ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງ ເຊໂປນ ສະໜັບສະໜູນ ແຂວງ ​ສະ​ຫວັນ​ນະ​ເຂດ​ ໃນ​ການ​ຮັບ​ມື​ກັບ COVID-19

ມິຖຸນາ 08, 2021

ບໍ​ລິ​ສັດ ລ້ານ​ຊ້າງ ມີເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ ເຊ​ໂປນ ໄດ້​ມອບ​ເງິນ​ຊ່ວຍ​ເຫຼືອ US$15,000 ໃຫ້​ແກ່ ແຂວງ​ສະ​ຫວັນ​ນະ​ເຂດ​ ເພື່ອ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ປ້ອງ​ການ ແລະ ຕ້ານ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19.

ທ່ານ ສະ​ໝານ ອະ​ເນ​ກາຜູ້​ອຳ​ນວຍ​ການ​ໃຫຍ່  ລ​ຊມລ. ກ່າວ​ວ່າ “ແຂວງ​ສະ​ຫວັນ​ນະ​ເຂດ​ໄດ້​ຕັ້ງ​ໜ້າ​ຮັບ​ມື​ກັບ​ການ​ສະ​ກັດ​ກັ້ນ ແລະ ຄວບ​ຄຸມ​ຄື້​ນ​ທີ 2 ຂອງ​ການ​ລະ​ບາດ​ພະ​ຍາດ COVID-19 ສຳ​ເລັດຕັ້ງ​ແຕ່​ຫົວ​ທີ ຈົນ​ມາ​ຮອດ​ປັດ​ຈຸ​ບັນ​ສ່ວນ​ໃຫຍ່​ກໍ​ເປັນ​ກໍ​ລະ​ນີ​ນຳ​ເຂົ້າ-ກໍ​ລະ​ນີ​ແຮງ​ງານ​ເດີນ​ທາງ​ກັບ​ມາ​ປະ​ເທດ​ຢ່າງ​ຖືກ​ກົດ​ໝາຍ”​ ທ່ານ​ກ່າວຕື່ມ​ອີກວ່າ “ທາງ​ບໍ​ລິ​ສັດ​ພູມ​ໃຈ​ທີ່ ​ເງິນ​ຊ່ວຍ​ເຫຼືອ​ຂອງ​ພວກ​​ເຮົາ​ຈະ​ປະ​ກອບ​ສ່ວນ​​ສານ​ຕໍ່​ວຽກ​ງານ ກໍ​ຄື​ ຄວາມ​ພະ​ຍາ​ຍາມ​ຂອງ​ແຂວງ​ໃນ​ການ​ຮັກ​ສາ​ໃຫ້​ຊຸມ​ຊົນ​ປອດ​ໄພ​ຈາກ​ພະ​ຍາດ COVID-19 ແລະ ໃນ​ຕໍ່​ໜ້າ​ຟື້ນ​ຟູ​ເສດ​ຖະ​ກິດ​ທ້ອງ​ຖິ່ນ.”

ໃນ​ເດືອນ​ຜ່ານ​ມາ, ລ​ຊມ​ລ ໄດ້​ມອບ US$100,000 ໃຫ້​ແກ່​ລັດ​ຖະ​ບານ​ລາວ ເພື່ອ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຮັບ​ມື​ກັບ​ການ​ລະ​ບາດ​ພະ​ຍາດ COVID-19 ໃນ ສ​ປ​ປ ລາວ. ລ​ຊມ​ລ ຍັງ​ໄດ້​ປະ​ກອບ​ສ່ວນ​ເປັນ​ເງິນ​ຈຳ​ນວນ 116.115.000 ກີ​ບ ​ໃຫ້​ແກ່ ພະ​ແນກ​ສາ​ທາ​ລະ​ນະ​ສຸກ ​ແຂວງ​ສະ​ຫວັນ​ນະ​ເຂດ ເພື່ອ​ກໍ່​ສ້າງ​ຫ້ອງ​ນ້ຳ-ຫ້ອງ​ອາບ​ນ້ຳ​ເພື່ອ​ໂຮງ​ໝໍ​ພາກ​ສະ​ໜາມ ແລະ ອີກ 50.000.000 ກີບ ໃຫ້​ແກ່​ເມືອງວິ​ລະ​ບູ​ລີ ສຳ​ລັບ​ວຽກ​ງານ​ຟື້ນ​ຟູ​ຕ່າງໆ.  ອີກ 60,000,000 ກີບ ແມ່ນ​ໄດ້​ມອບ​ໃຫ້​ແກ່ ໜ່ວຍ​ກູ້​ໄພ​ທີ່​ນະ​ຄອນຫຼວງວຽງ​ຈັນ ແລະ ສະ​ຫວັນ​ນະ​ເຂດເພື່ອ​ສະ​ໜັບ​ສະ​ໜູນຄວາມ​ອາດ​ສາ​ມາດ​ໃນ​ການ​ຮັບ​ມື​ເຫດ​ສຸກ​ເສີນ ໃນ​ໄລ​ຍະ​ນີ້.

ມາຮອດປັດຈຸບັນ, ໂດຍການຮ່ວມມືກັບລັດຖະບານລາວ, ລຊມລ ໄດ້ຊ່ວຍເຫຼືອ US$370,000 ສຳລັບວຽກງານປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບພະຍາດ COVID-19 ໃນ ສປປ ລາວ.

ການ​ປະ​ກອບ​ສ່ວນ​ເຫຼົ່າ​ນີ້​ຈະ​ຍົກ​ລະ​ດັບ​ຄວາມ​ອາດ​ສາ​ມາດ​ຂອງ​ລັດ​ຖະ​ບານ​ລາວ ໃນ​ການ​ສັກ​ວັກ​ຊີນ​ໃຫ້​ແກ່​ປະ​ຊາ​ກອນ​ພ​າຍ​ໃນ​ປະ​ເທດ ແລະ ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ອື່ນໆ ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ.

ນອກຈາກນີ້ກໍຕ້ອງໄດ້ສະແດງຄວາມຂອບໃຈມາຍັງ ກະຊວງສາທາລະນະສຸກ, ໂດຍສະເພາະແມ່ນພະແນກສາທາລະນະສຸກແຂວງສະຫວັນນະເຂດ ທີ່ໄດ້ສະໜອງວັກຊີນໃຫ້ແກ່ ທາງບໍລິສັດ ເຊິ່ງມາຮອດປັດຈຸບັນ ລຊມລ ໄດ້ສັກວັກຊີນໃຫ້ແກ່ 90% ຂອງພະນັກງານໃນບໍລິສັດ ກວມເອົາປະມານ 3,300 ຄົນ ໃນໄລຍະສອງ-ສາມ​ອາ​ທິດຜ່ານມາ.

75% ຂອງ​ພະ​ນັກ​ງານ​ ລ​ຊມ​ລ ແມ່ນ​ຄົນ​ທ້ອງຖິ່ນ​ຈາກ​ເມືອງວິ​ລະ​ບູ​ລີ ແລະ ແຂວງ​ສະ​ຫວັນ​ນະ​ເຂດ.

ລຊມລ ມຸ່ງໝັ້ນເພື່ອສະໜັບສະໜູນ ຄວາມພະຍາຍາມຂອງລັດຖະບານລາວ ໃນການສະກັດກັ້ນພະຍາດ COVID-19 ກໍຄື ສືບຕໍ່ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດເພື່ອປົກປ້ອງພະນັກງານ ແລະ ຊຸມຊົນໃຫ້ປອດໄພຈາກ COVID-19.



ທ່ານ ນາງ ຫຼິງ​ທອງ ແສງ​ຕາ​ວັນຮອງ​ເຈົ້າແຂວງ​ສະ​ຫວັນ​ນະ​ເຂດ, ຫົວ​ໜ້າ​ຄະ​ນະ​ສະ​ເພາະ​ກິດ​ເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ ແລະ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂັ້ນ​ແຂວງ ໄດ້​ຮັບ ເງິນ​ປະ​ກອບ​ສ່ວນ US$15,000 ​ຈາ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ຕາງ​ໜ້າ​ໂດຍ ທ່ານ ​ນາງ ລັດ​ສະ​ນີ ສີ​ສານຫົວ​ໜ້າ​ສາຍ​ງານ​ພົວ​ພັນກັບ​ລັດ​ຖະ​ບານ ໃນ​ວັນ​ທີ 08 ມິ​ຖຸ​ນາ 2021.