ນັກເຄມີ
Release Date: 28 Mar 2023
Job Category: Other
Job Type: Full Time
Job Location: Sepon Mine
Closing Date: 03 Apr 2023

ບໍລິສັດ  ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ລຊມລ) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ນັບຕັ້ງແຕ່ເລີ່ມການດຳເນີນງານໃນປີ 2003, ບໍ່ຄຳ-ທອງເຊໂປນ ສາມາດຜະລິດແຜ່ນທອງໄດ້ຫຼາຍກວ່າ 1,1 ລ້ານ ໂຕນ ແລະ ຜະລິດຄຳ ໄດ້ຫຼາຍກວ່າ 53 ໂຕນ. ໃນປີ 2022 ລຊມລ ສາມາດຜະລິດທອງໄດ້ຫຼາຍກວ່າ 6,600 ໂຕນ ຜະລິດຄໍາໄດ້ຫຼາຍກວ່າ 6,7 ໂຕນ. ຄາດໝາຍການຜະລິດທີ່ຕັ້ງໄວ້ສຳລັບປີ 2023 ແມ່ນ ຄຳຫຼາຍກວ່າ 6 ໂຕນ ແລະ ທອງ 7.000 ໂຕນ.

ລຊມລ ໄດ້ວາງເປົ້າໝາຍຂອງຕົນໃນການເຕີບໃຫຍ່ເພື່ອອະນາຄົດ ດ້ວຍການກັບມາຂຸດຄົ້ນ - ປຸງແຕ່ງຄໍາອີກຄັ້ງໜຶ່ງ ໃນປີ 2020 ພ້ອມທັງສຶກສາຄວາມເປັນໄປໄດ້ໃນດ້ານອື່ນໆ ການເພີ່ມການສຳຫຼວດ ແລະ ພ້ອມທັງກະກຽມການຮ່ວມ ແລະ ເຂົ້າຊື້ກິດຈະການເພີ່ມຕື່ມ, ຊຶ່ງຈະເຮັດໃຫ້ອະນາຄົດ ຂອງ ລຊມລ ແລະ ການດຳເນີນງານຂອງ ບໍ່ຄຳ-ທອງ ເຊໂປນ ແມ່ນຈະບໍ່ມີຂີດຈຳກັດ ທັງໃນດ້ານທ່າແຮງ ແລະ ໂອກາດ.

ເພື່ອສະໜັບສະໜູນການດຳເນີນງານ, ພວກເຮົາກຳລັງຊອກຫາຜູ່ສະໝັກງານໃນຕໍາແໜ່ງ ນັກເຄມີ ເພື່ອເຂົ້າມາຮ່ວມງານກັບພວກເຮົາ ແລະ ເປັນສ່ວນໜຶ່ງໃນການນໍາພາທີມງານໃຫ້ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງຕາມແຜນງານໃນອະນາຄົດ.

​ໜ້າທີ່ຫຼັກຂອງຕຳແໜ່ງນີ້ແມ່ນ ທຳ​ການວິໄຈ/ທົດລອງ​ຢ່າງມີປະສິດທິພາບ., ປະສານງານ ແລະ ຕິດຕາມຂະບວນການເຮັດວຽກ ເພື່ອໃຫ້ດຳເນີນງານໄປໄດ້ຢ່າງປອດໄພ, ມີຄວາມຖືກຕ້ອງ, ຊັດເຈນ, ກົງເວລາ ແລະ ຄຸ້ມຄ່າ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ດຳ​ເນີນ​ການ​ວິ​ເຄາະ​ຕົວ​ຢ່າງ ແລະ ກວດ​ກາ​ຄຸນ​ນະ​ພາບ​ຂອງ​ການ​ວິ​ເຄາະ ເພື່ອ​ຮັບ​ປ​ະ​ກັນ​ຄຸນ​ນະ​ພາບ​ໃຫ້​ເປັນ​ໄປ​ຕາມ​ມາດ​ຕະ​ຖານ​ທີ່​ກຳ​ນົດ​ໄວ້​ໃນ​ຄູ່​ມື
  • ນຳໃຊ້ ແລະ ບຳລຸງຮັກສາອຸປະກອນໃນຫ້ອງວິໄຈລວມມີ: ເຄື່ອງບົດ, ເຄື່ອງຂົບ, ເຕົາຫຼອມຄໍາ, ເຕົາເຜົາກ້ອນຊືນ ແລະ ເຕົາຫຼອມ ໂລຫະ, ຊິງຊັ່ງ ແລະ ອຸປະກອນເຄື່ອງໃຊ້ໃນການວິໄຈ.
  • ບຳລຸງຮັກສາ ແລະ ແກ້ບັນຫາອຸປະກອນໃນຫ້ອງວິໄຈເຊັ່ນ: AAS, ICP-OES, Arc/Spark-OES, Sulphur & Carbon Analyser, Auto-titration systems, UV/Vis spectrophotometers
  • ຕິດ​ຕາມ ແລະ ຄວບ​ຄຸມ​ຄຸນ​ນະ​ພາບ​ການ​ວິ​ໄຈ​ໂດຍ​ໃຊ້​ໂປ​ແກ​ຣມ CCLAS/SPC
  • ດຳ​ເນີນ​ການ​ສືບ​ສວນ​ຊອກ​ຫາ​ສາ​ເຫດ ແລະ ທາງ​ເລືອກຕ່າງໆ​ເພື່ອ​ຫຼຸດ​ຜ່ອນ​ຜົນ​ກະ​ທົບ ຖ້າ​ຫາກ​ຜົນ​ການ​ວິ​ໄຈ​ແຕກ​ຕ່າງ​ຈາກ​ມາດ​ຕະ​ຖານ
  • ກວດກາຕິດຕາມວຽກຕົວຈິງໃນແຕ່ລະມື້ ແລະ ໃຫ້ຄຳແນະນຳແກ່ໜ່ວຍງານຕົນ ເພື່ອແນ່ໃຈວ່າວຽກທີ່ເຮັດສຳເລັດຢ່າງປອດໄພ, ມີຄຸນນະພາບສູງ ແລະ ກົງຕໍ່ໄລຍະເວລາທີ່ກຳນົດ.
  • ເຮັດໜ້າທີ່ທົ່ວໄປຕາມມອບໝາຍໃນຫ້ອງທົດລອງ.

 ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ປະລິນຍາຕີວິທະຍາສາດເຄມີ ຫຼື ທຽບເທົ່າ ຫລື ສາຂາອື່ນທີ່ກ່ຽວຂ້ອງ.
  • ມີຄວາມຮູ້ ແລະ ເຂົ້າໃຈດ້ານຄຸນນະພາບຕາມລະບົບການຮັບປະກັນ ແລະ ຄວບຄຸມຄຸນນະພາບຂອງວຽກການວິໄຈ.
  • ມີຄວາມເຂົ້າໃຈ ຂັ້ນຕອນການວິໄຈຄຳ ແລະ ທອງ ທີ່ບໍ່ຂຸດຄົ້ນແຮ່ ເປັນຢ່າງດີ.
  • ມີປະສົບການເຮັດວຽກໃນຫ້ອງວິໄຈອຸດສາຫະກຳບໍ່ແຮ່ ຫຼື ຂະແໜງອື່ນທີ່ຄ້າຍຄືກັນ ຢ່າງຫນ້ອຍ 3 ປີ.
  • ມີທັກສະໃນການຈຳແນກ ແລະ ຫຼຸດຜ່ອນຄວາມສ່ຽງ ທີ່ກ່ຽວຂ້ອງກັບການປະຕິບັດວຽກ ໃນຫ້ອງທົດລອງ.
  • ມີປະສົບການດ້ານການບຳລຸງຮັກສາ ເຄື່ອງມື ແລະ ອຸປະກອນວິໄຈ, ລວມທັງຮູ້ຈັກ ວິທີການນໍາໃຊ້ຢ່າງຖືກວິທີ.
  • ມີຄວາມສາມາດເວົ້າ, ອ່ານ, ຂຽນ ພາສາອັງກິດ.

ຂໍ້ສະເໜີດ້ານ​ຄ່າ​ຕອບ​ແທນທີ່ໜ້າສົນໃຈ, ລວມທັງຄ່າ​ຕອບ​ແທນທີ່​ຈູງ​ໃຈ​ອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່​ຈະ​ສະ​ໜອງ​ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນ​ການເຂົ້າຮ່ວມໂຄງ​ການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ​ ຕຳແໜ່ງນີ້, ກະລຸນາປະ​ກອບຊີວະປະຫວັດຫຍໍ້, ຈົດໝາຍ​ສະ​ແດງ​ເຈດ​ຈຳ​ນົງ ແລະ​ ຮູບ​ຖ່າຍ​ປະ​ຈຸ​ບັນ ແລ້ວ​ສົ່ງເຂົ້າທີ່​ຢູ່​ອີ​ເມວ Recruitment@LXML.LA.  ກະ​ລຸ​ນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະ​ໝັກ​ຕຳ​ແໜ່ງ (​ຊື່ຕຳ​ແໜ່ງ), (​ຊື່ແລະນາມ​ສະ​​ກຸນ ຂອງຜູ້​ສະ​ໝັກ) ກ່ອນ​ມື້ປິດຮັບສະໝັກໃນ​ວັນ​ທີ 3 ເມສາ 2023.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອ​ເຂົ້າສຳພາດ ແລະ ທຸກໆຟອມສະໝັກ​ທີ່​ສົ່ງ​ເຂົ້າ​ມາ ​ແມ່ນຈະບໍ່ໄດ້ສົ່ງຄືນ.

 ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ+856 41 212 686

imgBack