ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ເຊໂປນ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.
ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.
ຕຳແໜ່ງນີ້ຈະລາຍງານໃຫ້ ພະນັກງານ ຄຸ້ມຄອງຖານຂໍ້ມູນ, ຕຳແໜ່ງ ຜູ້ຊ່ວຍຄຸ້ມຄອງຖານຂໍ້ມູນ ມີໜ້າທີ່ຮັບຜິດຊອບໃນການສະໜັບສະໜູນວຽກງານທໍລະນີສາດ ໂດຍຜ່ານຖານຂໍ້ມູນທໍລະນີສາດ ແລະ ສະຖານທີ່ເກັບຕົວຢ່າງ. ໜ້າທີ່ພື້ນຖານຂອງຕຳແໜ່ງນີ້ ແມ່ນເລັ່ງໃສ່ການບັນທຶກຂໍ້ມູນໃຫ້ທັນກັບເວລາ ແລະ ຄວາມຖືກຕ້ອງຂອງຖານຂໍ້ມູນທໍລະນີສາດ. ນອກຈາກນີ້ ຍັງຕ້ອງໄດ້ຊ່ວຍ ບັນດາກິດຈະກຳຕ່າງໆ ພາຍໃນສະຖານທີ່ເກັບຕົວຢ່າງ ເຊັ່ນ: ຂະບວນການຜະລິດແຮ່, ເກັບກຳຮູບພາບ ແລະ ການເກັບຕົວຢ່າງ ເປັນຕົ້ນ.
ຄວາມຮັບຜິດຊອບຫຼັກປະກອບມີ:
- ປ້ອນຖານຂໍ້ມູນທາງທໍລະນີສາດໃຫ້ກັບພະແນກ ບໍລິການວິຊາການບໍ່ແຮ່.
- ກະກຽມ ສະຖານທີ່ບ່ອນເກັບຕົວຢ່າງ Diamond ແລະ RC (ເຄື່ອງຫມາຍແມັດ, ການເຮັດຄວາມສະອາດ, ສະຖານທີ່ RQD) ແລະ ສະຖານທີ່ເກັບມ້ຽນແຮ່ (ສະຖານທີ່ເກັບມ້ຽນ RQD, Q', ການຕົບແຕ່ງ, ການເກັບຕົວຢ່າງ, ແລະ ສົ່ງໄປຫ້ອງທົດລອງ).
- ຊ່ວຍນັກທໍລະນີສາດກະກຽມສະຖານທີ່, ຊ່ວຍປະຕິບັດວຽກພາກສະຫນາມ ແລະ ການເກັບກຳຂໍ້ມູນຕ່າງໆ.
- ຊ່ວຍສະໜັບສະໜູນກິດຈະກຳພາກສະໜາມ ຕາມການແນະນຳຂອງພະນັກງານຄຸ້ມຄອງຖານຂໍ້ມູນ ຫຼື ຜູ້ທີ່ຖືກມອບໝາຍ.
ປະສົບການ, ທັກສະ ແລະ ຄຸນວຸດທິ:
- ຈົບການສຶກສາຂັ້ນມັດທະຍົມຕອນປາຍ.
- ມີໃບອະນຸຍາດຂັບຂີ່ລົດເບົາທີ່ນຳໃຊ້ໄດ້.
- ມີປະສົບການດ້ານການນຳໃຊ້ຄອມພິວເຕີ້ ແລະ ປ້ອນຖານຂໍ້ມູນ.
- ປະສົບການດ້ານການເຮັດວຽກໃນຂະແໜງ (ບໍ່ແຮ່, ອຸດສະຫະກຳ ຫຼື ກະສິກຳ) ແມ່ນພິຈາລະນາເປັນພິເສດ.
- ມີທັກສະການສື່ສານການປາກເວົ້າ ແລະ ຂີດຂຽນໃນລະດັບດີ ຫຼື ທັກສະການສື່ສານພາສາອັງກິດໃນລະດັບພື້ນຖານ.
ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.
ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruit-ment@LXML.LA.
ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 2 ເມສາ 2025.
ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.
ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.
ບ້ານໂພນສີນວນ, ຕູ້ ນຸ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200 ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686