ພະນັກງານຄວບຄຸມລົດຍົກ
Release Date: 12 May 2026
Job Category: Other
Job Type: Full Time
Job Location: Sepon Site
Closing Date: 26 May 2026

ພະນັກງານຄວບຄຸມລົດຍົກ

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ລາຍງານໃຫ້ ຫົວໜ້າຄຸມງານ - ຄວບຄຸມລົດຍົກ, ພະນັກງານຄວບຄຸມລົດຍົກ ຮັບຜິດຊອບໃນການດໍາເນີນງານ ຂັບລົດເຄນ, ລົດບັນທຸກ, ແລະ ອຸປະກອນຍົກສຳຫລັບເຮັດວຽກທີ່ສູງ, ແລະ ປະຕິບັດຕິດຕັ້ງອຸປະກອນຕາມຄວາມຕ້ອງການ ພາຍໃນທີມງານບໍາລຸງຮັກສາ. ທຸກວຽກງານແມ່ນໃຫ້ໝັ່ນໃຈວ່າເປັນຕາມມາດຕະຖານຂອງບໍລິສັດ.

ໜ້າທີ່ຮັບຜິດຊອບຫຼັກມີ:

  • ການຄວບຄຸມລົດຍົກ ແລະ ເຄື່ອງຈັກທັງຫມົດ ໃຫ້ສອດຄ່ອງກັບມາດຕະຖານ ຂອງ ບໍລິສັດລ້ານຊ້າງມິເນໂຣນສ໌.
  • ປະຕິບັດຕາມມາດຕະຖານການເຮັດວຽກ ແລະ ຄຳແນະນຳໃນການເຮັດວຽກທັງໝົດຂອງລົດຍົກ ແລະ ອຸປະກອນຕ່າງໆ.
  • ປະກອບເອກະສານ ສໍາລັບການຍົກຍ້າຍ ແລະ ວຽກທີ່ມີຄວາມສ່ຽງສູງທັງຫມົດ.
  • ປະກອບເອກະສານ ແລະ ການປະເມີນຄວາມສ່ຽງກ່ອນຈະເລີ່ມຕົ້ນເຮັດວຽກງານທັງຫມົດ.
  • ປະຕິບັດວຽກດ້ວຍຄວາມຕັ້ງໃຈ ມຸ້ງໝັ່ນຕໍ່ການດຳເນີນງານ ເຮັດວຽກປະຈຳວັນໃຫ້ມີຄວາມປອດໄພ,ມີປະສິດທິພາບ ແລະ ມີລະບຽບວິໄນ.
  • ຮັບປະກັນວ່າການດຳເນີນງານຍົກຍໍທັງໝົດແມ່ນດຳເນີນໄປຢ່າງປອດໄພ ແລະ ມີປະສິດທິພາບ.
  • ລາຍງານເຫດການ ແລະ ໄພອັນຕະລາຍທັງໝົດ ໃຫ້ກັບໜ່ວຍງານຮັບຜິດຊອບຄວາມປອດໄພທັນທີ.
  • ສະໜັບສະໜູນທີມງານບຳລຸງຮັກສາ ປະຕິບັດວຽກງານຍົກຍໍ ໃຫ້ມີຄວາມປອດໄພ.
  • ປະຕິບັດຕາມແຜນການຍົກຍໍທີ່ກຳນົດໄວ້ຢ່າງເຂັ້ມງວດເພື່ອຮັບປະກັນວ່າກິດຈະກຳຍົກທັງໝົດຈະຖືກປະຕິບັດຢ່າງປອດໄພເປັນໄປຕາມຄຳແນະນຳ.
  • ຮັບປະກັນວ່າເຄນທັງໝົດໄດ້ຮັບການບຳລຸງຮັກສາຢ່າງຖືກຕ້ອງ, ມີກວດກາເປັນປະຈຳ, ແລະ ໃຊ້ງານຢ່າງປອດໄພຕາມມາດຕະຖານ.

ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ຈົບຊັ້ນມັດທະຍົມຕອນປາຍ.
  • ໃບອະນຸຍາດຂັບຂີ່ລາວລົດຫນັກ (ຫ້ອງ C) ທີ່ຍັງບໍ່ທັນໝົດກຳນົດ.
  • ປະສົບການຄວບຄຸມລົດຍົກ ຢ່າງຫນ້ອຍ 3 ປີ (ລົດຍົກ, ລົດຮຽບ, ລົດກະຕ່າ ແລະ ການໃຫ້ສັນຍານເຄນ)
  • ປະສົບການເຮັດວຽກຢູ່ໂຮງງານ ຢ່າງຫນ້ອຍ 3 ປີ.
  • ມີປະສົບການເຮັດວຽກຕາມມາດຕະຖານ ແລະ ຂັ້ນຕອນຂອງສະຖານທີ່ເຊໂປນຈະໄດ້ຮັບການພິຈາລະນາເປັນພິເສດ.
  • ມີທັກສະການສື່ສານພາສາລາວທີ່ດີ (ສາມາດສື່ສານພາສາອັງກິດໄດ້ຈະພິຈາລະນາເປັນພິເສດ).

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 26 ພຶດສະພາ 2026

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ພວກ​ເຮົາ​ສົ່ງເສີມ ຜູ້ສະໝັກພາຍ​ໃນ​ແຂວງ​ສະ​ຫວັນ​ນະ​ເຂດ ຫຼ​ື ແຂວງ​ໃກ້​ຄຽງສະໝັກ​ຕຳແໜ່ງນີ້.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200

ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack