ວິຊາການ - ຈອດ ແລະ ເຊື່ອມ
Release Date: 06 Mar 2024
Job Category: Other, Fixed Plant, Maintainance
Job Type: Full Time
Job Location: Sepon Site
Closing Date: 19 Mar 2024

ບໍລິສັດ  ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດຕະຫຼອດການດຳເນີນທຸລະກິດ. ໃນປີ 2024, ແຜນການຜະລິດຄຳຂອງພວກເຮົາແມ່ນ 6,200 ກິໂລກຣາມ ແລະ ທອງແດງ 5,305 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ເພື່ອສະໜັບສະໜູນການດຳເນີນງານ, ພວກເຮົາກຳລັງຊອກຫາຜູ້ສະໝັກງານໃນຕໍາແໜ່ງ ວິຊາການ - ຈອດ ແລະ ເຊື່ອມ ເພື່ອເຂົ້າມາຮ່ວມງານກັບພວກເຮົາ ແລະ ເປັນສວ່ນໜື່ງໃນການນໍາພາທີມງານໃຫ້ເຕີມໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງຕາມແຜນງານໃນອະນາຄົດ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ນຳໃຊ້ຫລັກການວິເຄາະສະພາບແວດລ້ອມດ້ານຄວາມປອດໄພ ຂັ້ນພື້ນຖານໄດ້ຢ່າງຖືກຕ້ອງ.
  • ນຳໃຊ້ເຄື່ອງຈອດເຊື່ອມແບບອ໋ອກຊີເພື່ອຈອດປະສານທາດເງິນໄດ້ຢ່າງຖືກຕ້ອງ.
  • ນຳໃຊ້ຫນ້າກາກແຂງກັບເຄື່ອງຈອດເຊື່ອມໄດ້ຢ່າງຖືກຕ້ອງ.  
  • ນຳໃຊ້ເຄື່ອງຈອດເຊື່ອມໂລຫະແບບກະແສຫຼັກໄດ້ຢ່າງຖືກຕ້ອງ.  
  • ນຳໃຊ້ເຄື່ອງເຊາະຮ່ອງເຫຼັກໄດ້ຢ່າງຖືກຕ້ອງ.  
  • ນຳໃຊ້ເຄື່ອງຈອດເຊື່ອມໂລຫະຂັ້ນພື້ນຖານກ່ຽວກັບການຈອດທໍ່ເຫລໍກຄາບອນ, ແຜ່ນເຫຼັກກ້າ, ແຜ່ນໄທທານ່ຽມ ແລະ ທໍ່ໄທທານຽມ, ແຜ່ນເຫຼັກ ແລະ ທໍ່ເຫຼັກທີ່ບໍ່ມີຮອຍຕໍ່ ໄດ້ຢ່າງຖຶກຕ້ອງ.
  • ນໍາໃຊ້ເຄື່ອງສ້ຽນກຶງໄດ້ຢ່າງຖຶກຕ້ອງ. 

ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ມີປະກາສະນີຍະບັດຊັ້ນສູງ ຫຼື ໃບຢັ້ງຢືນ ຊ່າງຈອດ ແລະ ເຊື່ອມ ຫຼື ສາຂາທີ່ກ່ຽວຂ້ອງ.
  • ສາມາດຂັບຂີ່ ແລະ ມີໃບອະນຸຍາດຂັບຂີ່ ຢ່າງໜ້ອຍ ຫ້ອງ B.
  • ມີປະສົບການເຮັດວຽກທີ່ກ່ຽວຂ້ອງ 2-3 ປີ.
  • ສາມາດເຮັດວຽກເປັນທີມໄດ້.

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 19 ມີນາ 2024.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

 

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack