ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນ ບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດ ໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນງານ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.
ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.
ລາຍງານໃຫ້ ຫົວໜ້າສາຍງານ - ການແພດ, ແພດພາກສະໜາມ ມີໜ້າທີ່ຮັບຜິດຊອບ ໃນການດໍາເນີນການຕອບສະໜອງທາງການແພດສຸກເສີນ ແລະ ການສົ່ງຄົນເຈັບທີ່ບາດເຈັບ ຫຼື ເຈັບປ່ວຍໄປສູ່ການປິ່ນປົວສຸກເສີນໃນໂຮງໝໍທີ່ມີເງື່ອນໄຂລະດັບທີ່ສູງກວ່າ, ພ້ອມທັງປະຕິບັດໜ້າທີ່ຂອງຄຼີນິກທົ່ວໄປ.
ຄວາມຮັບຜິດຊອບຫຼັກປະກອບມີ:
- ປະຕິບັດໜ້າທີ່ການແພດສຸກເສີນພາກສະໜາມພາຍໃຕ້ການຊີ້ນໍາຈາກທ່ານໝໍ.
- ປະຕິບັດຕາມລະບຽບການແພດ ແລະ ນະໂຍບາຍຂອງບໍລິສັດ ທີ່ກໍານົດໄວ້.
- ຮັກສາຄວາມລັບຂອງຄົນເຈັບ, ປະຕິບັດຕາມມາດຕະຖານທາງກົດໝາຍ ແລະ ສິນລະທໍາ.
- ປະຕິບັດໜ້າທີ່ປະຈໍາວັນຂອງຄລີນິກເຊັ່ນ: ເບີ່ງຜົນກວດ ແລະ ໃຫ້ການເບິ່ງແຍງຄົນເຈັບ.
- ກວດກາຄວາມພ້ອມຂອງຫ້ອງສຸກເສີນ ແລະ ອຸປະກອນສຸກເສີນ ກ່ອນການນໍາໃຊ້ທຸກວັນ.
- ຊ່ວຍນຳສົ່ງຄົນເຈັບປິ່ນປົວສຸກເສີນທາງການແພດ.
- ລາຍງານວຽກງານທີ່ໄດ້ເຮັດ ຕໍ່ທ່ານໝໍ, ພະຍາບານ ຫຼື ພະນັກງານແພດຄົນອື່ນໆ.
- ໃຫ້ການຊ່ວຍເຫຼືອເບື້້ອງຕັ້ນ ຫຼື ການຊ່ວຍຊີວິດຄົນເຈັບ ຫຼື ບໍ່ສະບາຍ.
- ໃຫ້ການຊ່ວຍເຫຼືອຊີວິດຂັ້ນພື້ນຖານ ແລະ ລະດັບສູງ, ລວມທັງການຊ່ວຍຟື້ນຄືນຊີບສຸກເສີນ, ການຢາ, ການປີ່ນປົວບາດແຜ ແລະ ການໃສ່ເຜຶອກເພື່ອການຄົງທີອະໄວຍະວະທີ່ຖືກບາດເຈັບ.
- ນໍາໃຊ້ອຸປະກອນການແພດເຊັ່ນ: ເຄື່ອງກະຕຸ້ນຫົວໃຈ, ເຄື່ອງກວດຄື້ນໄຟຟ້າຫົວໃຈ, ອົກຊີແຊນ ແລະ ອຸປະກອນດູດເສມຫະ.
- ເຂົ້າຮ່ວມການຝຶກອົບຮົມ ແລະ ສຶກສາເພີ່ມເຕີມຕາມຄວາມຕ້ອງການ.
ປະສົບການ, ທັກສະ ແລະ ຄຸນວຸດທິ:
- ມີໃບຢັ້ງຢືນທາງການແພດ, ການຊ່ວຍຊີວິດຂັ້ນພື້ນຖານ, ການຝຶກອົບຮົມ ແລະ ພື້ນຖານການປະຖົມພະຍາບານເບື້ອງຕົ້ນ.
- ມີຄວາມຮູ້ເບື້ອງຕົ້ນຂອງຂັ້ນຕອນການປີ່ນປົວທາງການແພດສຸກເສີນ ແລະ ແຜນການຊ່ວຍຜູ້ບາດເຈັບຈໍານວນຫຼາຍ.
- ມີປະສົບການປິ່ນປົວບາດແຜຂັ້ນພື້ນຖານ, ທັກສະການຊ່ວຍເຫຼືອສຸກເສີນ, ການເຄື່ອນຍ້າຍຄົນເຈັບ ແລະ ການເຮັດວຽກໃນສະພາບແວດລ້ອມທີ່ແຕກຕ່າງກັນທາງວັດທະນະທໍາ.
- ຄວາມສາມາດໃນການສື່ສານທີ່ມີປະສິດທິພາບ.
- ມີໃບອະນຸຍາດຂັບຂີ່ລາວ (ປະເພດ B).
- ມີທັກສະການສ້າງສາຍສຳພັນທີ່ດີ.
- ສາມາດນໍາໃຊ້ຄອມຟີວເຕີໄດ້ເຊັ່ນ Word, Excel, PowerPoint & Outlook.
ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.
ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA. ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 19 ສິງຫາ 2025.
ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.
ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້. ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200 ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686