ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງ ເຊໂປນ ສະໜັບສະໜູນ ເມືອງວິ​ລະ​ບູ​ລີ​ໃນ​ການ​ຮັບ​ມື​ກັບ COVID-19

ມິຖຸນາ 03, 2021

​ບໍ​ລິ​ສັດ ລ້ານ​ຊ້າງ ມີເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ ເຊ​ໂປນ ໄດ້​ມອບ​ເງິນ​ຊ່ວຍ​ເຫຼືອ 50,000,000 ​ກີບ​ໃຫ້​ແກ່ ເມືອງວິ​ລະ​ບູ​ລີ​ ເພື່ອ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ປ້ອງ​ການ ແລະ ຕ້ານ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19.

ທ່ານ ສະ​ໝານ ອະ​ເນ​ກາຜູ້​ອຳ​ນວຍ​ການ​ໃຫຍ່ ລ​ຊມ​ລ ໄດ້​ກ່າວ​ວ່າ: “ນັບ​ຕັ້ງ​ແຕ່​ມີ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19, ບໍ​ລິ​ສັດ ລ​ຊມ​ລ ແລະ ເມືອງວິ​ລະ​ບູ​ລີ ໄດ້​ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ໃກ້​ຊິດ​ເພື່ອ​ຮັບະ​ກັນ​ໃຫ້​ພະ​ນັກ​ງານ ແລະ ຊຸມ​ຊົນ​ທ້ອງ​ຖິ່ນ​ປອດ​ໄພ​ຈາກ​ພະ​ຍາດ COVID-19. ພວກ​ເຮົາ​ພູມ​ໃຈ​ທີ່ ​ເງິນ​ຊ່ວຍ​ເຫຼືອ​ຂອງ​ພວກ​​ເຮົາ​ຈະ​ປະ​ກອບ​ສ່ວນ​ສະ​ໜັບ​ສະ​ໜູນ​ຊຸມ​ຊົນ​ໃນ​ການ​ຮັບ​ມື້​ກັບ ຄື້ນ​ທີ​ສອງ​ຂອງ​ການ​ລະ​ບາດ​ພະ​ຍາດ COVID-19 ທີ​ພວກ​ເຮົາ​ກຳ​ລັງ​ປະ​ເຊີນຢູ່.”

ອຳ​ນາດ​ການ​ປົກ​ຄອງ​ເມືອງວິ​ລະ​ບູ​ລີ ແລະ ແຂວງ​ສະ​ຫວັນ​ນະ​ເຂດ ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​​ຢ່າງເຂັ້ມ​ງວດ ໃນ​ການ​ປ້ອງ​ກັນ​ການ​ລະ​ບາດ​ພະ​ຍາດ COVID-19. ເມືອງວິ​ລະ​ບູ​ລີ ມີ​ການ​​ຢັ້ງ​ຢືນກໍ​ລະ​ນີ​ຕິດ​ເຊື້ອ COVID-19 ​ຜ່ານ​ມາ​ມີ 1 ຄົນ.

ໃນ​ເດືອນ​ຜ່ານ​ມາ, ລ​ຊມ​ລ ໄດ້​ມອບ US$100,000 ໃຫ້​ແກ່​ລັດ​ຖະ​ບານ​ລາວ ເພື່ອ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຮັບ​ມື​ກັບ​ການ​ລະ​ບາດ​ພະ​ຍາດ COVID-19 ໃນ ສ​ປ​ປ ລາວ. ລ​ຊມ​ລ ຍັງ​ໄດ້​ປະ​ກອບ​ສ່ວນ​ເປັນ​ເງິນ​ຈຳ​ນວນ 116,115,000 ກີ​ບ ​ໃຫ້​ແກ່ ພະ​ແນກ​ສາ​ທາ​ລະ​ນະ​ສຸກ ​ແຂວງ​ສະ​ຫວັນ​ນະ​ເຂດ ເພື່ອ​ກໍ່​ສ້າງ​ຫ້ອງ​ນ້ຳ-ຫ້ອງ​ອາບ​ນ້ຳ​ເພື່ອ​ໂຮງ​ໝໍ​ພາກ​ສະ​ໜາມ ແລະ ອີກ US$15,000 ໃຫ້​ແກ່​ແຂວງ​ສະ​ຫວັນ​ນະ​ເຂດ ສຳ​ລັບ​ວຽກ​ງານ​ຟື້ນ​ຟູ​ຕ່າງໆ.  ອີກ 60,000,000 ກີບ ແມ່ນ​ໄດ້​ມອບ​ໃຫ້​ແກ່ ໜ່ວຍ​ກູ້​ໄພ​ທີ່​ນະ​ຄອນຫຼວງວຽງ​ຈັນ ແລະ ສະ​ຫວັນ​ນະ​ເຂດເພື່ອ​ສະ​ໜັບ​ສະ​ໜູນຄວາມ​ອາດ​ສາ​ມາດ​ໃນ​ການ​ຮັບ​ມື​ເຫດ​ສຸກ​ເສີນ ໃນ​ໄລ​ຍະ​ນີ້.

ມາຮອດປັດຈຸບັນ, ໂດຍການຮ່ວມມືກັບລັດຖະບານລາວ, ລຊມລ ໄດ້ຊ່ວຍເຫຼືອ US$370,000 ສຳລັບວຽກງານປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບພະຍາດ COVID-19 ໃນ ສປປ ລາວ.

ການ​ປະ​ກອບ​ສ່ວນ​ເຫຼົ່າ​ນີ້​ຈະ​ຍົກ​ລະ​ດັບ​ຄວາມ​ອາດ​ສາ​ມາດ​ຂອງ​ລັດ​ຖະ​ບານ​ລາວ ໃນ​ການ​ສັກ​ວັກ​ຊີນ​ໃຫ້​ແກ່​ປະ​ຊາ​ກອນ​ພ​າຍ​ໃນ​ປະ​ເທດ ແລະ ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ອື່ນໆ ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ.

ນອກຈາກນີ້ກໍຕ້ອງໄດ້ສະແດງຄວາມຂອບໃຈມາຍັງ ກະຊວງສາທາລະນະສຸກ, ໂດຍສະເພາະແມ່ນພະແນກສາທາລະນະສຸກແຂວງສະຫວັນນະເຂດ ທີ່ໄດ້ສະໜອງວັກຊີນໃຫ້ແກ່ ທາງບໍລິສັດ ເຊິ່ງມາຮອດປັດຈຸບັນ ລຊມລ ໄດ້ສັກວັກຊີນໃຫ້ແກ່ 90% ຂອງພະນັກງານໃນບໍລິສັດ ກວມເອົາປະມານ 3,300 ຄົນ ໃນໄລຍະສອງ-ສາມ​ອາ​ທິດຜ່ານມາ.

ລຊມລ ມຸ່ງໝັ້ນເພື່ອສະໜັບສະໜູນ ຄວາມພະຍາຍາມຂອງລັດຖະບານລາວ ໃນການສະກັດກັ້ນພະຍາດ COVID-19 ກໍຄື ສືບຕໍ່ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດເພື່ອປົກປ້ອງພະນັກງານ ແລະ ຊຸມຊົນໃຫ້ປອດໄພຈາກ COVID-19.


ທ່ານ ບຸນເນື່ອງ ຈັນຫອມ, ຮອງເຈົ້າເມືອງໆວິລະບູລີ ໄດ້ຮັບ ເງິນປະກອບສ່ວນ 50,000,000 ກີບຈາ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ຕາງໜ້າໂດຍ ທ່ານ ນາມຊະນະ ໂພທິພັນ, ຫົວໜ້າສາຍງານພົວພັນ-ຂົນຂວາຍກັບຜູ້ມີສ່ວນຮ່ວມ ໃນວັນທີ 02 ມິຖຸນາ 2021.