ນັກເຄມີ
Release Date: 02 Apr 2024
Job Category: Other
Job Type: Full Time
Job Location: Sepon Site
Closing Date: 15 Apr 2024

ບໍລິສັດ  ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກ​ເຮົາ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ລາວ​ໂດຍ​ຜ່ານ​ການ​ຜະ​ລິດຄຳ​ ແລະ​ ທອງ​, ພ້ອມດຽວກັນນັ້ນກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດຕະຫຼອດການດຳເນີນທຸລະກິດ. ໃນປີ 2024, ແຜນການຜະລິດຄຳຂອງພວກເຮົາແມ່ນ 6,200 ກິໂລກຣາມ ແລະ ທອງແດງ 5,305 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ເພື່ອສະໜັບສະໜູນການດຳເນີນງານ, ພວກເຮົາກຳລັງຊອກຫາຜູ້ສະໝັກງານໃນຕໍາແໜ່ງ ນັກເຄມີ ເພື່ອເຂົ້າມາຮ່ວມງານກັບພວກເຮົາ ແລະ ເປັນສວ່ນໜື່ງໃນການນໍາພາທີມງານໃຫ້ເຕີມໃຫຍ່ຂະຫຍາຍໂຕ ຢ່າງບໍ່ຢຸດຢັ້ງຕາມແຜນງານໃນອະນາຄົດ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ດຳເນີນການວິເຄາະຕົວຢ່າງ ແລະ ກວດກາຄຸນນະພາບຂອງການວິເຄາະ ເພື່ອຮັບປະກັນຄຸນນະພາບໃຫ້ເປັນໄປຕາມມາດຕະຖານທີ່ກຳນົດໄວ້ໃນຄູ່ມື
  • ນຳໃຊ້ ແລະ ບຳລຸງຮັກສາອຸປະກອນໃນຫ້ອງວິໄຈລວມມີ: ເຄື່ອງບົດ, ເຄື່ອງຂົບ, ເຕົາຫຼອມຄໍາ, ເຕົາເຜົາກ້ອນຊືນ ແລະ ເຕົາຫຼອມໂລຫະ, ຊິງຊັ່ງ ແລະ ອຸປະກອນເຄື່ອງໃຊ້ໃນການວິໄຈ.
  • ບຳລຸງຮັກສາ ແລະ ແກ້ບັນຫາອຸປະກອນໃນຫ້ອງວິໄຈເຊັ່ນ: AAS, ICP-OES, Arc/Spark-OES, Sulphur & Carbon Analyser, Auto-titration systems, UV/Vis spectrophotometers
  • ຕິດຕາມ ແລະ ຄວບຄຸມຄຸນນະພາບການວິໄຈໂດຍໃຊ້ໂປແກຣມ CCLAS/SPC
  • ດຳເນີນການສືບສວນຊອກຫາສາເຫດ ແລະ ທາງເລືອກຕ່າງໆເພື່ອຫຼຸດຜ່ອນຜົນກະທົບ ຖ້າຫາກຜົນການວິໄຈແຕກຕ່າງຈາກມາດຕະຖານ
  • ກວດກາຕິດຕາມວຽກຕົວຈິງໃນແຕ່ລະມື້ ແລະ ໃຫ້ຄຳແນະນຳແກ່ໜ່ວຍງານຕົນ ເພື່ອແນ່ໃຈວ່າວຽກທີ່ເຮັດສຳເລັດຢ່າງປອດໄພ, ມີຄຸນນະພາບສູງ ແລະ ກົງຕໍ່ໄລຍະເວລາທີ່ກຳນົດ.
  • ເຮັດໜ້າທີ່ທົ່ວໄປຕາມມອບໝາຍໃນຫ້ອງທົດລອງ.

 ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ປະລິນຍາຕີວິທະຍາສາດເຄມີ ຫຼື ທຽບເທົ່າ ຫລື ສາຂາອື່ນທີ່ກ່ຽວຂ້ອງ.
  • ມີຄວາມຮູ້ ແລະ ເຂົ້າໃຈດ້ານຄຸນນະພາບຕາມລະບົບການຮັບປະກັນ ແລະ ຄວບຄຸມຄຸນນະພາບຂອງວຽກການວິໄຈ.
  • ມີຄວາມເຂົ້າໃຈ ຂັ້ນຕອນການວິໄຈຄຳ ແລະ ທອງ ທີ່ບໍ່ຂຸດຄົ້ນແຮ່ ເປັນຢ່າງດີ.
  • ມີປະສົບການເຮັດວຽກໃນຫ້ອງວິໄຈອຸດສາຫະກຳບໍ່ແຮ່ ຫຼື ຂະແໜງອື່ນທີ່ຄ້າຍຄືກັນ ຢ່າງຫນ້ອຍ 3 ປີ.
  • ມີທັກສະໃນການຈຳແນກ ແລະ ຫຼຸດຜ່ອນຄວາມສ່ຽງ ທີ່ກ່ຽວຂ້ອງກັບການປະຕິບັດວຽກ ໃນຫ້ອງທົດລອງ.
  • ມີປະສົບການດ້ານການບຳລຸງຮັກສາ ເຄື່ອງມື ແລະ ອຸປະກອນວິໄຈ, ລວມທັງຮູ້ຈັກ ວິທີການນໍາໃຊ້ຢ່າງຖືກວິທີ.
  • ມີຄວາມສາມາດເວົ້າ, ອ່ານ, ຂຽນ ພາສາອັງກິດ.

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 15 ເມສາ 2024.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack