LXML Celebrates the 115th Anniversary of International Women’s Day at Sepon Mine

March 20, 2025

On March 10, 2025, Lane Xang Minerals Limited Company (LXML) commemorated the 115th anniversary of International Women’s Day (March 8, 2025), with a special ceremony at the Sepon Mine site. This event aimed to honor and recognized the achievements of female employees, strengthen teamwork and relationships, foster unity and harmony, and promote inclusive participation among all employees within the company.

The celebration included engaging sports activities designed for female employees, fostering solidarity and enjoyment. Additionally, five exceptional female employees from various departments were awarded for their outstanding performance. These awards were presented by Mr. Jeremy Davidson, General Manager of LXML, in recognition of their significant contributions to the company.

LXML remains committed to promoting gender equality and valuing the integral role of women within the organization. The company is dedicated to creating a supportive and inclusive environment for all employees, regardless of gender, ensuring that everyone could grow and contribute to the success of the company.

LXML ສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ ທີ່ບໍ່ຄໍາ-ທອງ ເຊໂປນ

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2025 ຄົບຮອບ 115 ປີ ຢູ່ທີ່ພາກສະໜາມ ບໍ່ຄຳ-ທອງ ເຊໂປນ. ການຈັດງານສະເຫຼີມສະຫຼອງໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ເປັນ​ກຽດ ​ແລະ ການສັນລະເສີນຕໍ່ບັນດາ​ຜົນງານ​ຂອງ​ພະນັກງານເພດຍິງ, ເປັນການຮັດ​ແໜ້ນສາຍພົວພັນ, ການ​ເຮັດ​ວຽກ​ເປັນ​ທີມ, ສ້າງຄວາມ​ສາມັກຄີປອງດອງ ແລະ ມີສ່ວນຮ່ວມ​ຂອງ​ພະນັກງານຜູ້​ເຂົ້າ​ຮ່ວມງານທຸກທ່ານພາຍໃນ​ບໍລິສັດ.

ພວກເຮົາໄດ້ສ້າງກິດຈະກໍາຫຼີ້ນກິລາອັນເບີກບານມ່ວນຊື່ນໃຫ້ແກ່ພະນັກງານແມ່ຍິງ ແລະ ພິເສດກວ່ານີ້ ພາຍໃນງານຍັງໄດ້ມີການມອບ-ຮັບລາງວັນໃຫ້ແກ່ພະນັກງານຍິງ 5 ທ່ານ ທີ່ມີຜົນງານດີເດັ່ນຈາກບັນດາພະແນກທີ່ແຕກຕ່າງກັນ. ລາງວັນດັ່ງກ່າວແມ່ນມອບໂດຍທ່ານ ເຈເຣມີ ເດວິດຊັນ, ຜູ້ຈັດການໃຫຍ່ LXML, ເພື່ອເປັນການຍ້ອງຍໍຜົນງານການປະກອບສ່ວນອັນດີເດັ່ນຂອງເຂົາເຈົ້າທີ່ມີຕໍ່ບໍລິສັດໂດຍຕະຫຼອດມາ.

ບໍລິສັດ LXML ຍາມໃດກໍ່ມີຄວາມມຸ່ງໝັ້ນໃນການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ການຍົກຍ້ອງບົດບາດອັນລ້ຳຄ່າຂອງແມ່ຍິງໃນອົງກອນຂອງຕົນ. LXML ຍັງຄົງອຸທິດຕົນເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ແລະ ມີສ່ວນຮ່ວມໃຫ້ແກ່ພະນັກງານທຸກຄົນ ບໍ່ວ່າຈະເປັນເພດໃດກໍ່ຕາມ ທຸກຄົນສາມາດສ້າງຄວາມກ້າວໜ້າ ແລະ ພັດທະນາອົງກອນໃຫ້ບັນລຸຜົນສໍາເລັດໄປດ້ວຍກັນ.