ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.
ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.
ລາຍງານໃຫ້ ຫົວໜ້າຄຸມງານ - ບໍ່ແຮ່ໃຕ້ດິນ, ຕຳແໜ່ງ: ພະນັກງານຂັບລົດແກ່ແຮ່ບໍ່ໃຕ້ດິນ ມີໜ້າທີ່ຮັບຜິດຊອບ ຄວບຄຸມ ແລະ ຂັບລົດແກ່ແຮ່, ປະຕິບັດຕາມຄຳແນະນຳຂອງ ຫົວໜ້າສາຍງານ ເພື່ອໃຫ້ບັນລຸເປົ້າໝາຍການຜະລິດຢ່າງປອດໄພ.
ຄວາມຮັບຜິດຊອບຫຼັກປະກອບມີ:
- ຂັບລົດ ແລະ ແກ່ແຮ່ ຕາມການມອບໝາຍ.
- ປະຕິບັດວຽກຕາມຂັ້ນຕອນ, ແນວທາງ ແລະ ຄຳແນະນຳ ທີ່ວາງອອກ.
- ດຳເນີນການກວດກາເຄື່ອງຈັກກ່ອນເລີ່ມວຽກທຸກຄັ້ງ, ເມື່ອພົບເຫັນຂໍ້ບົກຜ່ອງໃຫ້ລາຍງານຫົວໜ້າຄຸມງານທັນທີ.
- ປະຕິບັດວຽກຕາມກົດລະບຽບການຮັກສາຄວາມປອດໄພຢ່າງເຂັ້ມງວດ.
- ຮັກສາ ແລະ ທໍາຄວາມສະອາດອຸປະກອນທີ່ຮັບຜິດຊອບໃຫ້ຢູ່ໃນສະພາບທີ່ດີ ແລະ ພ້ອມໃຊ້ງານ.
- ປະສານງານວຽກກັບເພື່ອນຮ່ວມງານ ແລະ ຫົວໜ້າຄຸມງານຕາມການມອບໝາຍ.
- ເຂົ້າໃຈພື້ນທີ່ເຮັດວຽກທີ່ປອດໄພ, ສັງເກດພື້ນທີ່ເຮັດວຽກໃຫ້ປອດໄພກ່ອນການເລີ່ມວຽກ.
ຄຸນວຸດທິ, ທັກສະ ແລະ ປະສົບການ:
- ສາມາດອ່ານ ແລະ ຂຽນພາສາລາວໄດ້.
- ມີປະສົບການດ້ານການຂັບລົດແກ່ແຮ່ 1 ປີຂຶ້ນໄປ.
- ສາມາດຂັບຂີ່ລົດເບົາ ແລະ ມີໃບອະນຸຍາດຂັບຂີ່ ຢ່າງໜ້ອຍ ຫ້ອງ B.
- ມີທັດສະນະຄະຕິ ແລະ ການສື່ສານທີ່ດີ.
- ມັກສິ່ງທ້າທາຍ ແລະ ພ້ອມຮຽນຮູ້ສິ່ງໃຫມ່ໆ.
ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.
ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA. ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 29 ສິງຫາ 2025.
ພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.
ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.
ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686