ພະນັກງານຂັບລົດ
Release Date: 14 Mar 2024
Job Category: Other, Human Resource
Job Type: Full Time
Job Location: Vientiane Office
Closing Date: 26 Mar 2024

ບໍລິສັດ  ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ເຊໂປນ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກ​ເຮົາ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ລາວ​ໂດຍ​ຜ່ານ​ການ​ຜະ​ລິດຄຳ​ ແລະ​ ທອງ​, ພ້ອມດຽວກັນນັ້ນກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດຕະຫຼອດການດຳເນີນທຸລະກິດ. ໃນປີ 2024, ແຜນການຜະລິດຄຳຂອງພວກເຮົາແມ່ນ 6,200 ກິໂລກຣາມ ແລະ ທອງແດງ 5,305 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ເພື່ອສະໜັບສະໜູນການດຳເນີນງານ, ພວກເຮົາກຳລັງ​ເປີດຮັບ​ສະ​ໝັກ ​ພະ​ນັກ​ງານ​ຂັບ​ລົດ ປະ​ຈຳ​ຢູ່​ຫ້ອງ​ການ​ວຽງ​ຈັນ ​ທີ່​ສາ​ມາດ​ສື່​ສານ​ພາ​ສາ​ຈີນ​ໄດ້ ເພື່ອເຂົ້າມາຮ່ວມງານກັບພວກເຮົາ ແລະ ເປັນສ່ວນໜື່ງໃນການນໍາພາທີມງານໃຫ້ເຕີມໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງຕາມແຜນງານໃນອະນາຄົດ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ​ປະ​ຕິ​ບັດ​ຕາມ​ແຜນ​ວຽກ​ປະ​ຈຳ​ວັນ​ ແລະ ປະ​ຈຳ​ອາ​ທິດ​ທີ່​ຖືກມອບ​ໝາຍ
  • ຮັບ​ - ສົ່ງ​ແຂກ ແລະ ​ພະ​ນັກ​ງານຂອງ​ບໍ​ລິ​ສັດ ​ດ້ວຍ​ຄວາມ​ປອດ​ໄພ
  • ຮັບ - ສົ່ງ​ເອກ​ະ​ສານ ແລະ ພັດ​ສະ​ດຸ ​ໄປ​ຫ້ອງ​ການ ຫຼື ສຳ​ນັກ​ງານ​ຕ່າງ​ໆໃຫ້ຖືກ​ຕ້ອງ ແລະ ຕາມ​ເວ​ລາ
  • ກວດກາ​ພາ​ຫະ​ນະ ແລະ ຂຶ້ນ​ແຜນ​ບຳ​ລຸງ​ຮັກ​ສາ​ປະ​ຈຳ​ເດືອນ
  • ບັນ​ທຶກ ແລະ ລາຍ​ງາຍ​ການ​ເຮັດ​ວຽກ​ປະ​ຈຳ​ວັນ​ໃຫ້​ຫົວ​ໜ້າ​ຄຸມ​ງານ
  • ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ດ້ານ​ຄວາມ​ປອດ​ໄພ​ຂອງ​ບໍ​ລິ​ສັດ ໂດຍ​ສະ​ເພາະ​ການ​ຂັບ​ຂີ່​ຢ່າງ​ເຂັ້ມ​ງວດ
  • ຊ່ວຍ​ວຽກ​ຫ້ອງ​ການ

ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ປະກາສະນິຍະບັດຈົບຊັ້ນ ມັດທະຍົມຕອນປາຍ​ຂຶ້ນໄປ
  • ໃບອະນຸຍາດຂັບຂີ່ ຫ້ອງ B ຂຶ້ນໄປ
  • ສາ​ມາດ​ສື່​ສານ​ພາ​ສາຈີນ​ໄດ້
  • ປະສົບການ​ທີ່​ກ່ຽວ​ຂ້ອງ​ຢ່າງ​ໜ້ອຍ 3 ປີ ແລະ ເຄີຍ​ເຮັດ​ວຽກ​ກັບຜູ້ຈ້າງ​ງານ​ຄົນ​ຈີນ​ມາ​ກ່ອນ
  • ມີ​ຄວາມ​ຮູ້​ພື້​ນ​ຖານ​ໃນ​ການ​ບຳ​ລຸງ​ຮັກ​ສາ​ພາ​ຫະ​ນະ
  • ສາ​ມາດ​ເຮັດ​ວຽກ​ລ່ວງ​ເວ​ລາ ແລະ ເດີນ​ທາງ​ໄປ​ຕ່າງ​ແຂວງ​ໄດ້
  • ມີ​ມະ​ນຸດ​ສຳ​ພັນ​ທີ່​ດີ, ມີ​ຄວາມ​ຮັບ​ຜິດ​ຊອບສູງ ແລະ ກົງ​ຕໍ່​ເວ​ລາ
  • ມີ​ຄວາມ​ອົດ​ທົນ​ສູງ ສາ​ມາດ​ເຮັດ​ວຽກ​ໃນ​ເງື່ອນ​ໄຂ​ທີ່​ກົດ​ດັນ

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ຮູບຖ່າຍປະຈຸບັນ ແລ້ວສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 26 ມີນາ 2024.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack