ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.
ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.
ລາຍງານໃຫ້ ຫົວໜ້າຄຸມງານ ຈອດໂລຫະ, ຈອດຢາງ ແລະ ຈອດທໍ່ຢາງ, ຕຳແໜ່ງ ຊ່າງຈອດຢາງ ແລະ ຈອດທໍ່ຢາງ ມີໜ້າທີ່ຮັບຜິດຊອບ ຊ່ວຍໃຫ້ການຈອດຢາງໄດ້ຕາມມາດຕະຖານ ແລະ ການບໍາລຸງຮັກສາ (ການກວດກາ PM ຫຼື ແຜນການປ້ອງກັນ ແລະ ການແຕກຫັກ) ຂອງໂຮງງານໄດ້ຖືກປະຕິບັດຢ່າງປອດໄພ ແລະ ທັນເວລາເພື່ອຮັບປະກັນຄວາມພ້ອມຂອງໂຮງງານ, ເປົ້າຫມາຍຂະບວນການ, ງົບປະມານ ແລະ ບັນລຸເປົ້າໝາຍຂອງບໍລິສັດໄດ້ໃນແຕ່ລະວັນ.
ຄວາມຮັບຜິດຊອບຫຼັກປະກອບມີ:
- ປະເມີນຄວາມສ່ຽງໃນຫນ້າວຽກ ແລະ ລາຍງານສີ່ງທີເປັນອັນຕະລາຍ.
- ອ່ານແບບ ແລະ ຮູ້ຈັກການວັດແທກ.
- ເຊື່ອມ-ຈອດທໍ່ດຳ, ຈອດແຜ່ນຢາງ.
- ຕິດຢາງໄດ້ ຫລື ສ້ອມແປງ.
- ນຳໃຊ້ເຄື່ອງເປົ່າຄວາມຮ້ອນ, ເຄື່ອງຜົ່ນຊາຍ, ຫີນເຈຍຢາງ, ກາວຕິດຢາງ, ສະຫວ່ານເຈາະ, ເຄື່ອງມືພື້ນຖານ, ສີຊະນິດຕ່າງໆ.
ປະສົບການ, ທັກສະ ແລະ ຄຸນວຸດທິ:
- ຈົບຊັ້ນກາງ ຫຼື ຊັ້ນສູງຈາກສາຂາທີ່ກຽວຂ້ອງ.
- ໃບຂັບຂີ່ລົດເບົາ (B) ຈະພິຈາລະນາເປັນພິເສດ.
- ມີຄວາມສາມາດໃນການເຊື່ອມ-ຈອດທໍ່ດຳ, ຈອດແຜ່ນຢາງ.
- ມີຄວາມລະອຽດໃນການເຮັດວຽກ.
- ມີປະສົບການເຮັດວຽກຢ່າງໜ້ອຍ 2 ປີ.
ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.
ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruit-ment@LXML.LA.
ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 4 ມີນາ 2025.
ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.
ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.
ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200 ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ: +856 41 212 686