Center for Language Education and Cooperation (CLEC) Visits LXML Vientiane Office to Discuss Chinese Workshop Collaboration and Future Development

December 27, 2024

On December 24, 2024, Mrs. Zhou Zhichang, Deputy Director of the Volunteer Management Division at the Center for Language Education and Cooperation, led a team of five to visit LXML's Vientiane office. The team was warmly received by Zhou Xinbing, Vice President of LXML, who conducted a friendly discussion with the visitors.

One of the main objectives of this visit was to gain an in-depth understanding of the collaboration between LXML and Weifang Vocational College in the Chinese Workshop program, analyze the successes and shortcomings in the implementation of the project, and explore ways to further integrate resources to enhance the efficient implementation and development of the project.

Additionally, Mr. Zhou Xinbing provided a detailed introduction to the LXML’s development in Laos and engaged in an in-depth discussion with the visiting team about the demand for Chinese language and professional technical training. They explored how the Chinese Workshop program can better benefit overseas enterprises and increase the program’s global influence. Both sides also discussed the possibility of sending volunteer teachers in the future, with the CLEC aiming to further promote the internationalization of Chinese education through volunteer programs.

This visit strengthened the cooperation between the CLEC and LXML, offering new ideas for optimizing and developing the Chinese Workshop program. The Ministry expressed its commitment to continuing to strengthen cooperation with all parties to promote the vigorous development of the Chinese Workshop program globally.

LXML ຕ້ອນຮັບການເຂົາມາຢ້ຽມຢາມຂອງຄະນະສູນການສຶກສາ ແລະ ຮ່ວມມືດ້ານພາສາສາດ (CLEC).

ໃນວັນທີ 24 ທັນວາ 2024 ທ່ານ ໂຈ ຈືຈາງ, ຮອງຜູ້ອໍານວຍການ ຝ່າຍບໍລິຫານວຽກງານອາສາສະໝັກ ຈາກສູນການສຶກສາ ແລະ ການຮ່ວມມືດ້ານພາສາສາດຂອງຈີນ, ພ້ອມດ້ວຍຄະນະ 5 ທ່ານ ໄດ້ເຂົ້າມາຢ້ຽມຢາມຫ້ອງການ LXML ທີ່ ນະຄອນຫຼວງວຽງຈັນ. ໂດຍການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ໂຈ ຊິນປີງ ຮອງປະທານ LXML.

ຈຸດປະສົງຫຼັກຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອຮັບຮູ້ຢ່າງເລິກເຊິ່ງກ່ຽວກັບການຮ່ວມມືລະຫວ່າງ LXML ແລະ ວິທະຍາໄລເຫວີຍຟ່າງ ໂດຍສະເພາະໂຄງການ ຝຶກອົບຮົມພາສາຈີນ, ເພື່ອປະເມີນຜົນສໍາເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດໂຄງການ ແລະ ສຶກສາ ກ່ຽວກັບ ວິທີການຈັດສັນຊັບພະຍາກອນອື່ນໆເພີ່ມເຕີມເພື່ອເສີມສ້າງການດໍາເນີນໂຄງການ ແລະ ການພັດທະນາທີ່ມີ ປະສິດທິພາບ.

ນອກຈາກນັ້ນ ທ່ານ ໂຈ ຊິນປີງ ຍັງໄດ້ນໍາສະເໜີລາຍລະອຽດ ກ່ຽວກັບ ການພັດທະນາຂອງ LXML ໃນລາວ ແລະ ໄດ້ມີການສົນທະນາຢ່າງເລິກເຊິ່ງກັບຄະນະຜູ້ມາຢ້ຽມຢາມ ກ່ຽວກັບ ຄວາມຕ້ອງການໃນການນໍາໃຊ້ພາສາຈີນ ແລະ ການຝຶກອົບຮົມທາງດ້ານເຕັກນິກ-ວິຊາຊີບ. ໃນກອງປະຊຸມຄະນະທຸກທ່ານໄດ້ຮ່ວມກັນແລກປ່ຽນ ແລະ ຊອກວິທີການໃຫ້ໂຄງການຝືກອົບຮົມພາສາຈີນ ສາມາດສ້າງປະໂຫຍດທີ່ດີໄດ້ຫຼາຍຂຶ້ນໃຫ້ແກ່ບໍລິສັດ ແລະ ເພີ່ມທະວີອິດທິພົນຂອງໂຄງການໃນລະດັບສາກົນ. ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ຂອງການສົ່ງຄູອາສາສະໝັກໃນອະນາຄົດ ໂດຍ CLEC ມີຈຸດປະສົງເພື່ອສົ່ງເສີມ ການສຶກສາພາສາຈີນໄປສູ່ລະດັບສາກົນ ໂດຍຜ່ານໂຄງການອາສາສະໝັກ.

ການຢ້ຽມຢາມຄັ້ງນີ້ ຈະສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືລະຫວ່າງ CLEC ແລະ LXML ໂດຍສະເໜີແນວຄິດໃໝ່ໆ ໃນການປັບປຸງ ແລະ ການພັດທະນາໂຄງການຝືກອົບຮົມພາສາຈີນ.