ຊ່າງສ້ອມແປງກົນຈັກໂຮງງານ
Release Date: 16 Jan 2026
Job Category: Maintainance
Job Type: Full Time
Job Location: Sepon Site
Closing Date: 29 Jan 2026

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ລາຍງານໃຫ້ ຫົວໜ້າຄຸມ​ງານ - ສ້ອມແປງກົນຈັກໂຮງງານ, ຕຳແໜ່ງ: ຊ່າງສ້ອມແປງກົນຈັກໂຮງງານ ມີ​ໜ້າ​ທີ່ຮັບຜິດຊອບ ໃນການສ້ອມແປງ ບຳລຸງຮັກສາຟື້ນຟູອຸປະກອນ, ປັບປຸງ ແລະ ບຳລຸງຮັກສາ ເພື່ອຄວາມໜ້າເຊື່ອຖື, ປະສິດທິພາບ ແລະ ຄຸນນະພາບອຸປະກອນໂຮງງານ, ພາລະບົດບາດນີ້ແມ່ນ ຕ້ອງໄດ້ປະຕິບັດຕາມມາດຕະຖານຄວາມປອດໄພ, ສິ່ງແວດລ້ອມ ແລະ ການບຳລຸງຮັກສາຢ່າງເຂັ້ມງວດ ພ້ອມທັງມີສ່ວນຮ່ວມໃນການສ້າງທີມງານບຳລຸງຮັກສາ ໃຫ້ມີປະສິດທິພາບ ແລະ ມີຄວາມສາມັກຄີ.

ຄວາມ​ຮັບ​ຜິດ​ຊອບຫຼັກ​ປະ​ກອບ​ມີ:

  • ດຳເນີນການສ້ອມແປງ/ຟື້ນຟູອຸ​ປະ​ກອນ​, ການ​ປ່​ຽນ​ອາ​ໄຫຼ່​, ການບຳລຸງຮັກສາອຸ​ປະກອນ ແລະ ການສ້ອມ​ແປງ​ ອຸປະກອນໂຮງງານ.
  • ຮັບປະກັນໃຫ້ວຽກງານທັງໝົດໄດ້ຖືກວາງແຜນ ແລະ ດຳເນີນການ ຕາມມາດຕະຖານດ້ານຄວາມປອດໄພ ຂອງບໍລິສັດ, ສິ່ງແວດລ້ອມ ແລະ ມາດຕະຖານການບຳລຸງຮັກສາ.
  • ສົ່ງເສີມ ແລະ ສະແດງໃຫ້ເຫັນການປະຕິບັດວຽກຢ່າງປອດໄພຢູ່ຕະຫຼອດເວລາ.
  • ກວດສອບ, ລາຍງານ ແລະ ແກ້ໄຂ​ຂໍ້ບົກຜ່ອງຂອງອຸປະກອນ ແລະ ບັນຫາດ້ານການບຳລຸງຮັກສາ.
  • ໝັ້ນໃຈວ່າ ເຄື່ອງມື, ອຸປະກອນ, ວັດສະດຸ ແລະ ເອກະສານທີ່ຈຳເປັນກັບໜ້າວຽກໃຫ້ມີຄົບຖ້ວນ ແລະ ຖືກນຳໃຊ້ຢ່າງຖືກຕ້ອງ.
  • ບັນທຶກກິດຈະກຳການການສ້ອມແປງ ແລະ ຄວາມຄືບໜ້າ ຂອງວຽກງານທັງໝົດ ລົງໃນລະບົບບຳລຸງຮັກສາ.
  • ມີສ່ວນຮ່ວມໃນແຜນການດຳເນີນງານຂອງທີມ, ກິດຈະກຳການປັບປຸງຢ່າງຕໍ່ເນື່ອງ ແລະ ສ້າງການເຮັດວຽກເປັນທີມທີ່ມີປະສິດທິພາບໃນສະພາບແວດລ້ອມການດຳເນີນງານທີ່ທ້າທາຍ.

ປະສົບການ, ທັກສະ ແລະ ຄຸນວຸດທິ:

  • ມີປະສົບການ 3-5 ປີຜ່ານການຝຶກອົບຮົມວິຊາຊີບດ້ານກົນຈັກ ຫຼື ໄດ້ຮັບຮອງຄຸນວຸດທິທຽບເທົ່າໃນລະດັບສາກົນ.
  • ມີປະສົບການໃນການເຮັດວຽກກັບ ປ້ຳ, ວາວ ມາກ່ອນແມ່ນເປັນການດີ.
  • ມີປະສົບການໃນການນຳໃຊ້ເຄື່ອງມືພື້ນຖານ.
  • ມີປະສົບການເຮັດວຽກ ໃນອຸ​ດສາຫະກຳຂຸດຄົ້ນບໍ່ແຮ່ ຫຼື ອຸດສາຫະກຳໜັກ ມາກ່ອນແມ່ນເປັນການດີ.
  • ມີທັກສະການສື່ສານ ແລະ ການປະສານງານທີ່ດີ.
  • ມີໃບຂັບຂີ່ລົດປະເພດ B ຂອງລາວ​.

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA. ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 29 ມັງກອນ 2026.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200

ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack