ການພັດທະນາຊຸມຊົນ – ການບໍລິຈາກເຄື່ອງ ເອັກສ໌ ເຣ ສຳລັບ ໂຮງໝໍເມືອງວິລະບູລີ

ມີນາ 11, 2022

ເອົາປາໃຫ້ຄົນລາວຈະກິນກຸ້ມມື້ໜຶ່ງ. ສອນຄົນໃຫ້ຮູ້ຕຶກເບັດລາວຈະລ້ຽງກຸ້ມຕົນເອງ ຕະຫຼອດຊີວິດ.” ຄຳສຸພາສິດນີ້ມີອາຍຸໄດ້ຢ່າງໜ້ອຍ 120 ປີ ໃນຫຼາຍພາສາ ແລະ ວັດທະນະທຳ. ຄຳສຸພາສິດ ບອກໃຫ້ເຮົາຮູ້ວ່າ ຈະເປັນການດີກວ່າ ຖ້າຈະສອນຄົນໃຫ້ຮູ້ເຮັດ ດີກວ່າສໍາເລັດແລ້ວ ຫຼື ມອບຜົນໃຫ້ເຂົາເຈົ້າ.

ຄຳສຸພາສິດນີ້ ສະທ້ອນອອກໃນ ວຽກງານພັດທະນາຊຸມຊົນຂອງພວກເຮົາແນວໃດ?

ໃນປີ 2020, LXML ໄດ້ຊື້ເຄື່ອງເອັກສ໌ເຣ ໃຫ້ແກ່ ໂຮງໝໍເມືອງວິລະບູລີ ຜ່ານ ກອງທຶນພັດທະນາຊຸມຊົນມູນຄ່າປະມານ US$85.000.

ໂດຍສືບສານຕໍ່ຈາກ ການສະໜັບສະໜູນດັ່ງກ່າວ, ພວກເຮົາໄດ້ສະໜອງທຶນ US$5.000 ເຂົ້າໃສ່ການຝຶກອົບຮົມໝໍ ແລະ ເຈົ້າໜ້າທີ່ຂອງໂຮງໝໍເມືອງວິລະບູລີ ກ່ຽວກັບ ການນຳໃຊ້ເຄື່ອງດັ່ງກ່າວ ລວມທັງວິທີການອ່ານ-ວິເຄາະຜົນ ກໍຄື ການບຳລຸງຮັກສາເຄື່ອງ.

ເຄື່ອງເອກສ໌ເຣ ຈະຍົກລະດັບຄວາມອາດສາມາດ ແລະ ຄຸນນະພາບການບໍລິການດ້ານສຸຂະພາບ ຢູ່ ໂຮງໝໍ ແລະ ເມືອງ ຜ່ານການກວດ ແລະ ວິເຄາະທີ່ທັນການ, ຖືກຕ້ອງ ແລະ ຊັດເຈນ ເຊິ່ງ ຖ້າສົມທຽບໃນເມື່ອກ່ອນແມ່ນຕ້ອງໄດ້ສົ່ງຄົນເຈັບໜັກ ໄປຮອດ ນະຄອນໄກສອນ ພົມວິຫານ ເພື່ອ ເອັກສ໌ເຣ. ໃນປັດຈຸບັນນີ້ ແມ່ນສາມາດກວດໄດ້ຢ່າງວ່ອງໄວ ຢູ່ ກັບເມືອງວິລະບູລີ.

ມາຮອດປັດຈຸບັນ, ໂຮງໝໍເມືອງວິລະບູລີ ໄດ້ເອກສ໌ເຣ ໃຫ້ແກ່ຄົນເຈັບເກືອບ 2.000 ຄົນ ແລະ ຈຳນວນຄົນເຈັບທີ່ໄດ້ຖືກນຳສົ່ງໄປໂຮງໝໍຢູ່ເມືອງ ແລະ ແຂວງອື່ນກໍເຫັນວ່າຫລຸດລົງ.

ຈາກ ການສະໜັບສະໜູນຂອງ LXML ຜ່ານກອງທຶນພັດທະນາຊຸມຊົນໃນຄັ້ງນີ້, ໂຮງໝໍເມືອງວິລະບູລີ ຈະສືບຕໍ່ບຳລຸງຮັກສາເຄື່ອງເອັກສ໌ເຣ, ຖ່າຍທອດຄວາມຮູ້ ໃຫ້ແກ່ແພດໝໍອື່ນໆ ແລະ ຮຸ່ນຫຼັງ ເພື່ອໃຫ້ສາມາດສະໜອງການບໍລິການດ້ານການແພດສຳຄັນໃຫ້ແກ່ ສະມາຊິກຊຸມຊົນໃນ ເມືອງວິລະບູລີ 45.000 ກວ່າຄົນ.

ຕັ້ງແຕ່ປີ 2003, ກອງທຶນພັດທະນາຊຸມຊົນໄດ້ລົງທຶນເກືອບ US$910.000 ເຂົ້າໃສ່ ໂຄງການສາທາລະນະສຸກ ເຊິ່ງໃນນັ້ນ 35% ແມ່ນໄດ້ຈັດສັນເຂົ້າໃສ່ ໂຮງໝໍເມືອງວິລະບູລີ (US$317,000). ການສະໜັບສະໜູນດັ່ງກ່າວລວມມີ ພື້ນຖານໂຄງລ່າງສາທາລະນະສຸກ, ລົດໂຮງໝໍ, ອຸປະກອນການແພດ ແລະ ການສ້າງຂີດຄວາມອາດສາມາດໃຫ້ແກ່ແພດໝໍ.