LXML Donates Toilet Construction Equipment to Villages Surrounding Sepon Mine Vilabouly District.

January 09, 2024

LXML recently demonstrated its commitment to community development by donating toilet construction equipment to villages surrounding the Sepon Mine. This initiative aims to improve sanitation and promote better health practices among the local communities. The donation, with a total value of 124,440,000 kips or US$ 6,037.75, has benefited a total of 85 families across five villages. The toilet construction equipment includes essential items such as pipes, concrete tube covers, air ducts, metal nails, zinc roofs, concrete, and ore sand. These tools are essential for the construction of clean and safe toilet facilities within the communities.

The breakdown of the donation by village is as follows:

- Padong village: 11 families received toilet construction equipment valued at 16,010,000 kip

- Nam Khib village: 4 families received toilet construction equipment valued at 6,400,000 kip

- Vang Yang village: 1 family received toilet construction equipment valued at 1,800,000 kip

 - Keng Kerk Village: 18 families received toilet construction equipment valued at 21,230,000 kip

- Nakasin Village: 51 families received toilet construction equipment valued at 79,400,000 kip

These efforts align with LXML's commitment to supporting the local community development plan around the Sepon Mine. The company is dedicated to providing sustainable solutions that enhance the well-being and living conditions of the communities in which it operates.

LXML's donation of toilet construction equipment represents a significant investment in the health and sanitation infrastructure of the surrounding villages. The company remains committed to fostering positive and lasting change within the region.

 

For more information about LXML and its community initiatives, please visit www.lxml.la

-----------------------------

 

ລຊມລ ມອບອຸປະກອນກໍ່ສ້າງຫ້ອງນ້ຳໃຫ້ບັນດາບ້ານອ້ອມຂ້າງບໍ່ຄຳ-ທອງເຊໂປນ ເມືອງວິລະບູລີ.

ເມື່ອບໍ່ດົນມານີ້ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (ລຊມລ) ໄດ້ບໍລິຈາກອຸປະກອນກໍ່ສ້າງຫ້ອງນ້ຳໃຫ້ບັນດາບ້ານອ້ອມຂ້າງ ບໍ່ຄຳ-ທອງ ເຊໂປນ. ຈຸດປະສົງແມ່ນເພື່ອແນ່ໃສ່ປັບປຸງດ້ານສຸຂາພິບານ ແລະ ສົ່ງເສີມການປະຕິບັດດ້ານສຸຂະພາບທີ່ດີ ໃນບັນດາຊຸມຊົນທ້ອງຖິ່ນຢູ່ອ້ອມຂ້າງຂອງໂຄງການ. ເງິນຊ່ວຍເຫຼືອດັ່ງກ່າວມີມູນຄ່າທັງໝົດ 124,440,000 ກີບ ຫຼື 6,037,75 ໂດລາ ສະຫະລັດ ຊຶ່ງໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທັງໝົດ 85 ຄອບຄົວໃນທົ່ວ 5 ບ້ານ. ໂດຍອີງຕາມແຜນພັດທະນາຂອງໂຄງການບໍ່ຄໍາທອງ-ເຊໂປນ ຢູ່ບັນດາບ້ານອ້ອມຂ້າງ ເພື່ອໃຫ້ທຸກໆຄອບຄົວໃນຈຳນວນ 05 ບ້ານໃຫ້ມີວິດຖ່າຍທັງໝົດ. ອຸປະກອນກໍ່ສ້າງຫ້ອງນ້ຳປະກອບມີສິ່ງຂອງທີ່ຈຳເປັນເຊັ່ນ: ທໍ່ P100, ຝາປິດແບບໃສ່ຫົວວິດກັບ, ຫົວວິດ, ທໍ່ລະບາຍອາກາດ, ຕະປູກຸບ, ສັງກະສີ 8 ຟຸກ, ຊີມັງຂຽວ ແລະ ແຮ່-ຊາຍ. ຊຶ່ງເປັນເຄື່ອງມືທີ່ມີຄວາມຈໍາເປັນສໍາລັບການກໍ່ສ້າງຫ້ອງນ້ໍາສະອາດ ແລະ ປອດໄພພາຍໃນຊຸມຊົນ.

 

ໃນບັນດາ 85 ຄອບຄົວ ຂອງ 5 ບ້ານ ທີ່ໄດ້ຮັບເຄື່ອງຊ່ວຍເຫຼືອດັ່ງກ່າວປະກອບມີ:

  • ບ້ານ ປະດົງ ມີ 11 ຄອບຄົວ ທີ່ໄດ້ຮັບເຄື່ອງຊ່ວຍເຫຼືອ ລວມມູນຄ່າທັງໝົດ 16,010,000 ກີບ
  • ບ້ານ ນໍ້າຄີບ ມີ 4 ຄອບຄົວ ທີ່ໄດ້ຮັບເຄື່ອງຊ່ວຍເຫຼືອ ລວມມູນຄ່າທັງໝົດ 6,400,000 ກີບ
  • ບ້ານ ວັງຍາງ ມີ 1 ຄອບຄົວ ທີ່ໄດ້ຮັບເຄື່ອງຊ່ວຍເຫຼືອ ລວມມູນຄ່າທັງໝົດ 1,800,000 ກີບ
  • ບ້ານ ແກ້ງເກິກ ມີ 18 ຄອບຄົວ ທີ່ໄດ້ຮັບເຄື່ອງຊ່ວຍເຫຼືອ ລວມມູນຄ່າທັງໝົດ 21,230,000 ກີບ ແລະ
  • ບ້ານ ນາກະຊິນ ມີ 51 ຄອບຄົວ ທີ່ໄດ້ຮັບເຄື່ອງຊ່ວຍເຫຼືອ ລວມມູນຄ່າທັງໝົດ 79,400,000 ກີບ.

 

ວຽກງານລົງຊຸກຍູ້ຊ່ວຍເຫຼືອເພື່ອປັບປຸງຄຸນນະພາບຊີວິດ ແລະ ໂຄງສ້າງພື້ນຖານຂອງຊຸ່ມຊົນທ້ອງຖິ່ນແມ່ນເປັນເປົ້າໝາຍໜຶ່ງທີ່ນອນຢູ່ໃນແຜນພັດທະນາທຸລະກິດຂອງ ບໍລິສັດ ລຊມລ ທີ່ຍາມໃດກໍ່ໄດ້ສະແດງເຖິງຄວາມມຸ່ງໝັ້ນ ໃນການສະໜັບສະໜູນການພັດທະນາຊຸມຊົນທ້ອງຖິ່ນທີ່ຢູ່ອ້ອມຂ້າງ ບໍ່ຄຳ-ທອງ ເຊໂປນ ຢ່າງມີຄວາມຮັບຜິດຊອບ.

ການບໍລິຈາກອຸປະກອນກໍ່ສ້າງຫ້ອງນໍ້າຂອງ ບໍລິສັດ ໃນຄັ້ງນີ້ ເປັນການລົງທຶນທີ່ສໍາຄັນໃນພື້ນຖານໂຄງລ່າງດ້ານສຸຂະພາບ ແລະ ສຸຂາພິບານຂອງຊຸມຊົນບ້ານອ້ອມຂ້າງ. ບໍລິສັດຍັງຄົງມຸ່ງຫມັ້ນທີ່ຈະຊຸກຍູ້ການປ່ຽນແປງທີ່ດີໄປໃນທິດທາງບວກ ແລະ ສ້າງຄວາມຍືນຍົງພາຍໃນພາກພື້ນໃຫ້ດີຂື້ນເລື້ອຍໆ.