LXML ຮ່ວມກັບ ເມືອງວິລະບູລີ ສະຫຼຸບຜົນງານກອງທຶນພັດທະນາທ້ອງຖິ່ນ ປີ 2025 ແລະ ວາງທິດທາງ ປີ 2026 | LXML and Vilabouly District Review 2025 Community Trust Fund Achievements and Set Strategic Directions for 2026

March 20, 2026

ໃນວັນທີ 17 ມີນາ 2026, ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ (LXML) ໄດ້ຮ່ວມກັບ ອົງການປົກຄອງເມືອງວິລະບູລີ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກອງທຶນພັດທະນາທ້ອງຖິ່ນ (Trust Fund) ປະຈໍາປີ 2025 ແລະ ວາງທິດທາງແຜນການປີ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ສຸກສາຄອນ ໂພທິລາດ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ແລະ ທ່ານ ສະໝານ ອະເນກາ ຜູ້ອໍານວຍການໃຫຍ່ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈໍາກັດ ພ້ອມດ້ວຍຄະນະກໍາມະການບໍລິຫານກອງທຶນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜົນການຈັດຕັ້ງປະຕິບັດວຽກງານກອງທຶນພັດທະນາທ້ອງຖິ່ນຕະຫຼອດສົກປີ 2025 ທີ່ຜ່ານມາ ສາມາດຍາດໄດ້ຜົນສໍາເລັດທີ່ໜ້າເພິ່ງພໍໃຈ ໂດຍມີໂຄງການພັດທະນາທີ່ຖືກສະເໜີ ແລະ ຈັດຕັ້ງປະຕິບັດລວມທັງໝົດ 34 ໂຄງການ ເຊິ່ງໃນນັ້ນສາມາດດຳເນີນການໄດ້ສຳເລັດແລ້ວ 26 ໂຄງການ ແລະ ສ່ວນທີ່ເຫຼືອແມ່ນກຳລັງຢູ່ໃນຂັ້ນຕອນການຕິດຕາມກວດກາຢ່າງໃກ້ຊິດ. ຜ່ານການປະເມີນຕົວຈິງເຫັນວ່າໝາກຜົນຂອງການພັດທະນາບັນລຸໄດ້ເຖິງ 90% ຂອງຄາດໝາຍທີ່ວາງໄວ້ ເຮັດໃຫ້ພື້ນຖານໂຄງລ່າງໃນຫຼາຍດ້ານໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ຊຸມຊົນໄດ້ຮັບຜົນປະໂຫຍດທັງທາງກົງ ແລະ ທາງອ້ອມ ເພື່ອຍົກລະດັບຄຸນນະພາບຊີວິດໃຫ້ດີຂຶ້ນເທື່ອລະກ້າວ.
ນອກຈາກການພັດທະນາພື້ນຖານໂຄງລ່າງແລ້ວ LXML ຍັງໄດ້ສຸມໃສ່ການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນເຂດອ້ອມຂ້າງ ໂດຍການຮ່ວມມືກັບຜູ້ຮັບເໝົາຕ່າງໆ ເພື່ອໃຫ້ຊຸມຊົນມີລາຍຮັບທີ່ໝັ້ນຄົງ ສາມາດສ້າງບ້ານເຮືອນ ແລະ ມີພາຫະນະຮັບໃຊ້ທີ່ໄດ້ມາດຕະຖານ ເຊິ່ງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຄອບຄົວຢ່າງຍືນຍົງ. ສຳລັບທິດທາງແຜນການໃນປີ 2026 ທີ່ປະຊຸມໄດ້ເປັນເອກະພາບໃນການກຳນົດໂຄງການໃໝ່ ໂດຍເນັ້ນໃສ່ຄວາມໂປ່ງໃສ ແລະ ການມີສ່ວນຮ່ວມຂອງຊຸມຊົນໃຫ້ຫຼາຍຂຶ້ນ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດກອງທຶນພັດທະນາທ້ອງຖິ່ນເກີດປະສິດທິພາບສູງສຸດ ແລະ ເປັນຮູບປະທຳແທ້ຈິງ.
LXML ຍັງຄົງຢຶດໝັ້ນໃນຄວາມຮັບຜິດຊອບຕໍ່ສັງຄົມ ແລະ ພ້ອມທີ່ຈະເປັນກຳລັງຫຼັກໃນການຮ່ວມມືກັບອົງການປົກຄອງທ້ອງຖິ່ນ ເພື່ອສືບຕໍ່ຜັນຂະຫຍາຍໂຄງການພັດທະນາຕ່າງໆ ໃຫ້ມີຄວາມຍືນຍົງ ແລະ ສ້າງຜົນປະໂຫຍດສູງສຸດໃຫ້ແກ່ຊຸມຊົນທ້ອງຖິ່ນທີ່ຢູ່ອ້ອມຂ້າງໂຄງການ.
--------------------
On 17 March 2026 – Lane Xang Minerals Limited Company (LXML), in collaboration with the Vilabouly District Administration, convened a meeting to review the implementation of the Comunity Trust Fund for 2025 and to establish strategic directions for 2026.
The meeting was co-chaired by Mr. Souksakhone Phothilath, Member of the Provincial Party Committee and Secretary of the District Party Executive Committee, and Mr. Saman Aneka, Managing Director of LXML, with participation from the Fund Management Committee and relevant stakeholders.
In 2025, the Community Trust Fund delivered positive results, with a total of 34 development projects proposed and implemented. Of these, 26 projects have been successfully completed, while the remaining projects are progressing under close supervision. Overall, project outcomes achieved approximately 90% of the planned targets. These initiatives have contributed to continued improvements in local infrastructure, generating both direct and indirect benefits for communities and progressively enhancing their quality of life.
Beyond infrastructure development, LXML has also prioritized local employment by working closely with contractors to create job opportunities for communities in surrounding areas. This has supported stable income generation, enabling households to improve their living conditions and strengthen their economic resilience in a sustainable manner.
Looking ahead to 2026, the meeting reached consensus on key priorities, including the identification of new development projects with a stronger emphasis on transparency and enhanced community participation. These measures aim to further improve the effectiveness of fund implementation and ensure tangible, long-term development outcomes.
LXML reaffirms its commitment to corporate social responsibility and will continue to work in close partnership with local authorities to drive sustainable development initiatives, maximizing benefits for communities surrounding the Sepon Mine Project.