ຜູ້ຊ່ວຍທົ່ວໄປ ແລະ ບໍລິການພາກສະໜາມ
Release Date: 18 Aug 2025
Job Category: Other
Job Type: Full Time
Job Location: Sepon Site
Closing Date: 29 Aug 2025

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ລາຍງານໃຫ້ ຫົວໜ້າຄຸມງານ - ບໍ່ແຮ່ໃຕ້ດິນ, ຕຳແໜ່ງ: ຜູ້ຊ່ວຍທົ່ວໄປ ແລະ ບໍລິການພາກສະໜາມ ມີໜ້າທີ່ຮັບຜິດຊອບ ຊ່ວຍບໍລິຫານວຽກງານໃນພາກສະໜາມ, ຈັດສັນອຸປະກອນເຂົ້າໄປພື້ນທີ່ພາກສະໜາມ, ຊ່ວຍຕິດຕາມ, ຄວບຄຸມ ແລະ ບຳລຸງຮັກສາ ຂັ້ນພື້ນຖານ ພາຍໃນພື້ນທີ່ເຮັດວຽກ ແລະ ເຮັດວຽກຕາມຫົວໜ້າມອບໝາຍໃຫ້.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ຊ່ວຍຕິດຕັ້ງ ແລະ ຄວບຄຸມເຄື່ອງຈັກຕາມຄວາມຈຳເປັນ.
  • ຊ່ວຍກະກຽມພື້ນທີ່ກ່ອນຈະເລີ່ມຂະບວນການເຮັດວຽກ.
  • ຊ່ວຍພະນັກງານຄວບຄຸມລົດ Jumbo ໃນການຊີເຈາະຮູ ເພື່ອຕິດຕັ້ງຫີນ, ນ໋ອດ ແລະ ຕາໜ່າງ.
  • ເກັບລວບລວມ ແລະ ສົ່ງມອບອຸປະກອນສຳຫຼັບການຢືດຈັບໂຄງສ້າງດິນ.
  • ຊ່ວຍໃນການຕິດຕັ້ງການຄ້ຳຢຶດຈັບໂຄງສ້າງດິນ.
  • ເກັບລວບລວມ ແລະ ຈັດສົ່ງ ອຸປະກອນ ບຳລຸງຮັກສາ ແລະ ນ້ຳມັນເຄື່ອງ.
  • ຄວບຄຸມ ປ້ອງກັນ ແລະ ແກ້ໄຂ ຂໍ້້ບົກຜ່ອງຂະໜາດນ້ອຍພາຍໃນພື້ນທີ່ເຮັດວຽກ.
  • ຕິດຕັ້ງທໍ່ຢາງໃສ່ຝາເຈາະ.
  • ອະນາໄມພື້ນທີ່ເຮັດວຽກ.
  • ຊ່ວຍໜ້າວຽກດ້ານອື່ນໆ ແລະ ເຮັດວຽກຕາມຄຳແນະນຳຂອງຫົວໜ້າຄຸມງານ.

ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ສາມາດອ່ານ ແລະ ຂຽນພາສາລາວໄດ້.
  • ມີທັດສະນະຄະຕິ ແລະ ການສື່ສານທີ່ດີ.
  • ມັກສິ່ງທ້າທາຍ ແລະ ພ້ອມຮຽນຮູ້ສິ່ງໃໝ່ໆ.
  • ສາມາດຂັບຂີ່ລົດເບົາ ແລະ ມີໃບອະນຸຍາດຂັບຂີ່ ຢ່າງໜ້ອຍ ຫ້ອງ B.

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 29 ສິງຫາ 2025.

ພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.

 ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack