ລ​ຊມ​ລ ມອບ ມໍ​ລະ​ດົກ​ທາງວັດ​ທະ​ນະ​ທຳ​ທີ່​ໄດ້ຄົ້ນ​ພົບ ໃຫ້​ແກ່ ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ

ກຸມພາ 09, 2022

ໃນ​ວັນ​ທີ 4 ກຸມ​ພາ 2022, ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ມອບ​ວັດ​ຖຸ​ບູ​ຮານ 281 ລາຍ​ການ​ໃຫ້​ແກ່ ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ. ​ພິ​ທີ​ມອບ-ຮັບດັ່ງ​ກ່າວ ເປັນ​ການສະ​ເຫຼີມ​ສະຫຼອງ ​ຜົນ​ງານ​ອັນ​ພົ້ນ​ເດັ່ນ​ຂອງ​ ລ​ຊມ​ລ ​ໃນ​ການ​ສະ​ໜັບ​ສະ​ໜູນ​ ການ​ຄົ້ນ​ຄວ້າ​ບູ​ຮານ​ວິ​ທະ​ຍາ ແລະ ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ ສ​ປ​ປ ລາວ. ວັດ​ຖຸ​ທີ່​ຄົ້ນ​ພົບ​ໃນ​ເຂດ​ບໍ່​ຄຳ-ທອງ​ເຊ​ໂປນ ແລະ ​ຖືກມອບ​ໃນ​ຄັ້ງ​ນີ້ປະ​ກອ​ບ​ ດ້ວຍ: ຫີນ, ທອງ, ເຫຼັກ, ເຄື່ອງ​ປັ້ນ​ດິນ​ເຜົາ, ເບົ້າຫຼອມ ແລະ ແກ້ວ.

ນັບ​ຕັ້ງ​ແຕ່​ປີ 2008, ​ລ​ຊມ​ລ ໄດ້​ລົງ​ທຶນກວ່າ US$1,6 ລ້ານ​ ເຂົ້າ​ໃສ່​ໃນ​ການ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ທາງ​ປະ​ຫວັດ​ສາດ ແລະ ວັດ​ທະ​ນະ​ທຳ​ລາວ ທີ່​ມີ​ດົນ​ກວ່າ 3.000 ປີ ໂດຍ​ຜ່ານ​ການ​ຮ່ວມ​ມື​ກັບ ກົມ​ມໍ​ລະ​ດົກ, ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ ແລະ ມະ​ຫາ​ວິທະ​ຍາ​ໄລ​ ເຈມ​ສ໌​ຄຸກ ຂອງ​ປະ​ເທດ​ອົດ​ສະ​ຕ​ຣາ​ລີ. ການຮ່ວມມືດັ່ງກ່າວ ໄດ້ສະໜັບສະໜູນວຽກງານພາກສະໜາມ ທີ່ມີລັກສະນະພິເສດໃນລະດັບຊຸມຊົນທ້ອງຖິ່ນ, ລະດັບປະເທດ ແລະ ສາກົນ ເຊິ່ງໄດ້ມີອາສາສະໝັກທີ່ເປັນນັກສຶກສາຈາກນະຄອນຫຼວງວຽງຈັນ, ຊຸມຊົນທ້ອງຖິ່ນ, ປະເທດອົດສະຕຣາລີ, ນັກບູຮານຄະດີ, ແລະ ເຈົ້າໜ້າທີ່ຈາກກົມມໍລະດົກປະຈຳຢູ່ບໍ່ຄຳ-ທອງ ເຊໂປນ ໄດ້ຮ່ວມມືກັນຢ່າງໃກ້ຊິດ ໃນວຽກງານສຶກສາ-ຄົ້ນຄວ້າ​ບູ​ຮານ​ວິ​ທະ​ຍາ ແລະ ເຜີຍ​ແຜ່​ຜົນ​ການ​ຄົ້ນ​ຄວ້າ​ສູ່​ເວ​ທີ​ສາ​ກົນ.

ທ່ານ​ນາງ ສວນ​ສະ​ຫວັນ ວິ​ຍະເກດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ແລະ ທ່ານ​ນາງ ຫຼິງ​ທອງ ແສງ​ຕາ​ວັນ, ຮອງ​ເຈົ້າ​ແຂວງ​ສະ​ຫວັນ​ນະ​ເຂດ ໄດ້​ໃຫ້​ກຽດ​ເຂົ້າຮ່ວມ​ພິ​ທີມອບ-ຮັບ​ວັດ​ຖຸ​ບູ​ຮານ​ອັນ​ສຳ​ຄັນ​ຄັ້ງ​ນີ້​ ທີ່​ເມືອງວິ​ລະ​ບູ​ລີ, ແຂວງ​ສະ​ຫວັນ​ນະ​ເຂດ ໂດຍ​ໄດ້​ຮັບ​ຮູ້ ແລະ ຍ້ອງ​ຍໍ​ຊົມ​ເຊີຍ​ບໍ​ລິ​ສັດ ໃນການ​ສະ​ໜັບ​ສະ​ໜູນ​ ​ທີ່​ມີ​ມາ​ຢ່າງຍາວ​​ນານ​ໃນ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ເຫັນ​ໄດ້​ຄວາມ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ປົກ​ປັກ​ຮັກ​ສາ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ເພື່ອ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຢູ່​ໃນ ສ​ປ​ປ ລາວ.

ທ່ານ ສະໝານ ອະເນກາ – ຜູ້ອຳນວຍການໃຫຍ່ ໄດ້ມອບວັດຖຸບູຮານດັ່ງກ່າວ ໃຫ້ແກ່ ທ່ານນາງ ວັນເພັງ ແກ້ວປັນຍາ – ຜູ້ອຳນວຍການຫໍພິພິດທະພັນແຫ່ງຊາດ; ທ່ານ ນາລາທິເວດ ອຳມະລາທິທາດາ – ຜູ້ອຳນວຍການຫໍພິພິດທະພັນແຂວງສະຫວັນນະເຂດ; ແລະ ທ່ານນາງ ກັນ​ຫາ ໄຊ​ຍະ​ສານ – ຫົວໜ້າຫໍ​ວັດ​ທະ​ນະ​ທຳ​ເມືອງວິ​ລະ​ບູ​ລີ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ຄຳ​ຜຸຍ ສີ​ບຸນ​ເຮືອງ, ເຈົ້າ​ເມືອງ​ວິ​ລະ​ບູ​ລີ ແລະ ທ່ານ ພໍ ແຮ​ຣິ​ສ໌, ຜູ້​ຈັດ​ການ​ໃຫຍ່ ລ​ຊມ​ລ.

ວັດ​ຖຸ​ບູ​ຮານ ທີ່​ໄດ້​ມອບ-ຮັບ​ໃນ​ຄັ້ງ​ນີ້ ຈະ​ໄດ້​ນຳ​ໄປ​ວາງ​ສະ​ແດງ​ຢູ່​ທີ່ ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ (ຈຳ​ນວນ 130 ລາຍ​ການ), ຫໍ​ພິ​ພິດ​ທະ​ພັນ​ແຂວງ​ສະ​ຫວັນ​ນະ​ເຂດ (ຈຳ​ນວນ 68 ລາຍ​ການ) ແລະ ຫໍ​ວັດ​ທະ​ນະ​ທຳ​ເມືອງວິ​ລະ​ບູ​ລີ (83 ລາຍ​ການ) ເພື່ອ​​ເປັນ​ຮ່ອງ​ຮອຍ​ສຳ​ຄັນ​ໃນ​ການ​ສຶກ​ສາ​ຄົ້ນ​ຄ້​ວາ ແລະ​ ຮັບ​ຊົມ​ສຳ​ລັບລູກຫຼານ, ປະ​ຊາ​ກອນ ແລະ ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ. ລ​ຊມ​ລ ໄດ້​ມອບ ວັດ​ຖຸ​ບູ​ຮານ​ທັງ​ໝົດ 7.881 ລາຍ​ການ ໃຫ້​ແກ່​ລັດ​ຖະ​ບານ​ລາວ​ເກັບ​ຮັກ​ສາ ໃນ​ປີ 2019.

ທ່ານ​ນາງ ສວນ​ສະ​ຫວັນ ວິ​ຍະເກດ, ລັດ​ຖະ​ມົນ​ຕີ ກະ​ຊວງ ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ ທີ່ ລ​ຊມ​ລ ຍັງ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ການ​ຄົ້ນ​ຄວ້າ​ບູ​ຮານ​ວິ​ທະ​ຍາ ແລະ ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ ສ​ປ​ປ ລາວ. ວັດ​ຖຸ​ບູ​ຮານ​ທີ່ມອບ​ໃນ​ມື້​ນີ້ ຈະ​ຖືກ​ນຳ​ໄປວາງ​ສະ​ແດງ​ເພື່ອ​ໃຫ້​ທຸກ​ຄົນ​ຊື່ນ​ຊົມ ກໍ​ຄື ​ເພື່ອສົ່ງ​ເສີມ​ການສຶກ​ສາ​ຄົ້ນ​ຄວ້າ ແລະ ຄວາມ​ຮູ້​ດ້ານ​ປະ​ຫວັດ​ສາດ.”

ທ່ານ ພໍ ແຮ​ຣິ​ສ໌, ຜູ້​ຈັດ​ການ​ໃຫຍ່ ລ​ຊມ​ລ ໄດ້​ກ່າວ​ວ່າ: “ລ​ຊມ​ລ ມີ​ຄວາມ​ພາກ​ພູມ​ໃຈ​ໃນ​ການ​ສະ​ໜັບ​ສະ​ໜູນ​ກົມ​ມໍ​ລະ​ດົກ. ວັດ​ຖຸ​ບູ​ຮານ ​​ໄດ້ເປີດ​ຮ່ອງ​ຮອຍ​ສູ່​ຄວາມ​ສີ​ວິ​ໄລ​ໃນ​ຍຸກ​ສະ​ໄໝ​ບູ​ຮານເພື່ອ​ສະ​ແດງ​ໃຫ້​ພວກ​ເຮົາ​ເຫັນ​ວ່າ ບັນ​ພະ​ບູ​ລຸດ​ຂອງ​ພວກ​ເຮົາ​ໄດ້​​ມີ​ຊີ​ວິດ​ຢູ່ແນວ​ໃດ​ໃນຫຼາຍ​ພັນ​ປີ​ກ່ອນ​ໜ້າ​ນີ້. ຫໍ​ວັດ​ທະ​ນະ​ທຳ​ເມືອງວິ​ລະ​ບູ​ລີ ເປັນ​ອີກ​ທາງ​ເລືອກ​ໜຶ່ງ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ທີ່​ຈະ​ເດີນ​ທາງ​ມາ​ທ່ອງ​ທ່ຽວ​ພາຍ​ໃນ ສ​ປ​ປ ລາວ.”

​ຜ່ານ​ມາໄດ້​ມີ​ການ​ຄົ້ນ​ພົບ​ວັດ​ຖຸ​ບູ​ຮານ ແລະ ສະ​ຖານ​ທີ່​ມໍ​ລະ​ກົດ​ທີ່​ສຳ​ຄັນ ຢູ່​ໃນ​ຂົງ​ເຂດ​ອ້ອມ​ຂ້າງ​ບໍ່​ຄຳ-ທອງ​ເຊ​ໂປນ​ຄື ໃນ​ເດືອນ ມີ​ນາ 2018, ຄະ​ນະ​ບູ​ຮານ​ວິ​ທະ​ຍາ ໄດ້​ຄົ້ນ​ພົບ​ໄມ້​ຄຳ-ກັນ​ພັງ​ຢູ່​ໃນ​ຂຸມ​ສ້າງ​ບໍ່​ແຮ່​ທອງ​ໃນ​ສະ​​ໄໝ​ບູ​ຮານຫຼາຍກວ່າ 200 ຂຸມ​ບໍ່ ທີ່​ມີ​ອາ​ຍຸຫຼາຍກວ່າ 3 000 ປີ​ກ່ອນໜ້​າ​ນີ້.

ເມືອງວິ​ລະ​ບູ​ລີ ຖືກ​ຮັບ​ຮູ້​ໃນ​ລະ​ດັບ​ສາ​ກົນວ່າ ​ເປັນໜຶ່ງ​ໃນ​ເຂດທຳ​ອິດທີ່​ມີ​ການ​ຂຸດ​ຄົ້ນ​ບໍ່​ແ​ຮ່ ແລະ ສະ​ຖານ​ທີ່​ໂລ​ຫະ​ກິດ ​ຢູ່ ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ການ​ຂຸດ​ຄົ້ນ-ປຸງ​ແຕ່ງ​ແຮ່​ທາດ​ໃນ​ສະ​ໄໝ​ບູ​ຮານ​ຢູ່​ໃນ​ຂົງ​ເຂດ​ນີ້ ແມ່ນ​ໄດ້​ສືບ​ຕໍ່​ປະ​ຕິ​ບັດ​ກັນ​ມາ​ຈົນ​ເຖິງ​ປະ​ມານ 1 300 ປີ​ກ່ອນ (ຄ​ສ 700) ເຊິ່ງ ເປັນ​ໄລ​ຍະ​ທີ່ ຜູ້​ຄົນ​ໄດ້​ຂຸດ​ຄົ້ນ-ຫຼໍ່ຫຼອມ​ແຮ່​ທອງ​ທີ່​ອຸ​ດົມ​ສົມ​ບູນ​ຢູ່​ໃນ​ຈຸດ ‘ເປີ້ນເບົ້າຫຼໍ່’ ແລະ ຢູ່ທີ່ ‘ທົ່ງນາເງືອກ’ ແລ້ວບຸກ​ຄົນໄດ້ນຳໄປແລກປ່ຽນ-ຊື້ຂາຍກັນຕໍ່ໄປ ເຊິ່ງ ອັນ​ນີ້​ສະ​ແດງ​ໃຫ້​ເຫັນ ​ແລວທາງ​ການ​ຄ້າ​ຂາຍ​ພາກ​ພື້ນ​ທີ່​ມັ່ງ​ຄັ່ງ​ຮັ່ງ​ມີ ໃນຫຼາຍ​ສັດ​ຕະ​ວັດ​ກ່ອນ.

ວັດຖຸບູຮານອື່ນໆທີ່ຄົ້ນຄົບໃນ​ບໍ​ລິເວນນີ້ ແມ່ນລວມມີອຸປະກອນນຳໃຊ້ໃນການຂຸດຄົ້ນແຮ່ ເຊັ່ນ: ຂັ້ນໄດໄມ້ກົມ ແລະ ລູກໝາກລໍ້-ລ໋ອກ, ໄມ້ຄ້ຳ, ກະຕ່າໄມ້ໄຜ່ ແລະ ເຊືອກຫວາຍ; ຄ້ອງບ້າງທອງສຳລິດ (ທອງເຫຼືອງ) ຈາກຍຸກທອງເຫຼືອງ ເຊິ່ງວາງສະແດງໄວ້ຢູ່ທີ່ຫໍພິພິດທະພັນແຫ່ງຊາດໃນປັດຈຸບັນ; ກ້ອນທອງ, ເຄື່ອງປັ້ນດິນເຜົາ, ກະດິງທອງສຳລິດ, ເຄື່ອງປະດັບ, ເຄື່ອງໃຊ້ໃນພິທີກຳເສັ່ນໄຫວ້ ແລະ ວັດຖຸບູຮານອື່ນໆ ເຊິ່ງຊີ້ໃຫ້ເຫັນວ່າ ປະເທດລາວໃນອະດີດ ເປັນສະຖານ​ທີ່ປະຫວັດສາດທີ່ສຳຄັນຍິ່ງໃນ ພາກພື້ນແຫ່ງນີ້.

ບໍ່ແຮ່ໄດ້ເປັນປັດໃຈອັນສຳຄັນ ໃນການພັດທະນາຊຸມຊົນ ແລະ ສັງຄົມ ມາແຕ່ປະຫວັດສາດ. ການຂຸດຄົ້ນແມ່ນຍັງຈະດຳເນີນຕໍ່ໄປ ແລະ ພວກເຮົາຫວັງວ່າ ຈະໄດ້ເຜີຍແຜ່ການຄົ້ນພົບ ທີ່ໜ້າຕື່ນເຕັ້ນກວ່າເກົ່າ ທາງດ້ານມໍລະດົກວັດທະນະທຳ ແລະ ປະຫວັດສາດລາວ ​ໃນ​ອະ​ນາ​ຄົດຕໍ່ໆໄປ.



ທ່ານນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮັບຊົມວັດຖຸບູຮານທີ່ຄົ້ນພົບ ຢູ່ ບໍ່ຄຳ-ທອງເຊໂປນ ໃນປີ 2020-2021./Minister of Information, Culture, and Tourism Ms Souansavanh Viyaket views artefacts uncovered at Sepon Mine in 2020-2021.