LXML Sepon Supports Local Community's Irrigation Repair Project

April 02, 2024

On March 27, 2024, Lane Xang Minerals Limited Company (LXML) demonstrated its commitment to supporting the Nakasin Village by contributing to the repair of the irrigation canal project. The handover ceremony was co-chaired by Mr. Valiya Sichan Thongthip, the mayor of the Vilabouly district, and Mr. Saman Aneka, Managing Director of LXML. The event was attended by the village chief, village officials, residents, technical staff from LXML, and representatives from the contractor company. The Nakasin irrigation canal repair project is a prime example of collaboration among various parties, including:

LXML provided equipment for repairs valued at 47,000,000 kip,

Vilabouly Development and Construction Company (VDC), supplied machinery for clearing, compaction, and soil filling with a total value of 45,000,000 kip,

Hommalar Community Developments Road Bridge Construction Limited, supplied stone worth 22,500,000 kip.

Since the operations commenced, LXML has provided funds and construction equipment for the development of a small-scale irrigation system for cultivation, water reservoirs for use in schools, health centers, and households, as well as a conservation area to preserve and propagate local fish species. These efforts aim to ensure the sustainability of agriculture and enhance the living standards of the people in numerous villages within the Vilabouly District.

LXML ​ປະ​ກອບ​ສ່ວນ ສ້ອມແປງຄອງຊົນ​ລະ​ປະ​ທານ ໃຫ້ແກ່ຊຸມຊົນທ້ອງຖິ່ນ ອ້ອມຂ້າງ​​ບໍ່​ຄຳ-ທອງ ເຊ​ໂປນ.

ໃນວັນທີ 27 ມີນາ 2024 ຜ່ານມານີ້, ພາຍ​ໃຕ້ການເປັນປະທານ​ໃນ​ການມອບ​ໂດຍທ່ານ ວາລີຍະ ສີຈັນທອງທິບ, ເຈົ້າເມືອງວິລະບູລີ, ທ່ານ ສະໝານ ອະເນກາ, ຜູ້ອໍານວຍການໃຫຍ່ບໍລິສັດ LXML ແລະ ນາຍ​ບ້ານ ​ນາ​ກະ​ຊິນ ໄດ້​ມີການມອບ-ຮັ​ບໂຄງການສ້ອມແປງຄອງ​ຊົນ​ລະ​ປະ​ທານ​ແບບ​ມີ​ສ່ວນ​ຮ່ວມຈາກປະຊາຊົນ ໃຫ້​ແກ່​ຊາວບ້ານນາກະຊິນ ແລະ ບ້ານ ເມືອງຫຼວງ ທີ່​ຢູ່​ອ້ອມ​ຂ້າງ​ບໍ່​ຄຳ-ທອງ ເຊ​ໂປນ. ໂຄງ​ການ​ສ້ອມ​ແປງຄອງ​ຊົນ​ລະ​ປະ​ທານນາກະຊິນ ໃນ​ຄັ້ງ​ນີ້​ແມ່ນ​ເປັນແບບ​ຢ່າງ​ທີ່​ດີ ຍ້ອນ​​ໄດ້​ມີການ​ປະ​ກອບ​ສ່ວນ​ຈາກຫຼາຍ​ພາກ​ສ່ວນ ຊຶ່ງ​ລວມ​ມີ:

  • ​LXML ສະ​ໜອງ​ອຸ​ປະ​ກອນ​ໃນ​ການ​ສ້ອມ​ແປງ ມູນຄ່າ000.000 ກີບ.
  • ​ບໍ​ລິ​ສັດ ວິ​ລະ​ບູ​ລີ ພັດ​ທະ​ນາ ແລະ ກໍ່​ສ້າງ (VDC) ​ສະ​ໜອງກົນ​ຈັກ​ໃນ​ການ​ບຸກ​ເບີກ, ​ຈັກອັດ​ແໜ້ນ​, ແລະ ດິນ​ຖົມ​ ມູນຄ່າ000.000 ກີບ.
  • ບໍ​​ລິ​ສັດ ຫອມ​ມາ​ລາ ພັດ​ທະ​ນາ ແລະ ກໍ່​ສ້າງ ເ​ປັນ​ຜູ້​ສະ​ໜອງຫີນ​ ​ມູນ​ຄ່າ 22.500.000 ກີບ.
  • ປະ​ຊາ​ຊົນ​ບ້ານ​ນາ​ກະ​ຊິນ ແລະ ບ້ານ​ເມືອງຫຼວງ ເປັນ​ຜູ້​ອອກ​ແຮງ​ງານໃນການ​ສ້ອມ​ແປງ ເປັນ​ເວ​ລາ​ທັງ​ໝົດ 45 ວັນ.

​ໃນ​ຕະຫຼອດ​ໄລ​ຍະການ​ຂຸດ​ຄົ້ນ​ບໍ່​ແຮ່ ເຊ​ໂປນ: ບໍລິສັດ LXML  ໄດ້ສະໜອງທຶນ ແລະ ອຸປະກອນກໍ່ສ້າງ ໃຫ້​ແກ່ການສ້າງລະບົບຊົນລະປະທານຂະ​ໜາດ​ນ້ອຍ, ​ການ​ສ້າງຝາຍນໍ້າ​ລິນ ເພື່ອ​ການ​ອຸປະໂພກ-ບໍລິໂພກ ​ແລະ ການ​ສ້າງວັງ​​ສະຫ​ງວນ ເພື່ອ​ອະ​ນຸ​ລັກ​ ແລະ ຂະຫຍາ​ຍ​ພັນ​ປາ​ທ້ອງ​ຖິ່ນ ໃຫ້ແກ່ປະຊາຊົນ​ໃນຫຼາຍບ້ານ ​ຢູ່ໃນ​ຂອບ​ເຂດ​ເມືອງວິ​ລະ​ບູ​ລີ ໃຫ້​ມີ​ຄວາມ​ຍືນ​ຍົງ​ທາງ​ດ້ານ​ສະບຽງອາຫານ ແລະ ສາ​ມາດ​ຍົກ​ສູງ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນ ໃຫ້​ດີ​ຂຶ້ນເປັນກ້າວໆ.

ການມອບ-ຮັ​ບໂຄງການສ້ອມແປງຄອງ​ຊົນ​ລະ​ປະ​ທານນາກະຊິນ-​ແບບ​ມີ​ສ່ວນ​ຮ່ວມ ໃນ​ຄັ້ງ​ນີ້ ເປັນແບບ​ຢ່າງ​ທີ່​ດີເລີດ ຊຶ່ງໄດ້ກາຍເປັນ​ຜົນ​ໃຫ້​ຊາວ​ບ້ານ ນາ​ກະ​ຊິນ ແລະ ບ້ານ​ ເມືອງຫຼວງ ໄດ້ຮັບຜົນປະໂຫຍດສູງສຸດ ຈາກລະບົບຊົນລະປະທານ​ ​ພ້ອມ​ທັງ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ການ​ບໍ​າ​ລຸງຮັກ​ສາ ແລະ ສ້ອມ​ແປງ​ ໃນ​ອະ​ນາ​ຄົດຕໍ່​ໄປ.