ.
ໃນປີ 2008 ກໍໄດ້ຄົ້ນພົບໄຫທີ່ຄ້າຍຄືໄຫຂະໜາດໃຫຍ່ດັ່ງກ່າວ ຢູ່ເຂດທົ່ງນາເງືອກ ເຊິ່ງ ໄດ້ຖືກສະເໜີເປັນ ສະຖານທີ່ມໍລະດົກຂອງແຂວງສະຫວັນນະເຂດ.
ນອກນາກນັ້ນ, ທີມງານບູຮານວິທະຍາຂອງ LXML ຍັງໄດ້ຄົ້ນພົບໄຫເນື້ອແຂງເຊິ່ງໃນໄຫມີຂວານເຫຼັກ, ປອກແຂນທອງ ແລະ ໝາກປັດທີ່ເຮັດດ້ວຍເປືອກຫອຍ ແລະ ກ້າງປາ ທີ່ມີອາຍຸປະມານ ໄລຍະສະຕະວັດທີ 12; ພ້ອມເຄື່ອງມືທັນສະໄໝທີ່ສັນນິຖານໃນເບື້ອງຕົ້ນວ່າ ມາຈາກ ສະໄໝລ້ານຊ້າງລະຫວ່າງ ສະຕະວັດທີ 17 ເຖິງ 19.
ໃນໄລຍະຕົ້ນປີນີ້, LXML ຍັງໄດ້ຄົ້ນພົບວັດຖະບູຮານອາຍຸເກົ່າແກ່ 6,000 ປີຈາກ ຍຸກຫີນຂັດ ຢູ່ໃກ້ບໍ່ຄຳ-ທອງເຊໂປນ.
ນັບຕັ້ງແຕ່ເລີ່ມດຳເນີນງານໂຄງການຄຳ-ທອງເຊໂປນ ໃນປີ 2003, LXML ໄດ້ອຸປະຖຳແຜນງານທີ່ສຳຄັນໃນການອະນຸລັກມໍລະດົກທາງວັດທະນະທຳໃນເມືອງວິລະບູລີ ໂດຍການຮ່ວມມືກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ມະຫາວິທະຍາໄລແຫ່ງຊາດ ເພື່ອຮັບປະກັນການອະນຸລັກປະຫວັດສາດລາວສຳລັບຜົນປະໂຫຍດຂອງຄົນຮຸ່ນຕໍ່ໄປ. ວັດຖະບູຮານຈຳນວນໜຶ່ງແມ່ນໄດ້ນຳໄປວາງສະແດງຢູ່ຫໍວັດທະນະທຳເມືອງວິລະບູລີ, ຫໍພິພິດທະພັນແຂວງສະຫວັນນະເຂດ ແລະ ຫໍພິພິດທະພັນແຫ່ງຊາດຢູ່ນະຄອນຫຼວງວຽງຈັນ.
ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ LXML ໄດ້ກ່າວວ່າ: “ບໍລິສັດຂອງພວກເຮົາຍົກສູງ ການເຄົາລົບນັບຖືວັດທະນະທຳ ແລະ ຮີດຄອງປະເພນີຂອງຊຸມຊົນເຈົ້າພາບຂອງພວກເຮົາ. ຕັ້ງແຕ່ປີ 2008 ເປັນຕົ້ນມາ, LXML ໄດ້ລົງທຶນຫຼາຍກວ່າ US$1.5 ລ້ານ ເພື່ອສະໜັບສະໜູນ ການອະນຸລັກປະຫວັດສາດລາວ ແລະ ມໍລະດົກວັດທະນະທຳສຳລັບຄົນຮຸ່ນຕໍ່ໄປ.”
ໃນໄລຍຜ່ານມາ ແມ່ນໄດ້ມີການຄົ້ນພົບວັດຖຸບູຮານສຳຄັນຫຼາຍອັນຢູ່ ບໍ່ຄຳ-ທອງເຊໂປນ. ພວກເຮົາເຊື່ອວ່າ ການຂຸດຄົ້ນ-ປຸງແຕ່ງແຮ່ບູຮານໃນຂົງເຂດບໍ່ຄຳ-ທອງເຊໂປນນີ້ ໄດ້ສືບຕໍ່ມາເຖິງປະມານ 1300 ປີກ່ອນ (ປະມານ ຄສ 700) ເຊິ່ງເປັນໄລຍະທີ່ ຜູ້ຄົນໄດ້ຂຸດຄົ້ນແຮ່ທອງທີ່ອຸດົມສົມບູນ ຢູ່ເຂດທີ່ຮູ້ກັນວ່າ “ເປີ້ນເບົ້າຫຼໍ່” ແລະ “ທົ່ງນາເງືອກ” ແລ້ວນຳໄປປຸງແຕ່ງ ແລະ ແລກປ່ຽນ. ການສັນນິຖານນີ້ ແມ່ນ ມາຈາກ ກາກບອນທີ່ພົບໃນຝາກະແຕະໄມ້ໄຜ່ ຈາກຂຸມບໍ່ແຮ່ບູຮານໃນຕະກອນຕົມທີ່ຢູ່ເລິກໄປຈາກໜ້າດິນ (ເລິກ 10 – 40 ແມັດ).
ການຂຸດຄົນບໍ່ແຮ່ ເປັນປັດໃຈສຳຄັນໃນການພັດທະນາພົນລະເມືອງ ແລະ ສັງຄົມມາແຕ່ປະຫວັດສາດ. ການຂຸດຄົ້ນ ຍັງຈະດຳເນີນຕໍ່ໄປ ແລະ ພວກເຮົາຫວັງວ່າ ຈະໄດ້ເຜີຍແຜ່ການຄົ້ນພົບອັນໜ້າຕື່ນເຕັ້ນກວ່າເກົ່າ ກ່ຽວກັບ ວັດທະນະທຳ ແລະ ປະຫວັດສາດລາວ.
ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ໄດ້ມອບເງິນຊ່ວຍເຫຼືອ US$15,000 ໃຫ້ແກ່ ແຂວງສະຫວັນນະເຂດ ເພື່ອສະໜັບສະໜູນວຽກງານປ້ອງການ ແລະ ຕ້ານການລະບາດຂອງພະຍາດ COVID-19.
ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ລຊມລ. ກ່າວວ່າ “ແຂວງສະຫວັນນະເຂດໄດ້ຕັ້ງໜ້າຮັບມືກັບການສະກັດກັ້ນ ແລະ ຄວບຄຸມຄື້ນທີ 2 ຂອງການລະບາດພະຍາດ COVID-19 ສຳເລັດຕັ້ງແຕ່ຫົວທີ ຈົນມາຮອດປັດຈຸບັນສ່ວນໃຫຍ່ກໍເປັນກໍລະນີນຳເຂົ້າ-ກໍລະນີແຮງງານເດີນທາງກັບມາປະເທດຢ່າງຖືກກົດໝາຍ” ທ່ານກ່າວຕື່ມອີກວ່າ “ທາງບໍລິສັດພູມໃຈທີ່ ເງິນຊ່ວຍເຫຼືອຂອງພວກເຮົາຈະປະກອບສ່ວນສານຕໍ່ວຽກງານ ກໍຄື ຄວາມພະຍາຍາມຂອງແຂວງໃນການຮັກສາໃຫ້ຊຸມຊົນປອດໄພຈາກພະຍາດ COVID-19 ແລະ ໃນຕໍ່ໜ້າຟື້ນຟູເສດຖະກິດທ້ອງຖິ່ນ.”
ໃນເດືອນຜ່ານມາ, ລຊມລ ໄດ້ມອບ US$100,000 ໃຫ້ແກ່ລັດຖະບານລາວ ເພື່ອສະໜັບສະໜູນວຽກງານຮັບມືກັບການລະບາດພະຍາດ COVID-19 ໃນ ສປປ ລາວ. ລຊມລ ຍັງໄດ້ປະກອບສ່ວນເປັນເງິນຈຳນວນ 116.115.000 ກີບ ໃຫ້ແກ່ ພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ເພື່ອກໍ່ສ້າງຫ້ອງນ້ຳ-ຫ້ອງອາບນ້ຳເພື່ອໂຮງໝໍພາກສະໜາມ ແລະ ອີກ 50.000.000 ກີບ ໃຫ້ແກ່ເມືອງວິລະບູລີ ສຳລັບວຽກງານຟື້ນຟູຕ່າງໆ. ອີກ 60,000,000 ກີບ ແມ່ນໄດ້ມອບໃຫ້ແກ່ ໜ່ວຍກູ້ໄພທີ່ນະຄອນຫຼວງວຽງຈັນ ແລະ ສະຫວັນນະເຂດເພື່ອສະໜັບສະໜູນຄວາມອາດສາມາດໃນການຮັບມືເຫດສຸກເສີນ ໃນໄລຍະນີ້.
ມາຮອດປັດຈຸບັນ, ໂດຍການຮ່ວມມືກັບລັດຖະບານລາວ, ລຊມລ ໄດ້ຊ່ວຍເຫຼືອ US$370,000 ສຳລັບວຽກງານປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບພະຍາດ COVID-19 ໃນ ສປປ ລາວ.
ການປະກອບສ່ວນເຫຼົ່ານີ້ຈະຍົກລະດັບຄວາມອາດສາມາດຂອງລັດຖະບານລາວ ໃນການສັກວັກຊີນໃຫ້ແກ່ປະຊາກອນພາຍໃນປະເທດ ແລະ ປະຕິບັດມາດຕະການປ້ອງກັນອື່ນໆ ຢ່າງມີປະສິດທິຜົນ.
ນອກຈາກນີ້ກໍຕ້ອງໄດ້ສະແດງຄວາມຂອບໃຈມາຍັງ ກະຊວງສາທາລະນະສຸກ, ໂດຍສະເພາະແມ່ນພະແນກສາທາລະນະສຸກແຂວງສະຫວັນນະເຂດ ທີ່ໄດ້ສະໜອງວັກຊີນໃຫ້ແກ່ ທາງບໍລິສັດ ເຊິ່ງມາຮອດປັດຈຸບັນ ລຊມລ ໄດ້ສັກວັກຊີນໃຫ້ແກ່ 90% ຂອງພະນັກງານໃນບໍລິສັດ ກວມເອົາປະມານ 3,300 ຄົນ ໃນໄລຍະສອງ-ສາມອາທິດຜ່ານມາ.
75% ຂອງພະນັກງານ ລຊມລ ແມ່ນຄົນທ້ອງຖິ່ນຈາກເມືອງວິລະບູລີ ແລະ ແຂວງສະຫວັນນະເຂດ.
ລຊມລ ມຸ່ງໝັ້ນເພື່ອສະໜັບສະໜູນ ຄວາມພະຍາຍາມຂອງລັດຖະບານລາວ ໃນການສະກັດກັ້ນພະຍາດ COVID-19 ກໍຄື ສືບຕໍ່ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດເພື່ອປົກປ້ອງພະນັກງານ ແລະ ຊຸມຊົນໃຫ້ປອດໄພຈາກ COVID-19.
ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ໄດ້ມອບເງິນຊ່ວຍເຫຼືອ 50,000,000 ກີບໃຫ້ແກ່ ເມືອງວິລະບູລີ ເພື່ອສະໜັບສະໜູນວຽກງານປ້ອງການ ແລະ ຕ້ານການລະບາດຂອງພະຍາດ COVID-19.
ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ ລຊມລ ໄດ້ກ່າວວ່າ: “ນັບຕັ້ງແຕ່ມີການລະບາດຂອງພະຍາດ COVID-19, ບໍລິສັດ ລຊມລ ແລະ ເມືອງວິລະບູລີ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດເພື່ອຮັບະກັນໃຫ້ພະນັກງານ ແລະ ຊຸມຊົນທ້ອງຖິ່ນປອດໄພຈາກພະຍາດ COVID-19. ພວກເຮົາພູມໃຈທີ່ ເງິນຊ່ວຍເຫຼືອຂອງພວກເຮົາຈະປະກອບສ່ວນສະໜັບສະໜູນຊຸມຊົນໃນການຮັບມື້ກັບ ຄື້ນທີສອງຂອງການລະບາດພະຍາດ COVID-19 ທີພວກເຮົາກຳລັງປະເຊີນຢູ່.”
ອຳນາດການປົກຄອງເມືອງວິລະບູລີ ແລະ ແຂວງສະຫວັນນະເຂດ ໄດ້ປະຕິບັດມາດຕະການຢ່າງເຂັ້ມງວດ ໃນການປ້ອງກັນການລະບາດພະຍາດ COVID-19. ເມືອງວິລະບູລີ ມີການຢັ້ງຢືນກໍລະນີຕິດເຊື້ອ COVID-19 ຜ່ານມາມີ 1 ຄົນ.
ໃນເດືອນຜ່ານມາ, ລຊມລ ໄດ້ມອບ US$100,000 ໃຫ້ແກ່ລັດຖະບານລາວ ເພື່ອສະໜັບສະໜູນວຽກງານຮັບມືກັບການລະບາດພະຍາດ COVID-19 ໃນ ສປປ ລາວ. ລຊມລ ຍັງໄດ້ປະກອບສ່ວນເປັນເງິນຈຳນວນ 116,115,000 ກີບ ໃຫ້ແກ່ ພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ເພື່ອກໍ່ສ້າງຫ້ອງນ້ຳ-ຫ້ອງອາບນ້ຳເພື່ອໂຮງໝໍພາກສະໜາມ ແລະ ອີກ US$15,000 ໃຫ້ແກ່ແຂວງສະຫວັນນະເຂດ ສຳລັບວຽກງານຟື້ນຟູຕ່າງໆ. ອີກ 60,000,000 ກີບ ແມ່ນໄດ້ມອບໃຫ້ແກ່ ໜ່ວຍກູ້ໄພທີ່ນະຄອນຫຼວງວຽງຈັນ ແລະ ສະຫວັນນະເຂດເພື່ອສະໜັບສະໜູນຄວາມອາດສາມາດໃນການຮັບມືເຫດສຸກເສີນ ໃນໄລຍະນີ້.
ມາຮອດປັດຈຸບັນ, ໂດຍການຮ່ວມມືກັບລັດຖະບານລາວ, ລຊມລ ໄດ້ຊ່ວຍເຫຼືອ US$370,000 ສຳລັບວຽກງານປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບພະຍາດ COVID-19 ໃນ ສປປ ລາວ.
ການປະກອບສ່ວນເຫຼົ່ານີ້ຈະຍົກລະດັບຄວາມອາດສາມາດຂອງລັດຖະບານລາວ ໃນການສັກວັກຊີນໃຫ້ແກ່ປະຊາກອນພາຍໃນປະເທດ ແລະ ປະຕິບັດມາດຕະການປ້ອງກັນອື່ນໆ ຢ່າງມີປະສິດທິຜົນ.
ນອກຈາກນີ້ກໍຕ້ອງໄດ້ສະແດງຄວາມຂອບໃຈມາຍັງ ກະຊວງສາທາລະນະສຸກ, ໂດຍສະເພາະແມ່ນພະແນກສາທາລະນະສຸກແຂວງສະຫວັນນະເຂດ ທີ່ໄດ້ສະໜອງວັກຊີນໃຫ້ແກ່ ທາງບໍລິສັດ ເຊິ່ງມາຮອດປັດຈຸບັນ ລຊມລ ໄດ້ສັກວັກຊີນໃຫ້ແກ່ 90% ຂອງພະນັກງານໃນບໍລິສັດ ກວມເອົາປະມານ 3,300 ຄົນ ໃນໄລຍະສອງ-ສາມອາທິດຜ່ານມາ.
ລຊມລ ມຸ່ງໝັ້ນເພື່ອສະໜັບສະໜູນ ຄວາມພະຍາຍາມຂອງລັດຖະບານລາວ ໃນການສະກັດກັ້ນພະຍາດ COVID-19 ກໍຄື ສືບຕໍ່ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດເພື່ອປົກປ້ອງພະນັກງານ ແລະ ຊຸມຊົນໃຫ້ປອດໄພຈາກ COVID-19.
ທ່ານ ບຸນເນື່ອງ ຈັນຫອມ, ຮອງເຈົ້າເມືອງໆວິລະບູລີ ໄດ້ຮັບ ເງິນປະກອບສ່ວນ 50,000,000 ກີບຈາ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ຕາງໜ້າໂດຍ ທ່ານ ນາມຊະນະ ໂພທິພັນ, ຫົວໜ້າສາຍງານພົວພັນ-ຂົນຂວາຍກັບຜູ້ມີສ່ວນຮ່ວມ ໃນວັນທີ 02 ມິຖຸນາ 2021.
ບົດບັນນາທິການປະກອບສ່ວນໂດຍ ທ່ານ ປາລີວັດ ອິນທະວົງ, ຫົວໜ້າສາຍງານ – ປະຕິບັດ ແລະ ບໍລິການໂຄງການ, LXML ເນື່ອງໃນໂອກາດ ວັນສາກົນແຫ່ງການປູກຈິດສຳນຶກກ່ຽວກັບລະເບີດຝັງດິນ ແລະ ການຊ່ວຍເຫຼືອເພື່ອແກ້ໄຂບັນຫາລະເບີດຝັງດິນ
ໃນຂະນະທີ່ເຫດການເສຍຊີວິດຈາກ ອຸປະຕິເຫດທາງທ້ອງຖະໜົນ, ການສູບຢາ, ມະເຮັງ ແລະ ພະຍາດ COVID-19 ສືບຕໍ່ເປັນຂ່າວໃນສື່ຕ່າງໆ, ການເສຍຊີວິດ ແລະ ການບາດເຈັບຈາກ ອຸປະຕິເຫດລະເບີດບໍ່ທັນແຕກ (UXO) ກໍຍັງສືບຕໍ່ກະທົບຕໍ່ຊຸມຊົນຢ່າງຮ້າຍແຮງ ຢູ່ໃນ ສປປ ລາວ.
ໃນປີ 2021, ສປປ ລາວ ລາຍງານອຸປະຕິເຫດ UXO 31 ຄັ້ງ ໂດຍມີ ການບາດເຈັບ 44 ຄົນ ແລະ ເສຍຊີວິດ 11 ຄົນ.
ວຽກງານເກັບກູ້ລະເບີດບໍ່ທັນແຕກ ໃນ ສປປ ລາວ ໄດ້ມີຄວາມຫຼ້າຊ້າ ຍ້ອນການລະບາດຂອງພະຍາດ COVID-19 ອັນໄດ້ສົ່ງຜົນໃຫ້ມີຕົວເລກການບາດເຈັບສູງຂຶ້ນ ເມື່ອສົມທຽບໃສ່ປີກ່ອນ.
ໂດຍລວມ, ສປປ ລາວ ເປັນປະເທດທີ່ໄດ້ຮັບການຖິ້ມລະເບີດຕໍ່ຫົວຄົນ ທີ່ໜັກໜ່ວງທີ່ສຸດໃນໂລກ. ໃນລະຫວ່າງປີ 1964 ຫາ 1973 ແມ່ນມີການຖິ້ມລະເບີດຫຼາຍກວ່າ 2 ລ້ານໂຕນ ເຊິ່ງເທົ່າກັບຈຳນວນລູກບົມບີ້ຫຼາຍກວ່າ 270 ລ້ານໜ່ວຍ ທີ່ໄດ້ຖືກຖິ້ມລົງໃສ່ເທິງແຜ່ນດິນຂອງ ສປປ ລາວ. ໃນນັ້ນ ແມ່ນຍັງມີລູກລະເບີດບໍ່ທັນແຕກປະມານ 30% ແລະ ມີພຽງ 1% ທີ່ໄດ້ຖືກເກັບກູ້ ຫຼື ຖືກທຳລາຍແຕ່ປີ 1996 ເປັນຕົ້ນມາ. ຍ້ອນແນວນັ້ນ ສປປ ລາວ ຈຶ່ງໄດ້ມີເປົ້າໝາຍການພັດທະນາແບບຍືນຍົງທີ່ 18 (SDG 18) ສະເພາະຂອງປະເທດ ເຊິ່ງແນໃສ່ການເຮັດໃຫ້ປະຊາຊົນລາວ ມີ “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ”.
ບໍ່ຄຳ-ທອງເຊໂປນ ຕັ້ງຢູ່ເມືອງວິລະບູລີ, ແຂວງສະຫວັນນະເຂດ ເຊິ່ງເປັນເມືອງໜຶ່ງ ທີ່ໄດ້ຖືກຖິ້ມລະເບີດ ລົງໃສ່ຫຼາຍທີ່ສຸດໃນປະເທດ. ຍ້ອນແນວນັ້ນ, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ຈຶ່ງໄດ້ນຳເອົາ ວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ເຂົ້າມາເປັນວຽກໜຶ່ງທີ່ສຳຄັນໃນວົງຈອນການຂຸດຄົ້ນ-ປຸງແຕ່ງ-ຜະລິດບໍ່ແຮ່ ເພື່ອຮັບປະກັນໃຫ້ພະນັກງານ, ຊຸມຊົນ ແລະ ການດຳເນີນງານຂອງພວກເຮົາປອດໄພຈາກ ອຸປະຕິເຫດຈາກ UXO ທີ່ຍັງຫຼົງເຫຼືອຢູ່. LXML ມີທີມງານ UXO ທີ່ມີຄຸນວຸດທິໃນລະດັບສາກົນ ເປັນຜູ້ດຳເນີນງານກວດກູ້ລະເບີດບໍ່ທັນແຕກເຫຼົ່ານີ້ ເຊິ່ງນັບແຕ່ຂະບວນການສຳຫຼວດ, ກ່ອນການກໍ່ສ້າງ ແລະ ຂຸດຄົ້ນບໍ່ແຮ່ ຕະຫຼອດເຖິງ ການສະໜັບສະໜູນໂຄງການພັດທະນາຊຸມຊົນຂອງບໍລິສັດ. ນອກຈາກນັ້ນແລ້ວ ທາງບໍລິສັດ ກໍຍັງໄດ້ມີການປູກຈິດສຳນຶກ ໂດຍໄດ້ມີການເຜີຍແຜ່ຂໍ້ມູນຄວາມຄວາມຮູ້ກ່ຽວກັບ ຄວາມອັນຕະລາຍຂອງ UXO ຕໍ່ຊຸມຊົນເຈົ້າພາບ ແລະ ຊຸມຊົນທ້ອງຖິ່ນຂອງພວກເຮົາ ນຳອີກດ້ວຍ.
ຕະຫຼອດທົດສະວັດຜ່ານມາ, ກົດເຫຼັກຂອງທີມງານເກັບກູ້ລະເບີດແມ່ນ ຫ້າມມ້າງລູກລະເບີດ ຫຼື ເຄື່ອນຍ້າຍລູກລະເບີດໂດຍບໍ່ມີຄວາມຈຳເປັນ. ທຸກຄັ້ງທີ່ກວດພົບວັດຖຸລະເບີດທີ່ຍັງບໍ່ທັນແຕກແມ່ນຈະຕ້ອງມີການທຳລາຍລູກລະເບີດກັບທີ່. ທຸກຄົນພາຍໃນທີມງານແມ່ນເຂົ້າໃຈດີ ເຖິງຄວາມສ່ຽງສູງທີ່ຕິດພັນກັບວຽກງານຂອງພວກເຮົາ. ອຸປະຕິເຫດກໍເກີດຂຶ້ນໃດ້ທຸກເວລາ ຖ້າພວກເຮົາບໍ່ປະຕິບັດຕາມມາດຕະຖານເຕັກນິກສະເພາະທີ່ຖືກວາງອອກ. ຄວາມຜິດພາດໃດໆ ອາດໝາຍເຖິງການສູນເສຍຊີວິດ ແລະ ບໍ່ມີໂອກາດເປັນຄັ້ງທີສອງເພື່ອໃຫ້ກັບຄືນມາແກ້ໄຂໄດ້ອີກ. ສະນັ້ນ ພວກເຮົາຕ້ອງເອົາໃຈໃສ່ຝຶກຝົນຢ່າງດີ ແລະ ມີປະສົບການໃນການດຳເນີນງານທີ່ອັນຕະລາຍນີ້. ທີມງານ UXO ຂອງ LXML ໄດ້ບັນລຸການເຮັດວຽກເກັບກູ້ລະເບີດ ທີ່ປັດສະຈາກການບາດເຈັບມາໄດ້ 5 ປີ ຕິດຕໍ່ກັນ.
ນັບຕັ້ງແຕ່ປີ 1996, LXML ໄດ້ລົງທຶນສູງເຖິງ US$52 ລ້ານ ເຂົ້າໃນການເກັບກູລະເບີດທີ່ບໍ່ທັນແຕກ ແລະ ທໍາລາຍລະເບີດກວ່າ 60.000 ຫນ່ວຍ ເຊິ່ງ 90% ຂອງລະເບີດຈໍານວນນີ້ ແມ່ນພ້ອມທີ່ຈະລະເບີດ ຖ້າຫາກໄດ້ຮັບການກະທົບ. ໃນປີ 2021 ທີມງານພວກເຮົາໄດ້ທຳລາຍລູກລະເບີດຝັງດິນ 1.368 ໜ່ວຍ ແລະ ໄດ້ກວດກູ້ລະເບີດບໍ່ທັນແຕກໃນເນື້ອທີ່ຫຼາຍກວ່າ 7 ລ້ານ ຕາແມັດ. ໃນຫວ່າງບໍ່ດົນມານີ້, LXML ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈກັບ ກະຊວງປ້ອງກັນຊາດ. ການຮ່ວມມື ທີ່ມີມາຍາວນານນີ້ ໄດ້ສະໜັບສະໜູນໃຫ້ແກ່ວຽກງານເກັກກູ້ UXO ຢູ່ອ້ອມຂ້າງບໍ່ຄຳ-ທອງເຊໂປນ ແລະ ຍົກລະດັບຄວາມອາດສາມາດດ້ານວິຊາການ ເພື່ອຜົນປະໂຫຍດຂອງຄົນຮຸ່ນຫຼັງ. ບໍລິສັດ ຈະສືບຕໍ່ຮ່ວມມືກັບ ກະຊວງປ້ອງກັນຊາດ ໃນການທົດສອບວິທີການ ແລະ ເຕັກໂນໂລຊີໃໝ່ໆໃນການເກັບກູ້ UXO.
ບໍລິສັດ LXML ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບຊຸມຊົນທ້ອງຖິ່ນ ແລະ ເຈົ້າໜ້າທີ່ພາກລັດເພື່ອ ກວດຄົ້ນ ແລະ ທຳລາຍລະເບີດທີ່ບໍ່ທັນແຕກ ຢູ່ ອ້ອມຂ້າງບໍ່ຄຳ-ທອງເຊໂປນ ເພື່ອໃຫ້ທຸກຄົນປອດໄພຂຶ້ນ.
ໃນອາທິດຜ່ານມາ, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງເຊໂປນ ໄດ້ເປັນເຈົ້າພາບເຈົ້າສັດທາສ້າງ ແລະ ຈັດງານພຸດທະພິເສກສົມໂພດ ພຣະພຸດທະຮູບພຣະໃຫຍ່ອົງຕື້ ອຸດຕະມະໂຊກ ຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ ເຊິ່ງເປັນທີ່ຕັ້ງຂອງ ບໍ່ຄຳ-ທອງເຊໂປນ.
ກອງທຶນພັດທະນາຊຸມຊົນຂອງ ລຊມລ ໄດ້ສະໜັບສະໜູນການສ້າງ ພຣະພຸດທະຮູບພຣະໃຫຍ່ອົງຕື້ (ຂະໜາດໜ້າຕັກ 3ມ ສູງ 4,20ມ ຫຼອມດ້ວຍທອງສຳລິດ ແລະ ຮູບຫຼໍ່ພຣະຄູຂີ້ຫອມ (ພຣະບໍລິວານ) ຈຳນວນ 5 ອົງ ຫຼອມດ້ວຍທອງເຫຼືອງ ລວມມູນຄ່າທັງໝົດ 1.125.000.000 ກີບ (US$103,000).
ພຣະພຸດທະຮູບແມ່ນໄດ້ເດີນທາງມາເຖິງ ແຂວງສະຫວັນນະເຂດ ຢ່າງປອດໄພ ໃນອາທິດຜ່ານມາ ເພື່ອມາຈັດງານທາງພຸດທະພິເສກສົມໂພດ ຕາມຮີດຄອງປະເພນີທາງພຸດທະສາດສະໜາຂອງລາວ.
ນອກຈາກນັ້ນ ກໍຍັງມີເຈົ້າສັດທາສ່ວນບຸກຄົນຮ່ວມເປັນເຈົ້າພາບປະກອບສ່ວນເປັນມູນຄ່າລວມ 270.000.000 ກີບ (US$25.000) ໃນການຫຼອມ ຮູບຫຼໍ່ພຣະຄູຂີ້ຫອມອີກ 6 ອົງ ລວມທັງ: ຜູ້ອຳນວຍການໃຫຍ່ ລຊມລ ທ່ານ ສະໝານ ອະເນກາ, ປະທານບໍລິສັດຄູນໄຊພັດທະນາ ທ່ານ ເຄນຄຳ ສີລາຊາ, ອະດີດປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ (ສຄອຊ) ທ່ານ ສີສະຫວາດ ທິລາວົງ, ສຄອຊ ຕາງໜ້າໂດຍ ຮອງປະທານ ສຄອຊ ທ່ານ ດາວວອນ ພະຈັນທະວົງ, ຄະນະບໍລິຫານພ້ອມດ້ວຍພະນັກງານຂອງ ສຄອຊ, ປະທານ ບໍລິສັດ ວີດີຊີ ທ່ານ ບຸນລອງ ໄຊໂກສີ ແລະ ປະທານ ບໍລິສັດ ເວດທະສິນກໍ່ສ້າງຄົບວົງຈອນຈຳກັດຜູ້ດຽວ ທ່ານ ເວດທະສິນ ສອນເພັດ.
ເມືອງ ວິລະບູລີ ໄດ້ຈັດງານທາງພຸດທະສາດສະໜາເປັນເວລາ 5 ວັນ ນັບແຕ່ວັນທີ 1 ຫາ 5 ກຸມພາ 2022 ລວມທັງ ພິທີສົມໂພດພຣະພຸດທະຮູບ ແລະ ຕັກບາດຖວາຍສັງຄະທານແດ່ພະສົງສຳມະເນນ 109 ອົງ. ມີຫຼາຍພັນຄົນຈາກຊຸມຊົນທ້ອງຖິ່ນ ແລະ ເມືອງອື່ນໆເຂົ້າຮ່ວມງານດັ່ງກ່າວ.
ເຈົ້າໜ້າທີ່ພາກລັດທີ່ເຂົ້າຮ່ວມ ພິທີໃນວັນທີ 3 ກຸມພາ 2022 ລວມມີ ທ່ານນາງ ສວນສະຫວັນ ວິຍາເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງໆສະຫວັນນະເຂດ; ທ່ານນາງ ຫຼິງທອງ ແສງຕາວັນ, ຮອງເຈົ້າແຂວງໆສະຫວັນນະເຂດ; ທ່ານ ຄຳຜຸຍ ສີບຸນເຮືອນ, ເຈົ້າເມືອງໆວິລະບູລີ; ທ່ານ ບົວສອນ ມະຫາວົງ, ອາດີດເຈົ້າເມືອງໆວິລະບູລີ, ຫົວໜ້າຂະແໜງການຂັ້ນແຂວງ ແລະ ເມືອງ; ຫົວໜ້າແນວໂຮມທ້ອງຖິ່ນ ແລະ ພາກສ່ວນອື່ນໆ.
ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ຂອງ ລຊມລ ໄດ້ກ່າວວ່າ: “ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ປະກອບສ່ວນໃສ່ການຫຼອມ ແລະ ສົມໂພດພຣະພຸດທະຮູບພະໃຫຍ່ອົງຕື້. ການປະກອບສ່ວນນີ້ ສະແດງເຖິງຄວາມເຄົາລົບນັບຖືທີ່ມີມາຢ່າງຍາວນານຂອງ ລຊມລ ຕໍ່ ຮີດຄອງປະເພນີ ແລະ ວັດທະນະທຳລາວ ກໍຄື ຄວາມໝາຍໝັ້ນຂອງບໍລິສັດໃນການສົ່ງເສີມ ການພັດທະນາຊຸມຊົນທ້ອງຖິ່ນ.”
ໃນສອງ-ສາມທົດສະຫວັດຜ່ານມາ, ລຊມລ ໄດ້ບໍລິຈາກໂລຫະທອງ ແລະ ທຶນຢ່າງເປັນປະຈຳ ເຂົ້າໃນການສ້າງຮູບຫຼໍ່ເປັນອະນຸສອນທີ່ສຳຄັນໃນ ສປປ ລາວ ເປັນຕົ້ນ ຮູບຫຼໍ່ພຣະພູດທະຮູບທີ່ສຳຄັນຢູ່ແຂວງ ສະຫວັນນະເຂດ, ຫົວພັນ, ບໍລິຄຳໄຊ, ໄຊຍະບູລີ, ອັດຕະປື ແລະ ບັນດາບ້ານຢູ່ອ້ອມຂ້າງບໍ່ຄຳ-ທອງເຊໂປນ ກໍຄື ການສ້າງ ຍອດຊໍ່ຟ້າຂອງຫໍຫຼັກເມືອງ ນະຄອນຫຼວງວຽງຈັນ, ເຄື່ອງໝາຍກາຊາດຂອງສະພາແຫ່ງຊາດ ແລະ ສຳນັກງານປະທານປະເທດ.
ມີຫຼາຍຄົນທີ່ອາດແປກໃຈ ເມື່ອຮູ້ວ່າ ລຊມລ ໄດ້ ບໍລິຈາກທອງ ຈາກບໍ່ຄຳ-ທອງເຊໂປນ ເຂົ້າໃນການສ້າງຮູບຫຼໍ່ຈຳລອງອົງສົມເດັດພຣະເຈົ້າອານຸວົງ ຢູ່ ນະຄອນຫຼວງວຽງຈັນ ທີ່ພວກເຮົາເຫັນໃນທຸກມື້ເວລາກາຍໄປກາຍມາຢູ່ແຄມຂອງ.