ຊ່າງຈອດຢາງ & ຈອດທໍ່ຢາງ
Release Date: 07 Nov 2023
Job Category: Maintainance, Fixed Plant
Job Type: Full Time
Job Location: Sepon Site
Closing Date: 20 Nov 2023

ບໍລິສັດ  ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (ລຊມລ) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ນັບຕັ້ງແຕ່ເລີ່ມການດຳເນີນງານໃນປີ 2003, ບໍ່ຄຳ-ທອງເຊໂປນ ສາມາດຜະລິດແຜ່ນທອງໄດ້ຫຼາຍກວ່າ 1,1 ລ້ານ ໂຕນ ແລະ ຜະລິດຄຳ ໄດ້ຫຼາຍກວ່າ 53 ໂຕນ. ໃນປີ 2022 ລຊມລ ສາມາດຜະລິດທອງໄດ້ຫຼາຍກວ່າ 6,600 ໂຕນ ຜະລິດຄໍາໄດ້ຫຼາຍກວ່າ 6,7 ໂຕນ. ຄາດໝາຍການຜະລິດທີ່ຕັ້ງໄວ້ສຳລັບປີ 2023 ແມ່ນ ຄຳຫຼາຍກວ່າ 6 ໂຕນ ແລະ ທອງ 7.000 ໂຕນ.

ລຊມລ ໄດ້ວາງເປົ້າໝາຍຂອງຕົນໃນການເຕີບໃຫຍ່ເພື່ອອະນາຄົດ ດ້ວຍການກັບມາຂຸດຄົ້ນ - ປຸງແຕ່ງຄໍາອີກຄັ້ງໜຶ່ງ ໃນປີ 2020 ພ້ອມທັງສຶກສາຄວາມເປັນໄປໄດ້ໃນດ້ານອື່ນໆ ການເພີ່ມການສຳຫຼວດ ແລະ ພ້ອມທັງກະກຽມການຮ່ວມ ແລະ ເຂົ້າຊື້ກິດຈະການເພີ່ມຕື່ມ, ຊຶ່ງຈະເຮັດໃຫ້ອະນາຄົດ ຂອງ ລຊມລ ແລະ ການດຳເນີນງານຂອງ ບໍ່ຄຳ-ທອງ ເຊໂປນ ແມ່ນຈະບໍ່ມີຂີດຈຳກັດ ທັງໃນດ້ານທ່າແຮງ ແລະ ໂອກາດ.

ເພື່ອສະໜັບສະໜູນການດຳເນີນງານ, ພວກເຮົາກຳລັງຊອກຫາຜູ້ສະໝັກງານໃນຕໍາແໜ່ງ ຊ່າງຈອດຢາງ & ຈອດທໍ່ຢາງ ເພື່ອເຂົ້າມາຮ່ວມງານກັບພວກເຮົາ ແລະ ເປັນສວ່ນໜື່ງໃນການນໍາພາທີມງານໃຫ້ເຕີບໃຫຍ່ຂະຫຍາຍໂຕ ຢ່າງບໍ່ຢຸດຢັ້ງຕາມແຜນງານໃນອະນາຄົດ.

ພາລະບົດບາດຂອງຊ່າງຈອດ ຢາງ ແລະ ທໍ່ຢາງ ແມ່ນຊ່ວຍໃຫ້ການຈອດຢາງໄດ້ຕາມມາດຕະຖານ ແລະ ການບໍາລຸງຮັກສາ (ການກວດກາ PM ຫຼື ແຜນການປ້ອງກັນ ແລະ ການແຕກຫັກ) ຂອງໂຮງງານໄດ້ຖືກປະຕິບັດຢ່າງປອດໄພ ແລະ ທັນເວລາເພື່ອຮັບປະກັນຄວາມພ້ອມຂອງໂຮງງານ, ເປົ້າຫມາຍຂະບວນການ, ງົບປະມານ ແລະ ບັນລຸເປົ້າໝາຍຂອງບໍລິສັດໄດ້ໃນແຕ່ລະວັນ.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ປະເມີນຄວາມສ່ຽງໃນຫນ້າວຽກ ແລະ ລາຍງານສີ່ງທີເປັນອັນຕະລາຍ.
  • ອ່ານແບບ ແລະ ຮູ້ຈັກການວັດແທກ.
  • ເຊື່ອມ-ຈອດທໍ່ດຳ, ຈອດແຜ່ນຢາງ ແລະ ໂລຫະ.
  • ຕິດຢາງໄດ້ ຫລື ສ້ອມແປງ.
  • ນຳໃຊ້ເຄື່ອງເປົ່າຄວາມຮ້ອນ, ເຄື່ອງຜົ່ນຊາຍ, ຫີນເຈຍຢາງ, ກາວຕິດຢາງ, ສະຫວ່ານເຈາະ, ເຄື່ອງມືພື້ນຖານ, ສີຊະນິດຕ່າງໆ.

 ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ມີໃບຢັ້ງຢືນການຝຶກອົບຮົມ ຫຼື ປະສົບການທີ່ກ່ຽວຂ້ອງ.
  • ໃບຂັບຂີ່ລົດເບົາຈະພິຈາລະນາເປັນພິເສດ.
  • ມີປະສົບການເຮັດວຽກທີ່ກ່ຽວຂ້ອງຢ່າງໜ້ອຍ 1-2 ປີ.
  • ສາມາດເຮັດວຽກເປັນທີມໄດ້.

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 20 ພະຈິກ 2023.

ມີພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack