LXML Participates in the 14th ASEAN Joint Working Group on Mineral Co-operation
August 11, 2025
Lane Xang Minerals Limited Company (LXML) is proud to have joined the 14th Joint Working Group Meeting of the ASEAN Mineral Cooperation (JWG) and its associated meetings, held from 4–8 August 2025 at Holiday Inn Hotel, Vientiane, Lao PDR.
The event gathered government representatives and mining experts from across ASEAN to collaborate on responsible mineral development in the region.
In the morning of 5 August, Mr. Carl Rieck, Manager – Safety Health and Environment representing LXML, was honored to be one of the only two industry speakers — alongside Phu Bia Mining — to present on “Tailings and Environmental Management at Sepon Mine.” During his session, Mr. Carl shared:
- Key approaches in safe tailings storage facility (TSF) design and monitoring
- LXML’s commitment to international environmental standards (IFC, ICMM, ANCOLD)
- Successes in progressive rehabilitation and mine closure planning
- Community engagement and transparent environmental governance
The session highlighted how LXML continues to lead, by example in sustainable and responsible mining — contributing not only to national development but also setting a benchmark for the ASEAN minerals sector.
🙌We are proud to share our journey, challenges, and successes — and to learn alongside our regional partners.
************
LXML ເຂົ້າຮ່ວມກອງປະຊຸມຮ່ວມມືດ້ານວຽກງານແຮ່ທາດອາຊຽນຄັ້ງທີ XIV.
ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈຳກັດ (LXML) ມີຄວາມພາກພູມໃຈທີ່ໄດ້ເຂົ້າຮ່ວມກອງປະຊຸມຮ່ວມມືດ້ານແຮ່ທາດອາຊຽນ ຄັ້ງທີ 14 (JWG) ແລະ ກອງປະຊຸມທີ່ກ່ຽວຂ້ອງ, ເຊິ່ງໄດ້ຈັດຂຶ້ນແຕ່ວັນທີ 4-8 ສິງຫາ 2025 ທີ່ໂຮງແຮມ Holiday Inn, ນະຄອນຫຼວງວຽງຈັນ, ສປປ ລາວ.
ກອງປະຊຸມດັ່ງກ່າວມີບັນດາທ່ານຜູ້ເຂົ້າຮ່ວມທີ່ຕາງໜ້າຈາກພາກລັດ ແລະ ຜູ້ຊ່ຽວຊານດ້ານວຽກງານບໍ່ແຮ່ຈາກທົ່ວອາຊຽນ ເພື່ອຮ່ວມມືກັນພັດທະນາແຮ່ທາດຢ່າງມີຄວາມຮັບຜິດຊອບໃນພາກພື້ນ.
ໃນຕອນເຊົ້າຂອງມື້ວັນທີ 5 ສິງຫາ 2025, ທ່ານ ຄາວ ຣຽກ, ຜູ້ຈັດການພະແນກຄວາມປອດໄພ, ສຸຂະພາບ ແລະ ສິ່ງແວດລ້ອມ ຂອງ LXML, ໄດ້ຮັບກຽດ ຂຶ້ນນຳສະເໜີໃນຫົວຂໍ້ “ການຄຸ້ມຄອງອາງນໍ້າຫາງແຮ່ ແລະ ສິ່ງແວດລ້ອມທີ່ໂຄງການ ບໍ່ຄໍາ-ທອງ ເຊໂປນ”. ຊຶ່ງເປັນໜຶ່ງໃນພຽງສອງວິທະຍາກອນຈາກພາກອຸດສາຫະກຳບໍ່ແຮ່ (ຄຽງຄູ່ກັບ ບໍລິສັດ ພູເບ້ຍ ມາຍນິງ). ໃນລະຫວ່າງການບັນຍາຍນັ້ນ, ທ່ານ ຄາວ ໄດ້ນໍາສະເໜີບັນດາຫົວຂໍ້ຕໍ່ໄປນີ້:
- ອົງປະກອບສຳຄັນໃນການອອກແບບ ແລະ ຕິດຕາມກວດກາອ່າງເກັບນ້ຳຫາງແຮ່ (TSF) ທີ່ປອດໄພ
- ຄວາມມຸ່ງໝັ້ນຂອງ LXML ຕໍ່ມາດຕະຖານສິ່ງແວດລ້ອມສາກົນ (IFC, ICMM, ANCOLD)
- ຜົນສໍາເລັດໃນການຟື້ນຟູ ແລະ ການວາງແຜນການປິດບໍ່ແຮ່ແບບກ້າວໜ້າ
- ການມີສ່ວນຮ່ວມຂອງຊຸມຊົນ ແລະ ການຄຸ້ມຄອງດ້ານສິ່ງແວດລ້ອມແບບໂປ່ງໃສ
ການນຳສະເໜີດັ່ງກ່າວໄດ້ເນັ້ນໃຫ້ເຫັນວ່າ LXML ຍັງຄົງສືບຕໍ່ເປັນຜູ້ນຳໃນດ້ານການຄຸຸ້ມຄອງສິ່ງແວດລ້ອມ ເຊິ່ງສະແດງອອກຈາກການເປັນແບບຢ່າງໃນການຂຸດຄົ້ນບໍ່ແຮ່ແບບຍືນຍົງ ແລະ ມີຄວາມຮັບຜິດຊອບ ເຊິ່ງບໍ່ພຽງແຕ່ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດເທົ່ານັ້ນ ແຕ່ຍັງເປັນການສ້າງມາດຕະຖານໃຫ້ແກ່ຂະແໜງການດ້ານແຮ່ທາດຂອງອາຊຽນອີກດ້ວຍ.
ພວກເຮົາພາກພູມໃຈທີ່ໄດ້ແບ່ງປັນປະສົບການ, ສິ່ງທ້າທາຍ, ຄວາມສຳເລັດ ແລະ ໄດ້ຖອດຖອນບົດຮຽນຮ່ວມກັນກັບຄູ່ຮ່ວມງານໃນພາກພື້ນອາຊຽນຂອງພວກເຮົາ.

