ພະນັກງານຜູ້ຊ່ວຍທົ່ວໄປ - ບໍ່ແຮ່ໃຕ້ດິນ
Release Date: 06 Mar 2024
Job Category: Other
Job Type: Full Time
Job Location: Sepon Site
Closing Date: 19 Mar 2024

ບໍລິສັດ  ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດຕະຫຼອດການດຳເນີນທຸລະກິດ. ໃນປີ 2024, ແຜນການຜະລິດຄຳຂອງພວກເຮົາແມ່ນ 6,200 ກິໂລກຣາມ ແລະ ທອງແດງ 5,305 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄົນທີ່ມີແຮງຈູງໃຈສູງເພື່ອເຂົ້າຮ່ວມງານກັບພວກເຮົາໃນໄລຍະການຂະຫຍາຍຕົວຂອງທຸລະກິດຂອງພວກເຮົາ ແລະ ສະໜັບສະໜຸນຄວາມຫຼາກຫຼາຍໂດຍຜ່ານທຸກຂັ້ນຕອນຂອງການຈັດສັນຫາບຸກຄະລາກອນ.

ເພື່ອສະໜັບສະໜູນການດຳເນີນງານ, ພວກເຮົາກຳລັງຊອກຫາຜູ້ສະໝັກງານໃນຕໍາແໜ່ງ ຜູ້ຊ່ວຍທົ່ວໄປ - ບໍ່ແຮ່ໃຕ້ດິນ ເພື່ອເຂົ້າມາຮ່ວມງານກັບພວກເຮົາ ແລະເປັນສວ່ນໜື່ງໃນການນໍາພາທີມງານໃຫ້ເຕີມໃຫຍ່ຂະຫຍາຍໂຕ ຢ່າງບໍ່ຢຸດຢັ້ງຕາມແຜນງານໃນອະນາຄົດ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ຊ່ວຍຕິດຕັ້ງ ແລະ ບຳລຸງຮັກສາທໍ່ປ້ຳນ້ຳ ແລະ ທໍ່ລະບາຍນ້ຳ.
  • ຊ່ວຍຕິດຕັ້ງ ແລະ ບຳລຸງຮັກສາທໍ່ລະບາຍອາກາດ.
  • ຊ່ວຍໃນການຕິດຕັ້ງອຸປະກອນຕ່າງໆ.
  • ຊ່ວຍໃນການຍິງນ໋ອດຈັບຝາບໍ່ໃຕ້ດິນ - ຍຶດຈ່ອງຝາກັນເຈື່ອນ.
  • ດູແລຮັກສາສະຖານທີ່ເຮັດວຽກໃຫ້ສະອາດ ແລະ ປາສະຈາກສິ່ງທີ່ເປັນອັນຕະລາຍ.
  • ຈັດ​ເກັບ ແລະ ຮັບ-ສົ່ງ​ອຸ​ປະ​ກອນ​ຕ່າງໆ​ຕາມ​ການມອບ​ໝາຍ​ຂອງ​ຫົວ​ໜ້າ​ຄຸມ​ງານ.
  • ຮັກສາ ແລະ ຄວບຄຸມພື້ນທີ່ການຜະລິດທີ່ດຳເນີນການຢູ່.
  • ປະ​ຕິ​ບັດ​ວຽກ​ທີ່​ຖືກມອບ​ໝາຍ​ໃຫ້ສຳເລັດຕາມເວລາທີ່ກຳໜົດເພື່ອໃຫ້ບັນລຸເປົ້າໝາຍ.
  • ປະຕິບັດຕາມຄໍາແນະນໍາຂອງຫົວໜ້າຄຸມງານ.

ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ຮຽນຈົບມັດທະຍົມຕົ້ນຂື້ນໄປ.
  • ສາມາຂັບຂີ່ບົດເບົາ ແລະ ມີໃບອະນຸຍາດຂັບຂີ່ ຢ່າງໜ້ອຍ ຫ້ອງ B.
  • ມີທັກສະການຍົກຍໍດ້ວຍມື.
  • ມີປະສົບການ ແລະ ໄດ້ຮັບການຝຶກອົບຮົມການນຳໃຊ້ອຸປະກອນສຳຫຼັບກິດຈະກຳຂຸດຄົ້ນບໍ່ແຮ່.
  • ມີທັດສະນະຄະຕິ ແລະ ການສື່ສານທີ່ດີ.
  • ມັກສິ່ງທ້າທາຍ ແລະ ພ້ອມຮຽນຮູ້ສິ່ງໃຫມ່ໆ.

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 19 ມີນາ 2024.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack