ຜູ້ຊ່ວຍ - ສຳຫຼວດວັດແທກ
Release Date: 31 Mar 2025
Job Category: Geologist, Other
Job Type: Full Time
Job Location: Sepon Site
Closing Date: 14 Apr 2025

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ລາຍງານຫາ ຫົວໜ້າຜູ້ຄຸມງານ - ສຳຫຼວດ, ຕຳແໜ່ງ ຜູ້ຊ່ວຍ-ສຳຫຼວດວັດແທກ ມີໜ້າທີ່ຮັບຜິດຊອບ ຮັບປະກັນການປະຕິບັດວຽກໃຫ້ມີ ຄວາມ ປອດໄຟ ແລະ ມີປະສິດທິພາບໃນແຕ່ລະກິດຈະກຳຕ່າງໆ ເພື່ອຊ່ວຍວຽກນັກສຳຫຼວດ​ຄຸມ​ງານທາງ​ພາກ​ສະ​ໜາມ, ດຳເນີນກິດຈະກຳການ ສຳຫຼວດ ພາກສະໜາມ ຕາມການຊີ້ນຳຂອງນັກສຳຫຼວດ​ຄຸມ​ງານ​ທາງ​ພາກ​ສະ​ໜາມ, ລະ​ບຸ, ແກ້ໄຂ ແລະ ລາຍງານ ອັນຕະລາຍທັງໝົດໃນພາກສະໜາມ.

ຄວາມ​ຮັບ​ຜິດ​ຊອບຫຼັກ​ປະ​ກອບ​ມີ:

  • ປະຕິບັດວຽກງານພາກສະໜາມ ລວມ​ທັງການນຳພາທີມງານໃນການກຳ​ຈັດ​ຄວາມ​ສ່ຽງ (Take 5) ແລະ ດຳເນີນກິດຈະກຳການສຳຫຼວດ ຂຸດຄົ້ນບໍ່ແຮ່ ຕາມຄຳແນະນຳ ຂອງນັກສຳຫຼວດຄຸມ​ງານ​ທາງ​ພາກ​ສະ​ໜາມ.
  • ຊ່ວຍ​ວຽກ​ງານ​ອື່ນໆຕາມ​ໜ້າ​ທີ່​ຮັບ​ຜິດ​ຊອບ ຕາມການຊີ້ນຳຂອງນັກສຳຫຼວດຄຸມ​ງານ​ທາງ​ພາກ​ສະ​ໜາມ.
  • ປະຕິບັດວຽກງານການສຳຫຼວດໂດຍ​ລວມ ຢ່າງມີຄວາມຮັບຜິດຊອບ ແລະ ໃຫ້ປອດໄພ.
  • ມີສ່ວນຮ່ວມຢ່າງຫ້າວຫັນ ໃນການລະ​ບຸ ແລະ ການແກ້ໄຂບັນຫາ.
  • ເອົາໃຈໃສ່ຢ່າງສົມເຫດສົມຜົນ ໃນວຽກງາໂດຍ​ລວມ ເພື່ອຄວາມປອດໄຟຂອງຕົນເອງ ແລະ ຂອງຄົນອື່ນ, ຜູ້ທີ່ອາດຈະໄດ້ຮັບຜົນກະທົບ ຈາກການປະຕິບັດວຽກຂອງພວກເຂົາຢູ່ສະ​ຖານ​ທີ່ເຮັດວຽກ.
  • ​ນຳໃຊ້ອຸປະກອນ​ດ້ານຄວາມປອດໄຟຂອງ ​ພາກ​ສ​ະ​ໜາມ ແລະ ອຸ​ປະ​ກອນ​ປ້ອງ​ກັນ​ຄວາມ​ປອດ​ໄຟ​ສ່ວນ​ບຸກ​ຄົນ (PPE)ຕາມຄຳແນະນຳ ເພື່ອ​ໃຫ້ສອດຄ່ອງ, ຖືກຕ້ອງ, ພ້ອມ​ທັງ​ກວດ​ສອບອຸ​ປະ​ກອນ​ຕ່າງໆ​ເພື່ອປ້ອງກັນຄວາມເສຍຫາຍ ຫຼື ການສູນເສຍ.
  • ລາຍງານໃຫ້ຜູ້ຄຸມງາມ ທັນທີເມື່ອມີສະຖານະການທີ່ເຊື່ອວ່າ ເປັນໄພອັນຕະລາຍຕໍ່ບຸກຄົນ ແລະ ອຸປະກອນ ທີ່ພວກເຂົາບໍ່ສາມາດ ແກ້ໄຂຢ່າງຖືກຕ້ອງ ແລະ ປອດໄ​ຟໄດ້.
  • ເປັນສ່ວນໜື່ງ ຂອງທີມງານ ເພື່ອເຮັດວຽກງານໃຫ້ສຳເລັດຕາມໜ້າວຽກທີ່ໝອບໝາຍໃຫ້.
  • ປະຕິບັດການສຳຫຼວດບໍ່ແຮ່ໃຕ້ດິນ ແລະ ບໍ່ໜ້າດິນ ຢ່າງລະອຽດ ເພື່ອສະໜັບສະໜູນວຽກງານຂຸດຄົ້ນບໍ່ແຮ່ ແລະ ຮັບປະກັນການວັດແທກ ທີ່ຖືກຕ້ອງ.
  • ມີສ່ວນຮ່ວມປະ​ຕິ​ບັດ​ວຽກຢ່າງຕັ້ງໜ້າ ​ກັບທີມງານຂອງໂຄງການ ຕາມການຮ້ອງຂໍ.

ປະສົບການ, ທັກສະ ແລະ ຄຸນວຸດທິ:

  • ຈົບ​ການ​ສຶກ​ສາ​ຂັ້ນ​ມັດ​ທະ​ຍົມ​ຕອນ​ປາຍ​ຂຶ້ນ​ໄປ
  • ມີໃບອະນຸຍາດຂັບຂີ່ລົດເບົາທີ່​ຍັງ​ມີ​ອາ​ຍຸ​ການ​ນຳ​ໃຊ້​
  • ສາມາດຍ່າງໃນພື້ນທີ່ ທີ່ບໍ່​ຮາບ​ພຽງ, ມີຫີນ ໃນຂະນະທີ່ຖືອຸປະກອນສຳຫຼວດ.
  • ສາມາດນຳໃຊ້ ແລະ ຮັກສາອຸປະກອນການສຳຫຼວດຢ່າງປອດໄພ.
  • ສາມາດເຮັດເຄື່ອງໝາຍ ແລະ ຂຸດຄົ້ນ ເພື່ອສະໜັບສະໜູນກິດຈະກຳການຜະລິດແຮ່ (ທ່ອນແຮ່, ເຈາະ ແລະ ການລະເບີດ, ການອອກແບບຂຸມ) ແລະ ອື່ນໆ.
  • ປະ​ສົບ​ການ​ດ້ານ​ການ​ເຮັດ​ວຽກໃນ​ຂະ​ແໜງ (ບໍ່​ແຮ່, ອຸດ​ສະ​ຫະ​ກຳ ຫຼື ກະ​ສິ​ກຳ) ແມ່ນ​ພິ​ຈາ​ລະ​ນາ​ເປັນ​ພິ​ເສດ.
  • ມີທັກ​ສະ​ການ​ສື່​ສານ​ການ​ປາກ​ເວົ້າ ແລະ ຂີດ​ຂຽນ​ໃນ​ລະ​ດັບ​ດີ ຫຼື ທັກ​ສະ​ການ​ສື່​ສານພາ​ສາ​ອັງ​ກິດ​ໃນ​ລະ​ດັບ​ໃດ​ໜຶ່ງ.

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.

ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 14 ເມສາ 2025.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້. ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200 ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686

imgBack