ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.
ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.
ລາຍງານໃຫ້ ຫົວໜ້າຄຸມງານ - ສ້ອມແປງກົນຈັກໂຮງງານ, ຕຳແໜ່ງ: ຊ່າງສ້ອມແປງກົນຈັກໂຮງງານ ມີໜ້າທີ່ຮັບຜິດຊອບ ໃນການຊ່ວຍສ້ອມແປງກົນຈັກໂຮງງານ ເພື່ອຮັບປະກັນວ່າ ພາກສ່ວນຕ່າງຂອງໂຮງງານ ມີການເຮັດວຽກທີ່ເຂັ້ມແຂງ ແລະ ມີການບຳລຸງຮັກສາທີ່ດີຕະຫລອດ (ການກວດກາວຽກບຳລຸງຮັກສາຕາມກຳນົດເວລາແບບປົກກະຕິ ຫຼື ການວາງແຜນປ້ອງກັນ ການແຕກຫັກເປ່ເພເສຍຫາຍ) ຂອງໂຮງງານ ເຊິ່ງໄດ້ຖືກປະຕິບັດດ້ວຍຄວາມປອດໄພ ແລະ ທັນເວລາ ເພື່ອຮັບປະກັນຄວາມພ້ອມ ເພື່ອເປົ້າໝາຍຂອງຂະບວນການຜະລິດ ແລະ ງົບປະມານ, ຈຸດປະສົງເປົ້າ ໝາຍ ຂອງບໍລິສັດແມ່ນໄດ້ບັນລຸໃນແຕ່ລະວັນ. ພາລະບົດບາດນີ້ແມ່ນຍັງຮັບຜິດຊອບໃນການສະແດງໃຫ້ເຫັນຄຸນນະພາບ ຂອງການເຮັດວຽກທີ່ເຂັ້ມແຂງ ກ່ຽວກັບວຽກການບຳລຸງຮັກສາປະຈຳວັນທັງໝົດ ເພື່ອຮັບປະກັນນະໂຍບາຍຄວາມປອດໄພທັງໝົດ ໄດ້ຖືກປະຕິບັດໂດຍທຸກຄົນທີ່ຢູ່ໃນພື້ນທີ່ໂຮງງານ ແລະ ການຄຸ້ມຄອງຊີວິດ, ຊັບສິນໃຫ້ມີປະສິດທິພາບຕາມທີ່ໄດ້ກຳນົດໄວ້, ການຄັດເລືອກ, ການບຳລຸງຮັກສາ ແລະ ການດຳເນີນງານ.
ຄວາມຮັບຜິດຊອບຫຼັກປະກອບມີ:
- ຊ່ວຍຫົວໜ້າຄຸມງານໃນການຈັດສັນເວລາວຽກ, ວາງແຜນວຽກ, ຊ່ວຍອຳນວຍຄວາມສະດວກຕ່າງໆ.
- ປະຕິບັດວຽກງານບຳລຸງຮັກສາຕາມຄວາມຮຽກຮ້ອງຕ້ອງການ.
- ມີຄວາມສາມາດໃນການອະທີບາຍ ຮູບພາບ ຫຼື ແບບ ດ້ານວິຊາການ.
- ມີຄວາມສາມາດໃນການຕີຄວາມໝາຍຄູ່ມືຊິ້ນສ່ວນອາໄຫຼ່ແລະສ້ອມແປງ.
- ສາມາດປ່ຽນແທນສິ່ງທີ່ເປ້ເພເສຍຫາຍ ຫຼື ອຸປະກອນທີ່ໃຊ້ງານບໍ່ໄດ້ ຕາມຄວາມຮຽກຮ້ອງຕ້ອງການ.
- ປະຕິບັດຕາມກົດລະບຽບ ດ້ານຄວາມປອດໄພ ແລະ ກົດລະບຽບຕ່າງໆ.
- ມີການສື່ສານທີ່ດີ, ການບໍລິຫານເວລາດີ ແລະ ມີທັກສະການຈັດຕັ້ງໃຫ້ເປັນລະບຽບ.
ຄຸນວຸດທິ, ທັກສະ ແລະ ປະສົບການ:
- ຈົບຈາກສູນຝຶກອົບຮົມ ແລະ ພັດທະນາສີມືເເຮງງານ ດ້ານການສ້ອມແປງກົນຈັກ, ຊັ້ນກາງ ຫລື ສາຂາທີ່ກ່ຽວຂ້ອງ.
- ມີພື້ນຖານໃນການນຳໃຊ້ຄອມພິວເຕີ້.
- ສາມາດຂັບລົດໃຫຍ່ ແລະ ມີໃບອະນຸຍາດຂັບຂີ່ (B) ຈະພິຈາລະນາເປັນພິເສດ.
- ມີປະສົບການ ການສ້ອງແປງກົນຈັກໂຮງງານ ທີ່ກ່ຽວຂ້ອງຢ່າງໜ້ອຍ 2-3 ປີ.
ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການ ເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການ ພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.
ເພື່ອສະໝັກຕຳແໜ່ງນີ້,ກະລຸນາປະກອບຊີວະປະຫວັດຫຍໍ້,ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA. ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ(ຊື່ຕຳແໜ່ງ), (ຊື່ ແລະ ນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 11 ທັນວາ 2025.
ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນ ທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າ ສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາ ແມ່ນຈະບໍ່ໄດ້ ສົ່ງຄືນ.
ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.
ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686


Back