About Sepon
Sepon is an open-pit and underground Gold and Copper mine in Savannakhet Province, Lao PDR. Lane Xang Minerals Limited Company (LXML) is the registered name of the company which owns and operates Sepon. Chifeng Jilong Gold Mining Co., Ltd owns 90 per cent of LXML and 10 per cent owns by Lao Government.
Since operations commenced in 2003, LXML Sepon has produced over 1.1 million tonnes of copper cathode and over 1.7 million ounces of gold. In 2024, Sepon produced 6,014 tonnes of copper and 5,427 Kg of gold. In 2025, our planned production forecast is over 5,703 Kg of gold and 10,010 tonnes of copper, LXML has contributed over US$1.7 billion in direct revenue to the Lao Government through taxes, royalties and dividends. Indirect benefits through employment, training, community, and local business development programs have also contributed significantly to social and economic development in the Lao PDR.
News
ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ – 24 ທັນວາ 2025 – ບໍລິສັດ ຊື່ເຟິງ ຂຸດຄົ້ນຄໍາ ໄດ້ຈັດພິທີສະເຫຼີມສະຫຼອງ ຂີດໝາຍແຫ່ງຄວາມສໍາເລັດ ໃນການດຳເນີນງານຢູ່ ບໍ່ຄຳ-ທອງ ເຊໂປນ ດ້ວຍຜົນສຳເລັດການຜະລິດຄຳ ບັນລຸ 1 ລ້ານອອນຊ໌ ນັບຕັ້ງແຕ່ການເລີ່ມຕົ້ນກັບມາຜະລິດຄຳຄືນໃໝ່ ໃນປີ 2020, ພາຍຫຼັງທີ່ ທາງກຸ່ມບໍລິສັດ ໄດ້ເຂົ້າມາຊື້ກິດຈະການ ບໍ່ຄຳ-ທອງ ເຊໂປນ.
ຂີດໝາຍດັ່ງກ່າວ ຖືເປັນຜົນສຳເລັດທີ່ສຳຄັນ ສຳລັບການດຳເນີນງານຂອງ ບໍລີສັດ ຊື່ເຟິງ ຂຸດຄົ້ນຄໍາ ຢູ່ໃນ ສປປ ລາວ ແລະ ສະທ້ອນເຖິງຜົນສຳເລັດໃນການຟື້ນຟູ, ການສ້າງສະຖຽນລະພາບ ແລະ ການເຕີບໂຕຂອງການຜະລິດຄຳ ຢູ່ບໍ່ຄໍາ-ທອງ ເຊໂປນ ພາຍໃຕ້ການບໍລິຫານຂອງ ບໍລີສັດ ຊື່ເຟິງ ຂຸດຄົ້ນຄໍາ. ພິທີດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ ພາກສະໜາມ ບໍ່ຄໍາ-ທອງ ເຊໂປນ, ໂດຍມີການເຂົ້າຢ້ຽມຊົມໂຮງງານ ແລະ ສະແດງແທ່ງຄຳ 1 ລ້ານອອນຊ໌ ເພື່ອເປັນສັນຍາລັກແຫ່ງຜົນສຳເລັດຂອງບໍລິສັດ.
ພິທີສະເຫຼີມສະຫຼອງໃນຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພິຍານ ໂດຍ ການນຳຂັ້ນສູງຈາກ ກະຊວງອຸດສາຫະກຳ ແລະ ການຄ້າ, ລວມມີ ທ່ານ ປອ. ຈັນສະແຫວງ ບຸນຍົງ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ບຸນຍົງ ສິດາວົງ, ຫົວໜ້າກົມທໍລະນີສາດ ແລະ ບໍ່ແຮ່; ພ້ອມດ້ວຍຄະນະຜູ້ແທນ ແລະ ການນຳຂັ້ນແຂວງ ຈາກ ແຂວງສະຫວັນນະເຂດ. ນອກຈາກນີ້, ຍັງມີຄະນະຜູ້ບໍລິຫານ ຂອງ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈໍາກັດ (LXML) ເຂົ້າຮ່ວມ ນຳໂດຍ ທ່ານ ໂຈ ຊິນປີງ, ຮັກສາການປະທານບໍລິສັດ LXML; ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່; ທ່ານ ແອນດຣູ ບຣາວ, ຮອງຜູ້ຈັດການໃຫຍ່ ແລະ ພະນັກງານຜູ້ຕາງໜ້າຈາກ LXML. ພິທີດັ່ງກ່າວ ໄດ້ຮັບຮູ້ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງບໍລິສັດໃນຄັ້ງນີ້ ຊຶ່ງມີຄວາມສຳຄັນຕໍ່ຂະແໜງບໍ່ແຮ່ ແລະ ການພັດທະນາເສດຖະກິດຂອງຊາດ.
ທ່ານ ໂຈ ຊິນປີງ ໄດ້ກ່າວມີຄໍາເຫັນໃນບາງຕອນວ່າ: “ຂີດໝາຍດັ່ງກ່າວ ສະທ້ອນເຖິງການນຳພາທີ່ເຂັ້ມແຂງຂອງ ບໍລິສັດ ຊື່ເຟິງ ຂຸດຄົ້ນຄໍາ, ການບໍລິຫານທີ່ມີລະບຽບວິໄນ ແລະ ຄວາມທຸ່ມເທຂອງພະນັກງານທຸກຄົນ ນັບຕັ້ງແຕ່ການເລີ່ມຕົ້ນການດຳເນີນງານຄືນໃໝ່. ທ່ານ ກ່າວຕື່ມອີກວ່າ: "ສຳລັບທິດທາງໃນຕໍ່ໜ້າ, ພາຍໃຕ້ການນຳພາຂອງ ຊື່ບໍລິສັດ ຊື່ເຟິງ ຂຸດຄົ້ນຄໍາ, LXML ຈະສືບຕໍ່ເນັ້ນໜັກໃສ່ ການດຳເນີນງານທີ່ປອດໄພ, ສ້າງຄວາມເປັນເລີດໃນການດຳເນີນງານ, ການປະຫຍັດຕົ້ນທຶນ ແລະ ການພັດທະນາທີ່ຍືນຍົງ. ຂ້າພະເຈົ້າ ເຊື່ອໝັ້ນຢ່າງແນ່ນອນວ່າ ດ້ວຍການຮ່ວມມືກັນເປັນທີມດຽວ, ພວກເຮົາຈະສາມາດຍາດໄດ້ຜົນສຳເລັດທີ່ຍິ່ງໃຫຍ່ກວ່າເກົ່າ ໃນປີທີ່ຈະມາເຖິງນີ້."
ຜົນສຳເລັດນີ້ ຍັງສະທ້ອນເຖິງຄຳໝັ້ນສັນຍາອັນກວ້າງຂວາງຂອງ ບໍລິສັດ ຊື່ເຟິງ ຂຸດຄົ້ນຄໍາ ຕໍ່ການດໍາເນີນວຽກງານບໍ່ແຮ່ແບບຍືນຍົງ ແລະ ມີຄວາມຮັບຜິດຊອບ. ໃນຖານະທີ່ເປັນບໍລິສັດລູກທີ່ສຳຄັນພາຍໃນກຸ່ມບໍລິສັດ, ບໍ່ຄຳ-ທອງ ເຊໂປນ ຍັງຈະສືບຕໍ່ສ້າງຄຸນຄ່າ ຜ່ານການຈ້າງງານ, ການສ້າງລາຍຮັບໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະ ການປະກອບສ່ວນຢ່າງຕໍ່ເນື່ອງ ເຂົ້າໃນການພັດທະນາຊຸມຊົນ ໃນເມືອງວິລະບູລີ ແລະ ແຂວງສະຫວັນນະເຂດ.
ນອກນີ້, ໄດ້ມີການຈັດງານລ້ຽງສະເຫຼີມສະຫຼອງໃນຕອນຄ່ຳ ຢູ່ທີ່ ພາກສະໜາມບໍ່ຄຳເຊໂປນ, ໂດຍມີ ຄະນະບໍລິຫານ LXML, ພະນັກງານ ແລະ ຜູ້ຮັບເໝົາ ເຂົ້າຮ່ວມ. ງານດັ່ງກ່າວ ຍັງຈັດຂຶ້ນກົງກັບ ງານລ້ຽງສະເຫຼີມສະຫຼອງວັນຄຣິສມາດ ແລະ ສົ່ງທ້າຍປີເກົ່າຂອງບໍລິສັດ, ເຊິ່ງເປັນໂອກາດໃຫ້ພະນັກງານ ໄດ້ທົບທວນຄືນຜົນງານ, ຍ້ອງຍໍຊົມເຊີຍການປະກອບສ່ວນຂອງທຸກຄົນ ແລະ ສ້າງຄວາມສາມັກຄີອັນແໜ້ນແຟ້ນ ເພື່ອຕ້ອນຮັບປີໃໝ່.
ໃນຂະນະທີ່ ບໍລິສັດ ຊື່ເຟິງ ຂຸດຄົ້ນຄໍາ ສືບຕໍ່ຂະຫຍາຍຕົວຂື້ນສູ່ລະດັບສາກົນ, ລວມທັງຄວາມສຳເລັດໃນການຈົດທະບຽນໃນຕະຫຼາດຫຼັກຊັບ 2 ແຫ່ງ ຄື: ຕະຫຼາດຫຼັກຊັບຊຽງໄຮ້ ແລະ ຮົງກົງ ໃນຕົ້ນປີນີ້, ທາງກຸ່ມບໍລິສັດ ໄດ້ຢືນຢັນຄືນເຖິງຄຳໝັ້ນສັນຍາໄລຍະຍາວ ໃນການດຳເນີນງານຢ່າງມີຄວາມຮັບຜິດຊອບ ໃນ ສປປ ລາວ, ການລົງທຶນໃສ່ຂີດຄວາມສາມາດໃນການດຳເນີນງານ ແລະ ການສ້າງຄຸນຄ່າທີ່ຍືນຍົງໃຫ້ແກ່ປະເທດຊາດ ຜ່ານການເຮັດດໍາເນີນວຽກງານບໍ່ແຮ່ທີ່ມີຄວາມປອດໄພ, ໂປ່ງໃສ ແລະ ຍືນຍົງ.

Vilabouly District, Savannakhet Province, Lao PDR – 24 December 2025 – Chifeng Gold marked a significant milestone at its Sepon Mine operations with the achievement of 1 million ounces of gold produced since the restart of gold production in 2020, following the Group’s acquisition of the Sepon Mine.
The milestone represents an important achievement for Chifeng Gold’s operations in Lao PDR and reflects the successful recovery, stabilisation, and growth of gold production at Sepon under Chifeng Gold’s ownership. The occasion was formally marked at the Sepon processing plant, where the gold bar representing the 1-million-ounce milestone was presented as a symbol of the Company’s achievement.
The milestone was witnessed by senior representatives from the Ministry of Industry and Commerce, including Dr. Chansaveng Bounyong, Vice Minister of Industry and Commerce; Mr. Bounyong Sidavong, Director General of the Department of Geology and Mines; their accompanying delegations; and provincial authorities from Savannakhet Province. Also in attendance were members of the Lane Xang Minerals Limited Company (LXML) management team, led by Mr. Zhou Xinbing, Acting President, together with Mr. Saman Aneka, Managing Director; Mr. Andrew Brown, Vice General Manager; and other LXML representatives. The distinguished participants acknowledged the achievement and its significance for the Lao mining sector and national economic development.
Speaking on the occasion, Mr. Zhou Xinbing said the milestone reflected Chifeng Gold’s strong leadership, disciplined management, and the dedication of the workforce since the restart of operations.
“Looking ahead, under the leadership of Chifeng Gold, LXML will continue to focus on safe operations, operational excellence, cost discipline, and sustainable development. I firmly believe that by working together as one team, we can achieve even greater success in the year ahead,” Mr. Zhou said.
The achievement also reflects Chifeng Gold’s broader commitment to sustainable and responsible mining. As a key operation within the Group, Sepon Mine continues to deliver value through employment, local procurement, and ongoing contributions to community development in Vilabouly District and Savannakhet Province.
The milestone marking was followed by an evening celebration at the Sepon Mine site, attended by the LXML Sepon leadership team, employees, and contractors. The event also coincided with the Company’s Christmas and year-end celebration, providing an opportunity for employees to reflect on achievements, recognise collective contributions, and strengthen unity ahead of the year to come.
As Chifeng Gold continues to expand its global presence, including becoming dual listed on the Shanghai and Hong Kong Stock Exchanges earlier this year, the Group reaffirmed its long-term commitment to operating responsibly in Lao PDR, investing in operational capability, and delivering lasting value to the country through safe, transparent, and sustainable mining.
LXML ເປີດນຳໃຊ້ ປະຕູ “ນາລູ” ແຫ່ງໃໝ່, ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ການພັດທະນາໄລຍະຍາວ ຂອງ ບໍ່ຄໍາ-ທອງ ເຊໂປນ.
ໃນວັນທີ 9 ທັນວາ 2025 — ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈຳກັດ (LXML) ໄດ້ເປີດນຳໃຊ້ ປະຕູ “ນາລູ” ທີ່ຫາກໍ່ສ້າງສຳເລັດໃໝ່ ຢູ່ ພາກສະໜາມ ບໍ່ຄໍາ-ທອງ ເຊໂປນ ຢ່າງເປັນທາງການ, ເຊິ່ງຖືເປັນຂີດໝາຍອັນສຳຄັນ ໃນການພັດທະນາການດຳເນີນງານຢ່າງຕໍ່ເນື່ອງ ຂອງບໍລິສັດ. ພິທີເປີດດັ່ງກ່າວ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ເຈຣາມີ ເດວິດສັນ, ຜູ້ຈັດການໃຫຍ່ LXML, ເຂົ້າຮ່ວມງານໂດຍ ຄະນະນຳບໍລິສັດ LXML ເຊໂປນ ແລະ ພະນັກງານ.
ປະຕູນາລູ ແຫ່ງໃໝ່ນີ້ ຈະນຳໃຊ້ເປັນທາງ ເຂົ້າ-ອອກ ຫຼັກ ສູ່ ພາກສະໜາມ ບໍ່ຄໍາ-ທອງ ເຊໂປນ ແລະ ຖືກພັດທະນາຂຶ້ນ ເພື່ອສະໜັບສະໜູນ ການເຕີບໂຕໃນໄລຍະຍາວ ຂອງການດຳເນີນງານ. ໃນຄຳເວົ້າກ່າວເປີດພິທີ, ທ່ານ ເຈເຣມີ ເດວິດຊັນ ໄດ້ຢໍ້າໃຫ້ເຫັນວ່າ ປະຕູນາລູເກົ່າ ຖືເປັນປະຕູຊັບທີ່ມີຄວາມສໍາຄັນແກ່ວຽກງານຂອງບໍລິສັດເປັນຢ່າງດີໃນຫຼາຍປີຜ່ານມາ, ແຕ່ເນື່ອງຈາກ ຄວາມສາມາດໃນການດຳເນີນງານ, ທ່າແຮງບຸກຄາລະກອນ ແລະ ວິໄສທັດໄລຍະຍາວ ຂອງ LXML ຈຶ່ງຮຽກຮ້ອງໃຫ້ມີ ການກໍ່ສ້າງໂຄງສ້າງປະຕູຫຼັງໃໝ່ໃຫ້ມີຄວາມທັນສະໄໝຂື້ນ ແລະ ຕອບສະໜອງການນຳໃຊ້ໃຫ້ດີກວ່າເກົ່າ.
ທ່ານ ເຈເຣມີ ໄດ້ກ່າວຕື່ມອີກວ່າ: “ປະຕູໂຂງແຫ່ງໃໝ່ນີ້ ເປັນໄດ້ຫຼາຍກວ່າຄໍາວ່າ ຈຸດຜ່ານເຂົ້າ-ອອກ; ມັນເປັນສັນຍະລັກແຫ່ງ ການເຕີບໂຕຢ່າງຕໍ່ເນື່ອງ, ການຫັນປ່ຽນ ແລະ ຄວາມມຸ່ງໝັ້ນສູ່ຄວາມເປັນເລີດ ຂອງພວກເຮົາ. ປະຕູໂຂງ ນາລູ ມີຂະໜາດໃຫຍ່ກວ່າ, ແຂງແຮງກວ່າ, ປອດໄພກວ່າ ແລະ ມີຮູບລັກສະນະທີ່ສອດຄ່ອງກັບ ຄວາມກ້າວໜ້າທີ່ພວກເຮົາກຳລັງສ້າງຂຶ້ນ ໃນທົ່ວການດຳເນີນງານ. ມັນຢືນຢັນເຖິງ ການປ່ຽນແປງໃໝ່ ໂດຍສະແດງໃຫ້ເຫັນວ່າ ບໍ່ຄໍາເຊໂປນ ບໍ່ໄດ້ຢຸດນິ້ງ, ແຕ່ກຳລັງກໍ່ສ້າງ, ປັບປຸງ ແລະ ກຽມພ້ອມຢ່າງຕໍ່ເນື່ອງ ສຳລັບບາດກ້າວຕໍ່ໄປ ຂອງການດໍາເນີນວຽກງານບໍ່ແຮ່ທີ່ມີຄວາມຮັບຜິດຊອບ.”
ທີ່ LXML ການດໍາເນີນວຽກງານບໍ່ແຮ່ທີ່ມີຄວາມຮັບຜິດຊອບ ແມ່ນໝາກຫົວໃຈຫຼັກ ຂອງທຸກສິ່ງທີ່ພວກເຮົາເຮັດ. ພວກເຮົາດຳເນີນງານ ດ້ວຍຄວາມມຸ່ງໝັ້ນທີ່ຊັດເຈນ ຕໍ່ການຄຸ້ມຄອງສິ່ງແວດລ້ອມ, ຄວາມຢູ່ດີກິນດີຂອງຊຸມຊົນ, ແລະ ການພັດທະນາທີ່ປອດໄພ ແລະ ຍືນຍົງ. ການຮ່ວມມືຂອງພວກເຮົາ ກັບ ພາກລັດ, ຊຸມຊົນທ້ອງຖິ່ນ ແລະ ຜູ້ມີສ່ວນຮ່ວມທຸກພາກສ່ວນ ຍັງຄົງມີຄວາມເຂັ້ມແຂງ ແລະ ພວກເຮົາຈະສືບຕໍ່ຍຶດໝັ້ນຄຸນຄ່າເຫຼົ່ານີ້ ໃນຂະນະທີ່ພວກເຮົາ ຂະຫຍາຍ ແລະ ຍົກລະດັບ ການດຳເນີນງານຂອງພວກເຮົາໃຫ້ດີຂື້ນຢ່າງຕໍ່ເນື່ອງ.


On 9 December 2025 — Lane Xang Minerals Limited Company (LXML) officially opened its newly constructed Nalou Gate at the Sepon Mine, marking an important milestone in the Company’s ongoing operational development. The opening ceremony was led by Mr. Jeremy Davidson, General Manager of LXML, with participation from members of the Sepon Leadership Team and staff representatives.
The new Nalou Gate serves as the main entrance to the Sepon Mine Site and was developed to support the operation’s long-term growth. In his opening remarks, Mr. Davidson highlighted that the previous gate had served the mine well for many years, but the scale of operations, workforce, and LXML’s long-term vision required a more modern and functional structure.
“This new gate is more than just an entry point; it symbolizes our continued growth, transformation, and commitment to excellence,” Mr. Davidson said. “Nalou Gate is larger, stronger, safer, and visually aligned with the progress we are making across the operation. It stands as a sign of renewal—showing that Sepon is not standing still, but continuously building, improving, and preparing for the next chapter of responsible mining.”
At LXML, responsible mining is at the heart of everything we do. We operate with a clear commitment to environmental stewardship, community wellbeing, and safe, sustainable development. Our partnerships with government, local communities, and all stakeholders remain strong, and we will continue to uphold these values as we expand and enhance our operations.
ໃນວັນທີ 05 ທັນວາ 2025, ທີ່ຫ້ອງວ່າການປົກຄອງ ແຂວງສະຫວັນນະເຂດ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ໄດ້ເຂົ້າມອບພາສີຊັບພະຍາກອນແຮ່ທາດ ປະຈຳໄຕມາດ 3 ສົກປີ 2025 ຈຳນວນ US$8,623,262.98 (ແປດລ້ານຫົກແສນຊາວສາມພັນສອງຮ້ອຍຫົກສິບສອງ ໂດລາສະຫະລັດ ແລະເກົ້າສິບແປດເຊັນ) ໃຫ້ແກ່ແຂວງສະຫວັນນະເຂດ ເຊິ່ງຮັບໂດຍ ທ່ານ ໄຊດວງວັນ ບຸນລາວົງ - ຫົວໜ້າສວຍສາອາກອນແຂວງ ໂດຍໃຫ້ກຽດເປັນສັກຂີພະຍານໃນການມອບໂດຍ ທ່ານ ປອ ແສນສັກ ສຸລິສັກ - ຮອງເຈົ້າແຂວງສະຫວັນນະເຂດ ພ້ອມຄະນະຜູ້ຕ່າງໜ້າຈາກພະແນກການກ່ຽວຂ້ອງພາຍໃນແຂວງ. ຝ່າຍບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ແມ່ນມອບໂດຍ ທ່ານ ສະໝານ ອະເນກາ - ຜູ້ອຳນວຍການໃຫ່ຍ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ພ້ອມຄະນະ.
ໂອກາດນີ້ ທ່ານ ສະໝານ ອະເນກາ ໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານຮອງເຈົ້າແຂວງ ແລະ ຄະນະການນຳແຂວງທີ່ໄດ້ອຸ້ມຊູບໍລິສັດຕະຫຼອດມາ, ທ່ານ ສະໝານ ຍັງໄດ້ລາຍງານຄວາມຄືບໜ້າກ່ຽວກັບການປະຕິບັດງານຂອງໂຄງການບໍ່ຄຳ-ທອງ ເຊໂປນ ໃຫ້ແກ່ທ່ານຮອງເຈົ້າແຂວງຮັບຊາບ.
ໃນໂອກາດດຽວກັນນີ້ ທ່ານຮອງເຈົ້າແຂວງ ກໍ່ໄດ້ກ່າວຂອບໃຈມາຍັງຄະນະບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ໃນການມອບອາກອນຊັບພະຍາກອນແຮ່ທາດ ໄຕມາດ 3 ໃນຄັ້ງນີ້ ເຊິ່ງເປັນງົບປະມານທີ່ສຳຄັນ ແລະ ກວມເອົາເກີນກວ່າ 50% ຂອງງົບປະມານເຂົ້າແຂວງທັງໝົດ.
----------
On 5 December 2025, at the Savannakhet Provincial Administration Office, Lane Xang Minerals Limited Company (LXML) officially handed over its mineral resource tax payment for the third quarter of 2025, totaling US$8,623,262.98, to the Savannakhet Provincial Authorities.
The payment was received by Mr. Xaydouangvanh Bounlavong, Head of the Provincial Tax Department. The handover ceremony was witnessed by Dr. Senesack Sourisack, Deputy Governor of Savannakhet Province, together with representatives from relevant provincial departments. Representing LXML, the tax payment was presented by Mr. Saman Aneka, Managing Director, and his delegation.
On this occasion, Mr. Saman Aneka conveyed his sincere gratitude to the Deputy Governor and the provincial leadership for their ongoing support for the Company. He also provided an update on operational progress at the Sepon Mine.
In his remarks, the Deputy Governor expressed appreciation to the management of LXML and Chifeng Gold for the timely payment of the Q3 mineral resource tax, noting that this contribution represents over 50% of the province’s total annual budget revenue and plays a critical role in supporting Savannakhet’s socio-economic development.
ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈຳກັດ (LXML) ໄດ້ຈັດພິທີສະເຫຼີມສະຫຼອງຂຶ້ນ ຢູ່ ພາກສະໜາມບໍ່ຄໍາ-ທອງ ເຊໂປນ ໃນວັນທີ 3 ທັນວາ 2025 ເພື່ອສະເຫຼີມສະຫຼອງຂໍານັບຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ. ພິທີດັ່ງກ່າວ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ເຈເຣມີ ເດວິດຊັນ, ຜູ້ຈັດການໃຫຍ່ LXML ແລະ ເຂົ້າຮ່ວມໂດຍ ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ LXML, ພ້ອມດ້ວຍ ຄະນະນໍາໂຄງການ ບໍ່ຄໍາ-ທອງ ເຊໂປນ, ພະນັກງານ LXML ແລະ ຜູ້ຮັບເໝົາ ທຸກທົ່ວໜ້າ. ພິທີດັ່ງກ່າວ ຍັງໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ພູວະນາດ ບຸນສີພົມ, ປະທານຄະນະກຳມະການປົກຄອງ ເມືອງວິລະບູລີ ພ້ອມດ້ວຍຄະນະ.
ການສະເຫຼີມສະຫຼອງຄັ້ງນີ້ ມີຈຸດປະສົງເພື່ອຈາລຶກເຫດການປະຫວັດສາດແຫ່ງຊາດ ແລະ ຮັບຮູ້ຜົນງານອັນພົ້ນເດັ່ນຂອງ ສປປ ລາວ ໃນຕະຫຼອດໄລຍະ 5 ທົດສະວັດທີ່ຜ່ານມາ. ພ້ອມດຽວກັນນີ້, ຍັງເປັນການຢືນຢັນຄືນເຖິງ ການຮ່ວມມືອັນຍາວນານ ລະຫວ່າງ ບໍລິສັດ ແລະ ລັດຖະບານ ກໍຄື ປະຊາຊົນລາວ, ແລະ ຄວາມມຸ່ງໝັ້ນທີ່ສືບເນື່ອງມາໂດຍຕະຫຼອດຂອງບໍລິສັດ ທີ່ມີຕໍ່ການດໍາເນີນວຽກງານບໍ່ແຮ່ທີ່ມີຄວາມຮັບຜິດຊອບ, ການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີຂອງຊຸມຊົນ.
ທ່ານ ເຈເຣມີ ເດວິດຊັນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມກ້າວໜ້າຂອງ ສປປ ລາວ ແລະ ພ້ອມທັງຍົກໃຫ້ເຫັນເຖິງ ການປະກອບສ່ວນຂອງ LXML ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ທັງໃນລະດັບຊາດ ແລະ ທ້ອງຖິ່ນ. ທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ຄວາມມຸ່ງໝັ້ນຂອງພະນັກງານ LXML, ໂດຍກ່າວວ່າ ປັດຈຸບັນມີພະນັກງານກວ່າ 5,600 ຄົນ ທີ່ເຮັດວຽກຢູ່ ບໍ່ຄໍາ-ທອງ ເຊໂປນ ເຊິ່ງໃນນັ້ນ 92% ແມ່ນເປັນຄົນລາວ. ນອກນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈ ຕໍ່ຄວາມເອົາໃຈໃສ່ຂອງພະນັກງານທຸກຄົນ ໃນດ້ານວຽກງານຄວາມປອດໄພ, ການເຮັດວຽກເປັນທີມ ແລະ ການສ້າງຄວາມເປັນເລີດໃນການດຳເນີນງານ. ທ່ານ ຍັງໄດ້ເນັ້ນໜັກເຖິງ ການລົງທຶນທີ່ສຳຄັນຂອງ LXML ໃນຂະແໜງສາທາລະນະສຸກ, ການສຶກສາ, ພື້ນຖານໂຄງລ່າງຂອງຊຸມຊົນ ແລະ ການອະນຸລັກມໍລະດົກທາງວັດທະນະທຳ ໃນທົ່ວເມືອງວິລະບູລີ.
ທ່ານ ສະໝານ ອະເນກາ ກໍໄດ້ກ່າວເນັ້ນຢ້ຳເຖິງເນື້ອໃນດັ່ງກ່າວ, ໂດຍທ່ານໄດ້ລະບຸວ່າ LXML ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນ ບຸລິມະສິດການພັດທະນາຂອງລັດຖະບານລາວ. ທ່ານ ໄດ້ຢືນຢັນຄືນເຖິງ ຄວາມມຸ່ງໝັ້ນຂອງບໍລິສັດ ໃນການສ້າງຜົນປະໂຫຍດທີ່ດີ ແລະ ຍືນຍົງ ໃຫ້ແກ່ຊຸມຊົນທ້ອງຖິ່ນ, ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງສິ່ງແວດລ້ອມ ແລະ ການຮັບປະກັນການເຕີບໂຕແບບຍືນຍົງ ໄວ້ໃຫ້ຄົນລຸ້ນຫຼັງ.
ບໍລິສັດ LXML ຂໍສະແດງຄວາມຂອບໃຈມາຍັງ ການຈັດຕັ້ງເມືອງວິລະບູລີ, ຄູ່ຮ່ວມງານຊຸມຊົນ, ພະນັກງານ ແລະ ຜູ້ຮັບເໝົາ ສຳລັບການຮ່ວມມືທີ່ດີຕະຫຼອດມາ. LXML ຍັງຄົງມຸ່ງໝັ້ນທີ່ຈະສະໜັບສະໜູນ ຄວາມກ້າວໜ້າຂອງຊາດ ແລະ ປະກອບສ່ວນເຂົ້າໃນອະນາຄົດທີ່ຮັ່ງມີເຂັ້ມແຂງ ຂອງ ສປປ ລາວ.

Lane Xang Minerals Limited Company Company (LXML) hosted a ceremony at the Sepon Mine site on 3 December 2025 to celebrate the 50th Anniversary of the Lao People’s Democratic Republic. The event was chaired by Mr. Jeremy Davidson, LXML General Manager, with participation from Mr. Saman Aneka, LXML Managing Director, the Sepon leadership team, and all LXML employees and contractors. The ceremony was also honored by the presence of Mr. Phouvanath Bounsiphom, Chairman of the Vilabouly District Administrative Committee, and his delegation.
The celebration aimed to commemorate this national milestone and recognize the achievements of the Lao PDR over the past five decades. It also reaffirmed LXML’s long-standing partnership with the Government and people of Laos, and the company’s continued commitment to responsible mining, national development, and community wellbeing.
In his remarks, Mr. Jeremy Davidson congratulated on the progress of the Lao PDR and highlighted LXML’s contribution to national and local socio-economic development. He commended the commitment of workers at LXML, noting that more than 5,600 people are currently working at Sepon, and that 92% of LXML’s employees are Lao nationals—and expressed appreciation for their dedication to safety, teamwork, and operational excellence. He also emphasized LXML’s significant investments in health, education, community infrastructure, and cultural heritage preservation across Vilabouly District.
Mr. Saman Aneka echoed this message, noting that LXML remains proud to support the Lao Government’s development priorities. He reaffirmed the company’s commitment to creating positive and lasting benefits for local communities, strengthening environmental stewardship, and ensuring sustainable growth for future generations.
LXML extends its appreciation to the Vilabouly District authorities, community partners, employees, and contractors for their continued cooperation. LXML remains committed to supporting national progress and contributing to a prosperous future for the Lao PDR.
SUSTAINABILITY
We work hard to leave a lasting, positive legacy everywhere we work.
Careers
JOIN OUR DIVERSE POOL OF EXPERTS
Discover more about life at Sepon.

