ວິຊາການຫ້ອງທົດລອງ
Release Date: 12 Mar 2024
Job Category: Other
Job Type: Full Time
Job Location: Sepon Site
Closing Date: 24 Mar 2024

ບໍລິສັດ  ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກ​ເຮົາ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ລາວ​ໂດຍ​ຜ່ານ​ການ​ຜະ​ລິດຄຳ​ ແລະ​ ທອງ​, ພ້ອມດຽວກັນນັ້ນກໍພະຍາຍາມເຮັດໃຫ້ທຸລະກິດເປັນ ເລີດຕະຫຼອດການດຳເນີນທຸລະກິດ. ໃນປີ 2024, ແຜນການຜະລິດຄຳຂອງພວກເຮົາແມ່ນ 6,200 ກິໂລກຣາມ ແລະ ທອງແດງ 5,305 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ເພື່ອສະໜັບສະໜູນການດຳເນີນງານ, ພວກເຮົາກຳລັງຊອກຫາຜູ້ສະໝັກງານໃນຕໍາແໜ່ງ ວິຊາການຫ້ອງທົດລອງ ເພື່ອເຂົ້າມາຮ່ວມງານກັບພວກເຮົາ ແລະ ເປັນສ່ວນໜຶ່ງໃນການນໍາພາທີມງານໃຫ້ເຕີມໃຫຍ່ຂະຫຍາຍໂຕ ຢ່າງບໍ່ຢຸດຢັ້ງຕາມແຜນງານໃນອະນາຄົດ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ຊ່ວຍເຫຼືອພະນັກງານຫ້ອງທົດລອງຄົນອື່ນໆໃນການເຮັດວຽກໜ້າທີ່ຕ່າງໆໃຫ້ສຳເລັດ ເຊິ່ງປະກອບດ້ວຍໜ້າວຽກດັງນີ້້:
  • ຈົດ ບັນ​ທຶກຕົວຢ່າງ ແລະ ກະກຽມໜ້າວຽກທີ່ກ່ຽວຂ້ອງກັບຕົວຢ່າງໂຮງງານ, ສິ່ງແວດລ້ອມ ແລະ ທໍລະນີວິທະຍາ.
  • ການວິໄຈຄໍາໂດຍຟາຍແອັດເຊ ເຕັກນິກ ຂອງຕົວຢ່າງທີ່ກ່ຽວຂ້ອງກັບໂຮງງານ, ຕົວຢ່າງໂລຫະວິທະຍາ ແລະ ທໍລະນີວິທະຍາ.
  • ວຽກການຍ່ອຍລະລາຍໂລຫະ ທີ່ກ່ຽວຂ້ອງກັບໂຮງງານ, ຕົວຢ່າງໂລຫະວິທະຍາ ແລະ ທໍລະນີວິທະຍາ.
  • ການວິໄຈທາດຊັນເຟີ ກັບຕົວຢ່າງໂຮງງານ, ຕົວຢ່າງໂລຫະວິທະຍາ ແລະ ທໍລະນີວິທະຍາ.
  • ວຽກການວິໄຈຕ່າງໆ ຢູ່ໃນຫ້ອງເຄມີທົ່ວໄປ ທີ່ກ່ຽວຂ້ອງກັບຕົວຢ່າງໂຮງງານ, ຕົວຢ່າງໂລຫະວິທະຍາ, ທໍລະນີວິທະຍາ ແລະ ສິິ່ງແວດລ້ອມ.
  • ວຽກການວິໄຈ ຄຸນນະພາບແຜ່ນທອງທີ່ກ່ຽວຂ້ອງກັບຜົນຜະລິດທອງຂັ້ນທ້າຍສຸດແກ່ໂຮງງານທອງ.
  • ວຽກການບໍລິຫານຂອງພາກສ່ວນຕ່າງໆເຊັ່ນ ການບັນທຶກຕາມປຶ້ມຕິດຕາມໜ້າວຽກແຕ່ລະຂົງເຂດ ແລະ ເຄື່ອງມືອຸປະກອນໃຫ້ສຳເລັດ.
  • ຮູບລັກສະນະ ແລະ ຄວາມເປັນລະບຽບຫ້ອງທົດລອງເຊັ່ນ: ວຽກການອະນາໄມພື້ນທີ່ຫ້ອງທົດລອງ ແລະ ການນຳຕົວຢ່າງອອກໄປ ຈາກພື້ນທີ່ ເຊິ່ງເປັນສ່ວນໜຶ່ງຂອງການເກັບມ້ຽນ.
  • ມີສ່ວນຮ່ວມກັບກິດຈະກຳທັງຫມົດຂອງຫ້ອງວິໄຈ ເຊິ່ງປະກອບດ້ວຍການປະຊຸມດ້ານຄວາມປອດໄພ ແລະ ໂອກາດການ ພັດທະນາ ວິຊາຊີບທີ່ໄດ້ຮັບການອະນຸມັດຈາກຫົວໜ້າຄຸມວຽກ, ນັກເຄມີປະຈຳຫ້ອງທົດລອງ ແລະ ພະນັກງານຂັ້ນສູງ.

 ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ຈົບມັດທະຍົມສຶກສາຂ້ຶນໄປ.
  • ມີທັກສະຄວາມຮູ້ດ້ານພາສາອັງກິດຂັ້ນພື້ນຖານ.
  • ຕ້ອງມີທັກສະວິຊາສະເພາະທີ່ຈະຕ້ອງເລີ່ມສຳລັບຕຳແໜ່ງນີ້ຢ່າງ​ນ້ອຍ 2 ປີ ຂື້ນ​ໄປ ຄາດວ່າຜູ້ດຳລົງຕ່ຳແຫນ່ງດັ່ງກ່າວຈະມີທັກສະທາງເຕັກນິກ ວິຊາສະເພາະດັ່ງຕໍ່ໄປນີ້ຄື: ມີຄວາມສາມາດໃນການເຮັດວຽກໃນລະດັບຂັ້ນ 3 ໃນຫອ້ງວິໄຈ.
  • ມີຄວາມຄ່ອງແຄ້ວໃນການກະກຽມຕົວຢ່າງ ແລະ ນຳໃຊ້ອຸປະກອນການວິເຄາະຕ່າງໆ ພ້ອມທັງເຂົ້າໃຈເຕັກນິກການວິໄຈຕາມ ມາດຕະຖານເພື່ອຜົນຮັບທີ່ຄາດຫວັງ.
  • ມີຄວາມສາມາດໃນການບັນທຶກຜົນການວິເຄາະຕົວຢ່າງຜ່ານລະບົບຊອຟທ໌ແວຣ໌.
  • ມີຄວາມເຂົ້າໃຈດ້ານສານເຄມີທີ່ເປັນຄວາມສ່ຽງທີ່ໃຊ້ພາຍໃນຫ້ອງທົດລອງ ແລະ ສະແດງອອກເຖິງຂີດຄວາມສາມາດໃນການ ຈັດການຢ່າງປອດໄພ.
  • ມີປະສົບການ ຫຼື ຄວາມຮູ້ພື້ນຖານດ້ານສານເຄມີ ແລະ ດ້ານການນຳໃຊ້ອຸປະກອນຫ້ອງທົດລອງ.

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 24 ມີນາ 2024.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack