LXML Supports Savannakhet Provincial Public Security Hospital
March 24, 2025
Savannakhet, March 21, 2025 - Lane Xang Minerals Limited Company (LXML) proudly contributed 50 million LAK to the Savannakhet Provincial Public Security to commemorate the 64th anniversary of the Lao Public Security Forces, established on April 5, 1961. The donation was graciously received by Brigadier General Sommay Phommachan, Head of Savannakhet Provincial Public Security, accompanied by committee members. Representing Lane Xang Minerals Limited Company was Mrs. Latsany Sisane, Superintendent of the LXML Savannakhet Office, along with her team.
As part of the anniversary celebrations, the Savannakhet Provincial Public Security hosted a series of activities aimed at raising funds to acquire essential medical equipment for the 6th of June Hospital. This equipment is vital for the treatment of economically disadvantaged patients, suspects, prisoners, reformees, and individuals undergoing drug therapy. Additionally, it will aid in addressing the needs of homeless individuals and those suffering from mental illness who lack family support. This initiative is a significant aspect of social assistance and remains a priority in the ongoing efforts to enhance community welfare.
LXML ສະໜັບສະໜູນເງິນເພື່ອຊື້ອຸປະກອນໃຫ້ແກ່ໂຮງໝໍຕໍາຫຼວດ ແຂວງສະຫວັນນະເຂດ.
...........
ໃນວັນທີ 21 ມີນາ 2025, ທີ່ ຫ້ອງການກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ໄດ້ມອບເງິນປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 64 ປີ (5 ເມສາ 1961 – 5 ເມສາ 2025) ໃຫ້ແກ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ເປັນຈຳນວນເງິນ 50,000,000 ກີບ. ໃຫ້ກຽດຮັບໂດຍ ທ່ານ ພົນຈັດຕະວາ ສົມໝາຍ ພົມມະຈັນ - ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ ແລະ ຕາງໜ້າ LXML ມອບໂດຍ ທ່ານ ນ. ລັດສະນີ ສີສານ - ຫົວໜ້າຫ້ອງການ LXML ປະຈຳແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສຳຄັນນີ້ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດກິດຈະກຳຕ່າງໆ ເພື່ອເປັນການສະເຫຼີມສະຫຼອງ ແລະ ລະດົມທຶນເຂົ້າໃນການຈັດຊື້ອຸປະກອນການແພດທີ່ຈຳເປັນມອບໃຫ້ໂຮງໝໍ 6 ມິຖຸນາ ຂອງ ປກສ ແຂວງ ເພື່ອນຳໃຊ້ເຂົ້າໃນວຽກງານງານປິ່ນປົວຄົນເຈັບທີ່ອະນາຖາ, ຜູ້ຕ້ອງຫາ-ນັກໂທດ-ດັດສ້າງ, ຜູ້ບຳບັດຢາເສບຕິດ ແລະ ນຳໃຊ້ເຂົ້າໃນການແກ້ໄຂ ບັນຫາຄົນເລ້ລ້ອນ, ຄົນເປັນບ້າເສຍຈິດທີ່ຂາດຍາດ ຊຶ່ງເປັນກິດຈະກຳໜຶ່ງທີ່ມີຄວາມສຳຄັນ ແລະ ເປັນການຊ່ວຍເຫຼືອສັງຄົມ.