ຊ່າງ - ໄຟຟ້າແຮງສູງບໍ່ແຮ່ໃຕ້ດິນ
Release Date: 05 Aug 2025
Job Category: Electrical, Maintainance, Other
Job Type: Full Time
Job Location: Sepon Site
Closing Date: 17 Aug 2025

ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ຈຳກັດ (LXML) ດຳເນີນການຂຸດຄົ້ນບໍ່ຄຳ-ທອງ ຕັ້ງຢູ່ ເມືອງວິລະບູລີ, ແຂວງສະຫວັນນະເຂດ, ສປປ ລາວ. ພວກເຮົາ ໃຫ້ຄຳໝັ້ນສັນຍາໃນການພັດທະນາປະເທດລາວໂດຍຜ່ານການຜະລິດຄຳ ແລະ ທອງ, ພ້ອມດຽວກັນນັ້ນ ກໍພະຍາຍາມເຮັດໃຫ້ທຸລະກິດເປັນເລີດ ຕະຫຼອດການດຳເນີນທຸລະກິດ. ໃນປີ 2025, ແຜນການຜະລິດຄຳຂອງພວກເຮົາແມ່ນ 5,703 ກິໂລກຣາມ ແລະ ທອງແດງ 10,010 ໂຕນ.

ພວກເຮົາກໍາລັງຊອກຫາບຸກຄະລາກອນທີ່ມີແຮງຈູງໃຈສູງ ເພື່ອເຂົ້າຮ່ວມງານກັບພວກເຮົາ ໃນໄລຍະການຂະຫຍາຍຕົວຂອງທຸລະກິດ ແລະ ສະໜັບ ສະໜູນຄວາມຫຼາກຫຼາຍ ຕະຫຼອດທຸກຂັ້ນຕອນຂອງການສັນຫາບຸກຄະລາກອນຂອງພວກເຮົາ.

ລາຍງານໃຫ້ ຫົວໜ້າຄຸມງານ - ດ້ານການສ້ອມແປງບຳລຸງຮັກສາ ບໍ່ແຮ່ໃຕ້ດິນ, ຕຳແໜ່ງ: ຊ່າງ - ໄຟຟ້າແຮງສູງບໍ່ແຮ່ໃຕ້ດິນ ມີໜ້າທີ່ຮັບຜິດຊອບ ວຽກງານປະຈຳວັນຕາມທີ່ໄດ້ກຳນົດໃນ ພະແນກ ບໍ່ແຮ່ໃຕ້ດິນ, ການສ້ອມແປງ ແລະ ການບຳລຸງຮັກສາ ອຸປະກອນໄຟຟ້າ ໃນບໍ່ແຮ່ໃຕ້ດິນ ໃຫ້ມີປະສິດທິພາບ ໂດຍຮັບປະກັນວ່າ ໜ້າທີ່ທຸກຢ່າງໄດ້ດຳເນີນຢ່າງປອດໄພ ແລະ ເປັນໄປມາດຕະຖານທີ່ກຳນົດໄວ້.

ຄວາມຮັບຜິດຊອບຫຼັກປະກອບມີ:

  • ປະຕິບັດ ຕາມຂໍ້ກຳນົດທາງເຕັກນິກ ແລະ ມາດຕະຖານຄຸນນະພາບທີ່ກຳນົດໄວ້.
  • ບຳລຸງຮັກສາປໍ້າລະບາຍນ້ຳ ຂອງບໍ່ໃຕ້ດິນໃຫ້ຢູ່ໃນສະພາບດີ.
  • ແກ້ໄຂ ແລະ ວິນິໄສ ບັນຫາ ລະບົບໄຟຟ້າໃນບໍ່ແຮ່ໃຕ້ດິນ.
  • ດຳເນີນງານທັງໝົດ ຕາມຂະບວນການຄວາມປອດຂອງບໍລິສັດ.
  • ປະກອບຄໍາເຫັນໃສ່ກັບການປັບປຸງໜ້າວຽກຢ່າງຕໍ່ເນື່ອງ ເພື່ອຊ່ວຍໃຫ້ການເຮັດວຽກມີປະສິດທິພາບຫຼາຍຂື້ນ.
  • ລາຍງານຄວາມຄືບໜ້າຂອງວຽກໃຫ້ຫົວໜ້າຄຸມງານຢ່າງຕໍ່ເນື່ອງ, ເນັ້ນໃຫ້ເຫັນບັນຫາ ຫຼື ຄວາມລ່າຊ້າທີ່ເກີດຂື້ນ.

ຄຸນວຸດທິ, ທັກສະ ແລະ ປະສົບການ:

  • ຈົບຈາກ​ສູນຝຶກ​ອົບ​ຮົມ ແລະ ​ພັດ​ທະ​ນາ​ສີ​ມື​ເ​ເຮງ​ງານ ດ້ານ​ການສ້ອມ​ໄຟຟ້າ, ຊັ້ນ​ກາງ, ຊັ້ນ​ສູງ ຫລື ສາຂາທີ່ກ່ຽວຂ້ອງ.
  • ມີປະສົບການ 3 ປີ ໃນດ້ານອຸປະກອນ ແລະ ເຄື່ອງມືໄຟຟ້າ ຈາກອຸດສາຫະກໍາໜັກ.
  • ມີປະສົບການໃນການເຮັດວຽກ ຢູ່ບໍ່ແຮ່ໃຕ້ດິນ ຈະພິຈາລະນາພິເສດ.
  • ມີປະສົບການຕົງໃນການເຮັດວຽກກ່ຽວກັບ ໄຟຟ້າແຮງສູງ (HV), ແຮງກາງ (MV) ແລະ ແຮງຕ່ຳ (LV) ມາກ່ອນແມ່ນເປັນການດີ.
  • ສາ​ມາດ​ຂັບ​ລົດ​ໃຫຍ່ ແລະ ມີໃບ​ອະ​ນຸ​ຍາດຂັບຂີ່​ (B).

ຂໍ້ສະເໜີດ້ານຄ່າຕອບແທນທີ່ໜ້າສົນໃຈ, ລວມທັງຄ່າຕອບແທນທີ່ຈູງໃຈອີງໃສ່ຜົນການປະຕິບັດງານ ແລະ ຜົນປະໂຫຍດອື່ນໆທີ່ຈະສະໜອງ ໃຫ້ໃນຕຳແໜ່ງນີ້. ນີ້ເປັນໂອກາດທີ່ດີ ໃນການເຂົ້າຮ່ວມໂຄງການ ຂຸດຄົ້ນບໍ່ແຮ່ລະດັບໂລກ ແລະ ປະກອບສ່ວນເຂົ້າໃນການພັດທະນາຢ່າງຕໍ່ເນື່ອງ ຂອງບໍລິສັດບໍ່ແຮ່ທີ່ໃຫຍ່ທີ່ສຸດ ແລະ ດີທີ່ສຸດໃນ ສປປ ລາວ.

ເພື່ອສະໝັກ ຕຳແໜ່ງນີ້, ກະລຸນາປະກອບຊີວະປະຫວັດຫຍໍ້, ຈົດໝາຍສະແດງເຈດຈຳນົງ ແລະ ສົ່ງເຂົ້າທີ່ຢູ່ອີເມວ Recruitment@LXML.LA.  ກະລຸນາລະບຸ ຊື່ຕຳແໜ່ງ ທີ່ທ່ານສະໝັກຢ່າງຈະແຈ້ງ ໃນຫົວຂໍ້ອີເມວ ສະໝັກຕຳແໜ່ງ (ຊື່ຕຳແໜ່ງ), (ຊື່ແລະນາມສະກຸນ ຂອງຜູ້ສະໝັກ) ກ່ອນມື້ປິດຮັບສະໝັກໃນວັນທີ 17 ສິງຫາ 2025.

ພຽງແຕ່ຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການແຈ້ງເຕືອນ ເພື່ອເຂົ້າສຳພາດ ແລະ ທຸກໆຟອມສະໝັກທີ່ສົ່ງເຂົ້າມາແມ່ນຈະບໍ່ໄດ້ສົ່ງຄືນ.

ພວກເຮົາສົ່ງເສີມ ຜູ້ສະໝັກພາຍໃນແຂວງສະຫວັນນະເຂດ ຫຼື ແຂວງໃກ້ຄຽງສະໝັກຕຳແໜ່ງນີ້.

ບ້ານໂພນສີນວນ, ຕູ້ ປ.ນ 4486, ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: +856 21 268 200, ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫວັນນະເຂດ ໂທ:  +856 41 212 686

imgBack