ຄົ້ນພົບ ວັດຖຸບູຮານ ຍຸກລ້ານຊ້າງ

ພະຈິກ 24, 2021


ໃນໄລຍະສອງເດືອນຜ່ານມາ, ທີມງານມໍລະດົກວັດທະນະທຳຂອງ LXML ໄດ້ຄົ້ນພົບວັດຖຸບູຮານຈຳນວນໜຶ່ງທີ່ມີອາຍຸຕັ້ງແຕ່ສັດຕະວັດທີ 18 ຫຼື ຍຸກລ້ານຊ້າງ. ການຄົ້ນພົບເຫຼົ່ານີ້ ເປັນການຢັ້ງຢືນອີກຄັ້ງ ວ່າ ບໍ່ຄຳ-ທອງເຊໂປນ ຕັ້ງຢູ່ສະຖານໜຶ່ງທີ່ມີຄວາມໝາຍຄວາມສຳຄັນດ້ານປະຫວັດສານການຂຸດຄົ້ນບໍ່ແຮ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ໝໍ້ທອງ, ກ້ອນທອງ ແລະ ແຜ່ນທອງ ຄືບາງວັດຖຸບູຮານທີ່ຄົ້ນພົບໃນຫວ່າງບໍ່ດົນມານີ້. ລັກສະນະການຝັງນັ້ນເປັນການແບບເຊື່ອງຊ້ອນໄວ້ເພື່ອເອົາມານຳໃຊ້ນຳຫຼັງ ແຕ່ບໍ່ແມ່ນການຝັງເພື່ອອຸທິດໃຫ້ແກ່ດວງວິນຍານ ຫຼື ພິທິກຳທາງສາດສະໜາອື່ນໆ.

ມີ ໝໍ້ທອງ 4 ໜ່ວຍທີ່ຄົ້ນພົບຢູ່ ບໍ່ດິສໂກເວີຣີ ແລະ ບໍ່ໄມ້ແດງ ເຊິ່ງ ມີອາຍຸລະຫວ່າງ 300 ຫາ 2000 ປີ ກໍຄື ຍຸກລ້ານຊ້າງ. ວັດຖຸເຫຼົ່ານີ້ ແມ່ນນຳໃຊ້ເຂົ້າໃນຊີວິດປະຈຳວັນ.

ມີແຜ່ນທອງອີກ 17 ແຜ່ນທີ່ຄົ້ນພົບຫ່າງຈາກ ປ່າຊ້າຜາວັດໄປທາງຕາເວັນຕົກປະມານ 500 ແມັດ ມີອາຍຸລະຫວ່າງ 2464-1309 ກ່ອນ. ແຜ່ນທອງເຫຼົ່ານີ້ຜະລິດຂຶ້ນເພື່ອເປັນວັດຖຸດິບໃນການແລກປ່ຽນຊື້-ຂາຍສິນຄ້າຂອງຄົນສະໄໝນັ້ນ ຫຼື ໃຊ້ເພື່ອແທນເງິນ ດັ່ງເງິນທີ່ພວກເຮົາທຸກຄົນໃຊ້ໃນປັດຈຸບັນ. ໃນຂະນະທີ່ຄຳ ແລະ ໂລຫະເງິນນັ້ນອາດເປັນສິ່ງທີ່ຜູ້ຮັ່ງມີ ແລະ ມີອຳນາດເທົ່ານັ້ນທີ່ເຂົ້າຫາໄດ້ ແລະ ມີຢ່າງຫຼວງຫຼາຍໃນຍຸກບູຮານ, ແຕ່ວ່າ ທອງ ເປັນ ໂລຫະສົດທີ່ຄົນທົ່ວໆໄປສາມາດຫາ-ໃຊ້ໄດ້ງ່າຍ.

ນັບແຕ່ປີ 2008 ເປັນຕົ້ນມາ, ບໍລິສັດ ລຊມລ ໄດ້ລົງທຶນກວ່າ US$1,3 ລ້ານ ເຂົ້າໃສ່ໃນການສະໜັບສະໜູນໃຫ້ແກ່ການອະນຸລັກມໍລະດົກທາງປະຫວັດສາດ ແລະ ວັດທະນະທຳ ທີ່ມີມາດົນກວ່າ 3.000 ປີ ໂດຍຜ່ານການຮ່ວມມື ກັບກົມມໍລະດົກ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ; ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລ ເຈມສ໌ຄຸກ ຂອງປະເທດອົດສະຕຣາລີ. ການຮ່ວມມືດັ່ງກ່າວ ໄດ້ສະໜັບສະໜູນວຽກງານພາກສະໜາມ ທີ່ມີລັກສະນະພິເສດໃນລະດັບຊຸມຊົນທ້ອງຖິ່ນ, ລະດັບປະເທດ ແລະ ສາກົນ ຊຶ່ງໄດ້ມີອາສາສະໝັກທີ່ເປັນນັກສຶກສາຈາກນະຄອນຫຼວງວຽງຈັນ, ຊຸມຊົນທ້ອງຖິ່ນ, ປະເທດອົດສະຕຣາລີ, ນັກບູຮານຄະດີ, ແລະ ເຈົ້າໜ້າທີ່ຈາກກົມມໍລະດົກປະຈຳຢູ່ບໍ່ຄຳ-ທອງ ເຊໂປນ ໄດ້ຮ່ວມມືກັນຢ່າງໃກ້ຊິດ ໃນວຽກງານສຶກສາ-ຄົ້ນຄວ້າກ່ຽວກັບ ຄວາມສີວິໄລໃນສະໄໝບູຮານ. ວຽກງານນີ້ຊ່ວຍໃຫ້ພວກເຮົາເຂົ້າໃຈກ່ຽວກັບວິຖີຊີວິດຂອງຄົນໃນອະດີດ ແລະ ຄວາມໝາຍຄວາມສຳຄັນຕໍ່ອະນາຄົດຂອງພວກເຮົາ.

ການຂຸດຄົ້ນບໍ່ແຮ່ໄດ້ເປັນປັດໃຈອັນສຳຄັນ ໃນການພັດທະນາຊຸມຊົນ ແລະ ສັງຄົມ ມາແຕ່ປະຫວັດສາດ. ໃນຄະນະທີ່ການຂຸດຄົ້ນວັດຖຸບູຮານ ຍັງຈະດຳເນີນຕໍ່ໄປ, ພວກເຮົາຫວັງວ່າ ຈະໄດ້ມີການເຜີຍແຜ່ການຄົ້ນພົບ ທີ່ໜ້າຕື່ນເຕັ້ນກວ່າເກົ່າ ທາງດ້ານມໍລະດົກວັດທະນະທຳ ແລະ ປະຫວັດສາດລາວ ໄດ້ຕື່ມໄປອີກຕໍ່ໆໄປ.