LXML Collaborates with Weifang Vocational College on Chinese and Skills Training Program
August 04, 2025
To implement and promote the "Chinese + Skills" cooperation concept, LXML partnered with Weifang Vocational College to advance the Chinese Workshop project through the Center for Language Education and Cooperation.
From July 21 to August 1, 2025, Weifang Vocational College selected and dispatched an expert faculty team to LXML, conducting 12 days drone operational safety awareness training and intensive Chinese language program for employees.
The training focused on the increasing operational demand for drones in mining, aiming to systematically enhance employees' technical capabilities and risk prevention awareness.
Weifang Vocational College's professional instructor team, closely aligned with actual site conditions, meticulously designed course content. They delivered theoretical explanations and practical training to 37 employees, covering operational standards, safety precautions, emergency response procedures, etc.
The training effectively expanded employees' professional knowledge framework, strengthened awareness of operational standards, and helped build a solid foundation for efficiently and safely conducting drone-related work in mining areas.

LXML ຮ່ວມມືກັບ ວິທະຍາໄລວິຊາຊີບເຫວີຍຟາງ ຈັດຝຶກອົບຮົມ ວິຊາພາສາຈີນ ແລະ ທັກສະວິຊາຊີບ
ເພື່ອຈັດຕັ້ງປະຕິບັດ ແລະ ຊຸກຍູ້ແນວຄວາມຄິດການຮ່ວມມືດ້ານ “ວິຊາພາສາຈີນ ແລະ ທັກສະວິຊາຊີບ”, ບໍລິສັດ LXML ໄດ້ຮ່ວມມືກັບວິທະຍາໄລວິຊາຊີບເຫວີຍຟາງ ເພື່ອສານຕໍ່ໂຄງການສູນຝຶກອົບຮົມພາສາຈີນ ຜ່ານສູນການສຶກສາ ແລະ ການຮ່ວມມືດ້ານພາສາສາດຂອງປະເທດຈີນ.
ນັບແຕ່ວັນທີ 21 ກໍລະກົດ ເຖິງວັນທີ 1 ສິງຫາ 2025 ທີ່ຜ່ານມາ, ວິທະຍາໄລວິຊາຊີບເຫວີຍຟາງໄດ້ຄັດເລືອກ ແລະ ສົ່ງຄະນະຄູອາຈານຜູ້ຊ່ຽວຊານມາຍັງ ບໍລິສັດ LXML ເພື່ອດຳເນີນການຝຶກອົບຮົມດ້ານຄວາມປອດໄພໃນການປະຕິບັດງານດ້ວຍໂດຣນ ແລະ ໂຄງການສອນພາສາຈີນແບບຕີວເຂັ້ມ ເປັນເວລາ 12 ວັນໃຫ້ກັບພະນັກງານ LXML.
ການຝຶກອົບຮົມໄດ້ສຸມໃສ່ຄວາມຕ້ອງການໃນການປະຕິບັດງານໂດຣນທີ່ເພີ່ມຂຶ້ນຢູ່ໃນຂົງເຂດບໍ່ແຮ່, ໂດຍມີຈຸດປະສົງເພື່ອຍົກສູງຄວາມສາມາດດ້ານເຕັກນິກ ແລະ ຄວາມຮັບຮູ້ກ່ຽວກັບການປ້ອງກັນຄວາມສ່ຽງຂອງພະນັກງານຢ່າງເປັນລະບົບ.
ທີມຄູສອນມືອາຊີບຂອງວິທະຍາໄລວິຊາຊີບເຫວີຍຟາງ ມີຄວາມສອດຄ່ອງກັບສະພາບຕົວຈິງຢູ່ພາກສະໜາມ, ໂດຍໄດ້ອອກແບບເນື້ອໃນຫຼັກສູດຢ່າງລະອຽດຄົບຖ້ວນ. ຊຶ່ງໄດ້ມີການນຳສະເໜີການອະທິບາຍພາກທິດສະດີ ແລະ ພາກປະຕິບັດຕົວຈິງໃຫ້ແກ່ພະນັກງານທີ່ເຂົ້່ຮ່ວມທັງໝົດ 37 ຄົນ, ເຊິ່ງຄວບຄຸມມາດຕະຖານການປະຕິບັດງານ, ຂໍ້ຄວນລະວັງດ້ານຄວາມປອດໄພ, ຂັ້ນຕອນການຮັບມືກັບເຫດສຸກເສີນ ແລະ ອື່ນໆ.
ການຝຶກອົບຮົມດັ່ງກ່າວໄດ້ຊ່ວຍເພີ່ມຄວາມຮູ້ດ້ານວິຊາສະເພາະ, ເສີມສ້າງຄວາມຮັບຮູ້ກ່ຽວກັບມາດຕະຖານການປະຕິບັດງານ, ແລະ ຊ່ວຍສ້າງພື້ນຖານອັນເຂັ້ມແຂງ ເພື່ອນຳໃຊ້ ເຂົ້າໃນການດຳເນີນການທີ່ກ່ຽວຂ້ອງກັບໂດຣນໃນຂົງເຂດບໍ່ແຮ່ໄດ້ຢ່າງມີປະສິດທິພາບ ແລະ ປອດໄພ.
ພ້ອມກັນນີ້, ວິທະຍາໄລວິຊາຊີບເຫວີຍຟາງ ຍັງໄດ້ສົ່ງຄູສອນພາສາຈີນທີ່ມີປະສົບການມາຈັດຝຶກອົບຮົມພາສາຈີນແບບຕົວຕໍ່ຕົວໃຫ້ແກ່ພະນັກງານ 9 ຄົນ ທີ່ມີຄວາມຕ້ອງການໃນການໃຊ້ພາສາຈີນ ເພື່ອການສື່ສານ. ການຝຶກອົບຮົມຕົວຕໍ່ຕົວໄດ້ສ້າງພື້ນຖານທີ່ໜັກແໜ້ນສຳລັບການຮຽນຮູ້ຢ່າງຕໍ່ເນື່ອງ, ເຊິ່ງຊ່ວຍໃຫ້ພະນັກງານສາມາດປ່ຽນຜ່ານຈາກການຮຽນແບບເຊິ່ງໜ້າໄປສູ່ການຮຽນແບບອອນລາຍໃນໄລຍະຕໍ່ໄປໄດ້ຢ່າງສະດວກ ໂດຍຄູສອນຍັງຈະສືບຕໍ່ໃຫ້ການສະໜັບສະໜູນດ້ານພາສາຈີນ ໃຫ້ແກ່ພະນັກງານຈາກທາງໄກອີກດ້ວຍ.
ໂຄງການດັ່ງກ່າວບໍ່ພຽງແຕ່ຊ່ວຍໃຫ້ພະນັກງານຜູ້ເຂົ້າຮ່ວມໄດ້ຍົກສູງຄວາມສາມາດດ້ານເຕັກນິກ ແລະ ພາສາເທົ່ານັ້ນ, ແຕ່ຍັງສ້າງຄວາມໄວ້ວາງໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ LXML ແລະ ວິທະຍາໄລວິຊາຊີບເຫວີຍຟາງ ເຊິ່ງເປັນການປູທາງໃຫ້ມີການຮ່ວມມືທີ່ເຂັ້ມແຂງຍິ່ງຂຶ້ນໃນອະນາຄົດ.

