LXML Supports the Phuthai Homecoming Festival in Vilabouly District
December 17, 2024
Lane Xang Minerals Limited Company (LXML) has proudly contributed 50,000,000 kips (US$ 2,289.37) to support the Phuthai Homecoming Festival in Vilabouly District, Savannakhet Province. In addition, the company has provided various equipment and supplies valued at 114,500,000 kips (US$ 5,242.66) to enhance the three-day event, which took place from December 11 - 13, 2024, at the Latsavong Public Stadium.
This sponsorship underscores LXML Sepon Mine's commitment to the local community and reflects the company’s dedication to supporting cultural activities, promoting the rich culture and heritage of local residents, and enhancing infrastructure to improve the quality of life for community members. This initiative represents a significant step towards advancing the socio-economic development of Savannakhet Province.
For the past two decades, LXML has maintained a positive and collaborative relationship with Vilabouly District and Savannakhet Province. The company has consistently prioritized environmental protection and the enhancement of local living conditions. LXML remains committed to addressing health issues and implementing sound environmental management practices. Over the years, the company has worked responsibly to empower local villagers, helping them achieve their economic goals and providing numerous benefits to communities residing near the Sepon Mine project.
ບໍ່ຄໍາ-ທອງ ເຊໂປນ ປະກອບສ່ວນຊຸກຍູ້ງານມະຫາກໍາ ຜູ້ໄທຄືນຖິ່ນ, ເມືອງວິລະບູລີ, ແຂວງສະຫວັນນະເຂດ.
ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (LXML) ໄດ້ປະກອບສ່ວນເງິນຈໍານວນ 50,000,000 ກີບ (US$ 2,289.37) ເພື່ອຊຸກຍູ້ ເມືອງວິລະບູລີ ຈັດງານມະຫາກໍາຜູ້ໄທຄືນຖິ່ນ. ນອກຈາກນີ້, ບໍລິສັດ ຍັງໄດ້ສະໜອງອຸປະກອນອື່ນໆທີ່ກ່ຽວຂ້ອງເພື່ອສະໜັບສະໜູນໃນງານ ເປັນເວລາ 3 ວັນ, ເລີ່ມແຕ່ວັນທີ 11-13 ທັນວາ 2024 ລວມເປັນມູນຄ່າທັງໝົດ 114,500,000 ກີບ (US$ 5,242.66). ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ສະໜາມກິລາໃຫຍ່ ລາດຊະວົງ ເມືອງວິລະບູລີ ແຂວງສະຫວັນນະເຂດ.
ການສະໜັບສະໜູນງານມະຫາກໍາຜູ້ໄທຄືນຖິ່ນ ຖືເປັນຂີດໝາຍທີ່ສຳຄັນອັນໜຶ່ງ ທີ່ເປັນນິມິດໝາຍຂອງການດຳເນີນງານ ໂຄງການບໍ່ຄໍາ-ທອງ ທີ່ຢູ່ກັບຊຸ່ມຊົນ ແລະ ທ້ອງຖິ່ນແຫ່ງນີ້, ຊຶ່ງມັນສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ LXML ໃນການສະໜັບສະໜູນກິດຈະກໍາຂອງທ້ອງຖິ່ນ, ການຊຸກຍູ້ສົ່ງເສີມວັດທະນະທໍາອັນດີງາມຂອງເຜົ່າຊົນໃນທ້ອງຖິ່ນຢ່າງຫ້າວຫັນ ຕະຫຼອດເຖິງການພັດທະນາພື້ນຖານໂຄງລ່າງ ແລະ ສ້າງຄວາມຜາສຸກໃຫ້ແກ່ຊຸມຊົນໃນພາກພື້ນ. ນີ້ຖືເປັນບາດກ້າວອັນຕັ້ງໜ້າໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງສະຫວັນນະເຂດ.
LXML ມີສາຍພົວພັນຮ່ວມມືອັນດີງາມກັບເມືອງວິລະບູລີ ແລະ ແຂວງສະຫວັນນະເຂດ ມາເປັນເວລາຍາວນານເຖິງສອງທົດສະວັດ, ບໍລິສັດ ມີຄວາມເອົາໃຈໃສ່ເບິ່ງແຍງສິ່ງແວດລ້ອມ ແລະ ຄຸນນະພາບຊີວິດການເປັນຢູທີ່ດີຂອງຊຸມຊົນທ້ອງຖິ່ນຕະຫຼອດມາ. ບໍລິສັດໄດ້ ເອົາໃຈໃສ່ຕໍ່ບັນຫາສຸຂະພາບ ແລະ ຖືເອົາການຄຸ້ມຄອງສິ່ງແວດລ້ອມທີ່ດີ ເປັນບຸລິມະສິດຕົ້ນຕໍ. ຕະຫຼອດໄລຍະສອງທົດສະວັດທີ່ຜ່ານມາ, ບໍລິສັດ ໄດ້ເຮັດວຽກຢ່າງມີຄວາມຮັບຜິດຊອບເພື່ອປັບປຸງຊີວິດການເປັນຢູ່ຂອງຊຸມຊົນທ້ອງຖິ່ນໃຫ້ດີຂຶ້ນເທື່ອລະກ້າວ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວບ້ານ ເພື່ອໃຫ້ເຂົາເຈົ້າໄດ້ບັນລຸ ບູລິມະສິດໃນການພັດທະນາເສດຖະກິດຄອບຄົວຂອງຕົນ ແລະ ສະໜອງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ບັນດາຊຸມຊົນທີ່ອາໃສຢູ່ໃນບໍລິເວນອ້ອມຮອບ ໂຄງການ ບໍ່ຄຳ-ທອງ ເຊໂປນ.