ຊ່າງຕັ້ງນັ່ງຮ້ານ
Release Date: 27 Nov 2025
Job Category: Fixed Plant, Maintainance, Other
Job Type: Full Time
Job Location: Sepon Site
Closing Date: 10 Dec 2025

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ລາຍງານໃຫ້ ຫົວໜ້າຄຸມງານ - ການຕັ້ງນັ່ງຮ້ານ, ຕຳແໜ່ງ: ຊ່າງຕັ້ງນັ່ງຮ້ານ ມີໜ້າທີ່ຮັບຜິດຊອບ ໃນການຮັບປະກັນວ່າ ໂຄງສ້າງ ທັງໝົດ ໄດ້ຖືກກໍ່ສ້າງຕາມແບບທີ່ອອກແບບໄວ້ ແລະ ຢູ່ໃນມາດຕະຖານຂອງອົດສະຕາລີ, LXML ແລະ ຂໍ້ກຳນົດທັງໝົດພາຍໃນ ບໍລິສັດ ລວມທັງ SOPs ແລະ JSEAs. ນອກຈາກນີ້ຍັງຮັບຜິດຊອບ ອຸປະກອນ ແລະ ເຄື່ອງມືການກໍ່ສ້າງທັງໝົດ ໄດ້ຮັບການບຳລຸງຮັກສາຢ່າງຖືກຕ້ອງ ແລະ ເໝາະສົມຕໍ່ການນຳໃຊ້.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ຕັ້ງນັ່ງຮ້ານ ໃຫ້ສອດຄ່ອງກັບມາດຕະຖານ ອົດສະຕາລີ, ແລະ ຂໍ້ກຳນົດຂອງບໍລິສັດລ້ານຊ້າງ.
  • ສຳຫລັບວຽກທຸກຢ່າງຕ້ອງປະຕິບັດຕາມຂັ້້ນຕອນມາດຕະຖານການເຮັດວຽກ(SOPs) ແລະ ເອກະສານວິເຄາະຄວາມສ່ຽງໃນຫນ້າວຽກ (JSEAs).
  • ປະຕິບັດຕາມ JSEA ສຳຫລັບການ ຕັ້ງນັ່ງຮ້ານ ທີ່ມີຄວາມສ່ຽງສູງ ແລະ ບໍ່ແມ່ນວຽກປົກກະຕິ.
  • ຕ້ອງເຮັດ 5 ຂັ້ນຕອນ ແລະ ການປະເມີນຄວາມສ່ຽງກ່ອນເລີ່ມເຮັດວຽກໃຫ້ສຳເລັດ.
  • ຮັກສາເຄື່ອງມື ແລະ ອຸປະກອນນັ່ງຮ້ານ ໃຫ້ຢູ່ໃນສະພາບປອດໄພ ແລະ ພ້ອມໃຊ້ງານ.
  • ລາຍງານຫົວໜ້າຄຸມງານໃຫ້ຮູ້ທັນທີ ຖ້າພົບເຫັນນັ່ງຮ້ານມີຄວາມເສຍຫາຍ, ສະພາບທີ່ບໍ່ປອດໄພ ຫຼື ອົງປະກອບບາງຢ່າງຂາດຫາຍໄປ.
  • ກວດການັ່ງຮ້ານ ປະຈຳວັນ ຫລັງຈາກການດັດແປງ, ຫລັງຖືກສະພາບອາກາດທີ່ໜັກໜ່ວງ ຫຼື ການຖືກຕຳ.
  • ກວດກາຕິດປ້າຍ ນັ່ງຮ້ານ ແລະ ອັບເດດກະດານນັ່ງຮ້ານ (ຂຽວ/ເຫລືອງ/ແດງ).
  • ຮັກສາອຸປະກອນນັ່ງຮ້ານໃຫ້ເປັນລະບຽບ ຢ່າງເໝາະສົມ ແລະ ໄຈ້ແຍກອຸປະກອນ (ນັ່ງຮ້ານທີ່ໃຊ້ງານໄດ້ , ນັ່ງຮ້ານທີ່ສ້ອມແປງຄືນໄດ້ ແລະ  ນັ່ງຮ້ານທີ່ໃຊ້ງານບໍ່ໄດ້).
  • ປະສານງານກັບພາກສ່ວນອື່ນເພື່ອປ້ອງກັນການຂັດຂ້ອງ ແລະ ຮັບປະກັນທາງເຂົ້າ - ອອກໃຫ້ປອດໄພ.
  • ເຂົ້າຮ່ວມກອງປະຊຸມກ່ອນເລີ່ມວຽກ, ການສະຫລຸບຫຍໍ້້ ດ້ານຄວາມປອດໄພ ແລະ ການຝຶກ ອົບຮົມຢ່າງຕໍ່ເນື່ອງ.

ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ມີທັກສະດ້ານ ວິຊາການ ຂັ້ນພື້ນຖານ ຫຼື ເທັກນິກທີ່ ກ່ຽວຂ້ອງ ໂດຍໄດ້ສຳເລັດການຝຶກອົບຮົມ ນັ່ງຮ້ານຂັ້ນພື້ນຖານ,  ຫຼື ລະດັບປານກາງ
  • ມີໃບຢັ້ງຢືນ ການໃຊ້ງານອຸປະກອນຍົກ ແລະ ການໃຫ້ສັນຍານເຄຣນ ຫຼື ມີປະສົບການ ຈະຖືກພິຈາລະນາເປັນພິເສດ
  • ມີຄວາມຮູ້ພື້ນຖານ ໃນການອອກແບບ ການຕັ້ງນັ່ງຮ້ານ ແລະ ໂຄງສ້າງຊົ່ວຄາວ ຕາມມາດຕະຖານ ອົດສະຕາລີ.
  • ມີການສື່ສານທີ່ຊັດເຈນກັບຫົວໜ້າຄຸມງານ, ຫົວໜ້າທີມ ແລະ ພະນັກງານຮັກສາຄວາມປອດໄພ, ມີຄວາມຊື່ສັດດ້ວຍການບໍ່ເຂົ້າໄປພົວພັນການລັກຂະໂມຍ ການນຳໃຊ້ໃນທາງທີ່ຜິດ ຫລື ການເອົາຊັບສິນຂອງບໍລິສັດ ອອກໄປໂດຍບໍ່ໄດ້ຮັບອະນຸຍາດ ແລະ ຕ້ອງລາຍງານກິດຈະກຳໃດໆທີ່ນ່າສົງໄສ ໃຫ້ຫົວໜ້າສາຍງານທັນທີ.
  • ມີທັກສະສື່ສານພາສາອັງກິດ ຂັ້ນພື້ນຖານ.
  • ສາ​ມາດ​ຂັບ​ລົດ​ໃຫຍ່ ແລະ ມີໃບ​ອະ​ນຸ​ຍາດຂັບຂີ່ (ລົດເບົາ).
  • ມີຄວາມຮັບຜິດຊອບສູງ, ມີລະບຽບວິໄນ ແລະ ສາມາດເຮັດວຽກເປັນທີມ.
  • ສາມາດເຮັດວຽກຢູ່ທີ່ສູງດ້ວຍຄວາມປອດໄພ ແລະ ໃນສະພາບແວດລ້ອມທີ່ເປັນອຸດສາຫະກຳຂຸດຄົ້ນບໍ່ແຮ່.
  • ມີຄວາມຮູ້ພື້ນຖານ ໃນການນຳໃຊ້ເຄື່ອງມືຢ່າງປອດໄພ, ອຸປະກອນຍົກ ແລະ ອຸປະກອນປ້ອງກັນການຕົກ.

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 10 ທັນວາ 2025.

ພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack