ພະນັກງານຄວບຄຸມລະບົບອອກບັດ ແລະ ຕ້ອນຮັບ
Release Date: 27 Feb 2024
Job Category: Human Resource
Job Type: Full Time
Job Location: Sepon Site
Closing Date: 12 Mar 2024

ບໍລິສັດ  ລ້ານຊ້າງ ມີເນໂຣນສ໌ ຈຳກັດ (ລຊມລ) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ນັບຕັ້ງແຕ່ເລີ່ມການດຳເນີນງານໃນປີ 2003, ບໍ່ຄຳ-ທອງເຊໂປນ ສາມາດຜະລິດແຜ່ນທອງໄດ້ຫຼາຍກວ່າ 1,1 ລ້ານ ໂຕນ ແລະ ຜະລິດຄຳ ໄດ້ຫຼາຍກວ່າ 59 ໂຕນ. ໃນປີ 2023 ລຊມລ ສາມາດຜະລິດທອງໄດ້ຫຼາຍກວ່າ 6,519 ໂຕນ ຜະລິດຄໍາໄດ້ຫຼາຍກວ່າ 6 ໂຕນ. ຄາດໝາຍການຜະລິດທີ່ຕັ້ງໄວ້ສຳລັບປີ 2024 ແມ່ນ ຄຳຫຼາຍກວ່າ 6.2 ໂຕນ ແລະ ທອງ 5,305 ໂຕນ.

 

ລຊມລ ໄດ້ວາງເປົ້າໝາຍຂອງຕົນໃນການເຕີບໃຫຍ່ເພື່ອອະນາຄົດ ດ້ວຍການກັບມາຂຸດຄົ້ນ - ປຸງແຕ່ງຄໍາອີກຄັ້ງໜຶ່ງ ໃນປີ 2020 ພ້ອມທັງສຶກສາຄວາມເປັນໄປໄດ້ໃນດ້ານອື່ນໆ ການເພີ່ມການສຳຫຼວດ ແລະ ພ້ອມທັງກະກຽມການຮ່ວມ ແລະ ເຂົ້າຊື້ກິດຈະການເພີ່ມຕື່ມ, ຊຶ່ງຈະເຮັດໃຫ້ອະນາຄົດ ຂອງ ລຊມລ ແລະ ການດຳເນີນງານຂອງ ບໍ່ຄຳ-ທອງ ເຊໂປນ ແມ່ນຈະບໍ່ມີຂີດຈຳກັດ ທັງໃນດ້ານທ່າແຮງ ແລະ ໂອກາດ.

 

ເພື່ອສະໜັບສະໜູນການດຳເນີນງານ, ພວກເຮົາກຳລັງຊອກຫາຜູ້ສະໝັກງານໃນຕໍາແໜ່ງ ພະນັກງານຄວບຄຸມລະບົບອອກບັດ ແລະ ຕ້ອນຮັບ ເພື່ອເຂົ້າມາຮ່ວມງານກັບພວກເຮົາ ແລະເປັນສວ່ນໜື່ງໃນການນໍາພາທີມງານໃຫ້ເຕີມໃຫຍ່ຂະຫຍາຍໂຕ ຢ່າງບໍ່ຢຸດຢັ້ງຕາມແຜນງານໃນອະ ນາຄົດ.

ພະນັກງານຄວບຄຸມລະບົບອອກບັດ ແລະ ຕ້ອນຮັບ ມີໜ້າທີ່ລົງຂໍ້ມູນ ແລະ ອອກບັດໃຫ້ພະນັກງານ ເພື່ອໃຫ້ໄດ້ຄາດໝາຍຕາມແຜນການເຝິກອົບຮົມກົດລະບຽບທົ່ວໄປພາກສະໜາມ, ໃຫ້ສອດຄ່ອງກັບນະໂຍບາຍ, ຂັ້ນຕອນ ແລະ ຄູ່ມືການປະຕິບັດວຽກທີ່ໄດ້ມາດຕະຖານຂອງບໍລິສັດ. ທ່ານຈະຕ້ອງໄດ້ຊ່ວຍທີມງານໃນການປະຕິບັດຕາມແຜນວຽກຂອງໜ່ວຍງານ ເພື່ອຮັບປະກັນການອອກບັດ, ການດຳເນີນງານຂອງໜ່ວຍງານ ໃຫ້ມີປະສິດທິພາບສູງ ແລະ ດຳເນີນການໄດ້ຢ່າງຕໍ່ເນື່ອງ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ຜ່່ານກົດລະບຽບຂອງພາກສະໜາມໃຫ້ແກ່ພະນັກງານ ແລະ ແຂກທີ່ມາຢ້ຽມຢາມໃໝ່.
  • ອັບເດດຂໍ້ມູນຂອງລະບົບຢ່າງສະໝ່ຳສະເໝີ.
  • ຈັດແຈງການນຳໃຊ້ບັດພະນັກງານ ແລະ ແຂກທີ່ຢ້ຽມຢາມ/ພະນັກງານໃໝ່
  • ກະກຽມ ແລະ ປະກອບເອກະສານທີ່ກ່ຽວຂ້ອງກັບການເຂົ້າມາຢ້ຽມຢາມຂອງແຂກ/ພະນັກງານໃໝ່ລວມທັງແບບສອບຖາມທາງການແພດ, ການເຝິກອົບຮົມດ້ານຄວາມປອດໄພ, ການຮ້ອງຂໍການເຂົ້າເຖິງລະບົບ, ການຈັດບ່ອນນັ່ງ ແລະ ອື່ນໆ.
  • ຕ້ອນຮັບ, ຈັດການທາງໄປສະນີ ແລະ ຈັດສົ່ງ (ຊ່ວຍເຫຼືອ ທີມງານຂົນສົ່ງທາງບົກ)
  • ຮັກສາມາດຕະຖານດ້ານການເກັບມ້ຽນອຸປະກອນຕ່າງໆ.
  • ຄຸ້ມຄອງ ແລະ ຮັບປະກັນເຄື່ອງອຸປະໂພກບໍລິໂພກ ແລະ ເຄື່ອງຮັບໃຊ້ຫ້ອງການໃຫ້ພຽງພໍ.
  • ເບີກອຸປະກອນທີ່ກ່ຽວຂ້ອງໃນສາງ (ລາຍການຫຼັກຊັບ) ເມື່ອຕ້ອງການເຊັ່ນ: ອຸປະກອນປ້ອງກັນສ່ວນບຸກຄົນ, ເສື້ອກັນໜາວ ແລະ ອື່ນໆ.
  • ຈັດການໃຫ້ມີການສ້ອມແປງ ແລະ ບຳລຸງຮັກສາອາຄານທົ່ວໄປ.
  • ບັນທຶກ ແລະ ຮັກສາຫຼັກສູດໃນລະບົບ InTuition.
  • ຊ່ວຍເຫຼືອພະແນກຕ່າງໆໃນການຮ້ອງຂໍຄ່າໃຊ້ຈ່າຍ, ຄ່າຮັກສາທາງການແພດ, ປະກັນສັງຄົມ ແລະ ອື່ນໆຕາມຄວາມຕ້ອງການ.
  • ບັນທຶກ ແລະ ດຳເນີນຕາມຂັ້ນຕອນສຳລັບພະນັກງານເບ້ຍມື້ຕາມການມອບຫມາຍ.
  • ກວດສອບການຂໍລາພັກ ແລະ ຄໍາຮ້ອງຂໍການເດີນທາງສໍາລັບຜູ້ທີ່ຂໍລາພັກ.

 ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ປະກາສະນີຍະບັດ / ໃບຢັ້ງຢືນ ທາງດ້ານບໍລິຫານທຸລະກິດ.
  • ສາມາດນໍາໃຊ້ ໄມໂຄຼຊອບ ອອຟຟິດສ໌ ໃນລະດັບກາງຂຶ້ນໄປ.
  • ມີປະສົບການກ້ານບໍລິຫານທີ່ກ່ຽວຂ້ອງ ຢ່າງໜ້ອຍ 1 ປີ.
  • ມີທັກສະການສື່ສານທີ່ດີ, ສາມາດສື່ສານພາສາອັງກິດໄດ້ດີ ລວມທັງການຂຽນ ແລະ ການເວົ້າ.
  • ມີທັກສະການພົວພັນກັບຜູ້ມີສ່ວນຮ່ວມ ແລະ ການຄຸ້ມຄອງທີ່ເຂັ້ມແຂງ ແລະ ມີທັກສະການແກ້ໄຂບັນຫາ.
  • ມີປະສົບການເຮັດວຽກໃນສະພາບແວດລ້ອມທີ່ຫຼາກຫຼາຍທາງດ້ານວັດທະນະທໍາ.
  • ມີປະສົບການດ້ານແອັດມິນ ຈະພິຈາລະນາເປັນພິເສດ

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ ວັນທີ 12 ມີນາ 2024.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການຕິດຕໍ່ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack