ພະນັກງານ - ຊ່າງຈອດ (ໂລຫະ)
Release Date: 29 Jan 2024
Job Category: Maintainance
Job Type: Full Time
Job Location: Sepon Site
Closing Date: 11 Feb 2024

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ ດຳເນີນການຂຸດຄົ້ນ ແລະ ຜະລິດຄຳ-ທອງ ທີ່ບໍ່ຄຳ-ທອງເຊໂປນ, ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ນັບຕັ້ງແຕ່ເລີ່ມການດຳເນີນງານໃນປີ 2003, ບໍ່ຄຳ-ທອງເຊໂປນ ສາມາດຜະລິດແຜ່ນໂລຫະທອງ ໄດ້ຫຼາຍກວ່າ 1.1 ລ້ານໂຕນ ແລະ ຜະລິດຄຳ ໄດ້ຫຼາຍກວ່າ 53 ໂຕນ.

ເພື່ອສະໜັບສະໜູນການດຳເນີນງານ, ພວກເຮົາກຳລັງຊອກຫາຜູ້ສະໝັກງານໃນຕໍາແໜ່ງ ພະນັກງານ - ຊ່າງຈອດ (ໂລຫະ) ເພື່ອເຂົ້າມາຮ່ວມງານກັບພວກເຮົາ ແລະເປັນສວ່ນໜື່ງໃນການນໍາພາທີມງານໃຫ້ເຕີມໃຫຍ່ຂະຫຍາຍໂຕ ຢ່າງບໍ່ຢຸດຢັ້ງຕາມແຜນງານໃນອະ ນາຄົດ.

​ຕຳ​ແໜ່ງນີ້ແມ່ນຈະໄດ້ຮັບຜິດຊອບໃນການປະກອບ ແລະ ປະດິດອາໄຫຼ່ໂລຫະຂອງກົນຈັກ, ຊິ້ນສ່ວນ ແລະ ອຸປະກອນ ດ້ວຍການນຳໃຊ້ເຄື່ອງມື ແລະ ອຸປະກອນ. ພວກເຂົາຈະປະຕິບັດຕາມການແນະນຳວຽກ ແລະ ຮັບປະກັນຄຸນນະພາບຂອງວຽກ ໃຫ້ເປັນໄປຕາມຂໍ້ກຳນົດ ແລະ ມາດຕະຖານ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ຈອດໂລຫະ ແບບ Arc, MIG, TIG ແລະ ການຕັດດ້ວຍອົກຊີ.
  • ມີຄວາມຮູ້ພື້ນຖານໃນການປະເມີນຄວາມສ່ຽງ ແລະ ການຄຸ້ມຄອງ.

 ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ຊັ້ນສູງດ້ານການຊ່າງປະດິດ.
  • ມີຄວາມສາມາດໃນການຈອດໂລຫະ ແບບ Arc, MIG, TIG ແລະ ການຕັດດ້ວຍອົກຊີ.
  • ມີຄວາມຮູ້ພື້ນຖານໃນການປະເມີນຄວາມສ່ຽງ ແລະ ການຄຸ້ມຄອງ.
  • ປະສົບການເຮັດວຽກ 2 ປີ.

ຂໍ້ສະເໜີດ້ານ​ຄ່າ​ຕອບ​ແທນທີ່ໜ້າສົນໃຈ, ລວມທັງຄ່າ​ຕອບ​ແທນທີ່​ຈູງ​ໃຈ​ອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່​ຈະ​ສະ​ໜອງ​ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນ​ການ ເຂົ້າຮ່ວມໂຄງ​ການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການ ພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ​ ຕຳແໜ່ງນີ້, ກະລຸນາປະ​ກອບຊີວະປະຫວັດຫຍໍ້, ຈົດໝາຍ​ສະ​ແດງ​ເຈດ​ຈຳ​ນົງ ແລະ​ ຮູບ​ຖ່າຍ​ປັດ​ຈຸ​ບັນ ແລ້ວ​ສົ່ງເຂົ້າທີ່​ຢູ່​ອີ​ເມວ Recruitment@LXML.LA.  ກະ​ລຸ​ນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະ​ໝັກ​ຕຳ​ແໜ່ງ(​ຊື່ຕຳ​ແໜ່ງ), (​ຊື່ ແລະ ນາມ​ສະ​​ກຸນ ຂອງຜູ້​ສະ​ໝັກ) ກ່ອນ​ມື້ປິດຮັບສະໝັກໃນ​ວັນ​ທີ 11 ກຸມພາ 2024.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນ ທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອ​ເຂົ້າ ສຳພາດ ແລະ ທຸກໆຟອມສະໝັກ​ທີ່​ສົ່ງ​ເຂົ້າ​ມາ ​ແມ່ນຈະບໍ່ໄດ້ ສົ່ງຄືນ.

imgBack