ພະນັກງານຂັບລົດ
Release Date: 26 Jun 2023
Job Category: Other
Job Type: Fixed term
Job Location: Sepon another
Closing Date: 07 Jul 2023

ບໍລິສັດ  ລ້ານຊ້າງ ມີເນໂຣນສ໌ ຈຳ​ກັດ (ລຊມລ) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ນັບຕັ້ງແຕ່ເລີ່ມການດຳເນີນງານໃນປີ 2003, ບໍ່ຄຳ-ທອງເຊໂປນ ສາມາດຜະລິດແຜ່ນທອງໄດ້ຫຼາຍກວ່າ 1,1 ລ້ານ ໂຕນ ແລະ ຜະລິດຄຳ ໄດ້ຫຼາຍກວ່າ 53 ໂຕນ. ໃນປີ 2022 ລຊມລ ສາມາດຜະລິດທອງໄດ້ຫຼາຍກວ່າ 6.600 ໂຕນ ຜະລິດຄໍາໄດ້ຫຼາຍກວ່າ 6,7 ໂຕນ. ຄາດໝາຍການຜະລິດທີ່ຕັ້ງໄວ້ສຳລັບປີ 2023 ແມ່ນ ຄຳຫຼາຍກວ່າ 6 ໂຕນ ແລະ ທອງ 7.000 ໂຕນ.

ລຊມລ ໄດ້ວາງເປົ້າໝາຍຂອງຕົນໃນການເຕີບໃຫຍ່ເພື່ອອະນາຄົດ ດ້ວຍການກັບມາຂຸດຄົ້ນ - ປຸງແຕ່ງຄໍາອີກຄັ້ງໜຶ່ງ ໃນປີ 2020 ພ້ອມທັງສຶກສາຄວາມເປັນໄປໄດ້ໃນດ້ານອື່ນໆ ການເພີ່ມການສຳຫຼວດ ແລະ ພ້ອມທັງກະກຽມການຮ່ວມ ແລະ ເຂົ້າຊື້ກິດຈະການເພີ່ມຕື່ມ, ຊຶ່ງຈະເຮັດໃຫ້ອະນາຄົດ ຂອງ ລຊມລ ແລະ ການດຳເນີນງານຂອງ ບໍ່ຄຳ-ທອງ ເຊໂປນ ແມ່ນຈະບໍ່ມີຂີດຈຳກັດ ທັງໃນດ້ານທ່າແຮງ ແລະ ໂອກາດ.

ເພື່ອສະໜັບສະໜູນການດຳເນີນງານ, ພວກເຮົາກຳລັງ​ເປີດຮັບ​ສະ​ໝັກ ​ພະ​ນັກ​ງານ​ຂັບ​ລົດ ປະ​ຈຳ​ຢູ່​ຫ້ອງ​ການ​ວຽງ​ຈັນ ​ທີ່​ສາ​ມາດ​ສື່​ສານ​ພາ​ສາ​ຈີນ​ໄດ້ ເພື່ອເຂົ້າມາຮ່ວມງານກັບພວກເຮົາ ແລະ ເປັນສ່ວນໜື່ງໃນການນໍາພາທີມງານໃຫ້ເຕີມໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງຕາມແຜນງານໃນອະນາຄົດ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ​ປະ​ຕິ​ບັດ​ຕາມ​ແຜນ​ວຽກ​ປະ​ຈຳ​ວັນ​ ແລະ ປະ​ຈຳ​ອາ​ທິດ​ທີ່​ຖືກມອບ​ໝາຍ
  • ຮັບ​ - ສົ່ງ​ແຂກ ແລະ ​ພະ​ນັກ​ງານຂອງ​ບໍ​ລິ​ສັດ ​ດ້ວຍ​ຄວາມ​ປອດ​ໄພ
  • ຮັບ - ສົ່ງ​ເອກ​ະ​ສານ ແລະ ພັດ​ສະ​ດຸ ​ໄປ​ຫ້ອງ​ການ ຫຼື ສຳ​ນັກ​ງານ​ຕ່າງ​ໆໃຫ້ຖືກ​ຕ້ອງ ແລະ ຕາມ​ເວ​ລາ
  • ກວດກາ​ພາ​ຫະ​ນະ ແລະ ຂຶ້ນ​ແຜນ​ບຳ​ລຸງ​ຮັກ​ສາ​ປະ​ຈຳ​ເດືອນ
  • ບັນ​ທຶກ ແລະ ລາຍ​ງາຍ​ການ​ເຮັດ​ວຽກ​ປະ​ຈຳ​ວັນ​ໃຫ້​ຫົວ​ໜ້າ​ຄຸມ​ງານ
  • ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ດ້ານ​ຄວາມ​ປອດ​ໄພ​ຂອງ​ບໍ​ລິ​ສັດ ໂດຍ​ສະ​ເພາະ​ການ​ຂັບ​ຂີ່​ຢ່າງ​ເຂັ້ມ​ງວດ

 ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ປະກາສະນິຍະບັດຈົບຊັ້ນ ມັດທະຍົມຕອນປາຍຂຶ້ນໄປ
  • ໃບອະນຸຍາດຂັບຂີ່ ຫ້ອງ C D ແລະ ສາ​ມາດ​ສື່​ສານ​ພາ​ສາຈີນ​ ແລະ ພາ​ສາລາວໄດ້
  • ປະສົບການ​ທີ່​ກ່ຽວ​ຂ້ອງ​ຢ່າງ​ໜ້ອຍ 3 ປີ ແລະ ເຄີຍ​ເຮັດ​ວຽກ​ກັບ​ຜູ້​ຈ້າງ​ງານ​ຄົນ​ຈີນ​ມາ​ກ່ອນ
  • ມີ​ຄວາມ​ຮູ້​ພື້​ນ​ຖານ​ໃນ​ການ​ບຳ​ລຸງ​ຮັກ​ສາ​ພາ​ຫະ​ນະ
  • ສາ​ມາດ​ເຮັດ​ວຽກ​ລ່ວງ​ເວ​ລາ ແລະ ເດີນ​ທາງ​ໄປ​ຕ່າງ​ແຂວງ​ໄດ້
  • ມີ​ມະ​ນຸດ​ສຳ​ພັນ​ທີ່​ດີ, ມີ​ຄວາມ​ຮັບ​ຜິດ​ຊອບສູງ ແລະ ກົງ​ຕໍ່​ເວ​ລາ
  • ມີ​ຄວາມ​ອົດ​ທົນ​ສູງ ສາ​ມາດ​ເຮັດ​ວຽກ​ໃນ​ເງື່ອນ​ໄຂ​ທີ່​ກົດ​ດັນ

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

 

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ຮູບຖ່າຍປະຈຸບັນ ແລ້ວສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 7 ກໍ​ລະ​ກົດ 2023.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack