ວິຊາການເຕັກນິກ - ທໍລະນີສາດແຮ່
Release Date: 04 Mar 2025
Job Category: Geologist, Other
Job Type: Full Time
Job Location: Sepon Site
Closing Date: 17 Mar 2025

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ລາຍງານໃຫ້ ຫົວໜ້າທີມ - ນັກທໍລະນີສາດ, ຕຳ​ແໜ່ງ ວິຊາການເຕັກນິກ - ທໍລະນີສາດແຮ່ ມີ​ໜ້າ​ທີ່ຮັບຜິດຊອບ ໃນການມີສ່ວນຮ່ວມບັນ​ທືກ​ການ​ຂົນ​ຍ້າຍ​ແຮ່​ໃຫ້​ໄດ້​ຄຸນນ​ະ​ພາບ​ຕາມຈຸດປະສົງ ເພື່່ອຊ່ວຍໃຫ້ນັກທໍລະນີສາດຜູ້ທີ່່ສ້າງຕອນແຮ່ນັ້ນມີຄວາມຊັດເຈນ.

ຕຳ​ແໜ່ງ​ນີ້ມີຄວາມສຳຄັນຕໍ່ການປະຕິບັດງານເຖິງແມ່ນວ່າຈະບໍ່ມີຄວາມຮູ້, ບໍ່ມີຄຸນນະວຸດ ແລະ ມີມູນຄ່າພຽງເລັກໜ້ອຍທາງດ້ານທໍລະນີສາດກໍ່ຕາມໂດຍອີງຕາມ ໜ້າວຽກ ທີ່ໄດ້ລະບຸໄວ້ຂ້າງລຸ່ມນີ້:

ຄວາມ​ຮັບ​ຜິດ​ຊອບຫຼັກ​ປະ​ກອບ​ມີ:

  • ໃຫ້ຄຳແນະນຳພະນັກງານຂັບລົດຈົກ ໃນກິດຈະກຳການຂຸດຄົ້ນແຮ່ ເພື່ອໃຫ້ໄດ້ຮັບຜົນຫຼາຍທີ່ສຸດ ແລະ ຫຼຸດຜ່ອນການປະສົມເຄມີ, ລວມທັງ ບຳລຸງຮັກສາເຄື່ອງມືການຂຸດຄົ້ນແຮ່.
  • ກຳນົດ ແລະ ແກ້ໄຂສິ່ງທີ່ເປັນອັນຕະລາຍໃນບໍລິເວນບ່ອນເຮັດວຽກ.
  • ຄັດເລຶອກ ແລະ ຄຸ້ມຄອງ​ແຮ່ (ອາດລວມມີ) ສ່ວນປະກອບແຮ່ອາຊິດ ໃນພາກສະໜາມໃຫ້ຖືກຕ້ອງ.
  • ຊ່ວຍໃນການເກັບຕົວຢ່າງຄຸນນະພາບແຮ່ຕາມຄວາມຮຽກຮ້ອງຕ້ອງການ.
  • ປະຕິບັດວຽກງານອື່ນໆ ຕາມຄວາມຮຽກຮ້ອງ​ຕ້ອງ​ການ ເຊິ່ງ​ທ່ານ​ຈະໄດ້ຜ່ານການຝຶກອົບຮົມ ໃນຊ່ວງເວລາ ທີ່ບໍ່ມີການຂຸດຄົ້ນແຮ່ ໃນແຕ່ລະຂົງເຂດ.

ປະສົບການ, ທັກສະ ແລະ ຄຸນວຸດທິ:

  • ມີທັກສະການຂີດຂຽນຂັ້ນພຶ້ນຖານ.
  • ມີທັກສະໃນການຄຳນວນໂຕເລກ.
  • ມີໃບອະນຸຍາດຂັບຂີ່ລົດໃຫຍ່ ທີ່ຍັງມີໄລຍະເວລາການນຳໃຊ້.
  • ມີໃບອະນຸຍາດຂັບຂີ່ລົດໃຫຍ່ (MDB) ຂັ້ນພື້ນຖານ ຢູ່ພາກສະໜາມ ບໍ່ຄຳ-ທອງ ເຊໂປນ ຈະພິຈາລະນາພິເສດ.
  • ມີປະສົມການໃນການເປັນວິຊາການດ້ານເຕັກນິກທໍລະນີສາດ (ຄັດເລືອກແຮ່) ຈະພິຈາລະນາພິເສດ.
  • ມີຄວາມເຂົ້າໃຈຫລັກການພື້ນຖານກ່ຽວກັບແຮ່ອາຊິດ

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈ ໂດຍອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆ ທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA. ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນວັນທີ 17 ມີນາ 2025.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ. ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200 ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686

imgBack