ພະນັກງານສາງ
Release Date: 23 Jul 2024
Job Category: Other
Job Type: Full Time
Job Location: Sepon Site
Closing Date: 05 Aug 2024

ບໍລິສັດ  ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກ​ເຮົາ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ລາວ​ໂດຍ​ຜ່ານ​ການ​ຜະ​ລິດຄຳ​ ແລະ​ ທອງ​, ພ້ອມດຽວກັນນັ້ນກໍພະຍາຍາມ ເຮັດໃຫ້ທຸລະກິດ ເປັນເລີດຕະຫຼອດການດຳເນີນທຸລະກິດ. ໃນປີ 2024, ແຜນການຜະລິດຄຳຂອງພວກເຮົາແມ່ນ 6,200 ກິໂລກຣາມ ແລະ ທອງແດງ 5,305 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ເພື່ອສະໜັບສະໜູນການດຳເນີນງານ, ພວກເຮົາກຳລັງຊອກຫາຜູ້ສະໝັກງານໃນຕໍາແໜ່ງ ພະນັກງານສາງ ເພື່ອເຂົ້າມາຮ່ວມງານກັບພວກເຮົາ ແລະ ເປັນສວ່ນໜື່ງໃນການນໍາພາທີມງານໃຫ້ເຕີມໃຫຍ່ຂະຫຍາຍໂຕ ຢ່າງບໍ່ຢຸດຢັ້ງຕາມແຜນງານໃນອະນາຄົດ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ດຳເນີນກິດຈະກໍາຕາມການຈັດສັນຂອງຫົວໜ້າສາຍງານສາງ, ເພື່ອຮັບປະກັນວ່າສິນຄ້າໄດ້​ຮັບ​ຢ່າງ​ຖືກ​ຕ້ອງ, ຈັດເກັບຮັກສາ ໃຫ້​ຢູ່ໃນ​ສະ​ຖານ​ທີ່ປອດໄພ, ​ຮັບ​ປະ​ກັນປະສິດທິພາບ ແລະ ປະສິດທິຜົນ ໃຫ້ມີຄວາມສອດຄ່ອງຕາມຄວາມຕ້ອງ ການຂອງການດໍາເນີນງານ ຢ່າງສະໝ່ຳສະເໝີ.
  • ເຮັດວຽກຢ່າງໃກ້ຊິດ​ຮ່​ວ​ມກັບ ຊ່ຽວຊານ​ຈັດຊື້ ແລະ ຕິດຕາມສິນຄ້າ, ເພື່ອຮັບປະກັນ ວ່າສິນຄ້າຖືກແຍກຕາມລາຍການຕ່າງໆ ແລະ ​ພ້ອມ​ທີ່​ຈະ​ສະ​ໜອງ​ໃຫ້​ກັບ​ວຽກ​ງານ​ ຂອງໂຄງການຕາມຄວາມ​ຮຽກ​ຮ​້ອງຕ້ອງການ.
  • ແຈ້ງພາກສ່ວນກ່ຽວຂ້ອງ​ຮັບ​ຮູ້​ວ່າ ສິນຄ້າທີ່​ສະ​ເພາະ​ຂອງ​ແຕ່​ລະ​ພາກ​ສ່ວນ ແມ່ນມີ​ຢູ່​ໃນສາງ.
  • ໃນກໍລະນີທີ່ຈັດຊື້ສິນຄ້າທີ່ມີຄວາມຈຳເປັນເລັ່ງດ່ວນ, ແຕ່ຍັງບໍ່ທັນມີສິນຄ້າໃນສາງ, ທ່ານຈະຕ້ອງໄດ້ເຮັດວຽກຮ່ວມກັບທີມງານສາງ ແລະ ທີມ​ງານ​ຄັງສິນຄ້າ ເພື່ອ​ຄົ້ນ​ຄວ້າ​ເບິ່ງ​ສິນ​ຄ້າທີ່ເຫັນ​ວ່າເໝາະສົມຈາກສາງ​ທີ່​ມີ​ຢູ່ ເພື່ອສະ​ໜັບ​ສະ​ໜູນ​ຕອບ​ສະ​ໜອງຄວາມ​ຕ້ອງ​ການ​ຂອງ ລູກຄ້າ.

ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ລະ​ດັບ​ການ​ສຶກ​ສາ ຢ່າງ​ໜ້ອຍຈົບຊັ້ນ ມ 7 ຂຶ້ນໄປ.
  • ມີ​ຄວາມເຂົ້າໃຈພື້ນຖານ ວຽກ​ງານຂອງສາງເຄື່ອງ ແລະ ສິນຄ້າໃນສາງ.
  • ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ວຽກ​ງານ​ດ້ານ​ຄວາມ​ປອດ​ໄພ ໃນ​ຂະ​ແໜງ ອຸດ​ສະ​ຫະ​ກຳ ແລະ ບໍ່​ແຮ່ ຈະ​ພິ​ຈາ​ລະ​ນາ​ເປັນ​ພິ​ເສດ.
  • ມີຄວາມຮູ້ພື້ນຖານດ້ານພາສາອັງກິດ, ການ​ຄຳ​ນວນ​ໂຕເລກ, ​ລະ​ບົບ Pronto, Microsoft (Word, Excel, Outlook & PowerPoint).
  • ມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບການ​ໄຈ້​ແຍກ​ສິນ​ຄ້າ ທີ່​ເປັນ​ອັນ​ຕະ​ລາຍຕໍ່​ຄວາມ​ປອດ​ໄພ ແລະ ລະບຽບການຂອງສິນຄ້າ.
  • ມີໃບອະນຸຍາດຂັບຂີ່ (BC) ທີ່​ຍັງ​ມີ​ອາ​ຍຸ​ນຳ​ໃຊ້ & ໃບ​ອະ​ນຸ​ຍາດຂັບຂີ່ລົດຟອກລິບ (ຈະພິຈາລະນາພິເສດ).

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 5 ສິງຫາ 2024.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

 

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200,ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack