LXML Supports Renovation of School for Village Surrounding Sepon Mine in Vilabouly District.

January 08, 2024

LXML, a leading mining company in Laos, has demonstrated its commitment to community development by supporting the renovation of Phadang Primary School in Keng Kerk Village, Vilabouly District, Savanakhet Province. The school serves a village surrounding the Sepon Mine, and LXML's contribution has played a crucial role in the successful completion of the renovation project.

The initiative, which mobilized the village authority and community members, saw a total of 53 families dedicating 30 days to repair and improve the infrastructure of Phadang Primary School. The initial construction cost of the school was more than US$ 30,000, and the repair value this time amounted to 69,361,000 kip or US$ 3,365.88, all of which was supported by Lane Xang Minerals Limited (LXML).

LXML's support represents a significant investment in the community development infrastructure of the surrounding villages. The company remains committed to fostering positive and sustainable change within the region.

This initiative aligns with LXML's dedication to supporting the local community development plan around the Sepon Mine. The company continues to provide sustainable solutions that enhance the well-being and educational facilities of the communities in which it operates.

For more information about LXML and its community initiatives, please visit www.lxml.la

-----------------------

ລຊມລ ສະໜັບສະໜູນການສ້ອມແປງໂຮງຮຽນບ້ານອ້ອມຂ້າງບໍ່ຄຳ-ທອງ ເຊໂປນ ເມືອງວິລະບູລີ.

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (ລຊມລ) ໄດ້ລົງເຄື່ອນໄຫວວຽກງານພັດທະນາຊຸມຊົນ ໂດຍໄດ້ໃຫ້ການສະໜັບສະໜູນການສ້ອມແປງໂຮງຮຽນປະຖົມສົມບູນ ຜາດ່າງ ຢູ່ບ້ານແກ້ງເກີກ, ເມືອງວິລະບູລີ, ແຂວງສະຫວັນນະເຂດ. ຊຶ່ງເປັນໂຮງຮຽນທີ່ຢູ່ອ້ອມຮອບບໍລິເວນ ບໍ່ຄຳທອງ-ເຊໂປນ ແລະ ການປະກອບສ່ວນໃນການກໍ່ສ້າງສ້ອມແປງຂອງບໍລິສັດດັ່ງກ່າວ ເປັນຂີດໝາຍອັນສຳຄັນໃນການພັດທະນາທ້ອງຖິ່ນ-ສັງຄົມລາວ ຊຶ່ງສະແດງອອກຈາກການສ້າງສາພັດທະນາສຳເລັດຢູ່ຫຼາຍໂຄງການໃຫ້ແກ່ຊຸມຊົນທ້ອງຖິ່ນ.

ພະແນກພົວພັນກັບຜູ້ມີສ່ວນຮ່ວມ ແລະ ຊຸມຊົນ ຂອງບໍ​ລິ​ສັດ ໄດ້ປຸກລະດົມອຳນາດການປົກຄອງບ້ານ ພ້ອມດ້ວຍຄະນະ ແລະ ພໍ່ແມ່ປະຊາຊົນ ພາຍໃນບ້ານ ແກ້ງເກິກ​ ອອກແຮງງານລວມໃນການສ້ອມແປງ ໂຮງຮຽນປະຖົມສົມບູນ ຜາດ່າງ ບ້ານເເກ້ງເກິກ ເມືອງວິລະບູລີ ເເຂວງສະຫວັນນະເຂດ ລວມແຮງທັງໝົດ ຈຳນວນ 53 ຄອບຄົວ ໃຊ້ເວລາໃນການສ້ອມແປງ 30 ວັນ, ມູນຄ່າໃນການກໍ່ສ້າງໃນເບື້ອງຕົ້ນ 30 ພັນໂດລາ ແລະ ມູນຄ່າໃນການສ້ອມແປງ ໃນຄັ້ງນີ້ 69.361.000 ກີບ ຫຼື ເທົ່າກັບ 3,365.88 ໂດລາ ສະຫະລັດ.

ການສະຫນັບສະຫນູນຂອງ ລຊມລ ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈໃນການລົງທຶນທີ່ສໍາຄັນເຂົ້າໃນໂຄງສ້າງພື້ນຖານການພັດທະນາຊີວິດການເປັນຢູ່ຂອງຊຸມຊົນບ້ານອ້ອມຂ້າງ. ບໍລິສັດຍັງຄົງມຸ່ງຫມັ້ນທີ່ຈະຊຸກຍູ້ການປ່ຽນແປງໄປໃນທິດທາງການພັດທະນາທີ່ດີ ແລະ ບໍລິສັດຍັງຈະສືບຕໍ່ສະຫນອງການແກ້ໄຂພື້ນຖານໂຄງລ່າງແບບຍືນຍົງທີ່ສະໜອງດ້ານສະຫວັດດີການ ແລະ ສະຖານທີ່ການສຶກສາໃຫ້ແກ່ຊຸມຊົນໃນພື້ນທີດໍາເນີນໂຄງການ.