LXML Supports Social Initiatives in Savannakhet Province

March 29, 2025

March 23, 2025 – Lane Xang Minerals Limited Company (LXML) made a financial contribution to the annual “Savan Fun Fest” festival held in Savannakhet Province. LXML donated a total of 209 million Kip towards the festival, which aims to raise funds for underprivileged children in remote areas while also celebrating the local culture and tourism of the province.

The donation was officially presented by Mr. Saman Aneka, Managing Director of LXML, to Mr. Bounchom Oubonpaseuth, Governor of Savannakhet Province. Additionally, LXML’s major contracting partners, including Vilabouly Development Construction Company Limited (VDC), Hommala Construction Company Limited, Khounxai Company Group (KXN), ZCM, and Vethasin Construction Co., Ltd, also participated in the charitable efforts by contributing an additional 500 million Kip.

During the festivities, Governor Oubonpaseuth recognized LXML's commitment to community development by presenting the company with a certificate of appreciation for its generous support of this important provincial event. The festival also featured a charity fashion show.

This significant event was attended by key officials, including Vice Governors, the Mayor of Kaysone Phomvihane City, the Mayor of Vilabouly District, heads of provincial departments, and local entrepreneurs. Booths showcasing products from various local businesses within Savannakhet Province were also featured at the festival. In this context, LXML established a booth to distribute publications and promotional materials aimed at enhancing public awareness of the company’s activities and contributions both within and beyond the province.

LXML remains dedicated to fostering sustainable development and making a positive impact on the communities it serves.

LXML ປະກອບສ່ວນສົ​ມ​ທົບທຶນ ໃຫ້ແກ່ກິດຈະກໍາທາງສັງຄົມ ຢູ່ແຂວງສະຫວັນນະເຂດ

ເມື່ອ​ວັນ​ທີ 23 ມີ​ນາ 2025 ທີ່ຜ່ານມາ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (LXML) ​ໄດ້ມອບເງິນ ປະກອບສ່ວນເຂົ້າໃນ​ງານ ​ສະ​ຫວັນ ສຸກ​ສັນ ຫັນ​ສາ ປະ​ຈຳ​ປີ 2025 ໃຫ້​ແກ່​ແຂວງ​ສະ​ຫັວນ​ນະ​ເຂດ ເປັນຈໍານວນເງິນ 209 ລ້ານກີບ ເພື່ອ​ສົມ​ທົບ​ທຶນ​ຊຸກ​ຍູ້ເດັກ​ນ້ອຍ​ທີ່ດ້ອຍໂອກາດ ​ຢູ່​​ໃນເຂດຫ່າງ​ໄກ​ສອກຫຼີກ​ ແລະ ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ແຂວງ 

ໃຫ້​ກຽດ​ຮັບ​ເອົາການ​ປະ​ກອບ​ສ່ວນ​ໃນຄັ້ງນີ້ໂດຍ ທ່ານ ບຸນ​ໂຈມ ອຸ​ບົນ​ປະ​ເສີດ - ເຈົ້າ​ແຂວງສະ​ຫວັນ​ນະ​ເຂດ ແລະ ຕາງ​ໜ້າ​ LXML ມອບ​ໂດຍ ທ່ານ ສະ​ໝານ ອ​ະ​ເນ​ກາ - ຜູ້​ອຳ​ນວຍ​ການ​ໃຫ່​ຍ. ນອກ​ຈາກ​ນັ້ນ​ແລ້ວ, ກໍ່ຍັງ​ມີບັນດາບໍລິສັດ​ຮັບ​ເໝົາ​ລາຍ​ໃຫຍ່​ຂອງ​ LXML ຊຶ່ງ​ລວມ​ມີ:  ບໍລິສັດ ວິລະບູລີ ພັດທະນາກໍ່ສ້າງ ຈໍາກັດ (VDC), ບໍລິສັດຫອມມາລາ ກໍ່ສ້າງຈໍາກັດ (Hommalar Community Development Co.) ແລະ ບໍລິສັດ ຄຸນໄຊພັດທະນາ (KXN), ບໍ​ລິ​ສັດ ແຊັດ ຊີ ແອມ (ZCM) ແລະ ບໍ​ລິ​ສັດ ເວດ​ທະ​ສິນ (Vedthasin) ​ກໍໄດ້​ພ້ອ​ມ​ກັນ​ ​ສົມ​ທົບ​ທຶນ​ຊຸກ​ຍູ້ເດັກ​ນ້ອຍ​ທີ່ດ້ອຍໂອກາດ ​​ ປະກອບສ່ວນ ​ລວມທັງ​ຫມົດ ​500 ລ້ານກີບ.

​ພາຍໃນ​ງານ​ດັ່ງ​ກ່າວ ທ່ານ​ ເຈົ້າ​ແຂວງ ສະຫວັນນນະເຂດ ກໍ່​ໄດ້​ມອບ​ໃບ​ຍ້ອງຍໍໃຫ້​ແກ່​ ບັນດາບໍ​ລິ​ສັດ​ເພື່ອ​ເປັນການຂອບ​ໃຈ​ມາ​ຍັງ​ບັນດາບໍ​ລິ​ສັດ ​ທີ່​ໄດ້​ໃຫ້​ການ​ສະ​ຫນັບ​ສະ​ໜູນ​ງານ​ທີ່​ສຳ​ຄັນ​ຂອງ​ແຂວງ​ໃນຄັ້ງນີ້. ພ້ອມ​ດຽວ​ກັນ​ນັ້ນກໍ່​ຍັງໄດ້​ມີ​ການ​ເດີນ​ແບບ​ອາ​ພອນ-​ຊົນ​ເຜົ່າຕ່າງໆ ໃຫ້ແກ່ກິດຈະກໍາການກຸສົນດັງກ່າວ.

​ ເຂົ້າຮ່ວມໃນງານລວມ​ມີ: ບັນດາທ່ານຮອງ​ເຈົ້າ​ແຂວງ, ເຈົ້າ​ນະ​ຄອ​ນ​ໄກ​ສອ​ນ, ເຈົ້າ​ເມືອງວິ​ລະ​ບູ​ລີ, ບັນ​ດາ​ຫົວ​ໜ້າ​ຈາ​ກ​ພະ​ແນກຫ້ອງ​ການ​ອ້ອ​ມ​ຂ້າງ​ແຂວງ, ​ບັນ​ດາ​ນັກ​ທຸ​ລະ​ກິດ​ ແລະ ມີ​ການ​ເຂົ້າ​ຮ່ວມ​ຕັ້ງຫ້ອງວາງ​ສະ​ແດງຜະລິດຕະພັນ ຊຶ່ງ​ໃນ​ນັ້ນ ລວມມີ ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ຈຳ​ກັດ ນຳ​ອີກ​ດ້ວຍ​.

LXML ຍາມໃດກໍ່ມີຄວາມມຸ້ງໝັ້ນທີ່ຈະສົ່ງເສີມການພັດທະນາແບບຍື່ນຍົງ ແລະ ເອື້ອອໍານວຍ ໃນການສ້າງຜົນປະໂຫຍດທີ່ດີໃຫ້ແກ່ຊຸມຊົນທີ່ຢູ່ອ້ອມຂ້າງມາໂດຍຕະຫຼອດ.