LXML Sepon Mine Congratulates Employees for The Long Service Award
December 12, 2024
Lane Xang Minerals Limited Company proudly honored 161 employees at Sepon Mine for their dedicated service, which ranges from five to twenty years. This year’s awards included 63 employees celebrating five years of commitment, 9 reaching the ten-year milestone, 66 marking 15 years, and 23 achieving the remarkable 20-year mark.
LXML values its local workforce, with around 93% of its approximately 4,000 employees and contractors being Lao nationals. Among these, 63% come from local communities, and 25% are women, highlighting the company’s commitment to promoting diversity and contributing to local development.
In its ongoing efforts to enhance skills and labor development, LXML has invested significantly in its employees. To date, the company has allocated US$4 million for tertiary scholarships for Lao nationals, and over US$680,000 to support training resources at the Savannakhet Vocational School, resulting in 10,625 trainees and a total of 16,175 training hours delivered by the middle of 2024. Various competency-based onsite training programs, including coaching, formal training, and on-the-job training have also been implemented.
Additionally, 18 apprentices are currently enrolled in the Lao-German Technical College (LGTC) with plans to study from 2024 to 2028. To date, LXML has provided over 23,000 training hours to Lao employees through a combination of internal, external, on-the-job training, and international study programs.
LXML is dedicated to supporting its employees and promoting local talent to supervisor and manager positions through its well-regarded Supervisor and Leadership Development programs to foster the next generation of skilled mining professionals in Laos.
ບໍ່ຄຳ-ທອງ ເຊໂປນ ຍ້ອງຍໍພະນັກງານ 161 ຄົນທີ່ເຮັດວຽກຍາວນານກັບບໍລິສັດ
ຢູ່ທີ່ພາກສະໜາມ ບໍ່ຄໍາ-ທອງ ເຊໂປນ, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈໍາກັດ ໄດ້ມອບໃບຍ້ອງຍໍໃຫ້ແກ່ພະນັກງານ ຈໍານວນ 161 ຄົນ ທີ່ມີຜົນງານດີເດັ່ນໃນການອຸທິດຕົນເຮັດວຽກກັບບໍລິສັດເປັນເວລາຍາວນານ ເຊິ່ງມີການຈັດລໍາດັບຕັ້ງແຕ່ 5 ຫາ 20 ປີຕາມລໍາດັບດັ່ງຕໍ່ໄປນີ້: ມີພະນັກງານຈໍານວນ 63 ຄົນ ທີ່ເຮັດວຽກຍາວນານເປັນເວລາ 5 ປີ, 9 ຄົນທີ່ເຮັດວຽກຍາວນານເປັນເວລາ 10 ປີ, ມີ 66 ຄົນທີ່ເຮັດວຽກຍາວນານເປັນເວລາ 15 ປີ ແລະ ມີຈໍານວນ 23 ຄົນເຮັດວຽກຍາວນານຄົບຮອບ 20 ປີ.
LXML ຍາມໃດກໍ່ໃຫ້ບຸລິມະສິດສໍາຄັນແກ່ແຮງງານທ້ອງຖິ່ນຢູ່ສະເໝີ ຊຶ່ງໃນນັ້ນມີ ພະນັກງານ ແລະ ຄົນງານຜູ້ຮັບເໝົາປະມານ 4,000 ຄົນ ໃນນັ້ນ 93 ສ່ວນຮ້ອຍເປັນຄົນລາວ, ຊຶ່ງ 63 ສ່ວນຮ້ອຍ ແມ່ນມາຈາກຊຸມຊົນທ້ອງຖິ່ນ ແລະ 25 ສ່ວນຮ້ອຍເປັນແມ່ຍິງ. ສິ່ງເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບໍລິສັດໃນການສົ່ງເສີມວັດທະນະທໍາ, ຄວາມຫຼາກຫຼາຍໃນອົງກອນ ແລະ ການປະກອບສ່ວນເຂົ້າໃນການພັດທະນາທ້ອງຖິ່ນ.
ເພື່ອສຶບຕໍ່ການພັດທະນາຢ່າງຕໍ່ເນື່ອງ LXML ຈຶ່ງໄດ້ຍົກລະດັບທັກສະ ແລະ ການພັດທະນາຄວາມສາມາດທາງດ້ານແຮງງານ, LXML ໄດ້ລົງທຶນຢ່າງຫຼວງຫຼາຍເຂົ້າໃນການພັດທະນາພະນັກງານຂອງຕົນ, ໂດຍມາຮອດປະຈຸບັນ, ໄດ້ຈັດສັນງົບປະມານ 4 ລ້ານໂດລາສະຫະລັດ ເປັນທຶນການສຶກສາຂັ້ນສາມໃຫ້ແກ່ພະນັກງານຄົນລາວ. ສະໜັບສະໜູນອຸປະກອນຝຶກອົບຮົມແກ່ໂຮງຮຽນວິຊາຊີບ ສະຫວັນນະເຂດ ຫຼາຍກວ່າ 680,000 ໂດລາສະຫະລັດ, ມີຈໍານວນຄົນຝຶກອົບຮົມ 10,625 ຄົນ ແລະ ສະໜອງຊົ່ວໂມງໃນການຝຶກອົບຮົມທັງໝົດຫຼາຍກວ່າ 16,175 ຊົ່ວໂມງ ໃນກາງປີ 2024, ມີໂຄງການຝຶກອົບຮົມຂີດຄວາມສາມາດ ໃນພາກສະໜາມຊຶ່ງລວມທັງຄູຝຶກ, ການຝຶກອົບຮົມຢ່າງເປັນທາງການ ແລະ ຄຽງຄູ່ກັບການປະຕິບັດວຽກ. ນອກຈາກນັ້ນ, ຍັງສຶບຕໍ່ສະໜອງທຶນການກສຶກສາແກ່ພະນັກງານຝຶກຫັດທີ່ມາຈາກຊຸມຊົນທ້ອງຖິ່ນຈໍານວນ 18 ຄົນ ກໍາລັງເຂົ້າສຶກສາຢູ່ທີ່ໂຮງຮຽນ ເຕັກນິກ ລາວ-ເຢຍລະມັນ (LGTC) ໃນສົກປີ 2024 ຫາ 2028. ມາຮອດປັດຈຸບັນ, LXML ໄດ້ສະໜອງ ເວລາຝຶກອົບຮົມທາງດ້ານວິຊາຊີບໃຫ້ແກ່ພະນັກງານຄົນລາວຫຼາຍກວ່າ 23,000 ຊົ່ວໂມງ ໂດຍຜ່ານການຝຶກອົບຮົມທັງພາຍໃນ ແລະ ພາຍນອກ, ໃນສະຖານທີ່ເຮັດວຽກ ແລະ ໄປສຶກສາຢູ່ຕ່າງປະເທດ.
LXML ມຸ່ງໝັ້ນທີ່ຈະສະໜັບສະໜູນພະນັກງານຂອງຕົນ ແລະ ສົ່ງເສີມຄວາມສາມາດຂອງບຸກຄາລະກອນທ້ອງຖິ່ນໃຫ້ສາມາດຂື້ນສູ່ຕໍາແໜ່ງຫົວໜ້າສາຍງານ ແລະ ຜູ້ບໍລິຫານ ໂດຍຜ່ານການສະໜອງໂຄງການພັດທະນາທັກສະ ແລະ ພາວະຜູ້ນໍາທີ່ເປັນທີ່ຍອມຮັບ ເພື່ອຊຸກຍູ້ຄົນລຸ້ນຕໍ່ໄປໃຫ້ສາມາດກາຍເປັນຜູ້ຊ່ຽວຊານທາງດ້ານການດໍາເນີນງານດ້ານບໍ່ແຮ່ໃນລາວ.