ຜູ້ຄວບຄຸມເຄື່ອງຈັກ ໂຮງງານ
Release Date: 29 Dec 2023
Job Category: Other
Job Type: Full Time
Job Location: Sepon Site
Closing Date: 15 Jan 2024

ບໍລິສັດ  ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ລຊມລ) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ນັບຕັ້ງແຕ່ເລີ່ມການດຳເນີນງານໃນປີ 2003, ບໍ່ຄຳ-ທອງ ເຊໂປນ ສາມາດຜະລິດແຜ່ນທອງໄດ້ຫຼາຍກວ່າ 1,1 ລ້ານ ໂຕນ ແລະ ຜະລິດຄຳ ໄດ້ຫຼາຍກວ່າ 53 ໂຕນ. ໃນປີ 2022 ລຊມລ ສາມາດຜະລິດທອງໄດ້ຫຼາຍກວ່າ 6,600 ໂຕນ ຜະລິດຄໍາໄດ້ຫຼາຍກວ່າ 6,7 ໂຕນ. ຄາດໝາຍການຜະລິດທີ່ຕັ້ງໄວ້ສຳລັບປີ 2023 ແມ່ນ ຄຳຫຼາຍກວ່າ 6 ໂຕນ ແລະ ທອງ 7.000 ໂຕນ.

ລຊມລ ໄດ້ວາງເປົ້າໝາຍຂອງຕົນໃນການເຕີບໃຫຍ່ເພື່ອອະນາຄົດ ດ້ວຍການກັບມາຂຸດຄົ້ນ - ປຸງແຕ່ງຄໍາອີກຄັ້ງໜຶ່ງ ໃນປີ 2020 ພ້ອມທັງສຶກສາຄວາມເປັນໄປໄດ້ໃນດ້ານອື່ນໆ ການເພີ່ມການສຳຫຼວດ ແລະ ພ້ອມທັງກະກຽມການຮ່ວມ ແລະ ເຂົ້າຊື້ກິດຈະການເພີ່ມຕື່ມ, ຊຶ່ງຈະເຮັດໃຫ້ອະນາຄົດ ຂອງ ລຊມລ ແລະ ການດຳເນີນງານຂອງ ບໍ່ຄຳ-ທອງ ເຊໂປນ ແມ່ນຈະບໍ່ມີຂີດຈຳກັດ ທັງໃນດ້ານທ່າແຮງ ແລະ ໂອກາດ.

ເພື່ອສະໜັບສະໜູນການດຳເນີນງານ, ພວກເຮົາກຳລັງຊອກຫາຜູ້ສະໝັກງານໃນຕໍາແໜ່ງ ຜູ້ຄວບຄຸມເຄື່ອງຈັກ ໂຮງງານ ເພື່ອເຂົ້າມາຮ່ວມງານກັບພວກເຮົາ ແລະ ເປັນສວ່ນໜື່ງໃນການນໍາພາທີມງານໃຫ້ເຕີມໃຫຍ່ຂະຫຍາຍໂຕ ຢ່າງບໍ່ຢຸດຢັ້ງຕາມແຜນງານໃນອະນາຄົດ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ບັນທຶກຕົວກຳນົດໂຮງງານ ຢູ່ອຸປະກອນສ້ອມແປງໂຮງງານ ໂດຍການຕື່ມຂໍ້ມູນໃສ່ໃນເອກະສານໃຫ້ສຳເລັດ.
  • ຮັບປະກັນວ່າການດຳເນີນງານທັງໝົດດຳເນີນໄປຢ່າງປອດໄພ, ຂໍ້ບົກຜ່ອງທັງໝົດຖືກລາຍງານ ແລະ ແກ້ໄຂ.
  • ຮັບຜິດຊອບການບຳລຸງຮັກສາໂຮງງານທັງໝົດ ເພື່ອເພີ່ມອາຍຸການບໍລິການ ແລະ ປ້ອງກັນຄວາມເສຍຫາຍທີ່ບໍ່ຈຳເປັນ.
  • ກວດກາອ່າງນ້ຳເສຍທຸກວັນຕາມຄວາມຕ້ອງການໃນຂັ້ນຕອນການປະຕິບັດມາດຕະຖານ,
  • ໃຊ້ເຄື່ອງວັດແທກສາຍສັ່ນແບບປົກກະຕິ ແລະ ຕິດຕາມການເກັບກຳຂໍ້ມູນເຈາະ.
  • ຈັດ​ຕັ້ງ​ ແລະ​ ຊ່ວຍ​ເຫຼືອ​ການ​ສໍາ​ຫຼວດປະ​ຈໍາ​ໄຕ​ມາດ​.
  • ຕິດຕາມ ແລະ ລາຍງານລະດັບນໍ້າຂອງເຂື່ອນ.
  • ປະສານງານກັບທີມງານບໍາລຸງຮັກສາ ແລະ ໂຄງການ ເພື່ອສ້ອມແປງອຸປະກອນທີ່ເປ່ເພ.
  • ກວດກາ ແລະ ລາຍງານການຮົ່ວໄຫຼຢູ່ບໍລິເວນເຂື່ອນ ແລະ ຕາມທໍ່ອ່າງນ້ຳເສຍ.
  • ປະສານງານກັບພະນັກງານ ທີ່ເຮັດວຽກກ່ຽວກັບປ້ຳຢູ່ອ່າງນ້ຳເສຍ.
  • ປະສານງານກັບທີມງານຄວາມປອດໄພເພື່ອຮັບປະກັນອຸປະກອນ ແລະ ເຄື່ອງມືໃຫ້ປອດໄພ.
  • ຮັກສາຄວາມສະອາດຂອງແຕ່ລະພື້ນທີ່ໃຫ້ດີ.
  • ລາຍງານອັນຕະລາຍ, ການກະທໍາທີ່ບໍ່ປອດໄພ ແລະ ເຫດການຕ່າງໆ.
  • ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຫົວໜ້າຄຸມງານ/ຜູ້ປະສານງານດ້ານນ້ຳ ແລະ ອ່າງນ້ຳເສຍ.
  • ໃຊ້ອຸປະກອນປ້ອງກັນສ່ວນບຸກຄົນທີ່ຖືກຕ້ອງຕາມຄວາມຕ້ອງການຂອງໜ້າວຽກ.
  • ຊ່ວຍທີມງານບຳບັດນ້ຳຕາມຄວາມຕ້ອງການ.

ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ປະກາສະນີຍະບັດ ວິທະຍາໄລ ວິຊາຊີບ ຂຶ້ນໄປ.
  • ສາມາດນຳໃຊ້ຄອມພິວເຕີ ໂປຼແກຼມ Microsoft Office – Word / Excel / PowerPoint / Outlook.
  • ສາມາດນຳໃຊ້ພາສາອັງກິດຂັ້ນພື້ນຖານ ຈະພິຈາລະນາພິເສດ.
  • ສາມາດເຮັດວຽກກາງຄືນໄດ້ (ເຮັດວຽກປ່ຽນຜຽນ).
  • ສາມາດເຮັດວຽກເປັນທີມ ແລະ ມີຄວາມສາມັກຄີເຂົ້າກັບທີມໄດ້ດີ.
  • ມີຄວາມກະຕືລືລົ້ນ ແລະ ມີຄວາມຫ້າວຫັນໃນໜ້າທີ່ວຽກງານ.
  • ຕ້ອງມີສຸຂະພາບແຂງແຮງດີ.
  • ມີໃບອະນຸຍາດຂັບຂີ່ລົດເບົາ.

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 15 ມັງກອນ 2024.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

 

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack