ຊ່າງຈອດໂລຫະ
Release Date: 18 Feb 2025
Job Category: Maintainance, Other
Job Type: Full Time
Job Location: Sepon Site
Closing Date: 04 Mar 2025

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

​ລາຍງານໃຫ້ ຫົວໜ້າຄຸມງານ ຈອດໂລຫະ, ຈອດຢາງ ແລະ ຈອດທໍ່ຢາງ, ຕຳແໜ່ງ ຊ່າງຈອດໂລຫະ ມີ​ໜ້າ​ທີ່ຮັບຜິດຊອບ ໃນການປະກອບ ແລະ ປະດິດອາໄຫຼ່ໂລຫະຂອງກົນຈັກ, ຊິ້ນສ່ວນ ແລະ ອຸປະກອນ ດ້ວຍການນຳໃຊ້ເຄື່ອງມື ແລະ ອຸປະກອນ. ພວກເຂົາຈະປະຕິບັດຕາມການແນະນຳວຽກ ແລະ ຮັບປະກັນຄຸນນະພາບຂອງວຽກ ໃຫ້ເປັນໄປຕາມຂໍ້ກຳນົດ ແລະ ມາດຕະຖານ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ຈອດໂລຫະ ແບບ Arc, MIG, TIG ແລະ ການຕັດດ້ວຍອົກຊີ.
  • ອ່ານ ແລະ ທໍາຄວາມເຂົ້າໃຈແຜນການຈອດ.
  • ກະກຽມອຸປະກອນການຈອດຕາມຄໍາສັ່ງຂອງຫົວໜ້າສາຍງານ.
  • ປະເມີນຄວາມສ່ຽງ ແລະ ຄຸ້ມຄອງອຸປະກອນການຈອດ.
  • ອະນາໄມ, ເກັບຮັກສາ ແລະ ສ້ອມແປງອຸປະກອນການຈອດ.

ປະສົບການ, ທັກສະ ແລະ ຄຸນວຸດທິ:

  • ຈົບຊັ້ນກາງ ຫຼື ຊັ້ນສູງຈາກສາຂາທີ່ກຽວຂ້ອງ.
  • ໃບຂັບຂີ່ລົດເບົາ (B) ຈະພິຈາລະນາເປັນພິເສດ.
  • ມີຄວາມສາມາດໃນການຈອດໂລຫະ ແບບ Arc, MIG, TIG ແລະ ການຕັດດ້ວຍອົກຊີ.
  • ມີຄວາມຮູ້ກ່ຽວກັບອຸປະກອນການຈອດ ແລະ ເຂົ້າໃຈແບບການຈອດ.
  • ມີຄວາມລະອຽດໃນການເຮັດວຽກ.
  • ມີປະສົບການເຮັດວຽກຢ່າງໜ້ອຍ 2 ປີ.

ຂໍ້ສະເໜີດ້ານ​ຄ່າ​ຕອບ​ແທນທີ່ໜ້າສົນໃຈ, ລວມທັງຄ່າ​ຕອບ​ແທນທີ່​ຈູງ​ໃຈ​ອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່​ຈະ​ສະ​ໜອງ​ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນ​ການ ເຂົ້າຮ່ວມໂຄງ​ການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການ ພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruit-ment@LXML.LA.

ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 4 ມີນາ 2025.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack