ຄາດຕະກອນໃນເງົາມືດ

ທັນວາ 17, 2021

ບົດຄວາມປະກອບສ່ວນໂດຍ: ປາລີວັດ ອິນທະວົງຫົວໜ້າສາຍງານ – ປະຕິບັດ ແລະ ບໍລິການໂຄງການ

ໃນຂະນະທີ່ເຫດການເສຍຊີວິດຈາກ ອຸປະຕິເຫດທາງທ້ອງຖະໜົນ, ການສູບຢາ, ມະເຮັງ ແລະ ພະຍາດ COVID-19 ສືບຕໍ່ເປັນຂ່າວໃນສື່ຕ່າງໆ, ການເສຍຊີວິດ ແລະ ການບາດເຈັບຈາກ ອຸປະຕິເຫດລະເບີດບໍ່ທັນແຕກ (UXO) ກໍຍັງສືບຕໍ່ກະທົບຕໍ່ຊຸມຊົນ ໃນ ສປປ ລາວ.

ໃນປີ 2021, ສປປ ລາວ ລາຍງານອຸປະຕິເຫດ UXO 31 ຄັ້ງ ໂດຍມີ ການບາດເຈັບ 44 ຄົນ ແລະ ເສຍຊີວິດ 11 ຄົນ.

ວຽກງານເກັບກູ້ລະເບີດບໍ່ທັນແຕກ ໃນ ສປປ ລາວ ກໍໄດ້ມີຄວາມຫຼ້າຊ້າ ຍ້ອນການລະບາດຂອງພະຍາດ COVID-19 ອັນໄດ້ເຮັດໃຫ້ມີຕົວເລກການບາດເຈັບສູງຂຶ້ນສົມທຽບໃສ່ປີກ່ອນ.

ໂດຍລວມ, ສປປ ລາວ ເປັນປະເທດທີ່ມີການຖິ້ມລະເບີດຕໍ່ຫົວຄົນທີ່ໜັກໜ່ວຍທີ່ສຸດໃນໂລກ. ໃນລະຫວ່າງປີ 1964 ຫາ 1973 ແມ່ນມີການຖິ້ມລະເບີດຫຼາຍກວ່າ 2 ລ້ານໂຕນ ເທົ່າກັບປະມານ ບົມບີ້ຫຼາຍກວ່າ 270 ລ້ານໜ່ວຍ ທີ່ໄດ້ຖືກຖິ້ມລົງໃສ່ ສປປ ລາວ. ໃນນັ້ນ ມີປະມານ 30% ແມ່ນຍັງບໍ່ທັນແຕກເທື່ອ ແລະ ມີພຽງ 1% ທີ່ໄດ້ຖືກເກັບກູ້ ຫຼື ທຳລາຍຕັ້ງແຕ່ປີ 1996 ເປັນຕົ້ນມາ.

ບໍ່ຄຳ-ທອງເຊໂປນຕັ້ງຢູ່ເມືອງໜຶ່ງ ທີ່ຖືກຖິ້ມລະເບີດລົງໃສ່ຫຼາຍທີ່ສຸດໃນປະເທດ. ຍ້ອນແນວນັ້ນ, ລຊມລ ຈຶ່ງໄດ້ນຳເອົາວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ເຂົ້າມາເປັນວຽກໜຶ່ງທີ່ສຳຄັນໃນວົງຈອນການຂຸດຄົ້ນ-ປຸງແຕ່ງ-ຜະລິດບໍ່ແຮ່ເພື່ອຮັບປະກັນໃຫ້ພະນັກງານ, ຊຸມຊົນ ແລະ ການດຳເນີນງານຂອງພວກເຮົາປອດໄພຈາກ ອຸປະຕິເຫດ UXO.

ນັບຕັ້ງແຕ່ປີ 1996, LXML ໄດ້ລົງທຶນ 52 ລ້ານໂດລາສະຫະລັດ ເຂົ້າໃນການເກັບກູລະເບີດທີ່ບໍ່ທັນແຕກ ແລະ ທໍາລາຍລະເບີດກວ່າ 60,000 ຫນ່ວຍ ເຊິ່ງ 90 ສ່ວນຮ້ອຍຂອງລະເບີດຈໍານວນນີ້ ແມ່ນພ້ອມທີ່ຈະລະເບີດຖ້າຫາກໄດ້ຮັບການກະທົບ.

ຕະຫຼອດທົດສະວັດຜ່ານມາ, ກົດເຫຼັກຂອງທີມງານເກັບກູ້ລະເບີດແມ່ນ ຫ້າມມີການມ້າງລູກລະເບີດ ຫຼື ເຄື່ອນຍ້າຍລູກລະເບີດໂດຍບໍ່ຈຳເປັນ. ທຸກຄັ້ງທີ່ກວດພົບແມ່ນຈະຕ້ອງມີການທຳລາຍລູກລະເບີດກັບທີ່.

ທ່ານ ປາລິວັດ ອິນທະວົງຫົວໜ້າສາຍງານ ປະຕິບັດ ແລະ ບໍລິການໂຄງການ ໄດ້ກ່າວວ່າ: “ທຸກຄົນພາຍໃນທີມເຂົ້າໃຈດີ ເຖິງຄວາມສ່ຽງສູງທີ່ຕິດພັນກັບວຽກງານຂອງພວກເຮົາ. ອຸປະຕິເຫດກໍເກີດຂຶ້ນໃດ້ທຸກເວລາ ຖ້າພວກເຮົາບໍ່ປະຕິບັດຕາມມາດຕະຖານເຕັກນິກສະເພາະທີ່ຖືກວາງອອກ. ຄວມຜິດພາດໃດໆ ອາດໝາຍເຖິງການສູນເສຍຊີວິດ ແລະ ບໍ່ມີໂອກາດເປັນຄັ້ງທີສອງເພື່ອກັບໄປແກ້ໄຂ. ສະນັ້ນ ພວກເຮົາຕ້ອງເອົາໃຈໃສ່ ຝຶກຝົນຢ່າງດີ ແລະ ມີປະສົບການໃນການດຳເນີນງານທີ່ອັນຕະລາຍນີ້.”

ທີມງານເກັບກູ້ລະເບີດຂອງ LXML ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ຊຸມຊົນທ້ອງຖິ່ນ ແລະ ເຈົ້າໜ້າທີ່ພາກລັດເພື່ອ ກວດຄົ້ນ ແລະ ທຳລາຍລະເບີດທີ່ບໍ່ທັນແຕກ ຢູ່ ອ້ອມຂ້າງບໍ່ຄຳ-ທອງເຊໂປນ ເພື່ອໃຫ້ທຸກຄົນປອດໄພຂຶ້ນ.

ທີມງານບັນລຸການເຮັດວຽກເກັບກູ້ລະເບີດທີ່ປັດສະຈາກການບາດເຈັບມາໄດ້ 5 ປີຕິດຕໍ່ກັນ.