ຊ່າງຈອດໂລຫະ
Release Date: 17 Jul 2024
Job Category: Maintainance, Fixed Plant, Other
Job Type: Full Time
Job Location: Sepon Site
Closing Date: 31 Jul 2024

ບໍລິສັດ  ລ້ານຊ້າງ ມີເນໂຣນສ໌ ຈຳກັດ ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ເຊໂປນ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກ​ເຮົາ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ລາວ​ໂດຍ​ຜ່ານ​ການ​ຜະ​ລິດຄຳ​ ແລະ​ ທອງ​, ພ້ອມດຽວກັນນັ້ນກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດຕະຫຼອດການດຳເນີນທຸລະກິດ. ໃນປີ 2024, ແຜນການຜະລິດຄຳຂອງພວກເຮົາແມ່ນ 6,200 ກິໂລກຣາມ ແລະ ທອງແດງ 5,305 ໂຕນ.

ເພື່ອສະໜັບສະໜູນການດຳເນີນງານ, ພວກເຮົາກຳລັງຊອກຫາຜູ້ສະໝັກງານໃນຕໍາແໜ່ງ ຊ່າງຈອດໂລຫະ ເພື່ອເຂົ້າມາຮ່ວມງານກັບພວກເຮົາ ແລະເປັນສວ່ນໜຶ່ງໃນການນໍາພາທີມງານໃຫ້ເຕີບໃຫຍ່ຂະຫຍາຍໂຕ ຢ່າງບໍ່ຢຸດຢັ້ງຕາມແຜນງານໃນອະນາຄົດ.

​ຕຳ​ແໜ່ງນີ້ແມ່ນຈະມີໜ້າທີ່ຮັບຜິດຊອບໃນການປະກອບ ແລະ ປະດິດອາໄຫຼ່ໂລຫະຂອງກົນຈັກ, ຊິ້ນສ່ວນ ແລະ ອຸປະກອນ ດ້ວຍການນຳໃຊ້ເຄື່ອງມື ແລະ ອຸປະກອນ. ພວກເຂົາຈະປະຕິບັດຕາມການແນະນຳວຽກ ແລະ ຮັບປະກັນຄຸນນະພາບຂອງວຽກ ໃຫ້ເປັນໄປຕາມຂໍ້ກຳນົດ ແລະ ມາດຕະຖານ.

ໜ້າທີ່ຮັບຜິດຊອບຫຼັກປະກອບມີ:

  • ຈອດໂລຫະ ແບບ Arc, MIG, TIG ແລະ ການຕັດດ້ວຍອົກຊີ.
  • ອ່ານ ແລະ ທໍາຄວາມເຂົ້າໃຈແຜນການຈອດ.
  • ກະກຽມອຸປະກອນການຈອດຕາມຄໍາສັ່ງຂອງຫົວໜ້າສາຍງານ.
  • ປະເມີນຄວາມສ່ຽງ ແລະ ຄຸ້ມຄອງອຸປະກອນການຈອດ.
  • ອະນາໄມ, ເກັບຮັກສາ ແລະ ສ້ອມແປງອຸປະກອນການຈອດ.

ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ຈົບຊັ້ນກາງ ຫຼື ຊັ້ນສູງຈາກສາຂາທີ່ກຽວຂ້ອງ.
  • ມີຄວາມສາມາດໃນການຈອດໂລຫະ ແບບ Arc, MIG, TIG ແລະ ການຕັດດ້ວຍອົກຊີ.
  • ມີຄວາມຮູ້ກ່ຽວກັບອຸປະກອນການຈອດ ແລະ ເຂົ້າໃຈແບບການຈອດ.
  • ມີຄວາມລະອຽດໃນການເຮັດວຽກ.
  • ມີປະສົບການເຮັດວຽກຢ່າງໜ້ອຍ 2 ປີ.

ຂໍ້ສະເໜີດ້ານ​ຄ່າ​ຕອບ​ແທນທີ່ໜ້າສົນໃຈ, ລວມທັງຄ່າ​ຕອບ​ແທນທີ່​ຈູງ​ໃຈ​ອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່​ຈະ​ສະ​ໜອງ​ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນ​ການ ເຂົ້າຮ່ວມໂຄງ​ການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການ ພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ​ ຕຳແໜ່ງນີ້, ກະລຸນາປະ​ກອບຊີວະປະຫວັດຫຍໍ້, ຈົດໝາຍ​ສະ​ແດງ​ເຈດ​ຈຳ​ນົງ ແລະ ​ສົ່ງເຂົ້າທີ່​ຢູ່​ອີ​ເມວ Recruitment@LXML.LA.  ກະ​ລຸ​ນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະ​ໝັກ​ຕຳ​ແໜ່ງ(​ຊື່ຕຳ​ແໜ່ງ), (​ຊື່ ແລະ ນາມ​ສະ​​ກຸນ ຂອງຜູ້​ສະ​ໝັກ) ກ່ອນ​ມື້ປິດຮັບສະໝັກໃນ​ວັນ​ທີ 31 ກໍລະກົດ 2024.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນ ທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອ​ເຂົ້າ ສຳພາດ ແລະ ທຸກໆຟອມສະໝັກ​ທີ່​ສົ່ງ​ເຂົ້າ​ມາ ​ແມ່ນຈະບໍ່ໄດ້ ສົ່ງຄືນ.

 ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack