ນັກສຳຫຼວດຮຽນຈົບໃໝ່ - ບໍ່ແຮ່ໃຕ້ດິນ
Release Date: 22 May 2024
Job Category: Other
Job Type: Full Time
Job Location: Sepon Site
Closing Date: 04 Jun 2024

ບໍລິສັດ  ລ້ານຊ້າງ ມີເນໂຣນສ໌ ຈຳກັດ ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກ​ເຮົາ ໃຫ້​ຄຳ​ ໝັ້ນ​ສັນ​ຍາ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ລາວ​ໂດຍ​ຜ່ານ​ການ​ຜະ​ລິດຄຳ​ ແລະ​ ທອງ​, ພ້ອມດຽວກັນນັ້ນກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດຕະຫຼອດການດຳເນີນທຸລະກິດ. ໃນປີ 2024, ແຜນການຜະລິດຄຳຂອງພວກເຮົາແມ່ນ 6,200 ກິໂລກຣາມ ແລະ ທອງແດງ 5,305 ໂຕນ.

ເພື່ອສະໜັບສະໜູນການດຳເນີນງານ, ພວກເຮົາກຳລັງຊອກຫາຜູ້ສະໝັກງານໃນຕໍາແໜ່ງ ນັກສຳຫຼວດຮຽນຈົບໃໝ່ - ບໍ່ແຮ່ໃຕ້ດິນ ເພື່ອເຂົ້າມາຮ່ວມງານກັບພວກເຮົາ ແລະເປັນສວ່ນໜື່ງໃນການນໍາພາທີມງານໃຫ້ເຕີມໃຫຍ່ຂະຫຍາຍໂຕ ຢ່າງບໍ່ຢຸດຢັ້ງຕາມແຜນງານໃນອະນາຄົດ.

​ຕຳ​ແໜ່ງນີ້ແມ່ນຈະໄດ້ຮັບຜິດຊອບໃນການຮັບປະກັນ ການສຳຫຼວດແມ່ນໄດ້ເຮັດເປັນໄປຕາມແຜນທີ່ວາງໄວ້, ເນັ້ນໜັກໃສ່ຜົນຜະລິດ ແລະ ດ້ານວິຊາການຂອງໜ້າວຽກ ການຮັກສາຄວາມປອດໄພ, ມີຄວາມຊື່ສັດເປັນເລີດ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ຊ່ວຍວຽກຫົວໜ້າທີມ​ ສຳຫຼວດບໍ່ໃຕ້ດິນ ຕາມ​ການ​ມອບ​ໝາຍ​ທັງ​ໝົດ​ໃຫ້​ສຳ​ເລັດ.
  • ຮັບປະກັນວ່າວຽກງານການສຳຫຼວດທີ່ໄດ້ຖືກມອບໝາຍໃຫ້ທັງໝົດ ໄດ້ຮັບຜົນສຳເລັດດ້ວຍຄວາມປອດໄພ.
  • ເຮັດ SWIC ສຳຫຼັບວຽກງານສຳຫຼວດ ທີ່ຖືກມອບໝາຍໃຫ້ສຳເລັດທັງໝົດ.
  • ຮັບປະກັນວ່າການສຳຫຼວດ​ພາກ​ສະ​ໜາມ ​ ແມ່​​ນດຳ​ເນີນ​​ການໃຫ້​ເປັນອຸດສາຫະກຳທີ່ດີທີ່ສຸດໃນປະຈຸບັນ.
  • ຮັບປະກັນວຽກການສຳຫຼວດ ທັງພາກສ່ວນບໍລິຫານ ແລະ ພາກສ່ວນພາກສະໜາມທັງໝົດ ໃຫ້ເປັນໄປຕາມຂັ້ນຕອນມາດຕະຖານ ການສຳຫຼວດຂອງ ບໍລິສັດ  ລ້ານຊ້າງ ມີເນໂຣນສ໌ ຈຳກັດ.
  • ສ້າງແຜນການສຳຫຼວດ ໃຫ້​ໄດ້​ຕາມ​ມາດ​ຕະ​ຖານ​ຂອງ​ພາກ​ສະ​ໜາມ ແລະ ຕາມ​ຄວາມ​ຕ້ອງ​ການ ເພື່ອເຮັດໃຫ້ການປະຕິບັດວຽກດັັ່ງກ່າວໃຫ້ເປັນໄປຕາມມາດຕະຖານ ແລະ ຕາມ​ຄວາມຕ້ອງການຂອງລູກຄ້າ ແລະ ຜູ້ຄວບຄຸມພາຍນອກ ແລະ ຮັບປະກັນຄວາມພ້ອມຂອງພະ​ນັກ​ງານ ໃຫ້ທັນເຫດການ ​ຕາມ​ຄວາມຕ້ອງການຢູ່​ຕະ​ຫຼອດ​ເວ​ລາ.
  • ຈັດຕັ້ງປະຕິບັດການອອກແບບການສຳຫຼວດ ແລະ ອອກແບບຕາມຄວາມຕ້ອງການ ໂດຍໃຊ້ອຸປະກອນທີ່ໄດ້ມາດຕະຖານທີ່ມີຢູ່ໃນປະຈຸບັນເຂົ້າໃນການອອກແບບການສຳຫຼວດ.
  • ຈັດຕັ້ງປະຕິບັດການອອກແບບ ແລະ ຮັບປະກັນຈະບໍ່ຢຸດການພັດທະນາ ຫຼື ຊັກຊ້າໃນການຜະລິດ .
  • ກວດສອບຄວາມຖືກຕ້ອງຂອງຂໍ້ມູນການສຳຫຼວດ ໂດຍການດຳເນີນງານ ການກວດສອບ ແລະ ກວດກາຢ່າງເປັນປົກກະຕິ.
  • ​ບຳ​ລຸງຮັກສາ ແລະ ເສີມສ້າງມາດຕະຖານຄວາມປອດໄພໃນສະ​ຖານ​ທີ່ເຮັດວຽກ.
  • ບຳ​ລຸງຮັກສາອຸປະກອນການສຳຫຼວດທັງໝົດໃຫ້ຢູ່ໃນສະພາບພ້ອມໃຊ້ງານຢູ່ສະເໝີ.
  • ນຳໃຊ້ອຸປະກອນວັດສະດຸ ທັງໝົດຢ່າງມິຄວາມຮັບຜິດຊອບ ເພື່ອຫຼູດຜ່ອນ ສິ່ງເສດເຫຼືອ.
  • ສາມາດເຮັດວຽກເປັນທີມ ແລະ ປັບໂຕເຂົ້າກັບທີມງານໄດ້ເປັນຢ່າງດີ.

ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ຈົບຊັ້ນສູງຈາກສາຂາສາຍທີ່ກ່ຽວຂ້ອງ.
  • ມີຄວາມສະໝັກໃຈ ໃນການເຮັດວຽກ ໃນບໍ່ແຮ່ໃຕ້ດິນໄດ້.
  • ມີຄວາມລະອຽດໃນການເຮັດວຽກ.
  • ຮູ້ນຳໃຊ້ໂປຼແກຼມຄອມພິວເຕີ: MS Office, Excel
  • ມີໃບຂັບຂີ່ລົດເບົາ B

ຂໍ້ສະເໜີດ້ານ​ຄ່າ​ຕອບ​ແທນທີ່ໜ້າສົນໃຈ, ລວມທັງຄ່າ​ຕອບ​ແທນທີ່​ຈູງ​ໃຈ​ອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່​ຈະ​ສະ​ໜອງ​ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນ​ການ ເຂົ້າຮ່ວມໂຄງ​ການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການ ພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ​ ຕຳແໜ່ງນີ້, ກະລຸນາປະ​ກອບຊີວະປະຫວັດຫຍໍ້, ຈົດໝາຍ​ສະ​ແດງ​ເຈດ​ຈຳ​ນົງ ແລະ ​ສົ່ງເຂົ້າທີ່​ຢູ່​ອີ​ເມວ Recruitment@LXML.LA.  ກະ​ລຸ​ນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະ​ໝັກ​ຕຳ​ແໜ່ງ(​ຊື່ຕຳ​ແໜ່ງ), (​ຊື່ ແລະ ນາມ​ສະ​​ກຸນ ຂອງຜູ້​ສະ​ໝັກ) ກ່ອນ​ມື້ປິດຮັບສະໝັກໃນ​ວັນ​ທີ 04 ມິຖຸນາ 2024.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນ ທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອ​ເຂົ້າ ສຳພາດ ແລະ ທຸກໆຟອມສະໝັກ​ທີ່​ສົ່ງ​ເຂົ້າ​ມາ ​ແມ່ນຈະບໍ່ໄດ້ ສົ່ງຄືນ.

 ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack