ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈຳກັດ ສືບຕໍ່ຍົກລະດັບພື້ນຖານໂຄງລ່າງ ແລະ ສົ່ງເສີມການທ່ອງທ່ຽວ ມອບ ຫຼາຍໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມ ຢູ່ເມືອງວິລະບູລີ
March 05, 2026
ເມືອງວິລະບູລີ, ແຂວງສະຫວັນນະເຂດ – ໃນວັນທີ 24 ກຸມພາ 2026, ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈຳກັດ (LXML) ໄດ້ຈັດພິທີມອບ-ຮັບ ຫຼາຍໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມ ເພື່ອແນໃສ່ການປັບປຸງຄຸນນະພາບຊີວິດຂອງປະຊາຊົນ ແລະ ສົ່ງເສີມທ່າແຮງການທ່ອງທ່ຽວພາຍໃນເມືອງວິລະບູລີ ໃຫ້ມີຄວາມໂດດເດັ່ນ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ.
ຈຸດສຸມທີ່ສຳຄັນຂອງການມອບ-ຮັບໃນຄັ້ງນີ້ ແມ່ນໂຄງການກໍ່ສ້າງຫ້ອງນ້ຳຊຸມຊົນແຍກຍິງ-ຊາຍ ຈຳນວນ 2 ຈຸດ ຢູ່ອຸທິຍານມໍລະດົກຫີນສາມເສົ້າ, ບ້ານນ້ຳປະເຄນ ເຊິ່ງມີມູນຄ່າການກໍ່ສ້າງ 41,495,000 ກີບ. ໂຄງການນີ້ຖືເປັນການປະກອບສ່ວນອັນສຳຄັນໃນການຮອງຮັບ ແລະ ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ທີ່ເຂົ້າມາຢ້ຽມຊົມຄວາມງາມຂອງ "ປ່າຫີນ" ເມືອງວິລະບູລີ ພ້ອມທັງເປັນການຊ່ວຍຊຸກຍູ້ການທ່ອງທ່ຽວທາງດ້ານວັດທະນະທຳ ແລະ ວັດຖຸບູຮານປະຫວັດສາດຂອງທ້ອງຖິ່ນ ໃຫ້ມີຄວາມພ້ອມໃນການບໍລິການຫຼາຍຂຶ້ນ.
ນອກຈາກການສົ່ງເສີມດ້ານການທ່ອງທ່ຽວແລ້ວ ບໍລິສັດ ຍັງໄດ້ສະໜອງໂຄງການພັດທະນາການສຶກສາ ແລະ ສາທາລະນຸປະໂພກໃຫ້ແກ່ບ້ານອ້ອມຂ້າງອີກ 2 ແຫ່ງ. ເຊິ່ງຢູ່ບ້ານນາກະຊິນ ແມ່ນໄດ້ມີການກໍ່ສ້າງໂຄງການສ້ອມແປງຮົ້ວອ້ອມໂຮງຮຽນປະຖົມສົມບູນ ທີ່ມີຄວາມຍາວ 205 ແມັດ ພ້ອມທັງຕິດຕັ້ງລະບົບນ້ຳລິນເຂົ້າບ້ານ ຄວາມຍາວ 1,800 ແມັດ ແລະ ແທ່ງເກັບນ້ຳຂະໜາດບັນຈຸ 21,600 ລິດ ລວມມູນຄ່າທັງໝົດ 255,280,000 ກີບ ເພື່ອຮັບປະກັນໃຫ້ນັກຮຽນ ແລະ ຊາວບ້ານມີນ້ຳສະອາດຊົມໃຊ້ຢ່າງພຽງພໍ ແລະ ຍືນຍົງ. ພ້ອມກັນນັ້ນ ຢູ່ບ້ານແກ້ງເກິກ ກໍໄດ້ມີການສະໜອງໂຄງການກໍ່ສ້າງຮົ້ວອ້ອມໂຮງຮຽນປະຖົມສົມບູນຜາດ່າງ ລວມມູນຄ່າ 33,050,000 ກີບ ເພື່ອສ້າງສະພາບແວດລ້ອມການຮຽນ-ການສອນ ໃຫ້ມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍດີຂຶ້ນ.
ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈຳກັດ ຍາມໃດກໍຍຶດໝັ້ນໃນພັນທະສັນຍາທີ່ຈະເຕີບໂຕໄປພ້ອມກັບຊຸມຊົນ ໂດຍພວກເຮົາພ້ອມແລ້ວທີ່ຈະມຸ່ງໝັ້ນຊ່ວຍເຫຼືອ ແລະ ພັດທະນາຊຸມຊົນທ້ອງຖິ່ນໃນທຸກມິຕິ ບໍ່ວ່າຈະເປັນການສ້າງພື້ນຖານໂຄງລ່າງທີ່ໝັ້ນຄົງ, ການຊຸກຍູ້ເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວ ຫຼື ການອະນຸລັກຮັກສາຄຸນຄ່າທາງວັດທະນະທຳໃຫ້ຄົງຢູ່ ເພາະພວກເຮົາເຊື່ອໝັ້ນສະເໝີວ່າ ຄວາມສຳເລັດຂອງທຸລະກິດ ຕ້ອງຄຽງຄູ່ໄປກັບການພັດທະນາຄຸນນະພາບຊີວິດ ແລະ ຄວາມຢູ່ດີກິນດີຂອງປະຊາຊົນໃນທ້ອງຖິ່ນຢ່າງຍືນຍົງ.
--------------------------------------------------
Vilabouly District, Savannakhet Province - On February 24, 2026, Lane Xang Minerals Limited Company (LXML) held a handover ceremony for several participatory community development projects aimed at improving local livelihoods and strengthening the tourism potential of Vilabouly District.
One of the key projects handed over was the construction of two public restroom units at different locations within Hin Sam Sao Heritage Park in Nam Pakhen Village, each equipped with separate male and female facilities, with a total value of 41,495,000 LAK. The facilities will support the growing number of visitors to Vilabouly District’s well-known “Stone Forest,” while improving tourism services and enhancing the district’s cultural and historical tourism attractions.
In addition to tourism development, LXML also handed over educational and public utility improvement projects to nearby communities. In Na Kaxin Village, the Company supported the repair of a 205-meter fence surrounding the village primary school, along with the installation of an 1,800-meter gravity-fed water supply system and a 21,600-liter water storage tank, with a total value of 255,280,000 LAK. These improvements will help ensure reliable access to clean water for students and local residents.
Meanwhile, in Keng Keuk Village, LXML handed over the construction of a protective fence for Pha Dang Primary School, valued at 33,050,000 LAK, contributing to a safer and more organized learning environment for students and teachers.
LXML remains committed to growing alongside the communities in its project area. Through continued investment in infrastructure, socio-economic development, and the preservation of local cultural values, the Company strives to create lasting benefits and improve the quality of life for local residents while supporting sustainable development in Vilabouly District.




